ພາກປະຊາສັງຄົມໄທຍ ກັງວົນໃຈ ເຂື່ອນຊະນະຄາມ

ເວທີເສວະນາ ຫົວຂໍ້ວ່າ “ລ້ອມວົງຄົນແຄມຂອງ” ກ່ຽວກັບໂຄງການ ເຂື່ອນຊະນະຄາມ ໃນປະເທດລາວ ທີ່ຈະສ້າງ ໃສ່ແມ່ນ້ຳຂອງ ຢູ່ລະຫວ່າງ ເມືອງຊະນະຄາມ ຂອງລາວ ແລະ ແຂວງເລີຍ ປະເທດໄທຍ ເພື່ອສະທ້ອນ ຜົລກະທົບ ທີ່ຈະເກີດຂຶ້ນ ກັບຊາວບ້ານ ແລະສິ່ງແວດລ້ອມ.

ເວທີເສວະນາ ຫົວຂໍ້ “ລ້ອມວົງຄົນແຄມຂອງ” ກ່ຽວກັບໂຄງການ ເຂື່ອນຊະນະຄາມ, ເມືອງຊຽງຄານ ແຂວງເລີຍ ປະເທດໄທຍ, ວັນທີ 17 ທັນວາ 2021. RFA

ສຳ​ນັກ​ຊັ​ພ​ຍາ​ກອນ ​ນ້ຳແຫ່ງ​ຊາດ ປະ​ເທດ​ໄທ​ຍ, ເຈົ້າ​ໜ້າ​ທີ່​ແຂວງ​ເລີຍ ແລະ ອົງ​ການ​ພາກ​ປະ​ຊາ​ສັງ​ຄົມລຸ່ມ​ແມ່​ນ້ຳ​ຂອງ ໄດ້​ຈັດ​ເວ​ທີ​ເສວະ​ນາ ທີ່​ມີ​ຫົວ​ຂໍ້​ວ່າ “ລ້ອມ​ວົງ​ຄົນ​ແຄມ​ຂອງ” ກ່ຽວ​ກັບ​ໂຄງ​ການ​ເຂື່ອນ​​ຊະ​ນະ​ຄາມ ໃນ​ປະ​ເທດ​ລາວ ທີ່​ຈະ​ສ້າງ​ໃສ່​ແມ່​ນ້ຳ​ຂອງ​ຢູ່​ ລະ​ຫວ່າງ ເມືອງ​ຊະ​ນະ​ຄາມຂອງ​ລາວ ແລະ ແຂວງ​ເລີຍ ປະ​ເທດ​ໄທ​ຍ.

ໃນ​ງານ​ເສວະ​ນາ ໃນ​ວັນ​ທີ 17 ທັນ​ວາ, ຜູ້​ເຂົ້າ​ຮ່ວມ​ຈາກ​ຫຼາຍ​ພາກ​ສ່ວນ ກໍ​ສະ​ແດງ​ຄວາມ​ກັງ​ວົນ​ຫຼາຍ​ຢ່າງ​ຕໍ່​ການ​ສ້າງ​ເຂື່ອຊະ​ນະ​ຄາມ ຍ້ອນ​ວ່າ ຈະ​ເຮັດ​ໃຫ້​ຊາວ​ລາວ ຫຼາຍ​ຄອບ​ຄົວ ຖືກ​ຍົກ​ຍ້າຍບ່ອນຢູ່​ອາ​ ແລະສິ່ງ​ແວດ​ລ້ອມ​ ລວມ​ທັງສັດ​ນ້ຳ​ ​ຈະ​ຖືກ​ທຳ​ລາຍ ​ອີກ​ດ້ວຍ. ຜູ້​ຊ່ວຍສາ​ສ​ດາ​ຈານ ດ​ຣ. ພີ​ຣະ​ທອນ ບຸນ​ຍະ​ຣັ​ຕ​ພັນ ຊ່ຽວ​ຊານ​ດ້ານ​ເສ​ຖ​ກິ​ຈ​-ສັງ​ຄົມ ຈາກ​ມະ​ຫາ​ວິ​ທ​ຍາ​ໄລນະ​ເຣ​ສວນ ປະ​ເທດ​ໄທ​ຍ ໄດ້​ກ່າວ ໃນ​ວັນ​ທີ 17 ທັນ​ວາ ວ່າ:

