ເຈຣະຈາ ເງື່ອນໄຂ ຮັບຊື້ໄຟຟ້າ ເຂື່ອນປາກລາຍ

ບໍຣິສັດ ຮ່ວມທຶນໄທຍ-ຈີນ ຈະດໍາເນີນ ການເຈຣະຈາ ຣາຍລະອຽດ ເງື່ອນໄຂ ແລະລົງນາມ ເຊັນສັນຍາ ໃນການຮັບຊື້ ໄຟຟ້າ ຈາກເຂື່ອນ ປາກລາຍ ຮ່ວມກັບ ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ພາຍໃນ ປີ 2022 ນີ້.

ສະພາບແມ່ນ້ຳຂອງແຫ້ງ ຢູ່ເຂດບ້ານປາກມີ້ ເມືອງຊະນະຄາມ ແຂວງວຽງຈັນ, ວັນທີ 12 ມົກກະຣາ 2022. RFA

ບໍຣິສັດ ເກິຟ ເອັນເນີຈີ ດີເວລເລີຟເມັ້ນ ຫຼື GULF ປະໄທຍ ແລະ ບໍຣິສັດ Sinohydro Holding ຊຶ່ງເປັນບໍຣິສັດລູກ ຂອງບໍຣິສັດ ຣັຖວິສາຫະກິຈ ໄຟຟ້າຈີນ ຫຼື Power Construction Corporation of China ໄດ້ຮ່ວມກັນລົງນາມບັນທຶກຄວາມເຂົ້າໃຈ ການຮັບຊື້ໄຟຟ້າ ຫຼື Tariff MOU ສໍາລັບໂຄງການເຂື່ອນໄຟຟ້າປາກລາຍ ກັບການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ ຫຼື EGAT.

ຊຶ່ງບໍຣິສັດຮ່ວມທຶນໄທຍ-ຈີນ ຈະດໍາເນີນການເຈຣະຈາຣາຍລະອຽດເງື່ອນໄຂ ແລະລົງນາມເຊັນສັນຍາຊື້ຂາຍໄຟຟ້າ ຫຼື (PPA) ຮ່ວມກັບ ການໄຟຟ້າຝ່າຍຜລິດແຫ່ງປະເທດໄທຍ ພາຍໃນປີ 2022 ນີ້.

ດັ່ງເຈົ້າໜ້າທີ່ ບໍຣິສັດ ເກິຟ ເອັນເນີຈີ ດີເວລເລີຟເມັ້ນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 25 ມົກກະຣາ ນີ້ວ່າ:

“ທ່ານເວົ້າວ່າ ມັນຍັງບໍ່ແມ່ນສັນຍາຊື້-ຂາຍໄຟຟ້າ ມັນເປັນພຽງ Tariff MOU ຄືເປັນສັນຍາຄວາມເຂົ້າໃຈ ດຽວຕໍ່ໄປ EGAT ຈະຮັບຊື້ໄຟຟ້າຈາກໂຄງການນີ້ ໃນອັດຕຣາຄ່າໄຟທີ່ກໍານົດໄວ້, PPA ຄືຄາດການກັນໄວ້ວ່າ ໜ້າຈະບໍ່ເກີນປີນີ້.”

ຍານາງກ່າວຕື່ມວ່າ ໃນບັນທຶກຄວາມເຂົ້າໃຈ ການຮັບຊື້ໄຟຟ້າ ຫຼື Tariff MOU ລະບຸວ່າ ການໄຟຟ້າຝ່າຍຜລິດແຫ່ງປະເທດໄທຍ ຈະເປັນຜູ້ຮັບຊື້ໄຟຟ້າ ຈາກໂຄງການເຂື່ອນໄຟຟ້າປາກລາຍ.

