ເຊກອງ ອະນຸຍາດໃຫ້ເອກະຊົນລາວ ສ້າງເຂື່ອນໄຟຟ້າ 2 ແຫ່ງ ຢູ່ເມືອງດາກຈຶງ

ເມື່ອວັນທີ 8 ທັນວາ ທີ່ຜ່ານມາ ອົງການປົກຄອງແຂວງເຊກອງ ໄດ້ເຊັນສັນຍາ ໃຫ້ບໍຣິສັດ ຂອງຄົນລາວ ສັມປະທານ ໂຄງການກໍ່ສ້າງເຂື່ອນໄຟຟ້າຂນາດນ້ອຍ ຫ້ວຍປວງ 1 ແລະ ຫ້ວຍປວງ 2 ຢູ່ເມືອງ ດາກຈຶ້ງ ເຊິ່ງຍັງບໍ່ມີຂໍ້ມູນຣາຍລະອຽດ ເຖິງຜົລກະທົບກັບຊາວບ້ານ.

ຮູບປະກອບ: ສາຍສົ່ງໄຟຟ້າ ໃນແຂວງພາກໃຕ້. ນັກຂ່າວ ພົລເມືອງ

ເມື່ອວັນທີ 8 ທັນວາ ທີ່ຜ່ານມານີ້ ບໍຣິສັດ ໄຟຟ້າຫ້ວຍປວງ 1, ຫ້ວຍປວງ 2 ຈໍາກັດ ໄດ້ເຊັນສັນຍາ ກັບອົງການປົກຄອງແຂວງເຊກອງ ເພື່ອສັມປະທານ ໂຄງການກໍ່ສ້າງເຂື່ອນໄຟຟ້າ ຫ້ວຍປວງ 1 ເຊິ່ງມີກໍາລັງຕິດຕັ້ງ ຂນາດ 3.4 ເມກະວັດ ແລະເຂື່ອນໄຟຟ້າ ຫ້ວຍປວງ 2 ເຊິ່ງມີກໍາລັງຕິດຕັ້ງ ຂນາດ 6 ເມກະວັດ ຢູ່ເຂດເມືອງດາກຈຶ້ງ ແຂວງເຊກອງ ໂດຍມີເຈົ້າໜ້າທີ່ ຈາກຫຼາຍພາກສ່ວນ ເຂົ້າຮ່ວມພິທີດັ່ງກ່າວ, ອີງຕາມການຣາຍງານ ຂອງສື່ມວນຊົນລາວ ວັນທີ 12 ທັນວາ 2023 ນີ້.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ຜແນກພະລັງງານ ແລະບໍ່ແຮ່ ແຂວງເຊກອງ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ແຕ່ເຈົ້າໜ້າທີ່ນາງນຶ່ງ ໄດ້ລະບຸວ່າ ກ່ຽວກັບຂໍ້ມູນ ຂອງໂຄງການດັ່ງກ່າວນີ້ ແມ່ນຂຶ້ນກັບຜແນກແຜນການ ແລະການລົງທຶນ ແຂວງເຊກອງເປັນຫຼັກ ແລະທາງຜແນກຂອງຍານາງເອງ ກໍຍັງບໍ່ທັນໄດ້ຮັບຂໍ້ມູນຫຼາຍໄປກວ່ານີ້.
ໃນຂະນະດຽວກັນ ເມື່ອວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ຜແນກແຜນການ ແລະການລົງທຶນ ແຂວງເຊກອງ ກໍໄດ້ຮັບການຊີ້ແຈງ ພຽງແຕ່ວ່າ ທັງ 2 ໂຄງການເຂື່ອນໄຟຟ້າດັ່ງກ່າວ ຫາກໍໄດ້ມີການເຊັນສັນຍາກັນແລ້ວ ສ່ວນຣາຍລະອຽດຫຼາຍໄປກວ່ານີ້ ຍັງບໍ່ສາມາດໃຫ້ຮູ້ເພີ່ມຕື່ມໄດ້.

ດັ່ງເຈົ້າໜ້າທີ່ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ທັນວາ ນີ້ວ່າ:

ໂຕຫ້ວຍປວງເບາະ ເພິ່ນວ່າ ເຊັນ CA ແລ້ວ ແຕ່ຍັງບໍ່ທັນໄດ້ລົງມືເຮັດ ມີແຕ່ໃຫ້ໂທຖາມ ຜູ້ຮັບຜິດຊອບ.”

ຢ່າງໃດກໍຕາມ ເມື່ອນັກຂ່າວວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ ຜູ້ຮັບຜິດຊອບໂຄງການດັ່ງກ່າວ ແຕ່ທ່ານຍັງບໍ່ສະດວກ ຈະໃຫ້ຂໍ້ມູນ ແລະຣາຍລະອຽດເພີ່ມຕື່ມ ທາງໂທຣະສັບໄດ້.

