ເຂື່ອນນໍ້າອູ 1 ແຈ້ງເຕືອນ ການຣະບາຍນໍ້າ

ເຂື່ອນໄຟຟ້ານໍ້າອູ 1 ແຈ້ງຣະບາຍນໍ້າ ແລະ ເຕືອນໃຫ້ຊາວບ້ານ ຢູ່ ກ້ອງເຂື່ອນ ຣະວັງ ຣະດັບນໍ້າຂຶ້ນສູງ.

ບໍຣິສັດຈີນ ໃນໂຄງການ ເຂື່ອນໄຟຟ້ານໍ້າອູ 1 ໄດ້ອອກແຈ້ງການ ໃນການຣະບາຍນໍ້າ ໃນວັນທີ 23 ກໍຣະກະດາ 2021. ນັກຂ່າວພົລເມືອງ

ບໍຣິສັດໄຟຟ້ານໍ້າອູ ຈຳກັດ ເຊິ່ງເປັນບໍຣິສັດລົງທຶນຂອງຈີນ ໂຄງການເຂື່ອນໄຟຟ້ານໍ້າອູ 1 ໄດ້ອອກແຈ້ງການໃນການຣະບາຍນໍ້າ ໃນວັນທີ 23 ກໍຣະກະດາ ນີ້ໂດຍເນື້ອໃນໄດ້ເຕືອນ ໃຫ້ຊາວບ້ານໃນເມືອງປາກອູ ແຂວງຫຼວງພຣະບາງ ທີ່ຢູ່ກ້ອງເຂື່ອນຣະວັງ ນໍ້າຂຶ້ນສູງ ໂດຍຫ້າມແລ່ນເຮືອ, ອອກຫາປາ, ລາກໄມ້ ແລະ ວຽກງານອື່ນໆ ຕາມລຳນໍ້າຢ່າງເດັດຂາດ ແລະ ຄາດວ່າຈະບໍ່ສົ່ງ ຜົລກະທົບ ຕໍ່ຊາວບ້ານທີ່ຢູ່ກ້ອງເຂື່ອນ ແຕ່ຢ່າງໃດ. ດັ່ງເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 23 ກໍຣະກະດາ ວ່າ.

"ສິມີແຈ້ງການໂຕສໍ່ານັ້ນແຫຼະ ອັນນີ້ເພິ່ນແຈ້ງແບບທົ່ວໄປເຕືອນຣະມັດຣະວັງ, ມີຫຼາຍບ້ານຢູ່ດອກຢູ່ທ້າຍເຂື່ອນຄິດວ່າມັນຄືຊິປອດພັຍ ແລ້ວຂະເຈົ້າເຮັດກຳແພງສູງເຕີບ ບ້ານທຳອິດ ຫ່າງຈາກທ້າຍເຂື້ອນກໍເກືອບ 1 ກິໂລ ນີ້ແຫຼະບ່ອນຫັ້ນ."

ທ່ານໄດ້ກ່າວຕື່ມວ່າຫຼັງຈາກໄດ້ຮັບໜັງສື ຈາກບໍຣິສັດຜູ້ພັທນາກໍໄດ້ແຈ້ງໃຫ້ພາກສ່ວນ ກ່ຽວຂ້ອງເພື່ອລົງໄປເຕືອນຊາວບ້ານທີ່ອາສັຍ ຢູ່ກ້ອງເຂື່ອນທັນທີ ເພື່ອເກັບມ້ຽນເຄື່ອງຂອງ ແລະ ຊັບສີນມີຄ່າເອົາໄວ້ບ່ອນປອດພັຍ.

ສ່ວນເຂື່ອນໄຟຟ້າອື່ນໆ ພາຍໃນແຂວງຫຼວງພຣະບາງ ແລະ ແຂວງອ້ອມຂ້າງປັດຈຸບັນ ຍັງບໍ່ມີເຂື່ອນໄຟຟ້າໃດແຈ້ງການປ່ອຍນໍ້າ ແລະ ເຕືອນຊາວບ້ານເທື່ອ. ຂນະທີ່ຊາວບ້ານຜູ້ນຶ່ງ ທີ່ອາສັຍຢູ່ກ້ອງເຂື່ອນໄຟຟ້ານໍ້າອູ 1 ໃນເມືອງປາກອູ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າໄດ້ຮັບ ການແຈ້ງເຕືອນຈາກນາຍບ້ານ ແລ້ວວ່າຈະມີການ ປ່ອຍນໍ້າຈາກເຂື່ອນໄຟຟ້ານໍ້າອູ 1 ແຕ່ບໍ່ເຫັນແຈ້ງວ່າຈະປ່ອຍນໍ້າ ໃນປະຣິມານເທົ່າໃດ ແຕ່ເພື່ອຄວາມປອດພັຍ ກໍໄດ້ເກັບມ້ຽນເຄື່ອງຂອງ ເອົາໄວ້ບ່ອນສູງ ແລະ ມັດເຮືອແພໃຫ້ແໜ້ນ ໜາທີ່ສຸດ.

