ຈີນ ລະເບີດແກັງຫີນຢູ່ ນໍ້າຂອງ

ທາງການລາວ ຍັງບໍ່ເປີດເຜີຍ ເຣື້ອງ ການອະນຸມັດ ໃຫ້ ບໍຣິສັດ ຈີນ ເຂົ້າມາ ລະເບີດ ແກັງຫີນ ສໍາລັບ ທາງເດີນເຮືອ ຂນາດໃຫຍ່ ໃນ ແມ່ນ້ຳຂອງ.

ແມ່ນໍ້າຂອງ ໃນເຂດປະເທດລາວ RFA

ປະຊາຊົນລາວ ຍັງບໍ່ໄດ້ຮັບ ຂໍ້ມູນ ຣາຍລະອຽດ ການລະເບີດ ແກັງຫີນ ຢູ່ໃນ ແມ່ນ້ຳຂອງ ຊຶ່ງ ເປັນໂຄງການ ຂະຫຍາຍ ທາງເດີນເຮືອ ຂອງຈີນ ຮັບປະກັນ ເຮືອ ຂະໜາດໃຫຍ່ ຂອງຈີນ ໃຫ້ສາມາດ ແລ່ນຜ່ານໄດ້. ດັ່ງ ປະຊາຊົນ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 30 ທັນວາ ວ່າ:

"ຝັ່ງລາວນີ້ ເຮົາກໍຍັງບໍ່ທັນໄດ້ ມີການຮັບຂໍ້ມູນ ຫລື ການເປີດເຜີຍ ຂໍ້ມູນອັນໃດເລີຍ ບໍ່ຮູ້ວ່າ ອີກປະມານເທົ່າໃດ ເພິ່ນຈະອອກມາ ຂ່າວ ມາໃຫ້ ປະຊາຊົນລາວ ເຮົາໄດ້ຮັບຮູ້".

ການລະເບີດແກັງຫີນ ແມ່ນ້ຳຂອງ ທີ່ຜ່ານມາ ປະຊາຊົນລາວ ຈະຊອກຂໍ້ມູນ ເລື້ອງ ຜົນກະທົບ ຜົນດີ ຜົນຮ້າຍ ແລະ ຄວາມຄືບໜ້າ ຂອງ ໂຄງການຈາກຂ່າວ ໃນປະເທດໄທ ຈີນ ແລະກຳພູຊາ ຍ້ອນວ່າ ທາງການລາວ ບໍ່ໄດ້ເປີດເຜີຍ ຂໍ້ມູນ ຜ່ານ ສື່ມວນຊົນ ລາວເທື່ອ. ອີງຕາມ ການບອກເລົ່າ ຂອງປະຊາຊົນ.

ໂຄງການລະເບີດ ແກັງຫີນ ໃນແມ່ນ້ຳຂອງ ເລີ້ມຂຶ້ນ ແຕ່ປີ 2001 ທີ່ທາງການລາວ ໄດ້ອະນຸມັດ ໃຫ້ ບໍຣິສັດ CCCC Second Harbor Company ຊຶ່ງເປັນ ບໍຣິສັດ ເອກກະຊົນ ຂອງຈີນ ເປັນຜູ້ ສຳປະທານ ດໍາເນີນໂຄງການ ຂະຫຍາຍ ທາງເດີນເຮືອ ໃຫ້ກວ້າງ ແລະ ເລິກ ກວ່າເກົ່າ ເພື່ອຮອງຮັບ ເຮືອຂົນສົ່ງ ສິນຄ້າ ຂະໜາດ 150 ຕັນ ຈາກ ປະເທດຈີນ ລົງມາ ປະເທດລາວ ແລະ ໄທ.

ແຕ່ໃນຄວາມຄິດເຫັນ ຂອງອົງການຈັດຕັ້ງ ທາງສັງຄົມ ກໍຄື, ໂຄງການ ດັ່ງກ່າວ ແມ່ນຈີນເທົ່ານັ້ນ ທີ່ໄດ້ຮັບ ຜົນປະໂຫຍດ, ດັ່ງ ຍານາງ ພຽນພອນ ດີເທດ ຜູ້ປະສານງານ ເຄືອຂ່າຍ ປະຊາຊົນ ໃນ 8 ແຂວງ ລຸ່ມແມ່ນ້ຳ ຂອງປະເທດໄທ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

"ພີ້ຍັງໄມ້ເຫັນວ່າໄທ ຈະໄດ້ຮັບຜົນປະໂຫຍດ ອັນໃດ ບໍ່ຕ້ອງໄທດອກ ໝາຍເຖິງ ຊາວບ້ານຕົວເລັກ ຕົວນ້ອຍ ຄົນໄທ ຄົນລາວ ຄົນພະມ້າ ຄົນອະໄຣ ທີ່ອາໃສ ຢູ່ ຣີມ ແມ່ນ້ຳຂອງ ໄມ້ໄດ້ ອະໄຣແນ່ໆ".

ນອກຈາກນີ້ ອີງຕາມຂໍ້ມູນ ຈາກສື່ມວນຊົນໄທ ໄດ້ຮູ້ວ່າ ຄນະຣັຖບານໄທ ໄດ້ມີມະຕິ ໃຫ້ຈີນ ເຂົ້າໄປສຳຣວດ ພື້ນທີ່ດຳເນີນ ໂຄງການກ່າວ ໃນເຂດ ບໍຣິເວນ ແມ່ນ້ຳຂອງ ຢູ່ແຂວງຊຽງຣາຍ ຂອງໄທ, ແຕ່ສ່ວນວ່າ ຈະມີການ ລະເບີດແກັງຫີນ ຫລືບໍ່ ນັ້ນ ຕ້ອງລໍຖ້າ ການຕັດສິນໃຈ ຂອງຣັຖບານໄທ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org