ນໍ້າຖ້ວມກະທັນຫັນຢູ່ ເມືອງລອງ ຂ.ຫຼວງນໍ້າທາ

ໃນວັນທີ 19 ກໍຣະກະດາ 2021 ນີ້, ຫຼາຍບ້ານ ຢູ່ ເມືອງລອງ ແຂວງຫຼວງນໍ້າທາ ປະສົບພັຍ ນໍ້າຖ້ວມ ກະທັນຫັນ.

ເຫຼົ່າທະຫານ ແຂວງຫຼວງນໍ້າທາ ອອກຊ່ວຍເຫຼືອ ປະຊາຊົນ ໜີນໍ້າຖ້ວມ ໃນວັນທີ 19 ກໍຣະກະດາ 2021 ຜ່ານມາ. ພາບຈາກ: ປະກາດ

ໃນວັນທີ 19 ກໍຣະກະດາ 2021 ນີ້ ໄດ້ເກີດຝົນຕົກໜັກ ຢູ່ເມືອງລອງ ແຂວງຫຼວງນໍ້າທາ ເຮັດໃຫ້ເກີດນໍ້າຖ້ວມກະທັນຫັນ, ນໍ້າໄຫຼ ເຂົ້າຖ້ວມທົ່ງນາຂອງບ້ານ ໃນເຂດບ້ານໜອງຄໍາ ຈໍານວນຫຼາຍສິບເຮັກຕ້າຣ໌. ເຊິ່ງປັດຈຸບັນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ຮັບຮູ້ເຖິງບັນຫາ ດັ່ງກ່າວແລ້ວ ແລະກໍາລັງປະເມີນມູລຄ່າ ຄວາມເສັຽຫາຍ ເພື່ອຫາທາງຊ່ອຍເຫຼືອຊາວບ້ານ ຖ້າຫາກວ່ານໍ້າບົກແຫ້ງແລ້ວ, ອີງຕາມ ຄໍາເວົ້າຂອງຊາວບ້ານ ຢູ່ບ້ານໜອງຄໍາ ຜູ້ນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ກໍຣະກະດາ ນີ້:

“ເສັຽຫາຍຖືວ່າຫຼາຍ 10 ເຮັກຕ້າຣ໌ເດ້ ທົ່ງນານີ້ ມູລຄ່າຄວາມເສັຽຫາຍ ກໍຍັງບໍ່ສາມາດປະເມີນໄດ້ເທື່ອເນາະ ຄະນະກັມການ ຊິລົງ ກວດກາໂຕຈິງຕື່ມ.”

ຊາວບ້ານຜູ້ນີ້ ເວົ້າຕື່ມວ່າ ບໍ່ແມ່ນແຕ່ບ້ານໜອງຄໍາ ທີ່ທົ່ງນາຂອງຊາວບ້ານໄດ້ຮັບຜົລກະທົບ ຍ້ອນນໍ້າຖ້ວມກະທັນຫັນເທົ່ານັ້ນ, ແຕ່ ຍັງມີບ້ານນໍ້າບັກ ແລະບ້ານທົ່ງຜາຄໍາ ກໍໄດ້ຮັບ ຜົລກະທົບຄືກັນ, ອີກທັງຢູ່ບ້ານໂຄກຫິນ ນໍ້າກໍໄຫຼເຂົ້າຖ້ວມເຮືອນ ຂອງຊາວບ້ານ ເຮັດໃຫ້ເຄື່ອງຂອງເສັຽຫາຍຈໍານວນຫຼາຍ ໃນນັ້ນມີເຮືອນ 3 ຫຼັງ ທີ່ເປ່ເພ ແລະຕ້ອງໄດ້ສ້ອມແປງຄືນ ໃໝ່ໝົດ.

