ຜູ້ຕ້ອງສົງສັຍຈູດໂຮງງານ ຖືກສອບສວນ
ເຈົ້າໜ້າທີ່ຕໍາຣວດ ແຂວງບໍຣິຄໍາໄຊ ກໍາລັງ ດໍາເນີນ ຄະດີ ກັບ ຄົນງານ ທີ່ວາງເພີງ ໂຮງງານ ຢາງພາລາ ຂອງຈີນ ແລະ ສໍາຣວດ ຄວາມເສັຽຫາຍ.
-
ມະນີຈັນ
2020-10-05 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ຕໍາຣວດຜແນກ ສືບສວນ-ສອບສວນ ແຂວງບໍຣິຄໍາໄຊ ຜູ້ຂໍສງວນຊື່ ທ່ານກ່າວຕໍ່ RFA ໃນມື້ວັນທີ 5 ຕຸລານີ້ວ່າ ຕໍາຣວດກໍາລັງ ດໍາເນີນຄະດີ ກັບຄົນງານລາວຜູ້ນຶ່ງ ທີ່ເປັນຜູ້ວາງເພີງ ເຮັດໃຫ້ໄຟໄໝ້ ໂຮງງານ ຢາງພາລາ ຂອງບໍຣິສັດ ເກົ່າເຊີ່ນ ຂອງຈີນ ຢູ່ຣະຫວ່າງ ບ້ານທົ່ງນ້ອຍ ແລະ ບ້ານໜອງແດງ ເມືອງປາກຊັນ ໃນມື້ວັນທີ 1 ຕຸລານີ້, ໄຟໃໝ້ໂຮງງານຢູ່ປະມານ 4 ຊົ່ວໂມງ, ແຕ່ທ່ານບໍ່ສາມາດ ເປີດເຜີຍຣາຍລະອຽດ ຫລາຍໄປກວ່ານີ້ໄດ້ ຍ້ອນຍັງຢູ່ໃນຂັ້ນຕອນ ສອບສວນ ດັ່ງທີ່ທ່ານກ່າວວ່າ:
“ກະມີແຕ່ວ່າຄະດີຫັ້ນ ກະກໍາລັງດໍາເນີນຫັ້ນແຫລະ ຄົນຮ້າຍຫັ້ນ ຜູ້ເຮັດລະແມ່ນກັມກອນ ຢູ່ໃນຫັ້ນແຫລະເຮັດຫັ້ນນະ ຄົນລາວຫັ້ນແຫລະ ມັນບໍ່ມີຄວາມຣະມັດຣະວັງແດ່ ເຮັດໃຫ້ໄຟຫັ້ນລາມໃສ່ຢາງ ໃສ່ຫຍັງຫັ້ນຊື່ໆດອກ.”
ພັນໂທ ເດດ ມີໄຊ ຮອງຫົວໜ້າຫ້ອງການ ຕໍາຣວດ ຜູ້ຊີ້ນໍາວຽກງານມອດໄຟ ແຂວງບໍຣິຄໍາໄຊ ກ່າວຕໍ່ສື່ມວນຊົນແຂວງ ບໍຣິຄໍາໄຊ ວ່າ:
“ເມື່ອໄດ້ຮັບແຈ້ງເຫດ ໄດ້ຣະດົມກໍາລັງພົລ ແລະຣົດດັບເພີງ ເຂົ້າມາປະຕິບັດການ ຢ່າງຮີບດ່ວນ ແລະ ທັນເວລາ ໂດບສະເພາະແມ່ນການ ຄວບຄຸມເພີງ ບໍ່ໃຫ້ຂຍາຍຕົວເປັນບໍຣິເວນກວ້າງ. ພ້ອມດຽວກັນ ຍັງໄດ້ຈັດກໍາລັງຕໍາຣວດຈະລາຈອນ ເພື່ອອໍານວຍຄວາມສະດວກ ລະບາຍ ການສັນຈອນ ຢູ່ເສັ້ນທາງຕໍ່ໜ້າໂຮງງານ ໃຫ້ມີຄວາມປອດພັຍ, ມາຮອດເວລາ 15:00 ໂມງ ຍັງບໍ່ທັນສາມາດມອດໄຟ ໄດ້ໝົດເທື່ອ.”
