ສຶກສາເທັກນິກ ການອອກແບບ ເຂື່ອນຊະນະຄາມ ຄືນໃໝ່

ໂຄງການສ້າງເຂື່ອນຊະນະຄາມ ຍັງຕ້ອງໄດ້ສຶກສາ ການອອກແບບໃໝ່ ແລະຂໍ້ມູນ ຜົລກະທົບອີກຫຼາຍຢ່າງ ຊຶ່ງມີການທ້ວງຕິງ ຈາກຜູ້ທີ່ມີສ່ວນໄດ້, ສ່ວນເສັຽ ໃນຂະນະທີ່ ຊາວບ້ານຜູ້ທີ່ຈະຖືກຜົລກະທົບ ກໍບໍ່ເຫັນດີ ໃຫ້ມີການສ້າງເຂື່ອນດັ່ງກ່າວນີ້.

ປະຊາຊົນຊາວໄທຍ ສແດງຄວາມກັງວົນ ຕໍ່ໂຄງການ ກໍ່ສ້າງເຂື່ອນຊະນະຄາມ (ປະເທດລາວ), ວັນທີ 17 ທັນວາ ປີ 2021. RFA

ໂຄງການເຂື່ອນຊະນະຄາມ ຍັງຕ້ອງສຶກສາເຣື່ອງເທັກນິກອອກແບບ ແລະຜົລກະທົບອີກຫຼາຍຢ່າງ ຕາມທີ່ຜູ້ມີສ່ວນໄດ້, ສ່ວນເສັຽ ທ້ວງຕິງໃຫ້ແກ້ໄຂຄືນໃໝ່ ແລະຕ້ອງຣາຍງານໃຫ້ຄະນະກັມມະການຮ່ວມ 4 ປະເທດ ຄື ລາວ, ໄທຍ, ກັມພູຊາ ແລະ ວຽດນາມ ພິຈາຣະນາອີກຄັ້ງ ຊຶ່ງປັດຈຸບັນບໍຣິສັດຜູ້ພັທນາໂຄງການ ແລະທາງການລາວກຳລັງເລັ່ງດຳເນີນການ.

ດັ່ງເຈົ້າໜ້າທີ່ ກະຊວງພລັງງານ ແລະບໍ່ແຮ່ທ່ານນຶ່ງກ່າວ ຕໍ່ວິທຍຸເອເຊັຽເສຣີໃນວັນທີ 03 ພຶສພາ ນີ້ວ່າ:

ປັດຈຸບັນນີ້ ຊະນະຄາມເນາະ ກຳລັງເລັ່ງສຶກສາຢູ່ ເຮັດເອກະສານບົດເອກະສານຕ່າງໆຢູ່ ເພາະວ່າຂະເຈົ້າຈະສຶກສາໃສ່ຂອງນໍ້າຂອງ ປາກລາຍເນາະ ນໍ້າຂອງປາກລາຍຫັ້ນ ຂະເຈົ້າຈະໄດ້ກວດກາເນາະ.

ທ່ານກ່າວອີກວ່າສຳລັບການສຶກສາ ເຣື່ອງເທັກນິກການອອກແບບ ແລະຜົລກະທົບຈາກໂຄງການ ເຂື່ອນຊະນະຄາມຄືນໃໝ່ນີ້ ບໍຣິສັດຜູ້ພັທນາໂຄງການ ແລະທາງການລາວຈະເອົາໂຄງການ ເຂື່ອນປາກລາຍເປັນຕົ້ນແບບ ໃນການສຶກສາ ເນື່ອງຈາກມີຂນາດ ແລະພູມິປະເທດໃກ້ຄຽງກັນທີ່ສຸດ ແລະໂຄງການເຂື່ອນປາກລາຍ ກໍກຳລັງຕຣຽມດຳເນີນການກໍ່ສ້າງໃນໝໍ່ໆ ນີ້.

