ແມ່ນ້ຳຂອງກໍາລັງຊຸດໂຊມ

ສະພາບ ແມ່ນ້ຳຂອງ ປ່ຽນແປງ ໄປ; ຣະດັບ ນ້ຳ ຂຶ້ນ-ລົງ ຜິດ ປົກກະຕິ; ນໍ້າຂອງ ເປິເປື້ອນ ຍ້ອນ ສວນກ້ວຍ ຂອງ ຈີນ ທີ່ ໃຊ້ ເຄມີ; ການ ປູກຝັງ ລຽບ ແຄມຂອງ ແລະ ລ້ຽງປາ ກະຊັງ ກໍມີ ຜົນ ກະທົບ.

ຊາວລຸ່ມ ແມ່ນໍ້າຂອງ ທັງລາວແລະໄທ ທີ່ຖືວ່າ ແມ່ນໍ້າຂອງ ເປັນແມ່ນໍ້າ ສັກສິດ ທີ່ຊ່ວຍອູ້ມຊູ ລ້ຽງດູ ລູກບ້ານຫຼານເມືອງ ມາຊົ່ວຫຼາຍ ເຊັ່ນຄົນ. international-river

ສະພາບ ແມ່ນ້ຳຂອງ ປ່ຽນແປງ ໄປ; ຣະດັບ ນ້ຳ ຂຶ້ນ-ລົງ  ຜິດ ປົກກະຕິ; ນໍ້າຂອງ ເປິເປື້ອນ ຍ້ອນ ສວນກ້ວຍ ຂອງ ຈີນ ທີ່ ໃຊ້ ເຄມີ; ການ ປູກຝັງ ລຽບ ແຄມຂອງ ແລະ ລ້ຽງປາ ກະຊັງ ກໍມີ ຜົນ ກະທົບ.

ເມື່ອ ວັນທີ 12 ເດືອນ ມິນາ ເຈົ້າໜ້າທີ່ ອົງການ ຮັກສາ ສິ່ງ ແວດລ້ອມ ຕາມລຳ ແມ່ນ້ຳຂອງ ຂອງໄທ ໄດ້ພາ ນັກຂ່າວ ຂີ່ເຮືອ ເລາະ ລົງ ຕາມ ລຳ ນ້ຳຂອງ ຈາກ ເມືອງ ຊຽງແສນ ລົງໄປ ເຖິງ ເມືອງ ຊຽງຂອງ ແຂວງ ຊຽງຮາຍ ຂອງໄທ ຈຶ່ງ ສັງເກດ ເຫັນວ່າ ຣະດັບ ນໍ້າຂອງ ບົກລົງ ແທກ ໄດ້ພຽງ 2 ແມັດ ແລະ 34 ຊັງຕິ ແມັດ ຫລຸດຈາກ 2 ແມັດ 62 ຊັງຕິແມັດ ໃນ 4 ມື້ ກ່ອນ ແລະ ມີຜົນ ກະທົບ ຕໍ່ການ ເດີນເຮືອ ແລະ ຫາປາ.

ໃນຂນະ ດຽວກັນ ທ່ານ ນິວັດ ຮ້ອຍແກ້ວ ຜູ້ ຕາງໜ້າ ອົງການ ຮັກສາ ທັມມະຊາດ ແລະ ວັທນະທັມ ລຸ່ມ ແມ່ນ້ຳຂອງ-ລ້ານນາ ກ່າວວ່າ ການໄປ ສັງເກດການ ເທື່ອນີ້ ໄດ້ເຫັນ ພື້ນທີ່ ຍາວ ເຖິງ 20 ກິໂລແມັດ ຕາມລຳ ແມ່ນ້ຳຂອງ ໃນ ຝັ່ງລາວ ກໍມີ ສວນກ້ວຍ ຫອມ ຂອງຈີນ ທີ່ໃຊ້ ສານເຄມີ ຈົນ ເຮັດໃຫ້ ນ້ຳຂອງ ເປັນ ອັນຕະຣາຍ ຕໍ່ການ ປູກຜັກ ລຽບຕາມ ແຄມຂອງ ແລະ ການລ້ຽງ ປາ ກະຊັງ. ຊາວບ້ານ ບໍ່ກ້າໃຊ້ ນໍ້າຂອງ ຮວມທັງ ຫ້ວຍ ໜອງ ຄອງບຶງ ອາບ ແລະ ກິນ ໄດ້.

ທ່ານ ນິວັດ ຮ້ອຍແກ້ວ ອະທິບາຍ ວ່າ ນອກຈາກ ນັ້ນ ການດູດຊາຍ ການສ້າງ ເຂື່ອນ ໄຟຟ້າ ແລະ ການທຳຣາຍ ແກ໊ງ ກໍໄດ້ ທຳຣາຍ ສະບົບ ນິເວດ ວິທຍາ ຕາມລຳ ແມ່ນ້ຳຂອງ. ແມ້ແຕ່ ໄຄຫິນ ຊຶ່ງ ເປັນ ອາຫານ ຂອງ ຊາວລາວ ແລະ ໄທ ກໍ ຈະດັບສູນ ໄປ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org