ທາງຊາຍແດນ ລາວ-ວຽດນາມ ຂ. ຫົວພັນ ເປ່ເພໜັກ
ການສັນຈອນ ແລະ ຂົນສົ່ງສິນຄ້າ ໃນເຂດຊາຍແດນ ລາວ-ວຽດນາມ ໃນແຂວງຫົວພັນ ພົບຄວາມຫຍຸ້ງຍາກຫລາຍ ເນື່ອງຈາກວ່າ ເສັ້ນທາງໃນເຂດດັ່ງກ່າວ ເປ່ເພຫລາຍ.
-
ພູວົງສ໌
2018-12-19 -
-
-
Your browser doesn’t support HTML5 audio
ທາງອອກໄປ ຊາຍແດນລາວ-ວຽດນາມ ແຕ່ບ້ານພູອ່ອງ, ເມືອງວຽງໄຊ ແຂວງຫົວພັນ ຫາບ້ານນາແມວ ດ່ານສາກົນນ້ຳໂສຍ ຊາຍແດນ ວຽດນາມ ເປ່ເພໜັກ ຈົນເຮັດໃຫ້ປະຊາຊົນ ທີ່ຂັບຂີ່ຣົດໜັກ, ຣົດໃຫຍ່, ຣົດຈັກ ແລະ ຣົດເມ ທີ່ຂົນສົ່ງຄົນ ແລະ ສິນຄ້າຕ່າງໆ ໄດ້ຮັບຄວາມຫຍຸ້ງຍາກ ໃນການໃຊ້ທາງ ໄປ-ມາ, ດັ່ງເຈົ້າໜ້າທີ່ ເມືອງວຽງໄຊ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽ ເສຣີ ໃນມື້ນີ້ວ່າ:
“ພູ ຣະຫວ່າງເມືອງວຽງໄຊ ຫາບ້ານນີ້ເດ ມີຄວາມຫຍຸ້ງຍາກ ປະຈຸບັນນີ້ນ່າ, ສິນຄ້າກັບຄົນກໍມີ ໄປ-ມາ ຍາກ ສັນຈອນຍາກ ກໍມີແຕ່ບ່ອນດຽວ ຫັ້ນແຫຼະ ບ່ອນກໍດີໝົດແລ້ວ.”
ທ່ານກ່າວຕື່ມວ່າ ສາເຫຕສຳຄັນ ທີ່ເຮັດໃຫ້ທາງ ແຕ່ບ້ານພູອ່ອງ, ເມືອງ ວຽງໄຊ ຫາດ່ານສາກົນ ນ້ຳໂສຍເປ່ເພ ເປັນຍ້ອນ ທີມວຽກງານ ໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ນຳຣົດຈົກດິນ ບ່ອນ ຍອດພູສູງຊັນ ເພື່ອສ້ອມແປງທາງຄົດຄ້ຽວ ໃຫ້ດີຂຶ້ນກວ່າເກົ່າ, ແຕ່ໃນພູ ນັ້ນມີນ້ຳຝົນຂັງ ຢູ່ຂ້າງໃນພູ ນ້ຳຝົນຈຶ່ງຊຶມອອກມາດ້ານນອກພູ ເຮັດໃຫ້ທາງເປັນຂີ້ຕົມ ເປ່ເພໜັກ ຈົນປະຊາຊົນ ສັນຈອນ ຫຍຸ້ງຍາກ, ດັ່ງທ່ານໄດ້ກ່າວຕື່ມວ່າ:
“ເອີ່, ເຂົາກຳລັງ ສ້າງທາງ ຈົກທາງໂຕນຶ່ງ ມັນຂຶ້ນຍາກ ພູໂຕນັ້ນ ມັນເປັນຍອດພູນ້ຳ ຄັນວ່າ ຈົກບ່ອນໃດ ມັນກໍມີນ້ຳຕິດເຂົ້າ, ແຕ່ວ່າ ມັນຈົກລົງໄປ ມັນກະມີຜົລ ຫຼືວ່າ ຢູໃນພູນັ້ນ ມັນອາຈມີນ້ຳຊຶມ ອອກມາ. ສະນັ້ນ, ໃນການຂຶ້ນລົງ ອາຈພົບຄວາມຫຍຸ້ງຍາກ.”
ທ່ານກ່າວ ມ້ວນທ້າຍວ່າ ເສັ້ນທາງແຕ່ ບ້ານພູອ່ອງ, ເມືອງວຽງໄຊ ຫາດ່ານສາກົນນ້ຳໂສຍ ເປັນເສັ້ນທາງບ່ອນດຽວ ທີ່ເປ່ເພເປັນໄລຍະທາງ ປະມານ 30 ກິໂລແມັດ, ເຊິ່ງເສັ້ນທາງດັ່ງກ່າວ ມີປະຊາຊົນ ຈຳນວນຫຼາຍ ທັງຄົນລາວ ແລະ ຄົນວຽດນາມ ໃຊ້ສັນຈອນ ເພື່ອການ ຄົມມະນາຄົມ ສົ່ງສິນຄ້າ ຕາມຊາຍແດນ ລາວ-ວຽດນາມ.
ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາ ຫ້ອງການໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ເພື່ອສອບຖາມເຖິງ ແນວທາງໃນການແກ້ໄຂບັນຫານີ້, ແຕ່ກໍບໍ່ສາມາດ ຕິດຕໍ່ທ່ານໃດໄດ້.