ຂໍ້ມູນທີ່ເຈົ້າຂອງໂຄງການດັ່ງກ່າວ ໄດ້ເນີຂຶ້ນມາ ແລ້ວ ມີການວິເຄາະ ໄດ້ພົບວ່າ ຜົລກທົບທີ່​​ຈະເກີດຂຶ້ນ ກໍຈະເຮັດໃຫ້ເກີດການຍົກຍ້າຍຖິ່ນຖານຄວາມສ່ຽງຕໍ່ບັນຫາດ້ານສຸພາບ ແລະ ການປ່ຽນວິຖີຊີວິດ ຜົກະທົບທີ່ຮຸນແຮງ ຈະເກີດຂຶ້ນໃນລາວ ແຕ່ເຈົ້າຂອງໂຄງການພັດຍັງບໍ່ໄດ້ລະບຸ ກ່ຽວກັບມາການຊົດເຊີຍຜົກະທົບດັ່ງກ່າວເທື່ອ.”

ນອກ​ຈາກນີ້ ຖ້າ​ມີ​ການ​ສ້າງ​ເຂື່ອນ ຈະ​ສົ່ງ​ຜົ​ລ​ກະ​ທົບຕໍ່​ສັດ​ນ້ຳ ທີ່​ອາ​ໃສ​ຢູ່​ແມ່​ນ້ຳ​ຂອງ ຍ້ອນ​ຜູ້​ພັ​ທ​ນາ​ເຂື່ອນ ຍັງ​ບໍ່​ມີ​ຂໍ້​ມູນ​ລະ​ອຽດ​ວ່າ ຈະ​ຈັດ​ການ​ບໍ​ຣິ​ຫາ​ນ້ຳ​ແນວ​ໃດ. ສາ​ສ​ດາ​ຈານ ດ​ຣ. ທວນ​ທອງ ຈຸ​ທາ​ເກດ ອາ​ຈານ​ປະ​ຈຳ​ພາກວິ​ຊາການ​ປະ​ມົງ ຈາກ​ມະ​ຫາ​ວິ​ທ​ຍາ​ໄລ ອຸ​ບົນ​ຣາ​ຊ​ທາ​ນີ ຂອງ​ໄທ​ຍ ໄດ້​ກ່າວ​ວ່າ:

ສິ່ງທີ່ສຳຄັນອີກຢ່າງນຶ່ງກໍຄື ນອກຈາກສູນເສັຽແຫ່ງຢູ່ອາໃສແລ້ວ ກໍຈະເຮັດໃຫ້ຝູງປາສູນເສັຽບ້ານ ຊຶ່ງປາບາງປະເພດ ສ່ວນໃຫຍ່ຈະອາໃສຕາມແກ່ງຫີນ ແລະ ອາໃສຢູ່ໃນວັງນ້ຳລຶກໃນແມ່ນ້ຳຂອງ ແຕ່ ຖ້າເຂື່ອນດັ່ງກ່າວ ບໍຣິຫານຈັດການນ້ຳ ແລ້ວ ບໍ່ໄດ້ປະເມີ່ນຜົກະທົບໂຕນີ້ ກໍຈະເຮັດໃຫ້ເກີດການສູນເສັຽໂຄງສ້າງຂອງແກ່ງຫີນ ແລະ ບໍ່ສາມາດເປັນບ່ອນອາໃສຂອງປາໄດ້ອີກຕໍ່ໄປ.”

