ຕອບແຊດສາມຫຼ່ຽມຄຳເປີດຮັບຄົນອິນເດຍແລະອາຟຣິກກາ

ປັດຈຸບັນບໍລິສັດຕອບແຊດຈີນຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ເລີ່ມກັບມາເປີດທໍາການອີກຄັ້ງຫຼາຍບໍລິສັດ ຫຼັງຈາກເຈົ້າໜ້າທີ່ ລາວ-ຈີນ ມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມເທື່ອໃຫຍ່ ເມື່ອເດືອນສິງຫາ ປີ 2024 ທີ່ຜ່ນມາ. ແລະສາມາດຈັບໄດ້ຜູ້ຖືກຫາທັງໝົດ 2,160 ຄົນ ເຊິ່ງການກັບມາເປີດທໍາການຂອງບໍລິສັດຕອບແຊດໃນເທື່ອນີ້ແມ່ນປັບປ່ຽນແຜນງານ ໂດຍຮັບຄົນອິນເດຍ ແລະຄົນຈາກທະວີບອາຟຣິກາ ທີ່ເວົ້າພາສາອັງກິດໄດ້ມາເຮັດວຽກເປັນສະແກມເມີເປົ້າໝາຍເພື່ອຕົວະຍົວະເອົາເງິນຄົນທົ່ວໂລກ

ເຈົ້າໜ້າທີ່ຕຳຫຼວດເຂົ້າປາບປາມກວດລ້າງແກ້ງຄອລເຊັນເຕີຈິນເມືື່ອເດືອນກັນຍາ-ຕຸລາ 2024 Police Media

ປັດຈຸບັນ ບໍລິສັດຕອບແຊດຈີນ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ເລີ່ມກັບມາເປີດທໍາການອີກຄັ້ງຫຼາຍບໍລິສັດ ຫຼັງຈາກເຈົ້າໜ້າທີ່ລາວ-ຈີນ ມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມເທື່ອໃຫຍ່ ເມື່ອເດືອນສິງຫາ ປີ 2024 ທີ່ຜ່ານມາ ແລະສາມາດຈັບໄດ້ຜູ້ຖືກຫາທັງໝົດ 2,160 ຄົນ. ເຊິ່ງການກັບມາເປີດທໍາການຂອງບໍລິສັດຕອບແຊດໃນເທື່ອນີ້ແມ່ນປັບປ່ຽນແຜນງານໂດຍຮັບຄົນອິນເດຍແລະຄົນຈາກທະວີບອາຟຣິກາທີ່ເວົ້າພາສາອັງກິດໄດ້ມາເຮັດວຽກເປັນສະແກມເມີ, ເປົ້າໝາຍເພື່ອຕົວະຍົວະເອົາເງິນຄົນທົ່ວໂລກຕາມຄວາມເວົ້າຊາວລາວທີ່ເຄີຍເຮັດວຽກຕອບແຊດກ່າວຕໍ່ວິທຍຸເອເຊັຍເສຣີວ່າ.

 ສ່ວນຫຼາຍແມ່ນຄົນອິນເດຍແຫຼະນິໂກຣແຫຼະ ບັກຫຼາຍໆ ຄົນອິນເດຍນີ້ ປະມານ 5-6 ຮ້ອຍ(ຄົນ) ແຕ່ຄົນລາວກໍຫາກມີຢູຕໍາຫຼວດຈີນກໍຫາກມີຢູ່ແຕ່ມາກວດມາຈັບແຕ່ຄົນຈີນແຕ່ວ່າພວກປະເທດອື່ນ ອິນເດຍບໍ່ ເຂົາບໍ່ຈັບຄົນລາວເຂົາຍັງຈັບໄປນໍາ”

ບໍລິສັດຕອບແຊດຈີນທີ່ສາມາດກັບມາເປີດໄດ້ນັ້ນຫາກຄົນລາວຢາກເຂົ້າມາເຮັດວຽກກໍຕ້ອງເປັນຜູ້ທີ່ບໍ່ເຄີຍເຮັດວຽກຕອບແຊດມາກ່ອນ ແລະຮູ້ພາສາໄທ ຫຼືພາສາອັງກິດຈັ່ງມີໂອກາດຮັບເອົາເຂົ້າວຽກສ່ວນຜູ້ສະໝັກຄົນຕ່າງປະເທດຈາກປະເທດອິນເດຍ ແລະ ເອທິໂອເປຍ ຈະຕ້ອງເຮັດວຽກຕົວະເອົາເງິນຈາກພົນລະເມືອງຂອງປະເທດຕົນເອງ; ດັ່ງນາຍໜ້າຫາຮັບສະໝັກຜູ້ສົນໃຈເຮັດວຽກຕອບແຊດຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາທ່ານກ່າວວ່າ.

”ຄົນທີ່ບໍ່ເຄີຍຜ່ານງານນີ້ແຫຼະເຮົາຈັ່ງຢາກເອົານະຄັນຄົນບໍ່ເຄີຍຜ່ານງານນະມັນຢາກຫົວແຂງແດ່ຄັນຄົນບໍ່ເຄີຍເຮັດແທ້ມັນກໍສິບໍ່ຮູ້ຫຍັງເລີຍແຕ່ວ່າເປັນຄົນທີ່ແບບຢູ່ໃນເມືອງບໍ່ມີການສຶກສານະຄືສິງ່າຍກວ່າເອົາຄົນທີ່ແບບແຖວບ້ານນອກມາຫຼາຍມັນບໍ່ຮູ້ຈັກເຮັດນໍບາງທີກໍຄົນອິນເດຍຈັ່ງຊີເຂົາສິໄດ້ພາສາອັງກິດແມ່ນບໍ່ກໍແຊດລົມນໍາຄົນຕ່າງປະເທດນໍາຄົນອິນເດຍນໍາບໍລິສັດມີແຕ່ 3-4 ບ່ອນເຂົາສາມາດເຮັດໄດ້ເຂົາກວດຫັ້ນກວດຈຸບໍ່ຈ່າຍເງິນ”

ກ່ອນໜ້ານີ້ ທ່ານ Narendra Modi ນາຍົກລັດຖະມົນຕີປະເທດອິນເດຍກ່າວຜ່ານສື່ Times Of India ວ່າຮຽກຮ້ອງໃຫ້ປະຊາຊົນອິນເດຍລະວັງອາດສະຍາກໍາທາງໄຊເບີທີ່ເພີ່ມຂື້ນຫຼັງຈາກຕົ້ນປີ 2024 ອາດສະຍາກໍາທາງໄຊເບີທີ່ປະຕິບັດການຢູ່ລາວ, ກໍາພູຊາ ແລະພະມ້າໄດ້ສໍ້ໂກງພົນລະເມືອງອິນເດຍເຖິງ 210 ລ້ານໂດລາສະຫະຣັດ ອີກທັງຊາວອິນເດຍຫຼາຍກວ່າ 29,000 ຄົນ ໄດ້ສູນຫາຍຢູ່ລາວ ກໍາພູຊາ ແລະພະມ້າ. ໃນຈໍານວນນັ້ນ ໄດ້ເຂົ້າໄປພົວພັນກັບເຄືອຂ່າຍທາງໄຊເບີ ແລ້ວຕົກເປັນເຫຍື່ອ ໃຫ້ເຂົ້າສູ່ການຖືກບັງຄັບໃຊ້ແຮງງານ.

 

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org