ພະຍຸເຂົ້າຈໍາປາສັກ ມ້າງເຮືອນ 17 ຫຼັງ

ປະຊາຊົນ ທີ່ຖືກພະຍຸ ພັດເຮືອນ ເສັຽຫາຍ ທັງໝົດ 17 ຫຼັງຄາ ເຮືອນ ຢູ່ ແຂວງຈໍາປາສັກ ຕ້ອງລໍຖ້າ ທາງການ ອະນຸມັດ ງົບປະມານ ໃນການຊ່ອຍເຫຼືອ.

ສະພາບຂອງບ້ານເຮືອນ ຢູ່ ເມືອງປະທຸມພອນ ແຂວງຈໍາປາສັກ ພາຍຫລັງພະຍຸ ຮູບພາບຈາກ : ນັກຂ່າວພົລເມືອງ

ປະຊາຊົນທີ່ໄດ້ຮັບ ຜົນກະທົບຈາກພະຍຸພັດເຮືອນເສັຽຫາຍ ທັງໝົດ 17 ຫຼັງຢູ່ແຂວງຈໍາປາສັກ ຕ້ອງລໍຖ້າທາງການອະນຸມັດ ງົບປະມານ ໃນການຊ່ອຍເຫຼືອ, ຊຶ່ງເຈົ້າໜ້າທີ່ ໄດ້ລົງກວດກາ ຄວາມເສັຽຫາຍແລ້ວພົບວ່າ 3 ບ້ານ ມີມູນຄ່າເສັຽຫາຍ ທັງໝົດ 3 ລ້ານ 7 ແສນ ປາຍກີບ ຄື: ບ້ານທົງໄຊເສັຽຫາຍ 15 ຫຼັງຄາເຮືອນ, ບ້ານໜອງເອກ 1 ຫຼັງຄາເຮືອນ ແລະບ້ານນາລາ 1 ຫຼັງຄາເຮືອນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການແຮງງານ ແລະ ສວັດດີການສັງຄົມ ເມືອງປະທຸມພອນ ທ່່ານນຶ່ງ ໃນວັນທີ່ 24 ເມສາ ນີ້:

“ພວກເຮົາປະເມີນເອົາຕັ້ງແຕ່ ພວກເສັຽຫາຍ 60 ເປີເຊັນ ຂຶ້ນໄປ ບ້ານທົງໄຊ ເສັຽຫາຍທັງໝົດມີຢູ່ 15 ຫຼັງຄາເຮືອນ, ບ້ານໜອງເອກນີ້ ມັນຖືກຫຼັງຄານຶ່ງ ບ້ານຫຼັງທີ່ສາມ ບ້ານນາລາ ມັນຖືກຫຼັງຄາ ເຮືອນນຶ່ງ ການຊ່ອຍເຫຼືອ ຕ້ອງລໍທາງຂັ້ນເທິງ ເພາະວ່າທາງເມືອງເຮົານີ້ ບໍ່ມີເງິນ ເຮົາກໍເລີຍບໍ່ໄດ້ຊ່ວຍ.”

ທ່ານກ່າວຕື່ມວ່າ ເຫດການພະຍຸພັດຖະລົ່ມ ໃນບ້ານດັ່ງກ່າວ ເກີດຂຶ້ນໃນມື້ວັນທີ່ 20 ເມສາ ຜ່ານມານີ້ ເວລາປະມານ 2 ໂມງ ມີທັງລົມ ແລະຝົນ, ຊຶ່ງລົມພະຍຸ ທີ່ຮ້າຍແຮງນັ້ນ ໄດ້ພັດເອົາຫຼັງຄາເຮືອນ, ຝາເຮືອນເພພັງເສັຽຫາຍ ໄປກັບລົມພະຍຸໝົດ. ປະຊາຊົນ ໄດ້ຊ່ອຍກັນ ເກັບຊາກເຮືອນ ທີ່ເພພັງນັ້ນ ມາຊ້ອມແຊມ ພໍໃຫ້ໄດ້ຢູ່ອາສັຍຊົ່ວຄາວ:

“ຝົນກໍບໍ່ແຮງປານໃດດອກ ມີແຕ່ລົມ ແບບວ່າລົມພາຍຸ ບາງຫຼັງມັນຍົກພັງໝົດຫຼັງ ໄມ້ກໍອອກໄປຈັ່ງນຶ່ງ ສັງກະສີກໍອອກໄປຈັ່ງນຶ່ງ ສ່ວນໃດ ທີ່ເກັບໄດ້ ເຂົາກໍເກັບມາຕໍ່ໃສ່ກັນຄືນ ຖ້າຫາກວ່າ ມັນບໍ່ພຽງພໍ ເຂົາກໍຊ່ວຍເຫຼືອກັນ ເລື່ອຍໄມ້ມາໃສ່ເປັນໄມ້ ເປັນເຄື່ອງຕອກໃສ່ ເພິ່ນກໍຊື້ ສັງກະສີມາໃສ່.”

ແລະເມື່ອວັນທີ່ 23 ເມສາ ຜ່ານມານີ້ມີລົມພະຍຸພັດຖລົ່ມ ທີ່ບ້ານນ້ຳທົນ ແລະບ້ານດອນສະຫວ່າງ ເມືອງເງິນ, ແຂວງໄຊຍະບູລີ ເຮັດໃຫ້ ຫ້ອງການບ້ານ, ໂຮງຮຽນຫຼາຍແຫ່ງເປ່ເພ ແລະບ້ານເຮືອນ ຂອງປະຊາຊົນເສັຽຫາຍ 53 ຫຼັງຄາເຮືອນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org