ບັນຫານໍ້າ ປົນເປື້ອນສານເຄມີ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ໄດ້ຮັບການແກ້ໄຂແລ້ວ
ບັນຫາ ການປ່ອຍນໍ້າເປື້ອນ-ນໍ້າເສຍ ປົນເປື້ອນສານເຄມີ ຢູ່ເມືອງຊໍາເໜືອ ຕັ້ງແຕ່ວັນທີ 22 ເດືອນກຸມພາ 2024 ເຮັດໃຫ້ຊາວບ້ານ 36 ບ້ານ ໄດ້ຮັບຜົນກະທົບ ຫຼ້າສຸດ ມາຮອດວັນທີ 11 ເດືອນພຶດສະພາ 2024 ນີ້ ບັນຫາດັ່ງກ່າວ ໄດ້ຮັບການແກ້ໄຂແລ້ວ ໂດຍມີການຢັ້ງຢືນ ວ່າ ນໍ້າແວ່ນ ແລະນໍາຊໍາ ສາມາດນໍາໃຊ້ໄດ້ແລ້ວ ແລະທາງບໍລິສັດຜູ້ຂຸດຄົ້ນ ກໍຮັບປະກັນ ກັບຜົນກະທົບຕ່າງໆ ທີ່ຈະເກີດຂຶ້ນ ໃນພາຍພາກໜ້ານໍາດ້ວຍ.
-
ສຸພັດຕາ
2024-05-16 -
-
-
Your browser doesn’t support HTML5 audio
ບັນຫາ ການປ່ອຍນໍ້າເປື້ອນ-ນໍ້າເສຍ ປົນເປື້ອນສານເຄມີ ລົງສູ່ແມ່ນໍ້າທໍາມະຊາດ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ຂອງບໍລິສັດລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈໍາກັດ ຕັ້ງແຕ່ວັນທີ 22 ເດືອນກຸມພາ ປີ 2024 ທີ່ຜ່ານມາ ຊຶ່ງມີບ້ານໄດ້ຮັບຜົນກະທົບ ຈໍານວນ 36 ບ້ານ ບໍ່ສາມາດໃຊ້ນໍ້າ ໃນການດໍາລົງຊີວິດປະຈໍາວັນ ແລະ ເພື່ອເຮັດການປູກຝັງໄດ້.
ຫຼ້າສຸດ ມາຮອດມື້ວັນທີ 11 ເດືອນພຶດສະພາ 2024 ນີ້ ບັນຫາດັ່ງກ່າວ ໄດ້ຮັບການແກ້ໄຂແລ້ວ ໂດຍໃນໄລຍະທີ່ເກີດເຫດ ທາງເຈົ້າໜ້າທີ່ຂັ້ນສູນກາງ ໄດ້ແຈ້ງການໃຫ້ບໍລິສັດດັ່ງກ່າວ ຢຸດຂຸດຄົ້ນຊົ່ວຄາວ, ຫ້າມປ່ອຍນໍ້າເສຍ ລົງໃສ່ຫ້ວຍນໍ້າທໍາມະຊາດ ແລະ ໃຫ້ມີການປັບປຸງອ່າງເກັບນໍ້າເສຍໃຫ້ແໜ້ນໜາ ບໍ່ໃຫ້ຮົ່ວໄຫຼອີກ.
ຫຼັງຈາກນັ້ນ ທາງໜ່ວຍງານຂອງສູນກາງ ແລະພາກສ່ວນທີ່ກ່ຽວຂ້ອງ ກໍ່ໄດ້ລົງມາປະຊຸມ ແລະເມີນຜົນການແກ້ໄຂ ພ້ອມຮັບຮອງວ່າ ນໍ້າແວ່ນ ແລະນໍ້າຊໍານັ້ນ ສາມາດນໍາໃຊ້ໄດ້ແລ້ວ, ດັ່ງເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ໃນເມືອງຊໍາເໜືອ ແຂວງຫົວພັນ ທ່ານທີ່ໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ພຶດສະພາ ນີ້ວ່າ:
“ທາງພາກລັດເນາະ ແລະກະທາງບໍລິສັດ ພາກລັດກະນັບແຕ່ ຂັ້ນເມືອງ ຮອດຂັ້ນສູນກາງພຸ້ນລະ ມາເຜີຍແຜ່ເລຶື້ອງນໍ້າ ແລະມາເກັບຕົວຢ່າງນໍ້າຄືນ ກະມີຂໍ້ຢືນຢັນວ່າ ຕົກລົງວ່າ ນໍ້າໃຊ້ໄດ້ແລ້ວ (ນໍ້າແວ່ນ ແລະນໍ້າຊໍາ) ນໍ້ານັ້ນໃຊ້ໄດ້ ແລ້ວວ່າຊັ້ນສາ ນໍ້າໃຊ້ໄດ້ ຊິເຮັດນາໄດ້ ຕໍ່ນີ້ໄປນ່າ ອັນທີ 2 ເຂົາກະຍັງເກັບຄືນເພື່ອຄວາມແນ່ນອນ ໄດ້ເກັບເອົານໍ້າ 4-5 ຈຸດ ຢູ່ທາງໃຕ້ແດ່ ທາງເໜືອແດ່ ລະກະເອົາດິນນາແດ່ ດິນນາ ທີ່ວ່າບໍ່ໄດ້ເອົານໍ້າເຂົ້າຫັ້ນ ເຂົາກະເກັບ.”
