ຊາວບ້ານຮ້ອງຂໍການຊ່ວຍເຫຼືອ

ຊາວບ້ານ ໃນເຂດ ນ້ຳຖ້ວມ ຮຽກຮ້ອງ ໃຫ້ ທາງການລາວ ຊ່ວຍສ້ອມແປງ ໂຮງຮຽນ ທີ່ໄດ້ຮັບ ຄວາມ ເສັຽຫາຍ ຈາກ ພັຍ ນ້ຳຖ້ວມ.

ຊາວບ້ານ ໃນເຂດນ້ຳຖ້ວມ ຮຽກຮ້ອງ ໃຫ້ທາງການລາວ ຊ່ວຍສ້ອມແປງໂຮງຮຽນ RFA

 

ຊາວບ້ານ ໃນເຂດທີ່ ຖືກນ້ຳຖ້ວມ ຢາກໃຫ້ ທາງການລາວ ຊ່ວຍສ້ອມແປງ ໂຮງຮຽນ ທີ່ໄດ້ຮັບ ຜົລກະທົບຈາກ ເຫດນ້ຳຖ້ວມ. ຫລັງເກີດ ນ້ຳຖ້ວມ ຫລາຍປີ ທີ່ຜ່ານມາ ຊາວບ້ານ ຕ້ອງ ໄດ້ອອກເງິນ ກັນ ສ້ອມແປງ ເອົາເອງ ຍ້ອນ ທາງການ ບໍ່ໄດ້ໃຫ້ ຄວາມຊ່ວຍເຫລືອ. ທ້າວ ອຳພົງ ໜຶ່ງ ໃນຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ຈາກນ້ຳຖ້ວມ ໃນເຂດພາກໃຕ້ ຂອງລາວ ກ່າວ ກ່ຽວກັບ ເຣື່ອງນີ້ ວ່າ:

"ປະຖົມ ແລະ ມັທຍົມ ກໍຄືກັນ ບໍ່ມີການ ໄປຊ່ວຍເຫລືອ ແມ່ນຫຍັງເລີຍ ພັຍທັມຊາດ ມາເຮັດໃຫ້ ໂຮງຮຽນ ເສັຽຫາຍ ກໍມີແຕ່ເງິນ ພໍ່ແມ່ ນັກຮຽນ ໃສ່ ບໍ່ມີພາກ ສ່ວນຣັດ ບໍ່ຄ່ອຍລົງໄປ ຊ່ວຍຫລາຍ ປານໃດ ມີແຕ່ວ່າ ເຂດບ້ານນັ້ນ ພາກັນ ຊ່ວຍເຫລືອ ພາກັນສ້າງ ໂຮງຮຽນ ຊື່ໆ".

ທ່ານ ເວົ້າຕື່ມວ່າ ໂຮງຮຽນ ສ່ວນຫລາຍ ມີສະພາບ ເກົ່າຢູ່ແລ້ວ ເມື່ອ ຖືກນ້ຳຖ້ວມ ກໍ່ເປ່ເພ ເສັຽຫາຍ ຈົນບໍ່ສາມາດ ໃຊ້ຮຽນໄດ້ ຕາມ ປົກກະຕິ. ຜ່ານມາ ຫລາຍຄັ້ງ ທາງການ ກໍບໍ່ຄ່ອຍ ສົນໃຈ ຈະຊ່ວຍເຫລືອ ຈົນຊາວບ້ານ ຕ້ອງເພິ່ງພາ ຕົນເອງ. ຫາກຜູ້ໃດ ພໍຮູ້ຈັກ ອົງການ ສາກົລ ກໍອາຈໄດ້ ຮັບການ ຊ່ວຍເຫລືອ.

ຣາຍງານຫລ້າສຸດ ເປີດເຜີຍວ່າ ມີຫລາຍແຂວງ ໃນພາກໃຕ້ ແລະ ພາກເໜືອ ທີ່ໄດ້ຮັບ ຜົລກະທົບ ຈາກພັຍ ນ້ຳຖ້ວມ ໃນຕົ້ນເດືອນ ສິງຫາ 2014 ທັງໃນແຂວງ ຫລວງ ພຣະບາງ ແຂວງວຽງຈັນ ແຂວງຄຳມ່ວນ ສວັນນະເຂດ ສາຣະວັນ ຈຳປາສັກ ແລະ ແຂວງເຊກອງ ມີການ ປະເມີນ ຄວາມເສັຽຫາຍ ເບື້ອງຕົ້ນ ຄາດວ່າມີ ປະຊາຊົນ ໄດ້ຮັບ ຜົລກະທົບ 100 ບ້ານ 30 ພັນ ກວ່າ ຄອບຄົວ.

ພວກເຂົາເຈົ້າ ຢາກໃຫ້ ທາງການ ຊ່ວຍເຫລືອ ຢ່າງຮີບດ່ວນ ເຣື່ອງນ້ຳດື່ມ ອາຫານ ແລະ ທີ່ຢູ່ອາສັຍ. ສຳລັບ ຄວາມເສັຽຫາຍ ຂອງ ໂຮງຮຽນ ນັ້ນ ທາງຜແນກ ສຶກສາ ທິການ ແລະ ກິລາ ໃນແຕ່ລະ ແຂວງ ກຳລັງ ຮວບຮວມຢູ່.

ສ່ວນເຫດ ນ້ຳຖ້ວມ ໃນຊ່ວງ ຣະດູຝົນ ປີ 2013 ຜ່ານມາ ນັ້ນ ຄາດວ່າ ມີໂຮງຮຽນ ທີ່ໄດ້ຮັບ ຜົລກະທົບ ຫລາຍກວ່າ 40 ຫລັງ ທີ່ ມີ ນັກຮຽນ ຫລາຍກວ່າ 6 ພັນຄົນ ມູລຄ່າ ເສັຽຫາຍ ຫລາຍກວ່າ 3 ຈຸດ 1 ຕື້ ກີບ ເຈົ້າໜ້າທີ່ ໃນບາງ ແຂວງ ເວົ້າວ່າ ປັຈຈຸບັນ ຍັງບໍ່ໄດ້ ຮັບທຶນ ສ້ອມແປງ ຈາກຂັ້ນເທິງ ຕາມທີ່ຮ້ອງຂໍ ນັ້ນ ເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org