ທາງ​ດ້ານ​ເຈົ້າ​ໜ້າ​ທີ່ ​ໜ່ວຍ​ເຮືອ​ຮັກ​ສາ​ຄວາມ​ສ​ງົບ ​ຮຽບ​ຮ້ອຍ ກໍ​ມີ​ຄວາມ​ກັງ​ວົນກ່ຽວ​ກັບໂຄງ​ການ ​ເຂື່ອນ​ຊະ​ນະ​ຄາມ ເນື່ອງ​ຈາກ​ການ​ສ້າງ​ເຂື່ອນ ໃສ່​ແມ່​ນ້ຳ​ຂອງ​ໃນ​ໄລ​ຍະ​ຜ່ານ​ມາ ໄດ້​ເຮັດ​ໃຫ້​ເກີດ​ຜົ​ລ​ກະ​ທົບ​ຕໍ່​ເຣື່ອງ ຄວາມ​ໝັ້ນ​ຄົງ ຍ້ອນ​ເຮັດ​ໃຫ້​ລະ​ດັບ​ນ້ຳ​ຂອງ​ຫຼຸດ​ລົງ ຈົນ​ສົ່ງ​ຜົ​ລ​ໃຫ້​ການ​ປະ​ບັດ​ໜ້າ​ທີ່​ ຂອງ​ໜ່ວຍ​ເຮືອ​ຮັກ​ສາ​ສາ​ຄວາມ​ສ​ງົບ​ ຮຽບ​ຮ້ອຍ ເກີດ​ບັນ​ຫາ​ນຳ​ດ້ວຍ ແລະບາງ​ເທື່ອ​ຊາວ​ບ້ານ ​ກໍ​ອາ​ຈ​ສວຍ​ໂອ​ກາດ​ລັກ​ຢ່າງ​ຂ້າມ​ຂອງ​ໃນ​ບໍ​ລິ​ເວນ​ຕື້ນ ເພື່ອ​ໄປ​ມາ​ຫາ​ສູ່​ ຫຼື ລັກ​ຂົນ​ຍ້າຍ​ສິ່ງ​ຜິດ​ກົດ​ໝາຍຂ້າມ​ຊາຍ​ແດນ.

ທ່ານ ນາ​ວາ​ເອກ ນິ​ຣຸດ ມາ​ທອງ ເຈົ້າ​ໜ້າ​ທີ່​ໜ່ວຍ​ຮັກ​ສາ​ຄວາມ​ສ​ງົບ ​ຮຽບ​ຮ້ອຍ ຕາມ​ລຳ​ແມ່​ນ້ຳ​ຂອງ ປະ​ຈຳ​ແຂວງ​ໜອງ​ຄາຍ ກ່າວ​ວ່າ:

ຫຼັງຈາກມີການສ້າງເຂື່ອນ ສິ່ງທີ່ເຫັນຊັດເຈນ ຄື ລະດັບນ້ຳ ເຮືອຂອງເຮົາຈະຄາບ່ອນນ້ຳຕື້ນ ຫຼື ບາງເທື່ອເຮັດໃຫ້ເຮືອບໍ່ສາມາດເຄື່ອນໄຫວໄດ້ ຕາມທັມຊາດ ແລະ ຊາວບ້ານທີ່ອາໃສແຄມຂອງແທບຈະຢ່າງຂ້າມນ້ຳຂອງໄດ້ ເພາະສະນັ້ນ ການສ້າງເຂື່ອນບໍ່ໄດ້ກະທົບເພາະ ຄວາມເປັນຢູ່ຂອງຊາວບ້ານ ແຕ່ຍັງກະທົບເຖິງເສັ້ນທາງເຂດຊາຍແດນ ແລະ ເກາະດອນຕ່າງໆ.”