RFA ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ຕໍາຣວດ ດັບເພີງແຂວງບໍຣິຄໍາໄຊ ເພື່ອຂໍຮູ້ຣາຍລະອຽດ ແຕ່ເຈົ້າໜ້າທີ່ບໍ່ສະດວກ ທີ່ຈະໃຫ້ສັມພາດ, ໃຫ້ເຮັດ ເອກສານເຂົ້າໄປພົວພັນ.
ໃນຂນະດຽວກັນ ເຈົ້າໜ້າທີ່ທາງການແຂວງ ບໍຣິຄໍາໄຊ ກໍກໍາລັງລົງພື້ນທີ່ ຮິບໂຮມຂໍ້ມູລ ແລະປະເມີນມູລຄ່າຄວາມເສັຽຫາຍ ຂອງໂຮງງານ, ຍັງບໍ່ສາມາດປະເມີນ ມູລຄ່າຄວາມເສັຽຫາຍ ນັ້ນໄດ້ເທື່ອ, ໄຟໄໝ້ ເກືອບໝົດໂຮງງານ ແລະເປັນເຫດໄຟໄໝ້ ຄັ້ງຮຸນແຮງຢູ່ ເມືອງປາກຊັນ, ດັ່ງເຈົ້າໜ້າທີ່ ຄະນະຮັບຜິດຊອບ ກ່ຽວກັບເຣື່ອງນີ້ ຜູ້ຂໍສງວນຊື່ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ:
“ໂອ໊ ໂຕນີ້ຫັ້ນໄທເຮົາ ກໍາລັງສິໄປເອົາຂໍ້ມູຸລ ນໍາເຈົ້າໜ້າທີ່ ເພາະວ່າໄທເຮົາ ກະຍັງບໍ່ສາມາດປະເມີນໄດ້ ຕ້ອງໄດ້ມອບໃຫ້ເບື້ອງເຈົ້າໜ້າທີ່ ຂອງຣັຖເຮົາຫັ້ນ ເຂົ້າໄປເກັບກໍາຂໍ້ມູລ. ແຕ່ເບື້ອງໄທເຮົາແທ້ ຢູ່ເບື້ອງຫຼັງ ບໍ່ທັນໃຫ້ຂໍ້ມູລຫຍັງ ເພາະວ່າບາງຂໍ້ມູລ ເຮົາຍັງບໍ່ທັນສາມາດ ຣາຍງານຕໍ່ເອກຊົນ ຫລື ວ່າເບື້ອງຣັຖຊາບ ເພາະວ່າຂໍ້ມູລໂຕຈິງ ມັນບໍ່ທັນໄດ້ອອກມາ.”
ທ່ານກ່າວຕື່ມວ່າ ໂຮງງານຢາງພາລາ ຂອງບໍຣິສັດ ເກົ່າເຊີ່ນ ຂອງຈີນ ໄດ້ເຂົ້າມາລົງທຶນຢູ່ ເມືອງ ປາກຊັນ ຕັ້ງແຕ່ປີ 2015 ເປັນຕົ້ນມາ, ເນື້ອທີ່ເຂດໂຮງງານ ມີທັງໝົດປະມານ 2 ເຮັກຕາ, ໃຊ້ເງິນລົງທຶນ ປະມານ 1 ລ້ານ 2 ແສນໂດລາ ສະຫະຣັຖ. ໂຮງງານນີ້ ໄດ້ເລາະຊື້ ນໍ້າຢາງພາລາ ທັງຢູ່ພາຍໃນແຂວງ ບໍຣິຄໍາໄຊ ແລະແຂວງໃກ້ຄຽງ ມາຜລິດເປັນຢາງພາລາ ສໍາເຣັດຮູບ ເພື່ອສົ່ງອອກ ໄປຂາຍຢູ່ ປະເທດ ຈີນ.
