ເຂື່ອນນໍ້າອູ 3 ກັກນໍ້າ ພືດຜັກ ແຫ້ງຕາຍ
ປະຊາຊົນ 4 ບ້ານ ຢູ່ທາງລຸ່ມ ເຂື່ອນ ນໍ້າອູ 3 ໄດ້ຮັບ ຜົລກະທົບ ຢ່າງໜັກໜ່ວງ ຍ້ອນ ເຂື່ອນ ບໍ່ປ່ອຍນໍ້າ.
-
ມະນີຈັນ
2019-06-13 -
-
-
Your browser doesn’t support HTML5 audio
ປະຊາຊົນ 4 ບ້ານຢູ່ທ້າຍເຂື່ອນນໍ້າອູ 3 ເມືອງງອຍແຂວງຫຼວງພຣະບາງ ໄດ້ຮັບຜົລກະທົບໜັກໜ່ວງ ຈາກພັຍແຫ້ງແລ້ງ ຍ້ອນຝົນບໍ່ຕົກ ໃນຂນະທີ່ ເຂື່ອນນໍ້າອູ 3 ກໍບໍ່ສາມາດ ປ່ອຍນໍ້າຈາກເຂື່ອນໄດ້ ເນື່ອງຈາກນໍ້າໃນອ່າງມີໜ້ອຍ ເຮັດໃຫ້ເຄຶ່ອງປູກ ຂອງຝັງ ໃນສວນຂອງ ພວກຂະເຈົ້າຕາຍ ໄດ້ຮັບຄວາມເສັຽຫາຍໜັກ, ຕາມຄໍາເວົ້າຂອງເຈົ້າໜ້າທີ່ທ້ອງຖິ່ນ ທ່ານນຶ່ງຕໍ່ RFA ໃນມື້ວັນທີ 13 ມິຖຸນາ ນີ້:
"ເພາະວ່າແລ້ງນະຢູ່ພີ້ນະ ຝົນບໍ່ຕົກຕົກເປັນບ່ອນ ແຕ່ວ່າເຂດເຮົາບໍ່ຕົກ ບໍ່ໄດ້ເຮັດໄຮ່ເຮັດສວນເທື່ອ ເຂົ້ານີ້ຕາຍ ເຂົ້າສວນເຂົ້າຫຍັງນີ້ນະ ຕົ້ນໃດກໍຕາຍນະ ເຮົາປູກພືດເຮົາ ທີ່ເຮົາປູກ ຂອງປະຊາຊົນນີ້ລະ ມັນແຫ້ງແລ້ງ ກໍຫລາຍບ້ານຢູ່ໂຄງເຂດນີ້ນະ ເຂົາບໍ່ໄດ້ ບໍ່ປ່ອຍນໍ້າແລ້ວ ນໍ້າມັນແຫ້ງ ເຂື່ອນ 3 ເຂົາບໍ່ປ່ອຍນໍ້າມັນໜ້ອຍ."
ພື້ນທີ່ທີ່ໄດ້ຮັບຄວາມເສັຽຫາຍ ແມ່ນບ້ານ ດອນເງິນ ບ້ານຫາດຂີບ ບ້ານຫ້ວຍທາງ ແລະບ້ານປາກງາ. ປະຊາຊົນຈໍານວນນຶ່ງປະມານ 100 ຄອບຄົວ ໃນ 4 ບ້ານທີ່ປູກເຂົ້າສາລີ ໝາກແຕງ ເຂົ້າ ແລະພືດອື່ນໆ ທັງຢູ່ໃກ້ແຄມນໍ້າ ແລະບ່ອນທໍາການຜລິດອື່ນ ຕ່າງກໍໄດ້ຮັບຄວາມ ເສັຽຫາຍ ຍ້ອນພືດຜັກຕາຍ.
ຕາມການຮວບຮວມຂໍ້ມູນ ຂອງອໍານາດການປົກຄອງ ໃນແຕ່ລະບ້ານ, ພື້ນທີ່ທີ່ໄດ້ຮັບຄວາມເສັຽຫາຍ ມີຢູ່ຣະຫວ່າງ 30 ຫາ 50 ເຮັກຕາ. ຄອບຄົວໃດ ທີ່ມີຖານະແດ່ ກໍຈະບໍ່ໄດ້ຮັບຜົລກະທົບຫຼາຍ ຍ້ອນສາມາດຊື້ຈັກສູບນໍ້າ ຂອງຈີນມາສູບນໍ້າ ເຂົ້າພື້ນທີ່ ການຜລິດຂອງຕົນໄດ້. ແຕ່ຊາວບ້ານສ່ວນໃຫຍ່ໃນເຂດນີ້ ທຸກຍາກ ບໍ່ມີເງິນຊື້ຈັກສູບນໍ້າ. ເຈົ້າໜ້າທີ່ທ່ານດຽວກັນນີ້ ກ່າວຕໍ່ໄປວ່າບັນຫາເລີ່ມມາແຕ່ ເດືອນມິນາ ພຸ້ນແລ້ວ ແຕ່ຍັງບໍ່ມີພາກສ່ວນໃດ ຂອງທາງການລົງມາຊ່ອຍເຫລືອ ຫລືແນະນໍາ ແນວທາງແກ້ໄຂເທື່ອ.
ແຕ່ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງ ເມືອງງອຍ ບອກວ່າ ຂະເຈົ້າຍັງບໍ່ທັນໄດ້ຮັບ ຣາຍງານກ່ຽວກັບເຣື່ອງທີ່ວ່ານັ້ນ ຈາກຊາວບ້ານເທື່ອ ແຕ່ກໍຈະແຕ່ງທີມງາມລົງໄປເບິ່ງ:
"ໂຕນີ້ເຮົາຍັງບໍ່ຮູ້ເນາະ ມີແຕ່ວ່າເຮົາຈະຣາຍງານ ໄປຫາໜ່ວຍງານ ພາກສ່ວນທີ່ກ່ຽວຂ້ອງເນາະ ໃຫ້ໄປກວດສອບອີກບາດນຶ່ງເນາະ ເພາະວ່າກໍຕ້ອງເບິ່ງວ່າເປັນ ກ່ຽວກັບເຣື່ອງຫຍັງແດ່ຈັ່ງໃດ ເພື່ອທີ່ວ່າຈະຊ່ອຍເຮັດແນວໃດເນາະ."
ສ່ວນຢູ່ເຂດ ບ້ານຈັດສັນເຂື່ອນນໍ້າອູ 3 ເມືອງງອຍ ຊຶ່ງມີປະຊາຊົນ 176 ຄອບຄົວອາສັຍຢູ່ນັ້ນ ກໍຍັງປະສົບບັນຫາ ບໍ່ມີວຽກເຮັດງານທໍາ ຊຶ່ງກໍຕ້ອງການ ໃຫ້ຄນະຈັດສັນເຂື່ອນ ແຫ່ງນີ້ຊ່ອຍເຫລືອ.
ເຂື່ອນນໍ້າອູ 3 ເປັນ 1 ໃນຈໍານວນ 7 ເຂື່ອນນໍ້າອູ ຂອງບໍຣິສັດ Sino-hydro ຂອງຈີນ, ເລີ່ມກໍ່ສ້າງເມື່ອທ້າຍປີ 2015, ປັດຈຸບັນກໍ່ສ້າງ ໄດ້ປະມານ 90 ເປີເຊັນ ຊຶ່ງທາງໂຄງການກໍາລັງ ເລັ່ງກໍ່ສ້າງ ເພື່ອໃຫ້ສາມາດຜລິດກະແສໄຟຟ້າ ໄດ້ພາຍໃນປີ 2020.