ໃນ​ຂ​ະນະ​ທີ່ ເຈ້າ​ໜ້າ​ທີ່​ເມືອງ​ຊຽງ​ຄານ ແຂວງ​ເລີຍ ທີ່​ຢູ່ ກົງ​ກັນ​ຂ້າມ​ກັບ​ບ່ອນ​ທີ່​ຈະ​ສ້າງ​ເຂື່ອນ ຊະ​ນະ​ຄາມ ກໍ​ເປັນ​ຫ່ວງ ວ່າ ການ​ສ້າງ​ເຂື່ອນ​​ຊະ​ນະ​ຄາມ ຈະ​ສົ່ງ​ຜົ​ລ​ກະ​ທົບ​ຂ້າມ​ຊາຍ​ແດນ ຈົນ​ເຮັດ​ໃຫ້​ເກີດ​ບັນ​ຫາ ​ຕໍ່​ເຣື່ອງ​ຄວາມ​ສຳ​ພັນ. ທ່ານ ທາ​ຣິ​ຕ ທະ​ນະ​ພັ​ດ​ນົບ​ພົ​ລ ຫົວ​ໜ້າ​ຝ່າຍ​ຄວາມ​ໝັ້ນ​ຄົງ​ເມືອງ​ຊຽງ​ຄານ ໄດ້​ກ່າວ​ວ່າ:

“​ເຣື່ອງນຶ່ງທີ່ຄວນຄໍນຶງ ກໍຄື ເຣື່ອງຂອງຄວາມສຳພັນ ລະຫວ່າງ ປະເທດເມືອງຊຽງຄານ ແຂວງເລີຍ ມີຊາຍແດນຕິດກັບ ແຂວງໄຊຍະບູຣີ ແລະ ແຂວງວຽງຈັນ ດັ່ນັ້ນ ເມື່ອເຂື່ອນໂຕນີ້ສ້າງຂຶ້ນ ກໍຈະສົ່ງຜົກະທົບແນ່ນອນຕໍ່ 3 ແຂວງນີ້ ໃນຖານະເປັນຫົວໜ້າດ້ານຄວາມໝັ້ນຄົງ ມີຄວາມສຳຄັນຢ່າງຍິ່ງ ທີ່ຈະຕ້ອງມີຄວາມສຳພັນອັນດີ ກັບ ຫ້ອງວ່າການປົກຄອງເມືອງຊະນະຄາມ ແລະ ຫ້ອງການປົກຄອງເມືອງແກ່ນທ້າວ.”

ຊາວ​ບ້ານ​ທີ່​ອາ​​ຢູ່​ແຄມ​ນ້ຳ​ຂອງ ກໍ​ມີ​ຄວາມ​ກັງ​ວົນ​ກ່ຽວ​ກັບຈຳ​ນວນ​ປາ​ຫຼຸດ​ລົງ ຍ້ອນ​ການ​ສ້າງ​ເຂື່ອນ​ໃສ່​ແມ່​ນ້ຳ​ຂອງ. ຊາວ​ບ້ານ​ທີ່​ເປັນ​ເຄື່ອ​ຂ່າຍ ຈາກ​ແຂວງ​ບຶງ​ການ ໄດ້​ກ່າວ​ວ່າ:

ຂໍ້ມູນໃນການນຳເນີ ທີ່ໄດ້ເບິ່ງຜ່ານມາ ມັນໜ້ອຍ ຜົກະທົບທີ່ເກີດຂຶ້ນນີ້ ຫຼາຍອີ່ຫຼືພີ່ນ້ອງ ປະມົງປ່ຽນໄປ ປາໂຕໃຫຍ່ ທີ່ເຄີຍກີນ ກໍບໍ່ມີແລ້ວ ຊີວິດຂອງຊາວບປະມົງ ຊີວິດຂອງຊາວກະສິກອນ ກໍຫາຍໄປໝົດ ເຮົາຊິຊ່ວຍພີ່ນ້ອງ ໄດ້ຈັ່ງໃດ ມາສ້າງອາຊີບ ຫາອາຊີບເສີມໃຫ້ພີ່ນ້ອງທີ່ປາຫາຍໄປ.”

