ນໍ້າເຊບັ້ງໄຟຂຶ້ນສູງໃນຂີດ ອັນຕລາຍ

ຣະດັບ ນໍ້າ ເຊບັ້ງໄຟ ຂື້ນສູງ ໃນເວລາ ນີ້ ປະຊາຊົນ ໃນເຂດ ທ້ອງຖີ່ນ ຕ້ອງຣະມັດ ຣະວັງ ພັຍນໍ້າຖ້ວມ.

ນໍ້າເຊບັ້ງໄຟ ແຂວງ ຄໍາມ່ວນ ສປປລ Photographs by Marcel Baumgartner

 

ເຈົ້າຫນ້າທີ່ ແຂວງຄຳມ່ວນ ເວົ້າວ່າ ປັດຈຸບັນ ຣະດັບນໍ້າ ໃນນ້ຳ ເຊບັ້ງໄຟ ຂຶ້ນສູງ ຢ່າງຕໍ່ເນື່ອງ ເຖິງແມ່ນວ່າຈະຍັງບໍ່ຢູ່ ໃນຂັ້ນ ອັນຕຣາຍ ກໍຕາມ ແຕ່ຢາກເຕືອນ ໃຫ້ປະຊາຊົນ ຣະມັດຣະວັງ ເປັນພິເສດ ເພາະອາດ ຈະຖືກນໍ້າຖ້ວມ ຢ່າງຫນັກ ຍ້ອນຝົນຕົກລິນ ມາຫຼາຍວັນ. ດັ່ງທ່ານກ່າວວ່າ:

"ສະເພາະອາທິດນີ້ ຝົນຊີ່ມາຈາກ ທາງເຫນືອພູ້ນ ຂຶ້ນຢູ່ແຕ່ວ່າ ບໍ່ແຮງ ສົງສັຍຢ້ານ ຕົກເຂດເຫນືອ ປີແລ້ວນີ້ ກໍຖ້ວມແລະ ປີນີ້ຢ້ານແຕ່ທາງ ລຸ່ມ ທາງເຊບັ້ງໄຟ ຫລືວ່າຫນອງບົກ ອັນປາກນ້ຳຂອງ ພູ້ນແລ້ວ".

ທ່ານກ່າວຕໍ່ໄປວ່າ ຈາກການວັດແທກ ຣະດັບນ້ຳວ່າງອາທິດທີ່ຜ່ານມາພົບວ່າ ຣະດັບນ້ຳຢູ່ຣະຫວ່າງ 15-16 ແມັດ ໃນຂນະທີ່ຣະດັບເຕືອນ ພັຍ 17.5 ແມັດ ອາຈເຖິງຂີດອັນຕຣາຍໃນໄວໆນີ້ ຍ້ອນຝົນຕົກຫນັກ ໃນເມືອງມະຫາໄຊ ຍົມມະຣາດ ເຊບັ້ງໄຟ ແລະ ເມືອງຫນອງບົກ. ເຖິງຢ່າງໃດກໍຕາມ ທາງການຢາກໃຫ້ປະຊາຊົນ ຣະວັງຣະດັບນ້ຳ ເປັນພິເສດຍ້ອນວ່າ ຖ້າຝົນຍັງຕົກຕິດຕໍ່ ກັນອີກຫລາຍວັນ ອາຈເກີດນ້ຳ ຖ້ວມໄດ້ ໂດຍສະເພາະທີ່ເມືອງຫນອງບົກ ແລະ ເມືອງເຊບັ້ງໄຟ ຍ້ອນນ້ຳຂອງຈະອັ່ງ ເຂົ້າມາ ໃນເຂດດັ່ງກ່າວ.

ໃນປີ 2011 ທີ່ເມືອງເຊບັ້ງໄຟເຄີຍຖືກນ້ຳຖ້ວມຢ່າງຫນັກເພາະເປັນພື້ນທີ່ຕ່ຳ ຍ້ອນລົມພະຍຸນົກເຕັນເຮັດໃຫ້ 28 ບ້ານໄດ້ຮັບຜົລກະທົບແລະ ພື້ນທີ່ການກະເສດກວ່າ 3 ພັນເຮັກຕາເສັຽຫາຍ ເພາະຣະດັບນ້ຳໃນເຊບັ້ງໄຟໃນເວລານັ້ນ ຂື້ນສູງເຖີງ 20 ແມັດ 60 ຊັງຕິແມດ. ປັດຈຸບັນ ເຂື່ອນນ້ຳເທີນ2 ທີ່ຕັ້ງຢູ່ເທີງເຊບັ້ງໄຟ ກໍຕຣຽມຮັບມືກັບ ເຫດການນ້ຳຖ້ວມ ໄວ້ແລ້ວ ຫລັງຈາກໄດ້ຮັບ ການພຍາກອນອາກາດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org