ປະເດັນທີ່ຜູ້ມີສ່ວນໄດ້, ສ່ວນເສັຽໄດ້ທັກທ້ວງ ແລະຈະຕ້ອງໄດ້ແກ້ໄຂຄືນໃໝ່ນັ້ນ ໂຕຢ່າງການອອກແບບ ເຂື່ອນຊະນະຄາມໃນປັດຈຸບັນ ຈະມີຄວາມສ່ຽງສູງ ທີ່ຈະເກີດຜົລກະທົບຂ້າມພົມແດນ, ຂໍ້ມູນຂອງໂຄງການ ບໍ່ເປັນປັດຈຸບັນ (ບໍ່ອັບເດດ) ແລະບໍ່ພຽງພໍໃນການຣະບຸປະຣິມານ ຜົລກະທົບຂ້າມພົມແດນ, ການປະເມີນຜົລກະທົບ ຂ້າມພົມແດນເພີ່ມຕື່ມໃນເຂດທ້າຍນໍ້າ ແລະຜົລກະທົບຕໍ່ເຂດແດນ ແລະບັນຫາອື່ນໆ.

ກ່ຽວກັບເຣື່ອງນີ້ ຊາວບ້ານຈະຖືກຜົລກະທົບ ໃນແຂວງໄຊຍະບູຣີ ໂດຍສ່ວນໃຫຍ່ເວົ້າກົງກັນວ່າ ບໍ່ຢາກໃຫ້ສ້າງເຂື່ອນຊະນະຄາມກັ້ນແມ່ນໍ້າຂອງ ເພາະແມ່ນໍ້າຂອງຄືແຫຼ່ງຊັພຍາກອນ ແລະສະບຽງອາຫານທີ່ອຸດົມສົມບູນ ຂອງຊາວບ້ານໃນພື້ນທີ່ ຫາກມີເຂື່ອນຂນາດໃຫຍ່ເກີດຂຶ້ນ ລະບົບນິເວດ ແລະວິຖີຊີວິດຂອງຊາວບ້ານໃນພື້ນທີ່ ກໍຈະສູນຫາຍໄປ.

ຂະນະທີ່ຊາວບ້ານຜູ້ນຶ່ງ ທີ່ຈະຖືກຜົລກະທົບກ່າວວ່າ. ຊາວບ້ານກໍຮັບຮູ້ພຽງແຕ່ວ່າ ຈະມີເຂື່ອນຂນາດໃຫຍ່ມາສ້າງໃກ້ໆບ້ານ ແລະບໍ່ຮູ້ຊາຕາກັມຂອງໂຕເອງວ່າ ອະນາຄົດຈະເປັນແບບໃດ ຫາກເຂື່ອນຊະນະຄາມສ້າງຂຶ້ນແທ້ ແລະທາງການລາວກໍມິດງຽບໄປ ບໍ່ມີການໃຫ້ຂໍ້ມູນຣາຍລະອຽດ ໂຄງການແກ່ຊາວບ້ານຈັກເທື່ອ.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງຊະນະຄາມ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 03 ພຶສພາ ນີ້ວ່າ:

ບໍ່ມັນຢູ່ໝໍ່ເດ້ເນາະ ລະໄດ້ຍິນເພິ່ນວ່າ ຊິສ້າງຢູ່ແຕ່ຫັ້ນ ເພິ່ນເວົ້າແຕ່ກີ້ຫັ້ນເດ້ ບ້ານຫ້ວຍລ້າວ່າຈະໄດ້ຍ້າຍວ່າຊັ້ນເດເນາະ ແຕ່ຫັ້ນເພິ່ນບໍ່ລົງມາເວົ້າເທື່ອດອກ.

