ຄົນຮ້າຍບຸກຕີຄົນ ເອົາຣົດ
ເກີດເຫດການ ຄົນຮ້າຍ ຂີ່ຣົດຈັກ ເຂົ້າມາຕີ ເຈົ້າຂອງ ເອົາຣົດຈັກ ຕາມຖນົນ ໃກ້ ກັບປ້ອມ ຕໍາຣວດ ແຂວງ ສວັນນະເຂດ.
-
ອຸ່ນແກ້ວ ສຸກສະຫວັນ
2016-04-18 -
-
-
Your browser doesn’t support HTML5 audio
ເກີດເຫດການ ມີຄົນຮ້າຍ 3 ຄົນ ບຸກຕີ ເຈົ້າຂອງຣົດ ແລ້ວ ຍາດເອົາຣົດຈັກ ຂອງ ວັຍລຸ້ນ ຢູ່ທາງ ສາມແຍກ ທາງເຂົ້າ ຄາຊິໂນ ສວັນ-ເວກັສ ຫລັກ 6 ຢູ່ໃນຕົວ ເມືອງ ແຂວງ ສວັນນະເຂດ ໃນວັນທີ 13 ເມສາ ປະມານ 7 ໂມງແລງ ຊຶ່ງ ສະຖານທີ່ ເກີດເຫດ ຫ່າງຈາກ ປ້ອມຕໍາຣວດ ປະມານ 100 ແມັດ ເທົ່ານັ້ນ.
ຜູ້ທີ່ເຫັນ ເຫດການ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນ ວັນທີ 13 ເມສາ ວ່າ: ມີ ກຸ່ມວັຍລຸ້ນ ຂີ່ຣົດ ມານໍາກັນ 6 ຄົນ ແລະ ໃນເວລາ ດຽວກັນນັ້ນ ພວກຄົນຮ້າຍ ອີກ 3 ຄົນ ກໍ ຂີ່ຣົດຈັກ ມາໃກ້. ພໍຮອດຈຸດ ເກີດເຫດ ຄົນຮ້າຍ ກໍຂີ່ຣົົດ ແຊງໜ້າ ແລ້ວ ໃຊ້ປືນສີດນໍ້າ ຕີວັຍລຸ້ນ ທັງ 6 ຄົນ ນັ້ນ ຈົນເກີດ ເຫດການ ຊົລມົນກັນ ຫລັງຈາກນັ້ນ ຄົນຮ້າຍ ກໍຍາດຊິງ ເອົາຣົດຈັກ ຂອງ ກຸ່ມວັຍລຸ້ນ ໄດ້ຄັນນຶ່ງ ແລ້ວ ຂັບໜີໄປ.
ຜູ້ເຫັນເຫດການ ກ່າວຕໍ່ ອີກວ່າ: ໃນເວລາ ທີ່ກໍາລັງ ເກີດເຫດ ເຈົ້າໜ້າທີ່ ຕໍາຣວດ ກໍນັ່ງຢູ່ ປ້ອມຍາມ ຊຶ່ງ ບໍ່ໄກຈາກ ຈຸດເກີດເຫດ ແລະ ເຈົ້າໜ້າທີ່ ຕໍາຣວດ ກໍເຫັນ ເຫດການ ແຕ່ບໍ່ເຂົ້າມາ ຣະງັບເຫດ, ແລະ ປະຊາຊົນ ກໍບໍ່ມີ ໃຜກ້າເຂົ້າ ໄປຊ່ວຍໄດ້.
ວັຍລຸ້ນ ທັງ 6 ຄົນ ທີ່ ຖືກເຄາະຮ້າຍ ໃນຄັ້ງນີ້ ມາຈາກ ບ້ານ ອຸດົມວິໄລ ແລະ ບ້ານ ໜອງເດີນ ທັງໝົດ ແມ່ນກັບມາ ຈາກຫລິ້ນ ບຸນປີໃໝ່. ບັນຫາ ການລັກ ແລະ ການປຸ້ນ ເອົາຣົດຈັກ ບໍ່ສະເພາະ ເກີດຂຶ້ນຢູ່ ແຂວງ ສວັນນະເຂດ ເທົ່ານັ້ນ ແຕ່ຢູ່ ນະຄອນຫຼວງ ວຽງຈັນ ກໍເກີດຂຶ້ນ ຫຼາຍ.
ໜັງສືພິມ ທາງການລາວ ຣາຍງານວ່າ ມີເຫດ ຣົດຈັກ ຖືກລັກ ຢູ່ ນະຄອນຫຼວງ ວຽງຈັນ ກໍຫຼາຍ ໃນປີ 2015, ມາເຖີງ ປັດຈຸບັນ ມີເຫດ ອາຊຍາກັມ ເກີດຂຶ້ນ ຢູ່ ນະຄອນຫຼວງ ວຽງຈັນ ປະມານ 3,000 ກໍຣະນີ ໃນນັ້ນ ສ່ວນຫຼາຍ ແມ່ນ ຄະດີ ລັກຣົດ.