ເກີດມີໂຈນ ປຸ້ນຈີ້ ຣະບາດຢູ່ ໃນເມືອງໃຫຍ່ໆ ຫຼາຍຂຶ້ນ
ໂຈນປຸ້ນຈີ້ ຂີ້ລັກງັດແງະ ຣະບາດຢູ່ເມືອງໃຫຍ່ໆ ເປັນຕົ້ນ ຢູ່ນະຄອນຫລວງວຽງຈັນ ແລະແຂວງຫລວງພຣະບາງ ຍ້ອນຄວາມທຸກຍາກ ແລະການວ່າງງານ, ມີຄົນເລ້ລ້ອນ ເສບຢາເສບຕິດຫລາຍຂຶ້ນ ສິ່ງເຫຼົ່ານີ້ ກາຍເປັນບັນຫາ ໃນສັງຄົມລາວ ເຮັດໃຫ້ຄົນດີຢູ່ຍາກ ສ່ວນເຈົ້າໜ້າ ກໍເຮັດຫຍັງບໍ່ໄດ້ຫຼາຍ.
-
ຈຳປາທອງ
2022-09-07 -
-
-
Your browser doesn’t support HTML5 audio
ຢູ່ນະຄອນຫລວງວຽງຈັນ ແລະແຂວງຫລວງພຣະບາງ ມີໂຈນປຸ້ນຈີ້ ແລະຄົນຂີ້ລັກງັດແງະຫລາຍ, ເປັນບັນຫາຊໍາເຮື້ອ ທີ່ທາງການລາວຍັງບໍ່ສາມາດ ແກ້ໄຂໃຫ້ຕົກໄປໄດ້ ຍ້ອນຄວາມທຸກຍາກ ແລະບໍ່ມີວຽກເຮັດ.
ເວົ້າສະເພາຢູ່ນະຄອນຫລວງວຽງຈັນ ອໍານາດການປົກຄອງກຸ່ມບ້ານໜອງດ້ວງ ເມືອງສີ ໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ສເນີໃຫ້ສະມາຊິກສະພາ ປະຊາຊົນ ນະຄອນຫລວງວຽງຈັນ ຊ່ອຍຫາທາງແກ້ໄຂບັນຫາດັ່ງກ່າວ ຮວມທັງບັນຫາຄົນເລ້ລ້ອນ ທີ່ວ່າງງານ ແລະເສບຢາເສບຕິດ, ລັກເອົາເຄື່ອງຂອງປະຊາຊົນໄປຂາຍ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ກຸ່ມບ້ານໜອງດ້ວງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນ ທີ 7 ກັນຍານີ້.
“ຄົນຕ່າງ ແຂວງມາເລ່ລ້ອນ ກິນຢາໝອກຢາມ້າຫັ້ນແຫລະ ກາງຄໍ່າກາງຄືນ ກໍຍ່າງຊອດແຈ້ງຫັ້ນແຫລະ ເລາະຕາມ ບ້ານນີ້ ກອງຫລອນໄລ່ໜີແລ້ວກໍໄປທາງອື່ນ ແລ້ວກໍກັບຄືນມາອີກ ມັນກໍບໍ່ແມ່ນວ່າລັກເລັກຂໂມຍນ້ອຍ ຮອດແອຣ໌ພຸ້ນແຫລະມັນເອົາ ຮອດຮົ້ວເຫລັກທີ່ຢູ່ແຖສທົ່ງນາ ເຂົາບໍ່ຢູ່ ແບບວ່າ ເປັນເຮັດໜອງປູໜອງປາ ເຮັດສວນ ມີຕະປູຮົ້ວເຫລັກອີ່ຫຍັງຫັ້ນນ່າ ມັນກໍທຸບກໍມ້າງ ເອົາໝົດ.”
ທ່ານກ່າວຕື່ມວ່າ ພວກຄົນເລ້ລ້ອນທີ່ເສບຢາ ເສບຕິດທີ່ວ່ານັ້ນ ທໍາອິດເປັນກັມມະກອນແບກປູນ ແບກຊີເມັນ ໃຫ້ບໍຣິສັດເອກຊົນ, ໄດ້ເງິນມາເທົ່າໃດ ກໍເອົາໄປຊື້ຢາເສບຕິດເສບ ແລະ ເຈົ້າຂອງບໍຣິສັດກໍບໍ່ເອົາເປັນຄົນງານຂອງຕົນຕໍ່ໄປ.
