ຊາວບ້ານຈົ່ມວ່າທາງ ບ້ານໜອງວຽງຄໍາ ຮ່ອມ 1 ລໍາບາກ ຕລອດປີ ພາຍຫຼັງ ສ້າງທາງຣົດໄຟ
ປະຊາຊົນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈົ່ມວ່າ ການເດີນທາງໄປມາ ຕາມເສັ້ນທາງ ບ້ານໜອງວຽງຄໍາຮ່ອມ 1 ບໍ່ສະດວກ ຍ້ອນມີການກໍ່ສ້າງ ທາງຣົດໄຟ ລາວ-ຈີນ
-
ຈໍາປາທອງ
2021-02-11 -
-
-
Your browser doesn’t support HTML5 audio
ປະຊາຊົນເມືອງໄຊທານີ ນະຄອນຫຼວງວຽງຈັນ ຈົ່ມວ່າ ການເດີນທາງໄປມາຕາມເສັ້ນທາງບ້ານໜອງວຽງຄໍາຮ່ອມ 1 ບໍ່ສະດວກ ເປັນຍ້ອນມີການກໍ່ສ້າງທາງຣົດໄຟ ລາວ-ຈີນ, ຍາມຝົນນໍ້າຖ້ວມ, ຍາມແລ້ງມີຂີ້ຝຸ່ນ, ດັ່ງປະຊາຊົນທ່ານນຶ່ງ ຢູ່ເມືອງໄຊທານີກ່າວຕໍ່ ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 10 ກຸມພາ 2021 ນີ້ວ່າ
“ທີແລກ ມັນເປັນເນີນສູງ ແລ້ວນໍ້າມັນຈະບໍ່ຂັງ ຜ່ານມາທາງຣົດໄຟ ເປັນຄົນຈີນມາຈົກລົງ ຈົກລົງຫຼາຍເກີນ ແລ້ວນໍ້າມັນຂັງຢູ່ທາງ. ມື້ວານນີ້ຝົນຕົກນໍ້າກໍເລີຍຖ້ວມ ປິດຕາຍເລີຍ ທາງແຖວນັ້ນບໍ່ມີທາງອອກທາງອື່ນເລີຍ ຍາມໜ້າແລ້ງທາງເປັນຂຸມ ເປັນຂີ້ຝຸ່ນຫຼາຍ.”
ທ່ານກ່າວຕື່ມວ່າ ທາງເສັ້ນນີ້ເປັນທາງທີ່ປະຊາຊົນຫຼາຍບ້ານໃຊ້, ມີຄວາມລໍາບາກຫຼາຍໃນການເດີນທາງໄປມາ, ດັ່ງນັ້ນຈຶ່ງຢາກ ຮຽກຮ້ອງໃຫ້ພາກສ່ວນທາງການທີ່ກ່ຽວຂ້ອງ ລົງມາຊ່ອມແປງໃຫ້.
ແລະປະຊາຊົນຢູ່ເມືອງໄຊທານີ ນີ້ອີກທ່ານນຶ່ງກໍເວົ້າວ່າ ເມື່ອກ່ອນເສັ້ນທາງສາຍດັ່ງກ່າວ ບໍ່ໄດ້ເປ່ເພຄືແນວນີ້. ແຕ່ພາຍຫລັງມີການ ດັດແກ້ທາງຣົດໄຟໃໝ່ ຈຶ່ງເຮັດໃຫ້ມີນໍ້າຖ້ວມທາງ ດັ່ງທີ່ທ່ານກ່າວຕໍ່ ວິທຍຸ ເອເຊັຽ ເສຣີໃນມື້ດຽວກັນນີ້ວ່າ:
“ໂອ໋ເປ່ເພ, ປົກຕິເຂົາເຮັດແຕ່ກີ້ບໍ່ໄດ້ເພດອກ ເຮັດທາງຣົດໄຟແລ້ວມັນເພ ຂຸດທາງຣົດໄຟຫັ້ນແຫຼະ ຝົນມັນຕົກນໍ້າມັນຖ້ວມສະເພາະ ຍາມຝົນ ແລ້ວກໍຂີ້ຝຸ່ນໄງ່ ຈໍາເປັນທຽວຫັ້ນແຫຼະ ຂັ້ນເທິງບໍ່ມາແປງໃຫ້.”
