ຫຼາຍແຂວງຢູ່ລາວ ຖືກນໍ້າຖ້ວມ ເສັຽຫາຍ

ເກີດເຫດ ນ້ຳຖ້ວມ ດິນເຈື່ອນ ຢ່າງກະທັນຫັນ ແລະ ມີຄົນເສັຽຊິວິດ 1 ຄົນ ໃນລາວ.

ເຫດການນ້ຳຖ້ວມ, ຢູ່ ແຂວງໄຊຍະບູຣີ ເມື່ອວັນທີ 13 -14 ມິຖຸນາ 2021 ນັກຂ່າວພົລເມືອງ

ໃນຣະຫວ່າງວັນທີ 13-14 ມິຖຸນາ ນີ້, ໄດ້ເກີດເຫດນ້ຳຖ້ວມ ແລະ ດິີນເຈື່ອນ ໃນຫຼາຍແຂວງຂອງລາວ ເຊັ່ນ: ແຂວງຊຽງຂວາງ, ໄຊຍະບູຣີ, ບໍ່ແກ້ວ ແລະ ວຽງຈັນ ຊຶ່ງ ໃນແຂວງ ຊຽງຂວາງ ມີຄົນເສັຽຊິວິດແລ້ວ 1 ຄົນ ຍ້ອນຖືກນ້ຳພັດ.

ກ່ຽວກັບເຣື້ອງນີ້, ຊາວບ້ານ ຢູ່ບ້ານສັນເຄັງ ເມືອງຄູນ ແຂວງຊຽງຂວາງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 14 ມິຖຸນາ ວ່າ ໃນມື້ວານນີ້ ຫມົດມື້ ຝົນຕົກລຽນຕິດເປັນເວລາ ຫລາຍຊົ່ວໂມງ ເຮັດໃຫ້ນ້ຳໃນສາຍນ້ຳເພີ້ມຂຶ້ນ ຢ່າງວ່ອງໄວ ຊາວກະສິກອນຜູ້ນຶ່ງເສັຽຊິວິດຍ້ອນ ຖືກນ້ຳພັດ ພາຍຫລັງກັບຈາກນາ:

“ມື້ວານນີ້ ຕອນເຊົ້າ ເລີ້ມຝົນຕົກມາລະ ມັນລະຕົກແຮງແຫລະເນາະ ມັນໃຊ້ເວລາຫລາຍຊົ່ວໂມງ ຫັ້ນນ່າ ກະເລີຍວ່າເຮັດໃຫ້ນ້ຳຂຶ້ນ ແລ້ວເຂົາເຈົ້້າໄປນາແລ້ວຂ້າມຂົວມາແລ້ວ ນ້ຳໄຫລຂົວໄຫລ ຊາກສົບຫາກໍໄດ້ມື້ນີ້ເດ້.”

ຊາວບ້ານທ່ານນີ້ກ່າວຕຶ່ມວ່າ ສຳລັບຜົນເສັຽຫາຍອື່ນໆ ເຊັ່ນ ເຮືອນຊານ, ຮົ້ວສວນ, ເລົ້າເຂົ້າ, ບໍ່ໄດ້ຮັບຄວາມເສັຽຫາຍຫຼາຍປານໃດ ຍ້ອນອຳນາດປົກຄອງບ້ານ ໄດ້ປ່າວເຕືອນທາງ ໂທລະໂຄ່ງ ເພຶ່ອໃຫ້ຊາວບ້ານຈັດແຈງ ເອົາສິ່ງຂອງຕ່າງໆໄປໃວ້ຢູ່ບ່ອນສູງທັນເວລາ.

ສຳລັບທົ່ງນາ ທີ່ໄດ້ດຳນາ ແລະຕົກກ້າໄປແລ້ວນັ້ນ ເຈົ້າຫນ້າທີ່ກ່ຽວຂ້ອງຄາດວ່າ ຈະເກັບຄືນໄດ້ຫລັງຈາກຣະດັບນ້ຳລົດລົງ ອີກທັງ ໃນປັດຈຸບັນ ບ້ານໃດກໍຕາມທີ່ມີເຮືອນຖືກ ນ້ຳຖ້ວມເຈົ້າຫນ້າທີ່ ພັກດັນໃຫ້ໄປຢູ່ບ່ອນສູງຫມົດແລ້ວ.

