ຊາວບ້ານບໍ່ຄັກໃຈ ວິທີຫາກິນ ເມື່ອໂຍກຍ້າຍ
ການພັທນາ ໂຄງຮ່າງພື້ນຖານ ຂອງໂຄງການ ເຂື່ອນໄຟຟ້າ ເຊລະນອງ 1 ເກືອບ ສໍາເຣັດແລ້ວ ແຕ່ຊາວບ້ານ ຜູ້ຖືກຜົລກະທົບ ຍັງບໍ່ມີ ທີ່ດິນທໍາກິນ.
-
ມະນີຈັນ
2019-06-13 -
-
-
Your browser doesn’t support HTML5 audio
ການພັທນາໂຄງຮ່າງພື້ນຖານ ຂອງໂຄງການເຂື່ອນໄຟຟ້າ ເຊລະນອງ 1 ເມືອງນອງ ແຂວງສະຫວັນນະເຂດ ເປັນຕົ້ນໂຮງຮຽນ ສຸຂສາລາ ຕລາດ ນໍ້າສະອາດ ແລະໄຟຟ້າ ເກືອບສໍາເຣັດແລ້ວ ຊຶ່ງຕາມກໍານົດ ແມ່ນຈະສ້າງໃຫ້ແລ້ວ ໃນເດືອນເມສາ ຜ່ານມາ ແຕ່ຍ້ອນຄົນງານ ມີໜ້ອຍ ຈຶ່ງເຮັດໃຫ້ລ່າຊ້າມາເກືອບ 2 ເດືອນ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກພລັງງານ ແລະບໍ່ແຮ່ ແຂວງສະຫວັນນະເຂດ ຕໍ່ RFA ໃນມື້ວັນທີ 13 ມິຖຸນາ ນີ້:
"ໂອ໋ຍ ເຂົາແລ້ວໝົດແລ້ວ ໄຟຟ້າ ກໍຂະເຈົ້າແລ່ນ ກຽມເຂົ້າໝົດແລ້ວເດ໋ ຍັງໆກໍາລັງ ຍັງບໍ່ຮູ້ເດີຕົວນີ້ ຍັງບໍ່ທັນໄດ້ລົງໄປ."
ທ່ານເວົ້າວ່າໂຄງການ ເຂື່ອນໄຟຟ້າ ເຊລະນອງ 1 ສ້າງເຮືອນພ້ອມຕິດຕັ້ງໄຟຟ້າ ສໍາເຣັດແລ້ວ ທັງໝົດ 88 ຫລັງ ໃຫ້ແກ່ຊາວບ້ານ ບ້ານລະເບົານໍ້າ ແລະ ບ້ານລອຍນໍ້າ 88 ຄອບຄົວ ແຕ່ຍັງບໍ່ມີແຜນ ໂຍກຍ້າຍຊາວບ້ານ ເຂົ້າມາເທື່ອ ຍ້ອນຍັງແກ້ໄຂບັນຫາ ເຣື່ອງນໍ້າ ທີ່ມີໜ້ອຍ ບໍ່ພຽງພໍໃຊ້ບໍ່ທັນສໍາເຣັດ.
ໃນຂນະທີ່ທາງໂຄງການ ມອບເງິນຄ່າເສັຽໂອກາດ ທີ່ບໍ່ໄດ້ເຮັດນາ ໃນປີນີ້ຈໍານວນ 150 ພັນກີບຕໍ່ຄົນນັ້ນ ປະຊາຊົນ ຜູ້ຖືກຜົລກະທົບ ບ້ານລະເບົານໍ້າ ເວົ້າວ່າດຽວນີ້ ຊາວບ້ານທັງໝົດ ບໍ່ມີທີ່ດິນທໍາການຜລິດ ຄືແຕ່ເກົ່າ:
"ເອີ ເຂົາກໍຊົດເຊີຍຄ່າເສັຽໂອກາດ ຜູ້ນຶ່ງຕໍ່ແສນຫ້າຕໍ່ຄົນ ຢູ່ໄປແນວນັ້ນແລ້ວ ຢູ່ແນວແບບທັມມະຊາດເລີຍ ບໍ່ໄດ້ເຮັດຫຍັງ ເຮັດກໍບໍ່ມີ ບ່ອນເຮັດ ຖາງດິິນກະສິກັມ ກໍບໍ່ເບີກໃຫ້ ບໍ່ຈັດໃຫ້ຈັກສ່ວນ."
ທ່ານ ແຕງອ່ອນ ຈັນທະລາ ຮອງເຈົ້າເມືອງ ເມືອງນອງ ເວົ້າວ່າມາຮອດປັດຈຸບັນ ບັນຫາໃນການພັທນາ ໂຄງຮ່າງພື້ນຖານ ແລະ ການ ໂຍກຍ້າຍຊາວບ້ານ ຍັງຫຍູ້ງຍາກຫລາຍ ໂດຍສະເພາະເຣື່ອງນໍ້າກິນ ແລະນໍ້າໃຊ້ທີ່ບໍ່ພຽງພໍ ບໍ່ທັນຈັດສັນ ແລະແບ່ງປັນ ເນື້ອທີ່ການຜລິດ ໃຫ້ຊາວບ້ານເທື່ອ.
ໂຄງການເຂື່ອນໄຟຟ້າເຊລະນອງ 1 ຂນາດ 70 ເມັກກາວັດ ມູນຄ່າການກໍ່ສ້າງ 150 ລ້ານໂດລາສະຫະຣັຖ ມີຊື່ວ່າບໍຣິສັດ “ເຂື່ອນໄຟຟ້າ ເຊລະນອງ 1”, ເລີ່ມສ້າງມາແຕ່ຕົ້ນປີ 2017 ແລະຄາດວ່າຈະສໍາເຣັດປີ 2022 ໂດຍມີ 4 ບໍຣິສັດ ຜູ້ຖືຮຸ້ນຄືບໍຣິສັດ Yeig International Energy Development 70 ເປີເຊັນ ບໍຣິສັດດາວສະຫວັນ ເອກກະຊົນລາວ 15 ເປີເຊັນ ບໍຣິສັດຣັຖວິສາຫະກິດໄຟຟ້າລາວ 10 ເປີເຊັນ ແລະບໍຣິສັດ Sunpaper Holding Lao 5 ເປີເຊັນ, ໄຟຟ້າທີ່ຜລິດໄດ້ຈະຂາຍ ຢູ່ພາຍໃນ ປະເທດ.