ກ່ຽວກັບເຣື່ອງນີ້ ທ່ານວິທູນ ເພີ່ມພົງສາຈະເລີນ ເຄືອຂ່າຍພະລັງງານ ແລະນິເວດວິທຍາ ແມ່ນໍ້າຂອງ ຫຼື Meetnet ປະເທດໄທຍ ກ່າວວ່າ ການໄຟຟ້າຝ່າຍຜລິດ ແຫ່ງປະເທດໄທຍ ບໍ່ມີຄວາມຈໍາເປັນໃດໆ ທີ່ຈະເຊັນສັນຍາຊື້ຂາຍ ໄຟຟ້າ ຈາກເຂື່ອນ ໄຟຟ້າປາກລາຍ ແລະບັນດາເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ເນື່ອງຈາກປະຣິມານໄຟຟ້າ ສໍາຮອງ ພາຍໃນປະເທດ ສູງເຖິງ 37% ຈາກທີ່ກໍານົດໄວ້ 15%.

ຂໍ້ອ້າງຂອງບໍຣິສັດຜູ້ລົງທຶນ ໃນເຂື່ອນໄຟຟ້າ ມັກຈະບອກວ່າ ເຂື່ອນໄຟຟ້າພະລັງງານນໍ້າ ເປັນພະລັງງານສະອາດ ແຕ່ໃນຄວາມເປັນຈິງແລ້ວ ການສ້າງເຂື່ອນໄຟຟ້າຂນາດໃຫຍ່ ຄວນຈະຄໍານຶງເຖິງ ເຣື່ອງການປ່ຽນແປງຂອງສະພາບດິນຟ້າອາກາດ ຫຼື Climate Change ແລະການຫຼຸດການປ່ອຍກ໊າສເຮືອນແກ້ວ ຫຼື Decarbonization ນໍາດ້ວຍ.

ດັ່ງທ່ານ ວິທູນ ເພີ່ມພົງສາຈະເລີນ ເຄືອຂ່າຍພະລັງງານ ແລະນິເວດວິທຍາແມ່ນໍ້າຂອງ ປະເທດໄທຍ ກ່າວວ່າ:

ທ່ານເວົ້າວ່າ ກຸ່ມທຶນທີ່ເຂົ້າໄປ ໂດຍສະເພາະ ເກິຟ ເຂົາມີອິດທິພົນ ທີ່ຈະສາມາດ ດັນໂຄງການພວກນີ້ ເຂົ້າໄປໄດ້ ປ່ອຍໄປຕາມອິດທິພົນ ແຮງຜັກດັນຂອງຜົລປະໂຫຍດ ເຣື່ອງທັງຫຼາຍທັງປວງນີ້ ຄົນທີ່ໄດ້ ກະຄື ເກິຟ ມັນບໍ່ຄວນຈະມີໂຄງການເຫຼົ່ານີ້ ໃນໄລຍະນີ້ ເຮົາ ​(ໄທຍ) ເຮົາກະມີໄຟຟ້າເຫຼືອເປັນຈໍານວນຫຼາຍ ທີ່ຍັງແກ້ໄຂບໍ່ໄດ້.

ຂະນະທີ່ ກຸ່ມຮັກຊຽງຂອງປະເທດໄທຍ ກ່າວວ່າ ຮຽກຮ້ອງໃຫ້ຣັຖບານໄທຍ ແລະການໄຟຟ້າຝ່າຍຜລິດແຫ່ງປະເທດໄທຍ ທົບທວນສັນຍາການຊື້ຂາຍໄຟຟ້າ ຈາກໂຄງການເຂື່ອນໄຟຟ້າ ປາກລາຍຄືນໃໝ່ ໂດຍໃຫ້ຄໍານຶງເຖິງ ຜົລກະທົບຕໍ່ລະບົບນິເວດແມ່ນໍ້າຂອງ ແລະປະຊາຊົນລຸ່ມນໍ້າຂອງ ທີ່ຍັງຕ້ອງເພິງພາອາສັຍແມ່ນໍ້າຂອງ ໃນການດໍາລົງຊີວິດ ແລະແມ່ນໍ້າຂອງ ແມ່ນແມ່ນໍ້າສາກົລ ທີ່ເປັນແຫຼ່ງສະບຽງອາຫານສໍາຄັນ ໃຫ້ກັບປະຊາຊົນລາວ ໄທຍ ກັມພູຊາ ແລະວຽດນາມ.