ຊາວບ້ານພິນ ເມືອງໄຊຍະບຸຣີ ແຂວງໄຊຍະບູຣີ ເວົ້າວ່າ ເມື່ອຄືນນີ້ ອຳນາດການປົກຄອງບ້ານໄດ້ ມາເຄາະປະຕູແຕ່ລະຫລັງເຮືອນ ໃຫ້ຕື່ນນອນເພື່ອອອກຈາກພື້ນທີ່ ນ້ຳຖ້ວມ ຢ່າງກະທັນຫັນ ຊື່ງໃນປັດຈຈຸບັນ ຣະດັບນ້ຳສູງເຖິງ ຊັ້ນສອງ ຂອງເຮືອນໃນຫລາຍແຫ່ງ ສ່ວນເຄື່ອງໃຊ້ຂອງສອຍຕ່າງໆ ໃນຄົວເຮືອນເສັຽຫາຍຫມົດ.

"ອັນດຽວນີ້ແລ້ວ ຮອດຊັ້ນສອງເນາະ ມັນມາບາດດຽວເລີຍນ້ຳ ກໍໄຫລຢູ່ຫັ້ນແຫລະ ແລ້ວເຂົາເຈົ້າມາເອີ້ນເອົາ ແລ້ວອອກມາເບີ່ງນ້ຳ ກໍຮອດຫນ້າບ້ານແລ້ວ ເພາະວ່າ ຕອນນີ້ ອອກເຮືອນ ມານອກນີ້ແລ້ວ.”

ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ບໍ່ພຽງແຕ່ບ້ານພິນ ຖືກນ້ຳຖ້ວມກະທັນຫັນ ເທົ່ານັ້ນ ບ້ານອື່ນໆ ຢູ່ແຄມນ້ຳຮຸ່ງ ກໍຖືກນ້ຳຖ້ວມແຮງເຫມືອນກັນ ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍສະເພາະທະຫານ ກຳລັງໄປຊ່ອຍເຫລືອຊາວບ້ານ ຜູ້ຕິດຢູ່ໃນເຮືອນໃຫ້ອອກມາໄດ້.

ເຈົ້າຫນ້າທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງບໍ່ແກ້ວ ກ່າວວ່າ ຢູ່ເມືອງຜາອຸດົມ.ກໍຖືກນ້ຳຖ້ວມກະທັນຫັນເຫມືອນກັນ ຊື່ງ ຣະດັບນ້ຳຂຶ້ນສູງຮອດແອວໄປເຖິງຫນ້າເອິກ ຢູ່ເຂດບ້ານໂພນສຸກ, ບ້ານກົງລາດ ບ້ານສົມສວ່າງ ບ້ານນາໂຮມ ແລະ ບ້ານ ວຽງພັທນາ ຊຶ່ງສະພາບເຮືອນຊານທົ່ງນາ ສິ່ງຂອງຕ່າງໆຂອງປະຊາຊົນ ເສັຽຫາຍຫລາຍຍ້ອນເກັບບໍ່ທັນ ອີກທັງເຫດນ້ຳຖ້ວມເທຶ່ອນີ້ ແຮງກວ່າປີກາຍ.

“ເຮືອນໄຫລເປັນຫລັງເນາະ ແລ້ວກະສັດສາວາສິ່ງຫັ້ນ ແລ້ວກະເຄື່ອງຂອງຢູ່ໃນເຮືອນຄົວຫັ້ນ ເຮືອນອນຫັ້ນໄຫລ ບາງຫລັງກໍບໍ່ໄດ້ ຫຍັງຈັກຢ່າງເລີຍ ບາງເຮືອນກໍຍັງໄດ້ແຕ່ເຄື່ອງນຸ່ງ ທົ່ງນານີ້ຄືນ້ຳທະເລນີ້ແຫຼະ ຝົນຕົກຫນັກວານນີ້ຫມົດມື້ເນາະ ມື້ຄືນຫມົດຄືນ ແລ້ວກໍຮອດ 5 ໂມງໄຟດັບເນີ.”