"ໂດຍໆ, ແຈ້ງຢູ່ເຈົ້າເພິ່ນ ກະມ້ຽນເຮືອໃຜເຮືອນມັນແຫຼະ ຊ່ວງນີ້ນໍ້າກຳລັງຂຶ້ນເດ້ ກະມີແຕ່ມີສະຕິເບິ່ງເຮືອເບິ່ງແພຫັ້ນແຫຼະ ແຕ່ບໍ່ຮູ້ວ່າ ມັນຊິຂຶ້ນຫຼາຍຂຶ້ນໜ້ອຍສໍ່າໃດ ມີແຕ່ເພິ່ນວ່າ ເພິ່ນຊິປ່ອຍເຂື່ອນ."

ຊາວບ້ານອີກຜູ້ນຶ່ງ ໃນເມືອງປາກອູ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ ໄດ້ຮັບການແຈ້ງເຕືອນຈາກເຂື່ອນ ໄຟຟ້ານໍ້າອູ 1 ແລ້ວ ແຕ່ຂ້ອນຂ້າງກະທັນຫັນ ເກິນໄປ ທາງໂຄງການຄວນຈະແຈ້ງ ໃຫ້ຊາວບ້ານຮັບຮູ້ລ່ວງໜ້າ ຢ່າງນ້ອຍ 2-3 ມື້ ເພາະບາງຄອບຄົວຍັງຫາກິນຕາມລຳນໍ້າ ບໍ່ມີໂທຣະສັບທີ່ຄອຍແຈ້ງເຕືອນ, ບາງຄອບຄົວກໍຕ້ອງ ໃຫ້ໃຊ້ເວລາຢ່າງນ້ອຍ ມື້ນຶ່ງໃນການ ເກັບມ້ຽນເຄື່ອງຂອງ ແລະ ສັດລ້ຽງຂຶ້ນໄປໄວ້ບ່ອນສູງ.

"ຂະເຈົ້າກະແຈ້ງ ເຂົາຢາກປ່ອຍເຂົາກະປ່ອຍເລີຍ ຕອນເຂົາປ່ອຍຫັ້ນກະປະຊາຊົນ ໄປນັ້ນໄປນີ້ບາງເທື່ອ ກະໃສ່ເບັດໃສ່ມອງ ກະມີ ເຄື່ອງມີຂອງ ຢູ່ແຄມນໍ້າເນາະ ວ່າຊັ້ນສະບາງເທື່ອ ກະຖ້ວມເລີຍກະມີ."

ຊາວບ້ານຜູ້ນຶ່ງໃນເມືອງປາກອູ ແຂວງຫຼວງພຣະບາງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຜ່ານມາເທົ່າໃດມື້ເຂື່ອນໄຟຟ້າ ນໍ້າອູ 1 ບໍ່ມີຮອດນໍ້າແຕ່ມາຮອດຕອນເຊົ້າ ຂອງມື້ນີ້ ຣະດັບສູງຂຶ້ນເກືອບຮອດຕາຝັ່ງ ແຕ່ຍັງບໍ່ມີບ້ານໃດໄດ້ຮັບຜົລກະທົບ ແຕ່ແນວ ໃດກໍຕາມເພື່ອ ຄວາມປອດພັຍສູງສຸດ ກໍໄດ້ມັດເຮືອເອົາໄວ້ຢ່າງແໜ້ນໜາແລ້ວ.

"ນໍ້າສູງເກືອບຊິພຽງຕາຝັ່ງ, 3-4 ມື້ແລ້ວນີ້ຂະເຈົ້າປ່ອຍນໍ້າປ່ອຍແຕ່ວ່າ ມັນແຫ້ງເກິີນແລ້ວ ກະຫາກໍເພີ່ມມື້ວານນີ້."

ຂນະທີ່ຊາວບ້ານອີກຜູ້ນຶ່ງໃນເມືອງປາກອູ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ດຽວນີ້ຣະດັບນໍ້າຍັງຢູ່ເຂດ ປອດພັຍແຕ່ບໍ່ເຫັນ ການຈັດຕັ້ງບ້ານ ປະກາດ ເຕືອນຊາວບ້ານແນວໃດວ່າ ເຂື່ອນໄຟຟ້ານໍ້າອູ 1 ຈະໃຫ້ຊາວບ້ານເຮັດແນວໃດ ເປັນຂັ້ນຕອນຣະອຽດ ເມື່ອເກີດເຫດສຸກເສີນ.