ໃນກຸ່ມບ້ານໜອງດ້ວງ ເມືອງສີໂຄດຕະບອງ ມີ 10 ບ້ານ ແລະເກືອບວ່າ ທັງ 10 ບ້ານ ນັ້ນ ມີພັຍສັງຄົມຄືດັ່ງກ່າວໝົດ, ມີການປຸ້ນຈີ້ ຊິງຊັພ ແລະລັກເຄື່ອງຂອງປະຊາຊົນ ແລະ ລ້າສຸດນີ້ ຄືໃນກາງຄືນຂອງວັນທີ 16 ພຶສພາທີ່ຜ່ານມາ ມີຜູ້ຊາຍ 5 ຄົນເອົາ ປືນຈີ້ແມ່ຄົນນຶ່ງ ອາຍຸ 30 ປີ, ບັງຄັບໃຫ້ເມືອເຮືອນ ຢູ່ຮ່ອມ 3 ບ້ານດົງນາໂສກເໜືອ ເມືອງສີໂຄດຕະບອງ ແລະບັງຄັບໃຫ້ບອກລະຫັດໄຂຕູ້ເຊັບ ແລ້ວກວດເອົາຊັພສິນອັນມີຄ່າໄປ. ແລະຢູ່ ເຂດຫ້ອງແຖວ ກໍຖືກຄົນລັກຣົຖຈັກໄປ ຊຶ່ງສ່ວນຫລາຍ ເຈົ້າໜ້າທີ່ຕໍາຣວດບໍ່ສາມາດຕິດ ຕາມຈັບໂຈນ ແລະຄົນຂີ້ລັກໄດ້.
ດັ່ງຊາວບ້ານບ້ານດົງນາໂຊກເໜືອ ເວົ້າໃນມື້ດຽວກັນນັ້ນ ວ່າ:
“ດຶງກະປອກກະເປົ໋າ ກໍເກີດມີແຫລະນີ໋ ຣົຖຈັກແມ່ນຈຸດໜັກ ລະແມ່ນຫ້ອງແຖວ ເວລາເຂົາມາແຕ່ວຽກຈັ່ງຊີ້ ກັບເຂົ້າໄປປະຕູ ຈອດຣົຖໄວ້ແກ້ເຄື່ອງແກ້ຂອງ ບໍ່ທັນໄດ້ ເອົາຣົຖເຂົ້າ ກໍຫລອຍ ມາເອົາໄປ ສ່ວນຫລາຍກໍບໍ່ໄດ້ຫັ້ນແຫລະ ແລ້ວລັກ 10 ຄັນ ກໍຊິໄດ້ຢູ່ຄັນນຶ່ງ ຢູ່ກຸ່ມໜອງດ້ວງ ຢູ່ເຂດໜອງດ້ວງ, ຢູ່ 10 ບ້ານເກືອບວ່າທຸກບ້ານມີໝົດ.”
ເພື່ອແກ້ໄຂບັນຫາດັ່ງກ່າວ ຊາວບ້ານຢູ່ກຸ່ມບ້ານໜອງດ້ວງ ຂໍໃຫ້ເຈົ້າໜ້າທີ່ຕໍາຣວດຕິດຕາມ ຈັບພວກຜູ້ຮ້າຍຊາຍໂຈນ ຮວມທັງປາບປາມ ພວກເລ້ລ້ອນລັກເຄື່ອງຂອງ ປະຊາຊົນຢ່າງຈິງຈັງ ເພື່ອເຮັດໃຫ້ພວກທີ່ວ່ານີ້ໝົດໄປ. ເຫດການທີ່ວ່ານັ້ນ ສ່ວນຫລາຍແມ່ນເກີດຂຶ້ນຢູ່ໃນຕົວເມືອງ ທີ່ມີຄົນຫລາຍ ເປັນຕົ້ນເມືອງຈັນທະບູຣີ, ເມືອງສີສັດຕະນາກ, ເມືອງສີໂຄດຕະບອງ ແລະເມືອງໄຊເສດຖາ ທີ່ມີການດຶງກະເປົ໋າ, ລັກຣົຖຈັກ ແລະອື່ນໆ ທີ່ເຮັດໃຫ້ຊາວບ້ານມີຊີວິຕຢູ່ຍາກຂຶ້ນ, ຕ້ອງໄດ້ລະມັດລະວັງຕົວຫລາຍຂຶ້ນ.
