ປະຊາຊົນ ບໍ່ເຫັນດີ ການ​ເກັບເງິນພັທນາ

ປະຊາຊົນ ຈໍານວນນື່ງ ຢູ່ເມືອງອາສພອນ ແຂວງສວັນນະເຂດ ບໍ່ພໍໃຈ ນໍາການເກັບເງິນ ພັທນາທ້ອງຖິ່ນ ປະຈໍາປີ

ຊາວບ້ານໂຮມກັນ ອອກເງິນແລະແຮງງານ ສ້ອມແປງຖນົນຫົນທາງທີ່ເປ່ເພ ເພື່ອໃຫ້ການໄປມາສະດວກຂຶ້ນ RFA/TP

ປະຊາຊົນເມືອງອາສພອນ ແຂວງສວັນະເຂດ ບໍ່ພໍໃຈ ນໍາການເກັບເງິນ ຄ່າພັທນາທ້ອງຖີ່ນ ທີ່ທາງການ ເກັບນໍາ ປະຊາຊົນ ທຸກໆປີ ເພື່ອນໍາໄປ ສ້ອມແປງທາງ, ຈັດຕັ້ງ ຫ້ອງການບ້ານ ແລະ ສ້າງໂຮງຮຽນ ໃຫ້ເດັກນ້ອຍ ດັ່ງປະຊາຊົນ ທ່ານນື່ງ ທີ່ຂໍສງວນຊື່ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 15 ກຸມພາ ນີ້ວ່າ:

“ເມືອງອາສພອນເຮົານະ ບໍ່ພັທນາ ຈັກເທື່ອ ການພັທນາ ບໍ່ແມ່ນ ງົບປະມານ ຈາກຣັຖ ນ໋ະ, ງົບປະມານ ທີ່ວ່າ ເກັບເງິນ ພໍ່ແມ່ປະຊາຊົນ ແຕ່ລະບ້ານ ແຕ່ລະບ້ານ ຢ່າງເຮັດທາງເຂົ້າບ້ານ ຂ້ອຍນີ້ ກໍຕ້ອງເກັບເງິນ ນໍາໝູ່ບ້ານນັ້ນແຫລະ ເຮືອນລະ 2 ແສນ 50 ພັນ,  95 ໝູ່ບ້ານ ເນາະ ແຖວ ບ້ານອິນຈີ ປະຊາຊົນ ເສັຽແຕ່ເງິນ.”

ປະຊາຊົນ ທ່ານນີ້ເວົ້າວ່າ ການເກັບເງິນ ພັທນາທ້ອງຖີ່ນ ຈາກອໍານາດການປົກຄອງ ຈະມີຂຶ້ນທຸກໆຄັ້ງ ພາຍຫລັງ ປະຊາຊົນ ຮຽກຮ້ອງ ຢາກໃຫ້ ທາງການ ເຂົ້າມາ ສ້າງຖນົນຫົນທາງ ເຂົ້າບ້ານ ຫຼື ແນວໃດແນວນື່ງ ປະຊາຊົນຕ້ອງຈ່າຍ ຄອບຄົວລະ 2 ແສນ 5 ມື່ນ ຫຼືວ່າ 250,000 ກີບ ຕໍ່ປີ, ຖ້າຄອບຄົວໃດ ບໍ່ມີ ກໍຈະຕ້ອງ ມາອອກແຮງງານ.

ເຖິງຢ່າງໃດກໍຕາມ, ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ຜແນກການເງິນ ແຂວງສວັນນະເຂດ ໃຫ້ເຫດຜົລວ່າ ການເກັບເງິນ ພັທນາທ້ອງຖິ່ນນັ້ນ ຈະເປັນ ການເກັບໄດ້ ບໍ່ຜິດລະບຽບ ແລະ ເກັບຕາມປົກຕິຢູ່ແລ້ວ ໂດຍສເພາະ ເວລາ ທີ່ປະຊາຊົນ ຢາກໄດ້ຄວາມສດວກ ແຕ່ທາງການ ບໍ່ມີງົບປະມານພໍ  ຈະຕ້ອງໄດ້ເກັບເງິນ ຈາກປະຊາຊົນ ເພື່ອນໍາມາປະກອບສ່ວນ:

“ຖາມເຖິງ ໂຕພວກເຮົາແທ້ ເນາະ ທີ່ວ່າ ຢູ່ການເງິນ ແຂວງສວັນນະ ກໍບໍ່ແນ່່່ໃຈວ່າ ເພີ່ນເກັບກັນ ແນວໃດເນາະ, ບໍ່ແນໃຈວ່າ ເພີ່ນເກັບກັນທໍ່ໃດ, ການເງິນອິຫຍັງ ອອກມາ ເພີ່ນຈະມີ ເກັບຕາມນັ້ນ ແຕ່ລະເຂດ ແຕ່ລະບ້ານ ແຕ່ລະເມືອງ ມັນຈະມີການເກັບອິຫຍັງ ແຕກຕ່າງກັນ ຈະມີອໍານາດ ການປົກຄອງບ້ານ ທີ່ເພີ່ນໄປເກັບ ຂຶ້ນກັບບ້ານ ທີ່ເວົ້າເນາະ ບາງບ້ານເພີ່ນສາມາດ ເກັບໄດ້ຫັ້ນນະ.”

ນາງເນັ້ນວ່າ ປັຈຈຸບັນ ໃນຫລາຍໆແຂວງຢູ່ລາວ ປະຊາຊົນ ເຂດໃດກໍຕາມ ຄັນຖ້າວ່າ ຢາກໄດ້ ສີ່ງອໍານວຍ ຄວາມສດວກ ຫຼື ຢາກໃຫ້ມີ ການພັທນາໂຄງຮ່າງພື້ນຖານບ້ານ ເປັນຕົ້ນ ໂຮງຮຽນ ຫຼື ຖນົນຫົນທາງ ຖ້າທາງການ ບໍ່ມີງົບປະມານ ກໍຈໍາເປັນ ຕ້ອງໃຫ້ ປະຊາຊົນ ເຂດນັ້ນໆ ມີ ສ່ວນປະກອບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org