ເຈົ້າໜ້າທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງວຽງຈັນ ກ່າວວ່າ ມື້ວານນີ້ຢູ່ເມືອງວັງວຽງ ກໍຖືກນ້ຳຖ້ວມກະທັນຫັນເກີດ ຂຶ້ນທີ່ບ້ານວັງຊອງ, ບ້ານໂພນສວ່າງ, ບ້ານຫ້ວຍງາມ, ບ້ານເວີນໄຊ ແລະ ບ້ານຖ້ຳຈັງ ເຮັດໃຫ້ຂົວເຫລືອງ ຊື່ງເປັນຂົວທີ່ສຳຄັນຫັກ ສ່ວນຄວາມເສັຍຫາຍອື່ນໆນັ້ນ ແມ່ນຢູ່ໃນຂັ້ນຕອນການຮິບໂຮມຂໍ້ມູນ ຈາກເຈົ້າຫນ້າທີ່ຢູ່ ແລະ ຊາວບ້ານຕ້ອງໄດ້ຣາຍງານຄວາມ ເສັຽຫາຍ ຂອງຕົນຈາກເຫດນ້ຳຖ້ວມຄັ້ງນີ້.

“ຝົນຕົກຫນັກຄຶືກັນແຫລະ ກໍພັງຫມົດແຫລະໂຕຂົວຖ້ຳຈັງຫັ້ນນ່າ ເຮືອນຊານນີ້ກໍໃຫ້ພັງກໍບໍ່ພັງ ແບບມັນຖ້ວມມັນຍຶ່ງຂຶ້ນຫັ້ນນ່າ ດຽວນີ້ ການນຳເອົາແບບຟອມໃຫ້ ເຂົາເຈົ້າຫມົດແລ້ວ ເຂົາກໍຍັງຂົນເຄື່ອງຫນີຢູ່ນ່າ ດຽວນີ້ນ່າ.”

ທ່ານກ່າວຕື່ມວ່າ ຢູ່ເມືອງວັງວຽງ ບໍ່ມີຣາຍງານວ່າມີຜູ້ບາດເຈັບ ຫຼື ເສັຽຊີວິດແຕ່ຢ່າງໃດ ຈາກເຫດນ້ຳຖ້ວມເທື່ອນີ້ ຫລ້າສຸດຊາວບ້ານ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ກໍມີຫລາຍ ພາກສ່ວນ, ທັງພາກຣັດ ເອກກະຊົນ ແລະ ສັງຄົມ ໄດ້ສົ່ງເຄຶ່ອງຊ່ອຍເຫຼືອມາໃຫ້ ເປັນຕົ້ນເຂົ້າສານ ອາຫານແຫ້ງ ແລະ ນ້ຳດື່ມ ໃນເຂດນັ້ນແດ່ແລ້ວ.

ນອກຈາກນັ້ນ ໃນເວລາ 15 ໂມງ ຂອງວັນທີ 13 ມິຖຸນາ 2021 ຢູ່ບ້ານບ້ານນາໄລດົງ ເມືອງອາດສະພັງທອງແຂວງສວັນນະເຂດ ກໍເກີດເຫດລົມ ພະຍຸພັດເຮືອນ ຂອງຊາວບ້ານ ເສັຽຫາຍຫລາຍຫຼັງ ແຕ່ວ່າບໍ່ມີຜູ້ເສັຽຊີວິດ.

ອີງຕາມການແຈ້ງການ ຈາກຜແນກອຸຕຸນິຍົມ ແລະ ອຸຕຸນິຍົມ ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ເລກທີ 0670/ກອຕທ ນະຄອນຫຼວງວຽງຈັນ ລົງວັນທີ 11 ມິຖຸນາ 2021, ຈະມີຝົນຕົກໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ດ້ານຕະເວັນອອກລົງມາຫາ ພາກກາງ ແລະ ພາກໃຕ້ ໃນວັນທີ 12 ຫາ 14 ມິຖຸນາ, 2021. ຊື່ງອາດຈະເຮັດໃຫ້ ຝົນຕົກຫນັກ ດິນເຈື່ອນ ນ້ຳປ່າໄຫລແຮງ ໃຫ້ປະຊາຊົນ ຣະມັດຣະວັງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org