ຊາວບ້ານຜູ້ນຶ່ງ ຜູ້ຂໍບໍ່ອອກຊື່ ທີ່ໄປເບິ່ງເຈົ້າໜ້າທີ່ ມອດໄຟ ເວົ້າຕໍ່ RFA ໃນມື້ວັນທີ 5 ຕຸລາ ນີ້ວ່າ ໄຟໄໝ້ນັ້ນໄດ້ເກີດຂຶ້ນ ເວລາ 11 ໂມງ 30 ນາທີ ແລະ ເຈົ້າໜ້າທີ່ດັບເພີງ ສາມາດຄວບຄຸມເພີງໄດ້ ໃນເວລາ ປະມານ 15:00 ໂມງ ຫລັງຈາກໄຟໄໝ້ມາໄດ້ປະມານ 4 ຊົ່ວໂມງ ແຕ່ບໍ່ເຫັນຜູ້ໃດໄດ້ຮັບບາດເຈັບ ດັ່ງທີ່ທ່ານກ່າວວ່າ:
“ໂອ໋ ດົນເຕີບແຫລະແຕ່ 11 ໂມງເຄິ່ງຈົນ ຮອດ 2-3 ໂມງພຸ້ນໃດ໋ ເຂົາມອດໄດ້ນະ ພວກມອດໄຟນີ໋ ເຂົາໄດ້ພາຣົດດັບເພີງ ມາມອດຫຍັງ ເພິ່ນກໍໃຫ້ເບິ່ງ ກະໃຫ້ເຂົ້າໄປຫລາຍຄົນ ຢູ່ມື້ນັ້ນ ອ້າຍບໍ່ໄດ້ເຂົ້າໄປໃນ ພຸ້ນ ອ້າຍຢູ່ນອກພີ້.”
ແລະ ພະນັກງານ ຂອງໂຮງງານຈີນຄົນນຶ່ງ ທີ່ຂໍບໍ່ອອກຊື່ ແລະສຽງເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ໃນຕອນເຊົ້າເວລາ 11:00 ໂມງປາຍ ໄດ້ເກີດໄຟໄໝ້ ຢູ່ບໍຣິເວນເຕົາອົບຢາງພາລາ, ເມື່ອຕົນເຫັນຄັວນ ກໍແລ່ນລົງມາເບິ່ງ ກໍພົບວ່າໄຟໄດ້ລຸກໄໝ້ ໄປທົ່ວໂຮງງານແລ້ວ ດັ່ງນັ້ນ ຈຶ່ງໄດ້ແລ່ນອອກໄປ ບ່ອນທີ່ປອດພັຍ ແລະໂທຣະສັບໄປຫາ ເຈົ້າໜ້າທີ່ ຕໍາຣວດດັບເພີງ, ເຈົ້າໜ້າທີ່ມາຮອດໂຮງງານ ແລະ ໄດ້ດັບເພີງ. ແລະວ່າ ກ່ຽວກັບຂໍ້ມູນ ຄົນງານ ທີ່ຖືກຈັບໃນຂໍ້ຫາ ເປັນຕົ້ນເຫດຂອງໄຟໄໝ້ນັ້ນ ຕົນບໍ່ຮູ້ຣາຍລະອຽດ.
ຢ່າງໃດກໍຕາມ ມາຮອດປັດຈຸບັນ ທາງຄະນະຜູ້ບໍຣິຫານ ໂຮງງານຢາງພາລາ ເກົ່າເຊີ່ນ ຂອງຈີນ ຊຶ່ງສ່ວນໃຫຍ່ ເປັນຄົນຈີນ ຍັງບໍ່ທັນກັບ ເຂົ້າມາລາວ ເທື່ອນັ້ນ ຍັງບໍ່ຮູ້ວ່າ ຈະເອົາຄວາມຜິດຄົນງານລາວ ທີ່ວາງເພີງນັ້ນແນວໃດ ແລະ ມີແຜນຟື້ນຟູໂຮງງານ ຫລືບໍ່ ກໍຍັງບໍ່ຮູ້ ຄໍາຕອບເທື່ອ.
ແລະທາງເຈົ້າໜ້າທີ່ເມືອງ ປາກຊັນ ກໍຍັງບໍ່ໄດ້ຮັບການຕິດຕໍ່ ມາຈາກ ເຈົ້າຂອງໂຮງງານດັ່ງກ່າວເທື່ອ. ຄົນງານລາວທີ່ເຮັດວຽກຢູ່ໃນບໍຣິສັດ ຢາງພາລາເກົ່າເຊີ່ນຂອງຈີນ ມີທັງໝົດ 100 ປາຍຄົນ, ອີງຕາມ ຄໍາເວົ້າຂອງ ເຈົ້າໜ້າທີ່ແຂວງບໍຣິຄໍາໄຊ ຕໍ່ RFA ໃນມື້ວັນທີ 5 ຕຸລາ ນີ້.