ດັ່ງຕາງໜ້າ ກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທຍ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 25 ມົກກະຣານີ້ວ່າ:

“ຄືທີ່ຜ່ານມາ ບໍ່ວ່າຈະເປັນຂບວນການຮັບຟັງຄວາມຄິດເຫັນລ່ວງໜ້າ ຫຼື (PNPCA) ກະເປັນພຽງພິທີກັມ ເຮັດແລ້ວໆ ກະສາມາດສ້າງເຂື່ອນໄດ້ ມັນບໍ່ໄດ້ເສາະສະແຫວງຫາຄວາມຈິງ ຂໍ້ແທ້ຈິງ ເຊັ່ນ ໄລຍະທີ່ຜ່ານມາ ເຮົາກະບອກແລ້ວວ່າ ປາມັນຫຼຸດລົງ ລະບົບນິເວດ ມັນປ່ຽນແປງ ເພາະລະດັບນໍ້າມັນບໍ່ຄົງທີ່ ຊຶ່ງເຂື່ອນຈະສ້າງຕໍ່ໄປ ມັນກໍຕ້ອງໄດ້ທົບທວນ.”

ສ່ວນຄວາມຄືບໜ້າ ຂອງໂຄງການເຂື່ອນໄຟຟ້າປາກລາຍ ມາຮອດປັດຈຸບັນ ບໍຣິສັດ Sinohydro Holding ຂອງຈີນ ໄດ້ເຂົ້າໄປກະຕຣຽມພື້ນທີ່ ແຕ່ປີ 2021 ແລ້ວ ເພື່ອດໍາເນີນການພັທນາ ໂຄງຮ່າງພື້ນຖານທີ່ຈໍາເປັນ ເຊັ່ນ: ຖນົນຫົນທາງ, ໄຟຟ້າ ແລະກໍ່ສ້າງແຄ້ມຄົນງານ ເພື່ອຕຣຽມພ້ອມຈະດໍາເນີນການກໍ່ສ້າງທັນທີ ເມື່ອມີການເຊັນສັນຊາຊື້ໄຟຟ້າຢ່າງເປັນທາງການ.

ດັ່ງເຈົ້າໜ້າທີ່ ກະຊວງພະລັງງານແລະບໍ່ແຮ່ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 25 ມົກກະຣາ ນີ້ວ່າ:

ຖືວ່າ ປັດຈຸບັນນີ້ ນໍ້າຂອງປາກລາຍ ຂະເຈົ້າສຸມໃສ່ ຂະເຈົ້າເລີ່ມລົງມື ກະຕຣຽມລ່ວງໜ້າ ເຣື່ອງເຮັດເສັ້ນທາງ ເຮັດແຄ້ມຕ່າງໆນີ້ແຫຼະ.”

ຂະນະທີ່ ວຽກງານການຈັດສັນທີ່ດິນ ແລະໂຍກຍ້າຍຊາວບ້ານອອກຈາກພື້ນທີ່ ຈາກຜົລກະທົບ ຂອງໂຄງການເຂື່ອນໄຟຟ້າປາກລາຍ ໃນແຂວງໄຊຍະບູຣີ ແລະແຂວງວຽງຈັນນັ້ນ ທາງເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ກໍພວມເລີ່ມສໍາຣວດເນື້ອທີ່ຍັງບໍ່ທັນສໍາເຣັດ ແລະເຫັນວ່າ ມີຂໍ້ຫຍຸ້ງຍາກໃນເຣື່ອງທີ່ດິນຫຼາຍທີ່ສຸດ ເພາະຂ້ອນຂ້າງຫາຍາກ.

ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 25 ມົກກະຣາ ນີ້ວ່າ:

ແຕ່ວ່າຂັ້ນຕອນການໂຍກຍ້າຍນີ້ ແມ່ນພວກກະສິກັມນິ່ ເຂົາກະໄປຢູ່ ມັນມີ 2 ແຂວງໄດ໋ ອັນນີ້ມັນຢູ່ແຂວງວຽງຈັນແດ່ເດ້ ດິນດອນກໍໜ້າຈະມີ ຊິເປັນພູເປັນຜາຫັ້ນແຫຼ້ວ ແລ້ວບາງບ່ອນກະເປັນພູພຽງ.”

ອີງຕາມຣາຍງານ ການປະເມີນຜົລກະທົບຕໍ່ສິ່ງແວດລ້ອມແລະສັງຄົມ ລະບຸວ່າ ເຂື່ອນໄຟຟ້າປາກລາຍ ຈະສົ່ງຜົລກະທົບຕໍ່ຊາວບ້ານ 2 ເມືອງ, 2 ແຂວງ ຈໍານວນ 8 ບ້ານ, 993 ຄອບຄົວ ຮວມພົລເມືອງ 4,800 ປາຍຄົນ ທີ່ຈະຕ້ອງສູນເສັຍທີ່ດິນ ຮວມທັງໝົດປະມານ 3,500 ປາຍເຮັກຕ້າຣ໌ ແລະຈະຖືກໂຍກຍ້າຍອອກຈາກພື້ນທີ່ ເພື່ອໄປຢູ່ບ່ອນຈັດສັນໃໝ່ ດັ່ງນີ້:

ເມືອງປາຍກລາຍ ແຂວງໄຊຍະບູຣີ ມີ 3 ບ້ານ ປະກອບມີ ບ້ານປາກຕຸງ ຈໍານວນ 147 ຄອບຄົວ, ບ້ານໜອງໄຄ້ ຈໍານວນ 93 ຄອບຄົວ ແລະບ້ານຜາລຽບ ຈໍານວນ 136 ຄອບຄົວ.

ເມືງອແມດ ແຂວງວຽງຈັນ ມີ 5 ບ້ານ ປະກອບມີ ບ້ານປາກຍັນ ຈໍານວນ 82 ຄອບຄົວ, ບ້ານປາກແຜນ ຈໍານວນ 106 ຄອບຄົວ, ບ້ານດອນຊາຍງາມ ຈໍານວນ 52 ຄອບຄົວ, ບ້ານເມືອງຄີ ຈໍານວນ 249 ຄອບຄົວ ແລະບ້ານນາອຸດົມໃຕ້ ຈໍານວນ 128 ຄອບຄົວ.

ເຂື່ອນໄຟຟ້າປາກລາຍ ແມ່ນເປັນ 1 ໃນ 11 ເຂື່ອນ ທີ່ຈະກໍ່ສ້າງໃສ່ແມ່ນໍ້າຂອງຕອນລຸ່ມ ມີກໍາລັງການຜລິດ 770 ເມກາວັດ ມີລັກສະນະເປັນເຂື່ອນແບບນໍ້າໄຫຼຜ່ານ ຫຼື Run-Of-River ຄືກັບເຂື່ອນໄຊຍະບູຣີ ແລະເຂື່ອນອື່ນໆໃນແມ່ນໍ້າຂອງ ຊຶ່ງຄາດວ່າ ຈະເລີ່ມການກໍ່ສ້າງໃນປີ 2022 ນີ້ ໂດຍບໍຣິສັດ Sinohydro Holding ມີກໍານົດສ້າງສໍາເຣັດ ໃນປີ 2029 ດ້ວຍມູນຄ່າການລົງທຶນ 2,134 ລ້ານໂດລາສະຫະຣັຖ, ຢ່າງໃດກໍຕາມ ຍັງບໍ່ມີການເປີດເຜີຍໃນຣາຍລະອຽດວ່າ ໂຄງການເຂື່ອນໄຟຟ້າປາກລາຍ ຈະມີບໍຣິສັດໃດເປັນຜູ້ຮ່ວມຖືຫຸ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org