ຊາວບ້ານອີກຜູ້ນຶ່ງ ທີ່ຖືກຜົລກະທົບໂຍກຍ້າຍກ່າວວ່າ ຊາວບ້ານທຸກຄົນໃນ ແຂວງໄຊຍະບູຣີ ຊຶ່ງຈະມີຊາວບ້ານຖືກຜົລກະທົບ ເປັນຈຳນວນຫຼາຍຫາກມີການກໍ່ສ້າງເຂື່ອນຂຶ້ນ ແຕ່ປັດຈຸບັນຊາວບ້ານທຸກຄົນ ກໍຍັງບໍ່ຮູ້ຊາຕາກັມຂອງໂຕເອງວ່າ ຈະສູນເສັຽທີ່ດິນ ແລະຖືກໂຍກຍ້າຍອອກຈາກພື້ນທີ່ ເພາະທາງການລາວກໍບໍ່ມີການແຈ້ງຂໍ້ມູນ ຂອງໂຄງການໃຫ້ຊາວບ້ານໄດ້ຮັບຮູ້.

ດັ່ງຊາວບ້ານຜູ້ນຶ່ງ ໃນເມືອງແກ່ນທ້າວ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 03 ພຶສພານີ້ວ່າ:

ບໍ່ເຫັນເພິ່ນເວົ້າຫຍັງເນາະ ມິດງຽບຢູ່ເຂດອັນນັ້ນທາງຝັ່ງໄຊຍະບູຣີພີ້ ມັນໄດ້ກະທົບຜົລກະທົບຫຼາຍກ່ວາທາງແຂວງວຽງຈັນ ເພາະປະຊາຊົນມັນຫຼາຍໝູ່ບ້ານເດ້ ຖືກຜົລກະທົບຫັ້ນມັນກາສິບໍ່ຄືເກົ່າຫັ້ນແລ້ວເນາະ.

ຊາວບ້ານອີກຜູ້ນຶ່ງ ກ່າວວ່າຊາວບ້ານທຸກຄົນກໍຕ້ອງການ ທີ່ຈະຄັດຄ້ານໃນໂຄງການເຂື່ອນຊະນະຄາມ ຍ້ອນເຫັນວ່າຜົລກະທົບ ທີ່ຈະເກີດຂຶ້ນມັນໜັກໜ່ວງ ແລະຈະເປັນບ່ອນທຳລາຍ ຣະບົບນິເວດ ແລະວິຖີຊີວິດຂອງຊາວບ້ານ ໃນພື້ນທີ່ຄືດຽວກັບກໍຣະນີ ຂອງເຂື່ອນໄຊຍະບູຣີ ທີ່ຊາວບ້ານບໍ່ສາມາດຫາປາ ໃນແມ່ນໍ້າຂອງໄດ້ຄືເກົ່າ ຫຼືຖືກຈຳກັດພື້ນທີ່ີ ໃນການທຳມາຫາກິນ.

ປັດຈຸບັນທັງບໍຣິສັດຜູ້ພັທນາໂຄງການ ແລະທາງການລາວກໍພາກັນມິດງຽບ ບໍ່ມີຂໍ້ມູນໂຄງການ ແລະ ບໍ່ໄດ້ຮັບຟັງສຽງສະທ້ອນ ຂອງຊາວບ້ານຈັກເທື່ອ.

ດ່ັງຊາວບ້ານຜູ້ນຶ່ງ ໃນເມືອງແກ່ນທ້າວ ແຂວງໄຊຍະບູຣີກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 3 ພຶສາພາວ່າ:

ຢູ່ພີ້ແທ້ກາຍັງບໍ່ມີເທື່ອດອກ ແລ້ວກາບໍ່ໄດ້ຍິນ ເພິ່ນເວົ້າກາບໍ່ລົງມາຈັກເທື່ອ ກໍກະວ່າແຕ່ສິເຮັດໆ ສື່ໆ ແລ້ວເພິ່ນກາບໍ່ໄດ້ວ່າປຶກສາຫາລືຫຍັງກັນແທ້ດອກ ຄັດຄ້ານຫັ້ນແຫຼະປະຊາຊົນ ກາບໍ່ຢາກໃຫ້ເຮັດຫັ້ນແລ້ວ.