ໃນຂນະດຽວກັນ ປະຊາຊົນຢູ່ເມືອງໄຊທານີ ອີກທ່ານນຶ່ງກໍກ່າວວ່າ ເສັ້ນທາງສາຍນີ້ຍາມຝົນ ປະຊາຊົນບໍ່ສາມາດໃຊ້ໄດ້ຍ້ອນບໍ່ມີ ຄອງຣະບາຍນໍ້າ ເຮັດໃຫ້ນໍ້າອັ່ງ ນໍ້າຖ້ວມຂຶ້ນສູງ ແລະເປັນຂີ້ຕົມ ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 10 ກຸມພາ ນີ້ວ່າ:
“ປີກ່ອນນີ້ ຢູ່ສະເພາະຈຸດນີ້ເນາະ ເຂົາຈະເຮັດຮ່ອງລະບາຍອອກໃຫ້ ຂະເຈົ້າເຮັດທາງຣົດໄຟມາ ແລ້ວເຂົາບໍ່ທັນເຮັດແລ້ວຫັ້ນນ່າ ຊ່ວງຝົນເຮັດໃຫ້ນໍ້າຖ້ວມ ມັນບໍ່ມີຮ່ອງລະບາຍນໍ້າ ອອກ. ຝົນຕົກຣົດຈັກ ຣົດໄປບໍ່ໄດ້ເລີຍ ຣົດເກ໋ງ ເລີກໂພດ. ຍາມແລ້ງເປັນຂີ້ຝຸ່ນ ຍາມຝົນມີຂີ້ຕົມ ມີນໍ້າປະຊາຊົນທຽວບໍ່ໄດ້ເລີຍ ແລ້ວຍັງມີຫລາຍຈຸດດອກທີ່ມີບັນຫາ ບໍ່ແມ່ນແຕ່ ສະເພາະຈຸດດຽວ.”
ກ່ຽວກັບບັນຫາຫຍຸ້ງຍາກທີ່ວ່ານີ້ ເຈົ້າໜ້າທີ່ເມືອງໄຊທານີທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງກ່າວວ່າ ໄດ້ຮູ້ບັນຫານໍ້າຖ້ວມເສັ້ນ ທາງທີ່ວ່ານັ້ນແລ້ວ ແລະຂນະນີ້ກໍກໍາລັງແກ້ໄຂ ບັນຫານັ້ນຢູ່ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ມັນເປັນນໍ້າຝົນຫຍັງຊື່ໆ ເພາະວ່າຄອງມັນລະບາຍບໍ່ທັນ ນໍ້າມັນຝົນຕົກເດ໋ມື້ວານ ແລ້ວມັນເປັນນໍ້າໄຫຼບໍ່ທັນຊື່ໆ ແຕ່ດຽວນີ້ຂະເຈົ້າ ກໍາລັງສິເຮັດໃໝ່ຫັ້ນນະ.”
ເວົ້າເຖິງຄວາມຫຍຸ້ງຍາກ ໃນການແກ້ໄຂບັນຫາ ຖນົນຫົນທາງທີ່ເປ່ເພລ້າຊ້າ ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ກ່າວຢູ່ໃນກອງປະຊຸມ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ເທື່ອທີ 10 ສມັຍທີ 1 ຊຶ່ງໄດ້ຈັດຂຶ້ນແຕ່ ມື້ວັນທີ 28 ຫາ ວັນທີ 30 ທັນວາ 2020 ທີ່ຜ່ານມານີ້ວ່າ ຍ້ອນມີບັນຫາທາງດ້ານງົບປະມານ ແລະ ເຣື່ອງທີ່ດິນຂອງປະຊາຊົນ ດັັ່ງທີ່ທ່ານກ່າວໃນຕອນນຶ່ງວ່າ:
“ການແກ້ໄຂບັນຫາ ປະຊາຊົນໂດຍສະເພາະ ຂອບເຂດທາງຣົດໄຟບໍ່ຫລືທາງດ່ວນ ເວລາທ່ານວ່າ ຍາມຝົນຈະເຫັນນໍ້າເຂົ້າໃນ ບ່ອນທາງລອດ ຫລືວ່າມີຄວາມຕໍ່າ ແຕ່ວ່າກົລໄກ ການແກ້ໄຂ ຂອບເຂດດິນຂອງປະຊາຊົນ ທີ່ຈະພັທນາຕໍ່ເພື່ອໃຫ້ຣະບົບນໍ້າ ຫລື ໃຫ້ຣະບົບທາງມັນໄປ ຍັງເປັນບັນຫາ ທາງຣັຖບານກໍຍັງຈັດສັນງົບປະມານ.”
ແຕ່ເຖິງຢ່າງໃດກໍຕາມ ການເດີນທາງຕາມເສັ້ນທາງບ້ານໜອງວຽງຄໍາຮ່ອມ 1 ບໍ່ສະດວກ ທີ່ເປັນຍ້ອນ ການກໍ່ສ້າງທາງຣົດໄຟ ລາວ-ຈີນ ຊຶ່ງເຮັດໃຫ້ຍາມຝົນນໍ້າຖ້ວມ ແລະຍາມແລ້ງ ມີຂີ້ຝຸ່ນຫຼາຍນັ້ນ ແມ່ນເປັນມາໄດ້ດົນສົມຄວນແລ້ວ ແຕ່ທາງການລາວ ກໍຍັງບໍ່ສາມາດສ້ອມແປງ ໃຫ້ປະຊາຊົນຫຼາຍບ້ານ ທີ່ໃຊ້ເສັ້ນທາງສາຍນີ້ ເດີນທາງໄປມາໄດ້ສະດວກເທື່ອ.