ປາຕາຍຢູ່ໜອງຫານ ບໍ່ເຂົ້າ ບໍ່ອອກ

ຍັງບໍ່ມີ ຄວາມ ຄືບໜ້າ ໃນການ ຊອກຫາ ຜູ້ ຮັບຜິດຊອບ ເຣື້ອງປາຕາຍ ຢູ່ ໜອງຫານ ປາກງື່ມ ນະຄອນຫລວງ ວຽງຈັນ.

ເຣື້ອງປາຕາຍ ຢູ່ໜອງຫານ ປາກງື່ມ ບໍ່ເຂົ້າ ບໍ່ອອກ RFA

 

ມາເຖິງປັດຈຸບັນ ການຊອກຫາຜູ້ເຮັດໃຫ້ນໍ້າໃນໜອງຫານ ບ້ານນາທາມ ເມືອງປາກງື່ມ ນະຄອນຫລວງວຽງຈັນ ຕາຍຫລາຍນັ້ນຍັງບໍ່ຄືບໜ້າ ເຖິງແມ່ນພາກສ່ວນທາງການທີ່ກ່ຽວຂ້ອງ ຈະໄດ້ນໍາເອົານໍ້າຈາກໜອງນັ້ນ ໄປວິຈັຍແລ້ວກໍຕາມ. ແຕ່ກໍຍັງບໍ່ທັນສລຸບໄດ້ວ່າສາເຫດທີ່ເຮັດໃຫ້ ປາຕາຍຍ້ອນຫຍັງກັນແທ້. ດັ່ງນັ້ນຈຶ່ງຍັງບໍ່ສາມາດລະບຸໄດ້ວ່າແມ່ນໃຜແທ້ທີ່ຈະຕ້ອງຮັບເອົາຄວາມຮັບຜິດຊອບໃນເຣື່ອງປາຕາຍນັ້ນ. ກ່ຽວກັບ ເຣື່ອງນີ້ ຊາວບ້ານນາທາມຜູ້ນຶ່ງເວົ້າວ່າ:

"ບໍ່ ບໍ່ໄດ້ຄໍາຕອບເລີຍ ເພີ່ນກະບໍ່ໄດ້ວ່າແນວໃດ ມີແຕ່ເອົານໍ້າໄປວິໄຈ ບໍ່ຊອກສາເຫດວ່າມັນຕາຍຍ້ອນຫຍັງຫັ້ນນະ ມີແຕ່ວ່ານໍ້າມັນເປັນຢ່າງ ນັ້ນນໍ້າເປັນຢ່າງນີ້".

ຊາວບ້ານເວົ້າຕື່ມວ່າ ດຽວນີ້ນໍ້າໃນໜອງຫານ ເລີ່ມກັບສູ່ສະພາບປົກກະຕິແລ້ວ ແລະເຫັນມີປາຢູ່ໃນໜອງ ແຕ່ບໍ່ຫລານປານໃດ ບໍ່ຮູ້ວ່ານໍ້າ ມີ ສານພິດເຄມີຫລືບໍ່ ທີ່ໜ້າເປັນຫ່ວງ ຄືຊາວບ້ານບາງຄອບຄົວ ທີ່ທຸກຍາກ ມີຄວາມຈໍາເປັນແທ້ໆ ແລະບໍ່ມີທາງເລືອກອື່ນສໍາຫາລ້ຽງຊີບ ກໍໄດ້ ຕັດສິນໃຈສ່ຽງໄປຫາປາຢູ່ໃນໜອງ ຫານນັ້ນມາກິນ.

ຢ່າງໃດກໍຕາມ ພໍ່ບ້ານນາທາມກໍວ່າ ຈະລໍຖ້າຄໍາຕອບຈາກການວິຈັຍນໍ້າ ຈາກພາກສ່ວນກ່ຽວຂ້ອງຂອງທາງການໄປອີກ 10-20 ວັນ. ຖ້າບໍ່ມີ ຄໍາຕອບ ທາງອໍານາດການປົກຄອງບ້ານ ຈະໄປບອກໂຮງງານຜລິດ ມັນຕົ້ນລາວ- ອິນໂດຊາຍນາ ບໍ່ໃຫ້ປ່ອຍນໍ້າເສັຍລົງມາໃສ່ຫ້ວຍທັມຊາດ ທີ່ໄຫລລົງສູ່ໜອງຫານ ນັ້ນອີກຕໍ່ໄປ.

ເຖິງເວລານີ້ທາງໂຮງງານນັ້ນ ຍັງປະຕິເສດຢູ່ວ່າ ບໍ່ໄດ້ເປັນຜູ້ເຮັດໃຫ້ປາໃນໜອງຫານນັ້ນຕາຍ ແລະຈະບໍ່ຮັບຜິດຊອບຕໍ່ເຫດການດັ່ງກ່າວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org