ທັງ​ສອງ​ຝ່າຍ ລາວ ແລະໄທ​ຍ ຈຳ​ເປັນ​ທີ່​ຈະ​ມີ​ການ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ ເພື່ອ​ໃຫ້​ມີ​ການ​ສ​ະ​ທ້ອນ​ບັນ​ຫາສອງ​ດ້ານ. ຊາວ​ບ້ານ​ທີ່​ເປັນ​ໂຕ​ແທນ​ເຄືອ​ຂ່າຍ​ແມ່ນ້ຳ​ຂອງ ແຂວງ​ເລີຍ ໄດ້​ກ່າວ​ວ່າ:

ການທີ່ພວກເຮົາຈະເວົ້າ ແຕ່ພຽງລຳພັງ ມັນເປັນໄປບໍ່ໄດ້ ຈະຕ້ອງເອົາປະເທດເພື່ອນບ້ານ ເຂົ້າມາເວົ້ານໍາກັນ ເພື່ອທີ່ຈະຫາຂໍ້ ສລຸບຮ່ວມກັນ ແລະຮັກສາຜົໂຍດຮ່ວມກັນ ເພື່ອທີ່ຈະໃຫ້ເກີດການພັນາ ແບບຍືນຍົງ.”

ການ​ໃຫ້​ຂໍ້​ມູນປະ​ເມີນ​ຜົ​ລ​ກະ​ທົບ​ຈາກ​ການ​ສ້າງ​ເຂື່ອນຊະ​ນ​ະ​ຄາມ ຍັງ​ເປັນ​ຂໍ້​ມູນ​ທີ່​ເກົ່າ​ຢູ່ ແລະ ບໍ່​ທັນ​ຄົບ​ຖ້ວນ ແລະ ທາງ​ຜູ້​ພັ​ທ​ນາ​ເຂື່ອນ ຈຳ​ເປັນ​ທີ່​ຈະ​ມີ​ການ​ປັບ​ປຸງ​ໃຫ້ທັນ​ສ​ະ​ພາບ​ການ. ທ່ານ ສຸ​ຣະ​ສີ ກິ​ຕ​ຕິ​ມົນ​ທົນ ເລ​ຂາ​ທິ​ການ ສຳ​ນັກຊັ​ພ​ຍາ​ກອນ​ນ້ຳ​ແຫ່ງ​ຊາດ ​ຂອງ​ໄທ​ຍ ໄດ້​ກ່າວ​ວ່າ:

ເຣີ່ມແຕ່ປີ 2019 ກໍມີການສົ່ງຂໍ້ມູນໃຫ້ກັບປະເທດໄທ ທາງພວກເຮົາກໍໄດ້ກວດເບິ່ງ ຂໍ້ມູນທີ່ໄດ້ເຮັດການສຶກສາຜົກະທົບສິ່ງແວດລ້ອມຕ່າງໆ ພວກເຮົາກໍຢືນຢັນໄປວ່າ ຂໍ້ມູນທີ່ໄດ້ມາຍັງບໍ່ທັນຄົບຖ້ວນ ຍັງບໍ່ມີຄວາມຊັດເຈນໃນບາງເຣື່ອງ ເຮົາຕ້ອງຂໍໃຫ້ເພີ່ມຂໍ້ມູນໃຫ້ເຮົາ.”

ປັດ​ຈຸ​ບັນ ຂບວນ​ການ​ປຶກ​ສາ​ຫາ​ລືລ່ວງ​ໜ້າ ຫຼື PNPC ຂອງ​ໂຄງ​ການ​ເຂື່ອນ​ຊະ​ນະ​ຄາມ ຍັງ​ບໍ່​ທັນ​ສໍ​າ​ເລັດ ແລະ ຍັງ​ບໍ່​ທັນ​ຮູ້​ກຳ​ນົດ​ວ່າ​ຈະ​ສຳ​ເລັດ​ເມື່ອ​ໃດ  ຍ້ອນ​ຜົ​ລ​ກະ​ທົບ​ຈາກ​ການແຜ່​ຣະ​ບາດ​ຂອງ​ໂຄວິດ-19 ໄດ້​ຮັດ​ໃຫ້​ຂັ້ນ​ຕອນ ດັ່ງ​ກ່າວ​ມີ​ຄວາມ​ຊັກ​ຊ້າ ແຕ່ ຕາມ​ແຜນ​ ການກໍ່​ສ້າງ​ເຂື່ອນ​ໃຫ້​ສຳ​ເລັດ​ໃນ​ປີ 2028. ໂຄງ​ການ​ເຂື່ອນ​ ຊະ​ນະ​ຄາມມີ​ກຳ​ລັງ​ການ​ຜ​ລິດ 684 ເມ​ກາ​ວັດ ພັ​ທ​ນາ ໂດຍ ບໍ​ຣິ​ສັດ Datang (Lao) Sanakham Hyrdopower ຊຶ່ງ​ເປັນ​ບໍ​ຣິ​ສັດ ຍ່ອຍ​ຂອງ ບໍ​ຣິ​ສັດ Datang International Power Generation ຂອງ​ຈີ​ນ ຊຶ່ງ​ມີ​ມູນ​ຄ່າ​ການກໍ່​ສ້າງປະ​ມານ 2 ຕື້​ໂດ​ລາຣ໌.