"ປານກາງບໍ່ສູງແທ້ເທື່ອ ຫາຊິຂຶ້ນວານນີ້, ບໍ່ໆ, ບໍ່ແຈ້ງເຕືອນນາຍບ້ານ ກໍບໍ່ປະກາດບໍ່ແຈ້ງເລີຍນ່າ ອັນຂັ້ນເທິງຫັ້ນເຂົາບໍ່ເຮັດນ່າປີ້ນີ້ ລະປ່ອຍເລີຍບໍ່ແຈ້ງບໍ່ເອີ່ຍຫຍັງ."

ຊາວບ້ານຜູ້ນີ້ໄດ້ກ່າວຕື່ມວ່າ ໂດຍສ່ວນໂຕກໍຂ້ອນຂ້າງກັງວົນ ກ່ຽວກັບເຣື່ອງການປ່ອຍນໍ້າ ແລະພັຍນໍ້າຖ້ວມ ຍິ່ງອາສັຍຢູ່ກ້ອງເຂື່ອນ ຍິ່ງຕ້ອງຕຽມພ້ອມໂຕເອງ ແລະຄອບຄົວຢູ່ ຕລອດເວລາຍ້ອນມີເດັກນ້ອຍ ແລະ ຄົນເຖົ້າຢູ່ໃນເຮືອນ ເມື່ອເກີດເຫດສຸກເສີນ ກໍພ້ອມ ທີ່ຈະໂຍກຍ້າຍທັນທີ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີພຍາຍາມຕິດຕໍ່ໄປຫາ ບໍຣິສັດເຂື່ອນໄຟຟ້ານໍ້າອູ 1 ເພື່ອສອບຖາມລາຍຣະອຽດໃນການປ່ອຍນໍ້າ ແລະ ປະຣິມານນໍ້າທີ່ຈະປ່ອຍລົງກ້ອງເຂື່ອນ ຫຼາຍສໍ່າໃດ ແຕ່ບໍ່ສາມາດຕິດຕໍ່ໄດ້.

ເຂື່ອນໄຟຟ້ານໍ້າອູ 1 ຍັງຣະບຸຕື່ມອີກວ່າ ຖ້າຫາກມີສັນຍານເຕືອນອັນຕະລາຍ ການຈັດຕັ້ງບ້ານຕ້ອງແຈ້ງ ແລະ ໂຍກຍ້າຍຊາວບ້ານ ໄປພື້ນທີ່ສູງເມື່ອເວລາເກີດນໍ້າຖ້ວມຕ້ອງອອກ ຈາກທີ່ຢູ່ເຮືອນຊານຢ່າງໄວວາເພື່ອໂຍກຍ້າຍໄປບ່ອນທີ່ປອດພັຍ ແລະເຣີ່ມປະຕິບັດ ການຊ່ອຍເຫຼືອຕົນເອງ ໃນຂນະທີ່ລໍຖ້າການຊ່ອຍເຫຼືອຈາກທາງນອກ.

ເຂື່ອນໄຟຟ້ານໍ້າອູ 1 ແມ່ນນຶ່ງໃນ 7 ເຂື່ອນໄຟຟ້າໃນລຳນໍ້າອູ ທີ່ມີບໍຣິສັດໄຟຟ້ານໍ້າອູ ຫຼືກຸ່ມບໍຣິສັດ China Power ຂອງນັກລົງທຶນ ຈີນ ເປັນຜູ້ພັທນາໂຄງການ ແລະ ບໍຣິສັດ Sino Hydro Corporation Ltd ເປັນຜູ້ຮັບເໝົາກໍ່ສ້າງ, ເຂື່ອນໄຟຟ້ານໍ້າອູ 1 ມີຂນາດ 180 ເມກາວັດ ມູນຄ່າການກໍ່ສ້າງ 390 ລ້ານໂດລາ ສະຫະຣັຖ ເຣີ່ມສ້າງມາແຕ່ປີ 2016 ແລະ ສ້າງສຳເຣັດໃນປີ 2020 .

ສ່ວນໄຟຟ້າທີ່ຜລິດຈາກ ເຂື່ອນນໍ້າອູ 1 ທັງໝົດ ແມ່ນຂາຍໃຫ້ ຣັຖວິສາຫະກິຈ ໄຟຟ້າລາວ ເພື່ອສນອງໃຫ້ກັບປະຊາຊົນ ໃນແຂວງ ຫຼວງພຣະບາງ ແລະພາຍໃນປະເທດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org