ທ່ານຍັງເວົ້າເຖິງ ການຮັບປະກັນຄວາມປອດໄພ ແລະຜົນກະທົບຕ່າງໆ ທີ່ທາງບໍລິສັດ ຂຸດຄົ້ນແຮ່ຫາຍາກດັ່ງກ່າວ ໄດ້ເຮັດບົດບັນທຶກ ໃນກອງປະຊຸມ ໃນມື້ນັ້ນ ໃຫ້ຟັງວ່າ:
“ການຂຸດຄົ້ນ ແມ່ນບໍລິສັດ ຮັບປະກັນຄວາມປອດໄພ ບໍ່ໃຫ້ມີອັນໃດຮົ່ວໄຫຼລົງມາ ຕໍ່ໄປວ່າຊັ້ນສາ ຄັນຖ້າວ່າ ຍັງມີ ຊິໄດ້ຍຸບໂຄງການ ການຂຸດຄົ້ນນັ້ນ ແລ້ວການຊໍາລະສະສາງນັ້ນ ກ່ຽວກັບຜົນກະທົບທີ່ຜ່ານມານັ້ນ ວັນທີ 20 ປາຍນີ້ (ເດືອນ 5 ນີ້) ທາງປະທານບໍລິສັດນັ້ນ ຍັງຊິລົງມາພົບກັບທ້ອງຖິ່ນ ລະໃຫ້ທ້ອງຖິ່ນ ເກັບກໍາຂໍ້ມູນໄວ້ຖ້າ ວ່າຜົນກະທົບມີອັນໃດແດ່ ຕໍ່ການຮົ່ວໄຫຼຈາກການຂຸດຄົ້ນ ບໍ່ແຮ່ທາດໂຕນີ້ຫັ້ນນ່າ ຜົນເສຍຫາຍນີ້ ໃຫ້ລາວທົດແທນໃຫ້ ວ່າຊັ້ນສາ (ທາງບໍລິສັດທົນແທນ).”
ໃນຂະນະດຽວກັນ ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ທ່ານທີ່ສອງ ກໍ່ກ່າວດ້ວຍຄວາມດີໃຈ ຕໍ່ບັນຫາດັ່ງກ່າວ ທີ່ໄດ້ຮັບການແກ້ໄຂແລ້ວ ວ່າ:
“ອຸ່ນໃຈຂຶ້ນຕື່ມຫຼາຍເຕີບເນາະ ເພາະວ່າ ເພິ່ນຮັບປະກັນໃຫ້ເຮົາ ຊາວບ້ານທຸກຢ່າງເນາະ ສົມມຸດວ່າ ເຮັດນາ ຄັນມີຜົນກະທົບ ເພິ່ນກະຊິເບິ່ງຕາມໂຕຈິງ ເພິ່ນວ່າຫັ້ນນ່າ ຄັນວ່າ ຜົນເສຍຫາຍທີ່ຜ່ານມານີ້ນ່າ ເຮົາກະໃຫ້ຊາວບ້ານຂຶ້ນຂໍ້ມູນເມືອເນາະ ຂຶ້ນຂໍ້ມູນເມືອ ແລ້ວຄັນວ່າ ແມ່ນຕາມຄວາມຈິງ ເພິ່ນກະຊິທົດແທນໃຫ້ເພິ່ນເວົ້າ ບໍລິສັດເພິ່ນວ່າຈັ່ງຊັ້ນເນາະ ເພາະວ່າ ຊາວບ້ານເຮົາ ຂໍທຸກກະຊວງເດ້ເນາະ ຮອດລັດຖະບານເດ້ເນາະ.”