ອີງ​ຕາມ​ການ​ຣາຍ​ງານ ​ຜົ​ລ​ກະ​ທົບ​ສິ່ງ​ແວດ​ລ້ອມ ແລະສັງ​ຄົມ ຂອງ​ໂຄງ​ການ​ເຂື່ອນ ຊະ​ນະ​ຄາມ, ປະ​ຊາ​ຊົນ 267 ຄອບ​ຄົວ ຫຼື 1,127 ຄົນ ຢູ່ 3 ບ້ານ ຄື ບ້ານ ດອນ​ໂຊກ ເມືອງ​ຊະ​ນະ​ຄາມ ແຂວງວຽງ​ຈັນ ມີ​ຈຳ​ນວນ 36 ຄອບ​ຄົວ, ບ້ານຫ້ວຍ​ລ້າ 81 ຄອບ​ຄົວ ແລະບ້ານແຄ ມີ 150 ຄອບ​ຄົວ ທັງ​ 2 ນີ້ ຂຶ້ນ​ກັບ ເມືອງ​ແກ່ນທ້າວ. ທັງ 3 ບ້ານດັ່ງ​ກ່າວ ຈະ​ໄດ້​ຮັບ​ຜົ​ລ​ກະ​ທົບ 100 ເປີ​ຣ໌ເຊັນ. ສ່ວນ​ບ້ານ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ​ບາງ​ສ່ວນ ໂດຍ​ຈະ​ມີ​ບາງ​ຄອບ​ຄົວທີ່​ຖືກ​ຍົກ​ຍ້າຍ ຫຼື​ເສັຽ​ທີ່​ດິນ ຈຳ​ນວນ 354 ຄອບ​ຄົວ ປະ​ກອບ​ມີ:

  • ເມືອງ​ຊະ​ນະ​ຄາມ ແຂວງວຽງ​ຈັນ ມີ 4 ບ້ານ ຄື ບ້ານດອນ​ພຸງ ມີ 40 ຄອບ​ຄົວ, ບ້ານໃໝ່​ປາກ​ທູນ 54 ຄອບ​ຄົວ, ບ້ານ​ຫ້ວຍ​ເຕົ່າ 56 ຄອບ​ຄົວ ແລະ ບ້ານ ໂຄກ​ເຂົ້າ​ດໍ 6 ຄອບ​ຄົວ.
  • ເມືອງ​ແກ່ນ​ທ້າວ ແຂວງ​ໄຊ​ຍະ​ບູ​ຣີ ມີ 3 ບ້ານ ຄື ບ້ານດອນ​ເມນ 120 ຄອບ​ຄົວ, ບ້ານ​ນາ​ຄຳ 19 ຄອບ​ຄົວ, ບ້ານດອນ​ສັ້ງ 17 ຄອບ​ຄົວ.
  • ເມືອງ​ປາກ​ລາຍ ແຂວງ​ໄຊ​ຍະ​ບູ​ຣີ ມີ 3 ບ້ານ ຄື ບ້ານ​ບຸ່ງ​ມາ 10 ຄອບ​ຄົວ, ບ້ານ​ແກ້ງເສົາ 29 ຄອບ​ຄົວ ແລະ ບ້ານ​ນາ​ສັກ 3 ຄອບ​ຄົວ.
2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org