ດັ່ງປະຊາຊົນບ້ານນາແຄ ເມືອງໄຊທາ ນີ ເວົ້າໃນມື້ວັນທີ 7 ກັນຍານີ້ວ່າ:
“ດຶງກະເປົານີ້ສ່ວນຫລາຍ ມັນຢູ່ໃນເມືອງ ກຸ່ມໃນວ່າຊັ້ນສາໄປ ຄົນຈໍານວນ ຫລາຍ ແລ້ວມັນຄົນແອອັດ ມັນສວຍໂອກາດດຶງກະເປົາແລ້ວ ມັນໄປໄດ້ງ່າຍເດ໋ ມັນຫລີກໄດ້ງ່າຍ ຢູ່ຍາກ ປາກົດການຫຍໍ້ທໍ້ ຄິດວ່າຕໍ່ໄປຕ້ອງໄດ້ລະວັງໄດ້ລະແວງອີ່ຫຍັງຕ່າງໆ ຢູ່ຍາກໄປຍາກມາຍາກ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຕໍາຣວດປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ ກໍເວົ້າວ່າ ໃນຕົວເມືຶອງຕ່າງໆ ຢູ່ນະຄອນຫລວງວຽງຈັນ ມີໂຈນປຸ້ນຈີ້ ຊິງຊັພ ແລະມີຄົນລັກເຄື່ອງຂອງແທ້ ແຕ່ບໍ່ຫລາຍ ເນື່ອງຈາກ ໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຣວດກຸ່ມບ້ານ ສຸມໃສ່ແກ້ໄຂບັນ ຫາດັ່ງກ່າວ ແລະທັງໄດ້ໂຄສະນາ ສຶກສາອົບຮົມ ຄົນຕິດຢາເສບຕິດໃຫ້ເລີກ ແລະອອກ ກວດກາລາດຕະເວນ ຈຸດທີ່ຫລໍ່ແຫລມ.
ດັ່ງທີ່ທ່ານກ່າວໃນມື້ດຽວກັນນີ້ວ່າ:
“ໂຕເມືອງທີ່ວ່າ ປະຊາຊົນຖືວ່າໜາແໜ້ນ ແຕ່ປາກົດການຫຍໍ້ທໍ້ ມັນກໍເກີດມີ ມັນກໍຫລາຍ ຄືວ່າ ບໍ່ຫລາຍດອກໂຕນີ້ ກໍລົງເຄື່ອນໄຫວຢູ່ເນາະ ເປັນ ຕົ້ນແມ່ນວຽກງານຮາກຖານນີ້ ສຸມໃສ່ແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆນີ້ແຫລະ ການຂີ້ລັກງັດແງະ ການໂຄສະນາສຶກສາອົບຮົມ ແລ້ວກໍໃຫ້ກຸ່ມເນາະ ອອກກວດກາລາຕເວນ ຕາມຈຸດສຸມທີ່ຫລໍ່ແຫລມ.”
ແລະຢູ່ແຂວງຫລວງພຣະບາງ ປີທີ່ຜ່ານມາ ມີໂຈນປຸ້ນຮ້ານຂາຍຄໍາຢູ່ຕລາດ ແລະຄົນລັກ ພຣະພຸທຮູບເກົ່າແກ່ ທີ່ມີຄຸນຄ່າສູງຢູ່ຕາມສະຖານທີ່ທ່ອງທ່ຽວ, ແຕ່ໃນປີນີ້ ຍັງບໍ່ມີການປຸ້ນຈີ້, ມີແຕ່ຄົນລັກຣົຖຈັກ ແລະລັກເລັກຂະໂມຍນ້ອຍ, ເຈົ້າໜ້າທີ່ຕໍາຣວດແຂວງ ແລະຕໍາຣວດທ້ອງຖິ່ນ ກວດກາເຣື່ອງນີ້ຢ່າງຕໍ່ເນື່ອງ.