ເຈົ້າໜ້າທີ່ທ່ານນີ້ ຍັງເວົ້າເຖິງຜົນການວິໃຈ ຂອງນໍ້າ ແລະດິນ ໃນຄັ້ງທີ 3 ນີ້ ໃຫ້ຟັງວ່າ:
“ຜົນກວດນໍ້ານິ່ ເພິ່ນຍັງເອົາໄປວິເຄາະຄັ້ງທີ 3 ຄັນຖ້າວ່າໃຊ້ໄດ້ ເຮົາກະຊິໄດ້ຊົມໃຊ້ ເຮັດນານີ່ ຫຼ້າກະກະຍັງໄຄກວ່າບໍ່ໄດ້ເຮັດເນາະ ຊາວບ້ານກະອຸ່ນໃຈຂຶ້ນໜ້ອຍໜຶ່ງ ເພາະວ່າ ເພິ່ນມາ ຮັບປາກນໍາເດ້ເນາະ ທີ່ຜ່ານມານີ້ ບໍ່ລົງມາຮັບປາກ ບໍ່ລົງມາໂອ້ລົມນໍາຊາວບ້ານ ມີແຕ່ທໍ່ວ່າເຮົາ ຮ້ອງຄວາມທຸກໄປຫາ ແຕ່ລະກະຊວງນັ້ນເນາະ ລະເພິ່ນລະບໍ່ລົງມາ ບາດນີ້ສູນກາງເພິ່ນກະລົງມາ ແຕ່ລະກະຊວງກະລົງມາ ຫົວໜ້າບໍລິສັດກະລົງມາ ຊີ້ແຈງໃຫ້ຊາວບ້ານ.”
ກ່ຽວກັບເລື່ອງດັ່ງກ່າວນີ້ ຊາວບ້ານທີ່ໄດ້ຮັບຜົນກະທົບ ຜູ້ທີ່ໜຶ່ງ ກໍ່ກ່າວວ່າ:
“ປະຊາຊົນຍອມຮັບໄດ້ແລ້ວ ຖືວ່າເຂົາມາແກ້ໄຂແລ້ວດຽວນີ້ ຜົນເສຍຫາຍເຂົາກະຍອມຮັບ ທາງບໍລິສັດເຂົາຮັບຜິດຊອບ ແລ້ວເຂົາຊິໃຊ້ແທນ ແຕ່ຍັງບໍ່ໄດ້ໃຊ້ເທື່ອ ເຂົາຮັບຮອງແລ້ວ ສະພາບນໍ້າສູ່ມື້ນີ້ ກະຖືວ່າບໍ່ເຫັນສັດຕາຍອີກແລ້ວ ໄດ້ທິດໜຶ່ງແລ້ວບໍ່ເຫັນສັດຕາຍດຽວນີ້ນິ່.”
ຂະນະທີ່ ຊາວບ້ານຜູ້ທີສອງ ທີ່ໄດ້ຮັບຜົນກະທົບ ກໍຂໍຝາກຄວາມເຖິງທາງການລາວ ແລະເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ວ່າ:
“ຖືວ່າ ຜົນເສຍຫາຍຂອງປະຊາຊົນ ມີຫຍັງທີ່ເກີດຂຶ້ນ ຈາກນໍ້າເສຍຂອງບໍລິຫັ້ນນ່າ ເຂົາຮັບຜິດຊອບ ເຂົາໃຊ້ແທນໃຫ້ທຸກຢ່າງ ນັບທັງສວນພິກ ສວນເຂືອ (ສວນໝາກເຜັດ ສວນໝາກເຂືອ) ມີງົວ-ຄວາຍ ມີອັນໃດ ທີ່ເສຍຫາຍກັບອັນນັ້ນ ບໍລິສັດຮັບໃຊ້ໃຫ້ໝົດທຸກຢ່າງ ກະໜ້າຂອບໃຈນໍາ ພັກລັດຖະບານເພິ່ນເອົາໃຈໃສ່ ໃຫ້ປະຊາຊົນ ໃນການແກ້ໄຂ ກະຖືວ່າ ລຸລ່ວງໄປດ້ວຍດີແລ້ວ ປະຊາຊົນກະໂອເຄ ຊິໄດ້ໃຊ້ນໍ້າ ເຂົ້າໃນການເຮັດນາເນາະ ການກະເສດນີ້ ຖືວ່າ ຜົນວິເຄາະກະອອກມາ ທາງທີ່ດີ ວ່າຊັ້ນສານໍ້ານີ່ນ່າ ລະຈຸດຢູ່ເທິງພຸ້ນ ເຂົາກະໄດ້ມີການປັບປຸງ.”
ສ່ວນຊາວບ້ານຜູ້ທີສາມ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ: ກະຖືວ່າ ທ້ອງຖິ່ນ ດິນນາ ບ້ານຊ່ອງ ປະຊາຊົນນີ້ ກະຮຸ່ງເຮືອງ ຮຸ່ງຕາຂຶ້ນ ເພາະວ່າ ຊິໄດ້ເຮັດນາແລ້ວ ເຖິງຊິຊ້າແດ່ ແຕ່ກໍ່ດີກວ່າບໍ່ໄດ້ເຮັດ ເພາະວ່າທາງການ ເພິ່ນກໍຮັບປະກັນໃຫ້ແລ້ວວ່າ ດິນ ນໍ້າ ໃຊ້ໄດ້ແລ້ວ ພ້ອມທັງ ຍັງມີການຮັບປະກັນຄວາມສ່ຽງຕ່າງໆ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າໃຫ້ແລ້ວ.”
