ໄຟໄໝ້ປ່າ ພູພະນັງ ໃນເບື້ອງຕົ້ນ ເສັຽຫາຍ 120 ເຮັກຕ້າຣ໌: ມາຟັງ ນຳກັນ

ທາງການນະຄອນຫລວງວຽງຈັນ ຢືນຢັນເຖິງ ຜົລເສັຽຫາຍ ຈາກໄຟໄໝ້ປ່າ ເຂດພູພະນັງ ເບື້ອງຕົ້ນ ປະມານ 120 ເຮັກຕ້າຣ໌, ຊຶ່ງເກີດຈາການຈູດປ່າ ເພື່ອເຮັດໄຮ່ ແລະ ສວນ ຂອງປະຊາຊົນ.

ສະພາບໄຟໄໝ້ປ່າ ເຂດພູພະນັງ ເມືອງສັງທອງ ນະຄອນຫລວງວຽງຈັນ ນັກຂ່າວ ພົລເມືອງ

ທາງການນະຄອນຫລວງວຽງຈັນ ໄດ້ອອກມາ ຢືນຢັນເຖິງ ຜົລເສັຽຫາຍ ຈາກໄຟໄໝ້ລາມປ່າ ເຂດພູພະນັງ ເມືອງສັງທອງ ນະຄອນຫລວງວຽງຈັນ, ເບື້ອງຕົ້ນ ປະມານ 120 ເຮັກຕ້າຣ໌. ສາເຫດ ມາຈາການຈູດປ່າ ເພື່ອເຮັດໄຮ່ ແລະ ສວນ ຂອງປະຊາຊົນ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານຜູ້ຟັງ ເຂົ້າມາສູ່ ຣາຍການມາຟັງນຳກັນ. ສັປດານີ້ ມາຕິດຕາມ ປະເດັນໄຟໄໝ້ລາມປ່າ ຢູ່ ພູພະນັງ ເມືອງສັງທອງ ນະຄອນຫລວງວຽງຈັນ. ໂດຍເບື້ອງຕົ້ນ ທາງຄະນະ ອົງການປົກຄອງ ນະຄອນຫລວງວຽງຈັນ ໄດ້ຢືນຢັນ ເບື້ອງຕົ້ນວ່າ ປ່າໄມ້ ຖືກໄຟໄໝ້ເສັຽຫາຍ ປະມານ 120 ເຮັກຕ້າຣ໌.

ທ່ານຜູ້ຟັງ ທ່ານໃດ ຕ້ອງການ ມີສ່ວນຮ່ວມ ໃນຣາຍການ ຂອງພວກເຮົາ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານ ລົງໃສ່ຊ່ອງຄອມເມັ້ນ ແລ້ວພວກເຮົາ ຈະໂທຫາ ເພື່ອສັມພາດ ມາອອກຣາຍການ.

ສຳລັບ ຫົວຂໍ້ ໃນຣາຍການ ມື້ນີ້ແມ່ນ ນະຄອນຫລວງວຽງຈັນ ຢືນຢັນ ເບື້ອງຕົ້ນ ໄຟໄໝ້ປ່າ ພູພະນັງເສັຽຫາຍ 120 ເຮັກຕ້າຣ໌. ຫົວຂໍ້ເຣື່ອງນີ້ ທ່ານມີຄວາມເຫັນແນວໃດ ກະຣຸນາ ຊ່ອຍອອກຄວາມເຫັນ ກັບພວກເຮົາດ້ວຍ. ສຳລັບມື້ນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ… ມື້ນີ້ ພວກເຮົາ ມາຕິດຕາມ ສະຖານະການຫລ້າສຸດ ຂອງໄຟໄໝ້ປ່າເຂດພູພະນັງ ພູເຂົາຄວາຍ ນະຄອນຫລວງວຽງຈັນ, ຊຶ່ງເປັນສາເຫດ ທີ່ກໍ່ໃຫ້ເກີດ ຝຸ່ນລະອອງ PM 2.5 ທົ່ວນະຄອນຫລວງວຽງຈັນ ອັນໄດ້ສົ່ງຜົລຕໍ່ກັບ ການໃຊ້ຊີວິດປະຈຳວັນ ເພາະຝຸ່ນລະອອງນີ້ ແມ່ນມີຄ່າວັດແທກເກີນ ມາຕຖານ ແລະ ສາທາຣະນະສຸຂ ກໍໄດ້ອອກແຈ້ງເຕືອນ ເຖິງຜົລກະທົບ ຕໍ່ກັບສຸຂພາບ. ຊຶ່ງປະຊາຊົນ ໃນນະຄອນຫລວງວຽງຈັນ ໄປໃສ-ມາໃສ ກໍຕ້ອງໄດ້ໃສ່ ໜ້າກາກປ້ອງກັນ ຝຸ່ນຄວັນດັ່ງກ່າວ ເພື່ອຄວາມປອດພັຍ ຂອງສຸຂພາບ. ໃນສ່ວນ ຂອງການດັບມອດໄຟ ເຈົ້າໜ້າທີ່ ກໍເລັ່ງ ເພື່ອໃຫ້ດັບມອດໄດ້ 100% ໂດຍໄວ ເທົ່າທີ່ສາມາດເຮັດໄດ້ ເພາະວ່າ ເນື້ອທີ່ ປ່າພູພະນັງ ມີເນື້ອທີ່ກ້ວາງໃຫຍ່ຫລາຍ, ຊຶ່ງມັນກໍເປັນການຍາກ ທີ່ຈະດັບມອດໄຟໄດ້ ທັງໝົດ ໃນໄລຍະອັນສັ້ນ ແຕ່ແນວໃດ ທາງການ ກໍໄດ້ປະສານ ກັບຫລາຍໜ່ວຍງານ ເພື່ອເຂົ້າມາ ມອດໄຟ ໃນເທື່ອນີ້.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org