ສ່ວນພາກປະຊາສັງຄົມ ໃນປະເທດໄທຍເຫັນວ່າ ເສຍໃຈທີ່ສຸດທີ່ເຫັນບໍຣິສັດ ຂອງປະເທດໄທຍເຂົ້າໄປມີສ່ວນກ່ຽວຂ້ອງ ໃນການກໍ່ສ້າງເຂື່ອນໃນແມ່ນໍ້າຂອງ ບໍ່ວ່າຈະເປັນເຂື່ອນໃດກໍຕາມ ເພາະຖືວ່າມີສ່ວນກ່ຽວຂ້ອງໂດຍກົງ ທີ່ເຮັດໃຫ້ເກີດຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມໃນແມ່ນໍ້າຂອງ ເກີດການປ່ຽນແປງ ແລະຊຸດໂຊມລົງເລື້ອຍໆ.

ຂະນະທີ່ຂໍ້ຮຽກຮ້ອງຕ່າງໆ ຂອງພາກປະຊາສັງຄົມ ໃນປະເທດໄທຍ ແລະອົງການສາກົນ ທີ່ພະຍາຍາມຮຽກຮ້ອງ ບໍຣິສັດຜູ້ພັທນາໂຄງການ ແລະຣັຖບານໄທຍ ຢຸດເຊົາການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ແຕ່ກໍຕ້ອງຜິດຫວັງ ພວກເຂົາບໍ່ໄດ້ສົນໃຈສຽງສະທ້ອນ ຂອງຊາວບ້ານແຕ່ຢ່າງໃດ.

ດັ່ງຕາງໜ້າກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທຍກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 03 ພຶສພານີ້ວ່າ:

ກາຄືປະເດັນຂ້າມພົມແດນມັນຈະຕ້ອງບໍ່ເກີດບັນຫາແຕ່ວ່າບັນຫາມັນກາມີໃຫ້ເຫັນຢູ່ແລ້ວແຕ່ວ່າພວກເຂົາບໍ່ສົນໃຈເລີຍອັນນີ້ກາເທົ່າກັບວ່າເຮັດແຕ່ກິຈກັມທີ່ມັນເປັນພຽງພີທີການເພື່ອທີ່ຈະໄດ້ສ້າງເຂື່ອນຊໍ່ານັ້ນແຫຼະພວກເຂົາບໍ່ໄດ້ສົນໃຈໃນຣາຍລະອຽດ.

ເມື່ອວັນທີ 22 ເມສາ 2022 ທີ່ຜ່ານມາ ຄະນະກັມມະການແມ່ນໍ້າຂອງ ແຫ່ງຊາດໄທຍ ກໍໄດ້ປະຊຸມຫາລືກັນໂດຍຝ່າຍໄທຍ ຢືນຢັນວ່າຈະຂໍຮັບຂໍ້ມູນ ຂອງໂຄງການເຂື່ອນຊະນະຄາມເພີ່ມຕື່ມ ແລະໃຫ້ພຽງພໍຈາກປະເທດລາວ ໃນເຣື່ອງການປະເມີນຜົລກະທົບ ຂ້າມພົມແດນຂອງຊຸມຊົນທ້າຍນໍ້າ ແລະການປະເມີນຜົລກະທົບ ຕໍ່ເຂດແດນເພື່ອທີ່ຝ່າຍໄທຍຈະໄດ້ພິຈາຣະນາເພີ່ມ.

ສຳລັບເຂື່ອນຊະນະຄາມ ຈະສົ່ງຜົລກະທົບຕໍ່ຊຸມຊົນໃນລາວ 13 ບ້ານມີ, 3 ເມືອງ, ຮວມ 621 ຄອບຄົວ ມີປະຊາກອນເກືອບ 3,000 ຄົນທີ່ຈະຖືກຜົລກະທົບ ໃນນີ້ມີບ້ານທີ່ຈະໄດ້ຮັບຜົລກະທົບ 100% ຈຳນວນ 267 ຄອບຄົວ ຄືບ້ານດອນໂຊກ ເມືອງຊະນະຄາມ ແຂວງວຽງຈັນຈຳນວນ 36 ຄອບຄົວ, ບ້ານຫ້ວຍລ້າ ເມືອງແກ່ນທ້າວ ແຂວງໄຊຍະບູຣີ ຈຳນວນ 81 ຄອບຄົວ ແລະ ບ້ານແຄ ເມືອງແກ່ນທ້າວ ແຂວງໄຊຍະບູຣີ ຈຳນວນ 150 ຄອບຄົວ.