ຢ່າງໃດກໍ່ຕາມ ເຖິງແມ່ນວ່າບັນຫາດັ່ງກ່າວ ໄດ້ຮັບການແກ້ໄຂແລ້ວ ແຕ່ຍັງມີຊາວບ້ານຈໍານວນໜຶ່ງ ເວົ້າວ່າ: “ກະບໍ່ເຕັມໃຈພໍປານໃດ ວ່າ ບໍລິສັດຊິຊົດເຊີຍ ຜົນເສຍຫາຍ ແຕ່ກະຍັງສັງລວມບໍ່ໄດ້ເທື່ອ ຖືວ່າ ບໍ່ຄ່ອຍໝັ້ນໃຈປານໃດດອກ ມັນອາດມີຜົນໄລຍະຍາວ.”
ກ່ຽວກັບເລື່ອງນີ້ ໃນມື້ວັນທີ 16 ເດືອນພຶດສະພາ 2024 ນີ້ ເອເຊັຽເສຣີ ໄດ້ຕິດຕິດໄປຍັງ ເຈົ້າເມືອງ ເມືອງຊໍາເໜືອ ແຂວງຫົວພັນ ແລະ ເຈົ້າໜ້າທີ່ ບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈໍາກັດ ປະກົດວ່າ ໂທໄປຕິດສຽງດັງ ແຕ່ບໍ່ມີທ່ານໃດຮັບສາຍ.
ກ່ອນໜ້ານີ້ ຄືເມື່ອຕົ້ນເດືອນພຶດສະພາ 2024 ທາງເຈົ້າໜ້າ ຂອງບໍລິສັດ ຂຸດຄົ້ນແຮ່ຫາຍາກດັ່ງກ່າວ ກໍໄດ້ກ່າວ ກັບເອເຊັຽເສຣີ ວ່າ:
“ຜົນວິໃຈນໍ້າຊຸດ 2 ກະອອກມາແລ້ວ ເພິ່ນກະຊິລົງໄວໆນີ້ ຕິເບາະ (ໄປສະຖານທີ່ຂຸດຄົ້ນແຮ່) ເພາະວ່າ ໄທເຮົາກະໄດ້ສະໜອງງົບປະມານ ຜົນວິໃຈນໍ້າໃຫ້ເພິ່ນແລ້ວ ຂະເຈົ້າຊິລົງໄປ ການນໍາແຂວງ ລະກະຮອງລັດຖະມົນຕີ ອີຫຍັງຫັ້ນແຫຼະ.”
ຜົນກະທົບທີ່ເກີດຂຶ້ນ ໃນມື້ວັນທີ 22 ເດືອນກຸມພາ ປີ 2024 ທີ່ຜ່ານມານັ້ນ ແມ່ນເກີດຈາກອ່າງເກັບນໍ້າ ຂອງໂຄງການ ຂຸດຄົ້ນແຮ່ຫາຍາກດັ່ງກ່າວ ຢູ່ເຂດຫ້ວຍຕະບຸ້ນແຕກ ຮົ່ວຊຶມ ເຮັດໃຫ້ນໍ້າເປື້ອນເປັນພິດ ໄຫຼລົງໃສ່ຫ້ວຍຕະບຸ້ນ ແລ້ວໄຫຼລົງໃສ່ຫ້ວຍມັນ ແລະນໍ້າແວ່ນ ແລະນໍ້າຊໍາ ເຮັດໃຫ້ປາຕາຍຫຼາຍ ຊາວບ້ານ ຈຶ່ງບໍ່ກ້າໃຊ້ນໍ້ານັ້ນ ໃນການດໍາລົງຊີວິດປະຈໍາວັນ.
ໂຄງການຂຸດຄົ້ນແຮ່ຫາຍາກ ຂອງບໍລິສັດລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈໍາກັດ ທີ່ວ່ານີ້ ຕັ້ງຢູ່ບ້ານອຸໄທ ເມືອງຫົວເມືອງ, ບ້ານສົບຊາຍ ແລະ ບ້ານທັບເຜິ້ງ ເມືອງຊໍາເໜືອ ແຂວງຫົວພັນ ເປັນໂຄງການ ທີ່ລັດຖະບານລາວ ໄດ້ເຊັນສັນຍາສໍາປະທານ ໃນມື້ວັນທີ 28 ເດືອນມັງກອນ ປີ 2022, ເປັນໂຄງການຂຸດຄົ້ນແຮ່ທົດລອງ ໃນເນື້ອທີ່ທັງໝົດ 500 ເຮັກຕາ, ມູນຄ່າການລົງທຶນ 300 ລ້ານຢວນ.