ດັ່ງເຈົ້າໜ້າທີ່ ຕໍາຣວດປ້ອງກັນຄວາມສງົບ ແຂວງຫລວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:
“ບໍ່ມີເວົ້າເຣື່ອງຈີ້ ແຕ່ວ່າເຣື່ອງຂີ້ລັກຂໂມຍນ້ອຍນີ້ ກໍປາກົດຢູ່ ປົກຕິຢູ່ ເຣື່ອງຣົຖ ຈັກນີ້ຖືວ່າ ເກີດໄປຊັ້ນແຫລະ ມາແຕ່ກີ້ພຸ້ນ ສ່ວນຫລາຍລັກກໍແມ່ນວ່າ ສືບສວນຖາມ ເຂົາກໍກິນອັນນີ້ ແຫລະ ກິນຢາບ້າ.”
ເພື່ອແກ້ໄຂບັນຫາ ຄົນເລ້ລ້ອນຢູ່ລາວ ທີ່ຜ່ານມາ ກະຊວງແຮງງານ ແລະສວັດິການສັງຄົມ ກໍໄດ້ຈັດລະບຽບ ແລະການຊ່ອຍແກ້ໄຂ ເຣື່ອງຄົນເລ້ລ້ອນ, ແຕ່ໃນປັດຈຸບັນ ບໍ່ເຫັນການຈັດລະບຽບ ແລະຊ່ອຍເຫລືອນັ້ນແລ້ວ ຍ້ອນບໍ່ມີງົບປະມານ ດັ່ງເຈົ້າໜ້າທີ່ອົງການຈັດຕັ້ງ ທາງສັງຄົມ ທີ່ບໍ່ຂຶ້ນກັບຣັຖບານ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 7 ກັນຍານີ້ວ່າ:
“ປັດຈຸບັນນີ້ ມັນກໍຮອດເຣື່ອງງົບປະມານເນາະ ຂອງພັກ-ຣັຖ ຍົກຕົວຢ່າງວ່າ ຄັນເຮົາເກັບຄົນເລ່ລ້ອນໄປ ບາງຄົນກໍສຸຂພາບດີ ບາງຄົນກໍສຸຂພາບບໍ່ດີ. ບາດນີ້ເຮົາໄປເກັບກັກຂັງເຂົາ ຕ້ອງໄດ້ກິນໄດ້ຢູ່ ສຸຂອະນາມັຍຕ່າງໆ ບາດນີ້ເຂົາເຈົ້າເປັນຫຍັງມາ ຜູ້ຮັບຜິດຊອບນ່າຢາກໜັກ. ເອົາໄປ, ເອົາມາແລ້ວ ເປັນໂທດຕໍ່ຄອບຄົວ ຂອງຜູ້ຖືກເລ່ລ້ອນຫັ້ນນ່າ ສົມມຸດວ່າເຂົາຕາຍນໍ໋ ເຮົາເກັບເຂົາເຈົ້າເຂົ້າ ມາຢູ່ໃນສູນ ເຂົາກໍຕ້ອງໃສ່ໂທດ ເພື່ອຢາກໄດ້ຄ່າຫົວ ອັນນີ້ສັນນິຖານເບິ່ງ.”
ແຕ່ເຖິງຢ່າງໃດກໍຕາມ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ ອົງການຈັດຕັ້ງທາງສັງຄົມ ທ່ານດຽວກັນນີ້ແລ້ວ ແມ່ນວ່າ ອົງການຈັດຕັ້ງທາງສັງຄົມ ກໍໄດ້ເຮັດວຽກການພັທນາ ສັງຄົມຈຳນວນນຶ່ງ, ຮ່ວມມືກັບກະຊວງປ້ອງກັນຄວາມສງົບ ໃນການສຶກສາຄົ້ນຄວ້າ ກ່ຽວກັບທີ່ມາຂອງຢາເສບຕິດ, ຜົລຮ້າຍຂອງຢາເສບຕິດ ແລະອື່ນໆ ເພື່ອຊ່ອຍສັງຄົມ ໃຫ້ປອດຢາເສບຕິດ, ຊ່ອຍຊອກຫາວຽກເຮັດງານທຳ ໃຫ້ຜູ້ທີ່ເຄີຍຕິດຢາເສບຕິດເຮັດ.