ໃນຂະນະທີ່ ເຈົ້າໜ້າທີ່ເມືອງດາກຈຶ້ງ ທ່ານນຶ່ງ ກ່າວວ່າ ສໍາລັບໂຄງການກໍ່ສ້າງເຂື່ອນໄຟຟ້າ ຫ້ວຍປວງ 1 ແລະຫ້ວຍປວງ 2 ທີ່ວ່ານັ້ນ ທາງເຈົ້າໜ້າທີ່ຂັ້ນເມືອງ ກໍຍັງບໍ່ທັນຮູ້ຂໍ້ມູນຢ່າງລະອຽດເທື່ອ ວ່າຈະສົ່ງຜົລກະທົບ ຕໍ່ທີ່ດິນຂອງຊາວບ້ານຫຼາຍປານໃດ ແລະໃນມື້ທີ່ ມີພິທີເຊັນສັນຍາ ດັ່ງກ່າວ ພາກສ່ວນທີ່ກ່ຽວຂ້ອງ ກໍບໍ່ໄດ້ເຊີນເຈົ້າໜ້າທີ່ ຂັ້ນເມືອງ ໄປຮ່ວມພິທີດັ່ງກ່າວ ແຕ່ຢ່າງໃດ.

ດັ່ງທ່ານ ກ່າວວ່າ:

ໂອ ໂຕນີ້ຣາຍລະອຽດ ພວກເຮົາກໍບໍ່ຮູ້ເລີຍ ຮູ້ວ່າ ເຊັນສັນຍາ ນັກຂ່າວຂອງພວກເຮົາ ກະບໍ່ໄດ້ເຂົ້າຮ່ວມ ຄືເຫັນໃນຂ່າວຄືກັນຫັ້ນແຫຼະ ວ່າ ຫ້ວຍປວງ 1, ຫ້ວຍປວງ 2 ບໍ່ທັນຮູ້ຣາຍລະອຽດ.”

ທາງດ້ານຊາວບ້ານ ຢູ່ບ້ານຫ້ວຍປວງ ນາງນຶ່ງ ກ່າວວ່າ ກ່ຽວກັບໂຄງການກໍ່ສ້າງ ເຂື່ອນທີ່ວ່ານີ້ ຍັງບໍ່ມີພາກສ່ວນໃດ ມາໂອ້ລົມກັບຊາວບ້ານ ເຖິງຣາຍລະອຽດຂອງໂຄງການນີ້ເທື່ອ, ແຕ່ກໍເຫັນວ່າ ໃນໄລຍະນີ້ ກໍມີຣົຖບັນທຸກຫຼາຍຄັນ ທີ່ພາກັນຂົນເຄື່ອງກໍ່ສ້າງ, ກົລຈັກ ແລະອຸປະກອນຕ່າງໆ ເຂົ້າໄປຍັງບ່ອນທີ່ ຈະມີການກໍ່ສ້າງເຂື່ອນ ທັງ 2 ແຫ່ງດັ່ງກ່າວ.

ດັ່ງຍານາງ ກ່າວວ່າ:

“ມີເຫັນຂະເຈົ້າຂົນຊາຍ ຂົນແຮ່ ເຂົາຢູ່ໃດ໋ລະ ເຫັນເຂົາເຈົ້າ ຂົນເຂົ້າໃນພຸ້ນເດ້ລະ ຂ້ອຍຢູ່ໃກ້ໆນີ້ແຫຼະ ກໍບໍ່ຮູ້ນໍາເພິ່ນນ່າ ເຫັນແຕ່ຣົຖເຂົາເຈົ້າກາຍເຂົ້າໄປຊັ້ນນ່າ.”

ຍານາງ ກ່າວຕື່ມວ່າ ສ່ວນວ່າ ໂຄງການເຂື່ອນທັງ 2 ແຫ່ງນີ້ ຈະກວມເອົາເນື້ອທີ່ທໍາການຜລິດຂອງຊາວບ້ານ ຫຼືບໍ່ນັ້ນ ກໍຍັງບໍ່ທັນຮູ້ຄັກແນ່ເທື່ອ ແຕ່ຄັນວ່າ ມີການກວມເອົາດິນ ຂອງຊາວບ້ານແທ້ ຫຼາຍຄົນກໍບໍ່ຄັດຄ້ານ ຂໍພຽງພາກສ່ວນທີ່ກ່ຽວຂ້ອງ ຕ້ອງມີການຊົດເຊີຽຄ່າຜົລກະທົບໃຫ້ຊາວບ້ານ ຢ່າງສົມເຫດສົມຜົລ.

ໃນຂະນະດຽວກັນ ວິທຍຸເອເຊັຽເສຣີ ໄດ້ພຍາຍາມຕິດຕໍ່ຫາຊາວບ້ານ ໃນເຂດດັ່ງກ່າວເພີ່ມຕື່ມ ແຕ່ກໍບໍ່ມີຜູ້ໃດ ທີ່ຮູ້ວ່າຈະມີການກໍ່ສ້າງເຂື່ອນໄຟຟ້າ 2 ແຫ່ງ ໃນບ້ານຂອງພວກເຂົາເຈົ້າ ແລະຍັງບໍ່ສາມາດໃຫ້ສັມພາດອື່ນໆໄດ້.

