ຣົດບັນທຸກເກີນນ້ຳໜັກທໍາລາຍ ຖນົນ ຫົນທາງ
ເຈົ້າຫນ້າທີ່ ກະຊວງ ໂຍທາ ແລະ ຂົນສົ່ງ ກວດພົບ ຣົດ ບັນທຸກ ນ້ຳໜັກ ກວ່າ 2 ພັນ ຄັນ ຣະເມີດ ກົດ ຣະບຽບ ໃນ ການໃຊ້ ຖນົນ ໃນປີນີ້.
-
ສິດນີ
2014-09-08 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ເວົ້າວ່າ ໃນຣະຍະ 10 ເດືອນ ຂອງ ປີ 2013 2014 ນີ້ ເຈົ້າຫນ້າທີ່ ກວດພົບ ຣົຖ ບັນ ທຸກ ເກີນນ້ຳຫນັກ ກວ່າ 2 ພັນ ຄັນ ທີ່ບໍ່ ປະຕິບັດ ຕາມ ຣະບຽບ ໂດຍ ບັນທຸກເຄື່ອງ ຫນັກເກີນ ອະນຸຍາດ ແລະ ຣົດບັນທຸກ ເຫລົ່ານັ້ນ ໄດ້ສ້າງ ຄວາມເສັຽຫາຍ ໃຫ້ກັບ ຖນົນຫົນທາງ ແລະ ຂົວ ຫລາຍແຫ່ງ ໃນລາວ. ດັ່ງທ່ານ ກ່າວວ່າ:
"ເຣື້ອງຂນາດ ການບັນທຸກ ນີ້ມັນຂື້ນກັບ ເພົາລໍ້ມັນ ຫລາຍ ປະເພດ ຣົຖບັນທຸກ ນີ້ 6 ລໍ້ 10 ລໍ້ 12 ລໍ້ ແລ້ວກໍ 32 ລໍ້ ແລ້ວແຕ່ ລະ ປະເພດ ມັນກໍມີ ກົດກໍານົດ ອອກມາ ມັນຫລາຍ ຂນາດ ຊ່ຳນີ້ ບັນທຸກໄດ້ ເທົ້ານີ້ ປະຕິບັດ ຕາມ ຣະບຽບການ ຫັ້ນ".
ທ່ານເວົ້າ ຕື່ມວ່າ ໃນຣະຍະ 10 ເດືອນ ຂອງ ປີ 20132014 ນີ້ ເຈົ້າຫນ້າທີ່ ໄດ້ກວດສັ່ງ ນ້ຳຫນັກ ຂອງ ຣັດບັນທຸກ ຈຳນວນ ທັງຫມົດ 8,524 ຄັນ ພົບວ່າ ມີ 2,603 ຄັນ ມີນ້ຳຫນັກ ເກີນ ທີ່ບໍ່ ປະຕິບັດ ຕາມ ກົດຣະບຽບ ຂອງ ກົດຫມາຍ.
ການທີ່ ທາງການລາວ ບໍ່ສາມາດ ຄວບຄຸມ ຣົດ ບັນທຸກເກີນ ນ້ຳຫນັກ ໄດ້ນັ້ນ ສ້າງບັນຫາ ໃຫ້ແກ່ ຖນົນຫົນທາງ ແລະ ຂົວ ຫລາຍແຫ່ງ ໃນ ທົ່ວປະເທດ ຊຶ່ງ ໃນປີ 2013 2014 ມີຖນົນ ແລະ ຂົວ ຫລາຍບ່ອນ ເປ່ເພ ຍ້ອນຣົດບັນທຸກ ນ້ຳຫນັກເກີນ ແລ່ນ ຜ່ານ.
ຊາວເມືອງ ຈັນທະບູຣີ ໄດ້ສເນີຕໍ່ ກອງປະຊຸມ ສະພາ ແຫ່ງຊາດ ກ່ຽວກັບ ຣົດບັນທຸກ ຫນັກ ເກີນ ຍັງໃຊ້ຖນົນ ໃນເຂດ ນະຄອນ ຫລວງ ວຽງຈັນ ຫລາຍຢູ່ ຍ້ອນ ໃຫ້ສິນບົນ ເຈົ້າຫນ້າທີ່ ສັ່ງນ້ຳຫນັກ ຣົດ.