ມ.ສນາມໄຊຫຼາຍຄອບຄົວ ຕັດໃຈ ຍ້າຍຈາກສູນ
ການເປັນຢູ່ ໃນສູນພັກ ຊົ່ວຄາວ ຂອງ ຜູ້ປະສົບພັຍ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ນັບມື້ ຍິ່ງລໍາບາກ ແລະ ຫຼາຍຄອບຄົວ ກໍຕັດສິນໃຈ ຍ້າຍອອກ ຈາກ ສູນນີ້ແລ້ວ.
-
ສຸພັດຕາ
2020-04-09 -
-
-
ປັດຈຸບັນ ຜູ້ປະສົບພັຍ ເຂື່ອນ ທີ່ອາສັຍຢູ່ເຮືອນພັກຊົ່ວຄາວ ເມືອງສນາມໄຊ ມີຊີວິດການເປັນຢູ່ ຫຍຸ້ງຍາກ ລຳບາກຫຼາຍ ຍ້ອນບໍ່ມີບ່ອນ ທຳມາຫາກິນ
RFA/ເສີມສະຫວັນ
Your browser doesn’t support HTML5 audio
ຜູ້ປະສົພພັຍເຂື່ອນແຕກ ເມືອງສນາມໄຊ ແຂວງອັດຕະປື ທີ່ອາສັຍຢູ່ສູນພັກຊົ່ວຄາວ ຈຸດດົງບາກ ຫຼາຍຄອບຄົວ ແມ່ນໄດ້ຍ້າຍອອກຈາກ ສູນ ໄປຕັ້ງຕູບ ຕັ້ງເຮືອນນ້ອຍ ຢູ່ດິນທີ່ທາງການຈັດສັນໃຫ້, ບາງຄອບຄົວ ກໍກັບໄປຢູ່ເຮືອນເກົ່າ ຍ້ອນວ່າ ບໍ່ສາມາດຢູ່ໃນສູນພັກຊົ່ວຄາວນີ້ ໄດ້ອີກຕໍ່ໄປ ຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ສູນພັກຊົ່ວຄາວນີ້ ຍາກກວ່າເກົ່າຫຼາຍ ເປັນຕົ້ນ: ເຣື່ອງນໍ້າໃຊ້, ຫ້ອງນໍ້າເຕັມລົ້ນ ແລະ ເງິນ ອັດຕຣາການກິນ ກໍບໍ່ຮັບເປັນ ປົກກະຕິ ປະຊາຊົນ ຕ້ອງໄດ້ກູ້ຢືມເງິນ ຈາກບ່ອນອື່ນ ມາຊື້ຢູ່ຊື້ກິນ, ດັ່ງປະຊາຊົນ ທີ່ໄດ້ຮັບຜົນກະທົບຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອ ວັນທີ 2 ເມສາ 2020 ນີ້ວ່າ: ສຽງບອກເລົ່າ ຂອງ ຊາວບ້ານ...