ຊາວບ້ານ ບ້ານສີວິໄລ ເມືອງລອງ ຜູ້ນຶ່ງເວົ້າວ່າ ນໍ້າຖ້ວມເມືອງລອງເທື່ອນີ້ ແມ່ນໜັກໜາສາຫັດຫຼາຍ ເນື່ອງຈາກປັດຈຸບັນເສັ້ນທາງ ຫຼວງ 17B ເມືອງລອງ ຫາ ເມືອງສິງ ນັ້ນແມ່ນໄດ້ ຢຸດການສັນຈອນຊົ່ວຄາວ ເນື່ອງຈາກຝົນຕົກຕິດຕໍ່ກັນມາຫຼາຍມື້ ຕັ້ງແຕ່ວັນທີ 18 ກໍຣະກະດາ, ແຕ່ມາຕົກໜັກໃນວັນທີ 20 ກໍຣະກະດາ ແລະ ມາຮອດມື້ນີ້ ວັນທີ 21 ກໍຣະກະດາ ກໍບໍ່ມີ ທ່າທີວ່າຈະຢຸດເຊົາ, ຂນະທີ່ ປັດຈຸບັນ ເຈົ້າໜ້າທີ່ ແລະພາກສ່ວນທີ່ກ່ຽວຂ້ອງ ຮວມທັງຊາວບ້ານ ກໍໄດ້ຊ່ອຍກັນແກ້ໄຂບັນຫາ ດັ່ງກ່າວນີ້ຢູ່, ດັ່ງຊາວບ້ານຜູ້ນີ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ອັນໜັກໜາສາຫັດແທ້ໆ ກະເສັ້ນທາງ 17B ນີ້ແຫຼະ ເຂດ ເມືອງລອງ ຫາ ເມືອງສິງ ມັນພິການແຫຼະ ຊ່ວງນີ້ນ່າ ເຂົາເຈົ້າກໍາລັງ ແກ້ໄຂຢູ່ ມີຣົດຈົກຣົດຫຍັງ ກອງກໍາລັງທະຫານ ຕໍາຣວດ ໄປສົມທົບກັບປະຊາຊົນ ກໍາລັງແກ້ໄຂກັນຢູ່.”

ຊາວບ້ານ ຢູ່ບ້ານຕ໊ະ ເມືອງລອງ ເວົ້າວ່າ ປັດຈຸບັນ ກໍຍັງບໍ່ສາມາດໃຊ້ນໍ້າປະປາ ຫຼືນໍ້າຫ້ວຍໄດ້ຕາມປົກກະຕິເທື່ອ ເນື່ອງຈາກນໍ້າຍັງ ຂຸ່ນຢູ່ ຈຶ່ງໃຊ້ນໍ້າຝົນໃນການອຸປໂພກ ແລະ ບໍຣິໂພກແທນ, ອີກທັງໄຟຟ້າກໍຍັງບໍ່ສາມາດໃຊ້ງານໄດ້ຕັ້ງແຕ່ມື້ຄືນນີ້ມາ ເຊິ່ງມື້ນີ້ກໍຍັງລໍ ຖ້າເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເລັ່ງສ້ອມແປງເສົາໄຟຟ້າ ທີ່ຫັກນັ້ນຢູ່, ດັ່ງທ່ານກ່າວວ່າ:

“ມັນຝົນຕົກ ໃຊ້ນໍ້າໃນຊ່ວງນີ້ ມັນຝົນລະກະນໍ້າຫ້ວຍບາງສາຍ ທີ່ວ່າຍັງບໍ່ຂຸ່ນຫຼາຍ ຍັງໃຊ້ໄດ້ ໄຟຟ້ານີ້ ປາກົດວ່າ ເສົາຫັກຈໍານວນນຶ່ງ ແຕ່ຄໍ່າຄືນ ຂອງມື້ຄືນນີ້ມາ ຍັງບໍ່ມີໄຟຟ້າຊົມໃຊ້ ຈົນມາຮອດໃນຕອນນີ້ມາ ໄຟຟ້າຍັງບໍ່ມາເທື່ອ ກໍາລັງເລັ່ງແກ້ໄຂຢູ່ ເພາະສະພາບກໍ ບໍ່ອໍານວຍ ຝົນຕົກລິນຢູ່ເດ້.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຫ້ອງການແຮງງານ ແລະ ສວັດດີການສັງຄົມ ເມືອງລອງກ່າວວ່າ ຫຼາຍບ້ານໄດ້ຮັບຜົລກະທົບ ຈາກ ນໍ້າຖ້ວມໃນເທື່ອນີ້, ແຕ່ຍັງບໍ່ສາມາດຣະບຸຈໍານວນ ແລະມູລຄ່າຄວາມເສັຽຫາຍໄດ້ເທື່ອ, ເບື້ອງຕົ້ນ ເຈົ້າໜ້າທີ່ທະຫານ ກໍໄດ້ຣະດົມ ກໍາລັງລົງຊ່ອຍເຫຼືອຊາວບ້ານ ຂົນເຄື່ອງຂອງ, ອານາມັຍເຮືອນ ແລະແຈກຢາຍອາຫານການກິນ ບັນເທົາທຸກແລ້ວ, ດັ່ງທ່ານກ່າວ ໃນມື້ດຽວກັນນີ້ວ່າ:

“ດຽວນີ້ ກໍາລັງຊິເອົາກໍາລັງປະກອບອາວຸດ ຈຸທະຫານ ອ້າຍນ້ອງເຂົ້າມາ ກໍາລັງອະນາມັຍຊ່ວຍ, ແຕ່ວ່າແມ່ນວ່າ ດຽວນີ້ຣາຍລະອຽດ ກໍາລັງເອົາຂໍ້ມູນຢູ່ ດຽວນີ້ແມ່ນວ່າ ມີບ້ານໃດແດ່ ທີ່ວ່າເສັຽຫາຍຫຼາຍ ລະກະບ້ານໃດແດ່ ທີ່ວ່າຍັງອັນນ່່າກໍາລັງເກັບກໍາຂໍ້ມູນ.”

ທ່ານກ່າວຕື່ມວ່າ ປັດຈຸບັນ ທາງພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ໄດ້ຮັບຣາຍງານການເສັຽຊີວິດ ຍ້ອນນໍ້າຖ້ວມໃນຄັ້ງນີ້ ມີແຕ່ຣາຍງານ ຜູ້ທີ່ໄດ້ຮັບບາດເຈັບເລັກໜ້ອຍເທົ່ານັ້ນ, ອີກທັງນໍ້າຖ້ວມໃນເທື່ອນີ້ ເກີດຈາກນໍ້າມະ, ນໍ້າລອງ ແລະນໍ້າຫ້ວຍນ້ອຍ ທີ່ມາຈາກພູມາ ພົບກັນ ແລະຮວມກັບຝົນຕົກໜັກຕິດຕໍ່ກັນ 3 ມື້ ທັງເວັນທັງຄືນ ຈຶ່ງເຮັດໃຫ້ຣະດັບນໍ້າສູງ ນໍ້າຣະບາຍບໍ່ທັນ ໄຫຼເຂົ້າຖ້ວມເຮືອນ ແລະເນື້ອທີ່ທໍາການຜລິດຂອງຊາວບ້ານ.

ສໍາລັບເຫດນໍ້າຖ້ວມ ເມືອງລອງເທື່ອນີ້ ຍັງຖືວ່າ ເປັນນໍ້າຖ້ວມແບບກະທັນຫັນ ເນື່ອງຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ແຈ້ງການຜ່ານ ໂທຣະໂຄ່ງ ໃຫ້ຊາວບ້ານພາຍໃນເມືອງລອງ ມ້ຽນເຄື່ອງຂອງ ແລະອົພຍົບໄປຢູ່ບ່ອນສູງ ໃນວັນທີ 19 ກໍຣະກະດາ ເຊິ່ງເປັນວັນທີ່ ເກີດເຫດນໍ້າຖ້ວມໄປເປັນຈໍານວນນຶ່ງແລ້ວ, ອີກທັງ ເຂດບ້ານທີ່ຢູ່ຫ່າງໄກຈາກໂຕເມືອງ ເປັນຕົ້ນ: ບ້ານໂພຄໍາ ກໍບໍ່ສາມາດຕຽມໂຕ ຮັບມືກັບພະຍຸ ແລະນໍ້າຖ້ວມໄດ້ທັນ ຈຶ່ງເຮັດໃຫ້ເກີດຄວາມເສັຽຫາຍດັ່ງກ່າວຂຶ້ນ, ດັ່ງເຈົ້າໜ້າທີ່ ຫ້ອງການແຮງງານ ແລະສວັດດີການ ສັງຄົມ ເມືອງລອງ ຜູ້ດຽວກັນນີ້ ກ່່າວມ້ວນທ້າຍ.

ອີງຕາມແຈ້ງເຕືອນນໍ້າຖ້ວມຊຸ ວັນທີ 19 ຫາ 20 ກໍຣະກະດາ 2021 ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ເລຂທີ 0840/ກອຕທ ນະຄອນຫຼວງວຽງຈັນ ລົງວັນທີ 19 ກໍຣະກະດາ 2021 ກໍຣະບຸວ່າ ແຂວງຫຼວງນໍ້າທາ ຈະມີຝົນຕົກໜັກ ພ້ອມທັງມີລົມພັດແຮງ ທີ່ຈະ ເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມກະທັນຫັນ ແລະນໍ້າຖ້ວມໄຫຼຊຸແຮງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org