ສ່ວນຜູ້ປະກອບການ ຮັບເໝົາກໍ່ສ້າງ ຢູ່ເມືອງດາກຈຶ້ງ ທ່ານນຶ່ງ ທີ່ເຄີຍຮັບເໝົາສ້ອມແປງທາງ ໃນໂຄງການກໍ່ສ້າງເຂື່ອນໄຟຟ້າ ບາງແຫ່ງ ກ່າວວ່າ ສໍາລັບໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍປວງ 1 ແລະ ຫ້ວຍປວງ 2 ນັ້ນ ທ່ານເອງ ກໍຍັງບໍ່ໄດ້ຄົ້ນຄວ້າຂໍ້ມູນຢ່າງລະອຽດເທື່ອ ແຕ່ກໍເຫັນວ່າ ຢູ່ພາຍໃນເມືອງດາກຈຶ້ງ ໄດ້ມີໂຄງການກໍ່ສ້າງເຂື່ອນໄຟຟ້າ ຫຼາຍຂຶ້ນເລື້ອຍໆ ແລະກໍມີການຮັບສມັກພະນັກງານຢູ່ຕລອດ.

ດັ່ງທ່ານກ່າວວ່າ:

“ອັນນີ້ ເຮົາກະບໍ່ຮູ້ຄືກັນ ເພາະວ່າ ມັນມີຫຼາຍບໍຣິສັດເຮັດ ເຮົາເປັນຜູ້ຮັບເໝົາຊື່ໆດຽວນີ້ນ່າ ທີມງານເຮົາກະຄື ຮັບຜິດຊອບແຕ່ຂົວໃຫຍ່ເຊກອງ ໄປຮອດດາກຈຶ້ງເນາະ ເສັ້ນທາງໃຫຍ່ ເສັ້ນທາງຫຼັກນີ້ ເປ່ເພບ່ອນໃດ ເຮົາກໍສ້ອມແຊມຫັ້ນນ່າ.”

ສໍາລັບຢູ່ເມືອງດາກຈຶ້ງ ກໍເປັນເມືອງນຶ່ງ ໃນແຂວງເຊກອງ ທີ່ມີໂຄງການເຂື່ອນໄຟຟ້າ ຈໍານວນຫຼາຍແຫ່ງ ເປັນຕົ້ນ ໂຄງການເຂື່ອນໄຟຟ້ານໍ້າອີມູນ ຂນາດ 129 ເອກະວັດ ຂອງບໍຣິສັດ ຈະເບິນເຊກອງ ຈໍາກັດ ທີ່ມີແຜນກໍ່ສ້າງສໍາເຣັດ ໃນປີ 2023 ນີ້, ໂຄງການເຂື່ອນໄຟຟ້າເຊກະໝານ 3 ຂນາດ 250 ເມກະວັດ ຂອງບໍຣິສັດ ເຊກະໝານ 3 ພາວເວີ້ ຈໍາກັດ ທີ່ເປີດໃຊ້ແຕ່ປີ 2013 ແລະອື່ນໆ.

ແຕ່ຢ່າງໃດກໍຕາມ ເຖິງແມ່ນວ່າ ຢູ່ແຂວງເຊກອງ ມີໂຄງການເຂື່ອນໄຟຟ້າຈໍານວນ 3 ແຫ່ງ ກໍາລັງຜລິດທັງໝົດ ປະມານ 2,241 ກິໂລວັດໂມງ ກໍຕາມ ທີ່ເປີດທໍາການຜລິດໄຟຟ້າແລ້ວ ຄືໂຄງການເຂື່ອນໄຟຟ້າເຊກະໝານ 3, ເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່ ແລະເຂື່ອນໄຟຟ້າຫ້ວຍລໍາພັນ ຕອນລຸ່ມ ແຕ່ຊາວບ້ານ ໃນແຂວງເຊກອງ ຍັງບໍ່ໄດ້ຊົມໃຊ້ໄຟຟ້າຄົບທຸກຄອບຄົວເທື່ອ, ຫຼ້າສຸດ ມີຣາຍງານວ່າ ຍັງມີຊາວບ້ານ ອີກ 12% ທີ່ຍັງບໍ່ທັນໄດ້ໃຊ້ໄຟຟ້າເທື່ອ ສ່ວນຈໍານວນຄອບຄົວ ທີ່ໄດ້ໃຊ້ໄຟຟ້າແລ້ວ ມີທັງໝົດປະມານ 18,000 ປາຍຄອບຄົວ ໃນພື້ນທີ່ 162 ບ້ານ, ອີງຕາມການຣາຍງານ ຂອງທ່ານ ຂັນຕິ ສິລະວົງສາ ຮອງເຈົ້າແຂວງ ແຂວງເຊກອງ ເມື່ອເດືອນກໍຣະກະດາ 2023 ນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org