ສ່ວນບ້ານທີ່ໄດ້ຮັບຜົລກະທົບບາງສ່ວນ ໂດຍຈະມີບາງຄອບຄົວຖືກໂຍກຍ້າຍ ຫຼືສູນເສັຽທີ່ດິນຈຳນວນ 354 ຄອບຄົວ ຄືເມືອງຊະນະຄາມ ແຂວງວຽງຈັນມີ 4 ບ້ານ, ບ້ານດອນພຸງ 40 ຄອບຄົວ, ບ້ານໃໝ່ປາກທູນ 54 ຄອບຄົວ, ບ້ານຫ້ວຍເຕົ່າ 56 ຄອບຄົວ ແລະ ບ້ານ ໂຄກເຂົ້າດໍ 6 ຄອບຄົວ.

ເມືອງແກ່ນທ້າວ ແຂວງໄຊຍະບູຣີ ມີ 3 ບ້ານ ຄືບ້ານດອນແມນ 120 ຄອບຄົວ, ບ້ານນາຄຳ 19 ຄອບຄົວ, ບ້ານດອນສັ້ງ 17 ຄອບຄົວ ແລະ ເມືອງປາກລາຍ ແຂວງໄຊຍະບູຣີ ມີ 3 ບ້ານຄື ບ້ານບຸ່ງມາ 10 ຄອບຄົວ, ບ້ານແກ້ງເສົາ 29 ຄອບຄົວ ແລະ ບ້ານນາສັກ 3 ຄອບຄົວ.

ໂຄງການເຂື່ອນຊະນະຄາມ ມີກຳລັງຕິດຕັ້ງຂນາດ 684 ເມກາວັດ, ພັທນາໂດຍບໍຣິສັດ Datang (Lao) Sanakham Hydropower ຊຶ່ງເປັນບໍຣິສັດຫຍ່ອຍ ຂອງບໍຣິສັດ Datang International Power ຂອງຈີນ, ມີມູນຄ່າກໍ່ສ້າງປະມານ 2 ຕື້ໂດລາຣ໌ສະຫະຣັຖ. ຈະເຣີ່ມການກໍ່ສ້າງໃນປີ 2020 ແຕ່ຂໍ້ມູນໂຄງການຍັງບໍ່ສົມບູນ ຈຶ່ງຖືກເລື່ອນອອກໄປ ແບບບໍ່ມີກຳນົດ ແຕ່ມີການກຳນົດສ້າງສຳເຣັດໃນປີ 2028 ເພື່ອຜລິດໄຟຟ້າ ຂາຍໃຫ້ກັບປະເທດໄທຍ.

ໂຄງການເຂື່ອນຊະນະຄາມ ເປັນໂຄງການເຂື່ອນແມ່ນໍ້າຂອງ ລຳດັບທີ 6 ທີ່ຖືກສເນີເຂົ້າສູ່ຂະບວນການປຶກສາຫາລື ລ່ວງໜ້າ ໂດຍມີໂຄງການທີ່ຖືກສເນີເຂົ້າສູ່ຂະບວນການ ກ່ອນໜ້ານີ້ຄື ໂຄງການເຂື່ອນໄຊຍະບູຣີ, ເຂື່ອນດອນສະໂຮງ, ເຂື່ອນປາກແບງ, ເຂື່ອນປາກລາຍ ແລະ ເຂື່ອນຫຼວງພຣະບາງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org