ຊາວບ້ານ ຂ. ເຊກອງ, ອັດຕະປື ຖ້າຄ່າຊົດເຊີຍ ອີກເຄິ່ງໜຶ່ງ ຈາກໂຄງການ ພະລັງງານລົມ
ຊາວບ້ານ ຢູ່ແຂວງເຊກອງ ແລະ ອັດຕະປື ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ພະລັງງານລົມ ມອນຊູນ ໄດ້ຮັບຄ່າຊົດເຊີຍ ພຽງ 50%
-
ຈຳປາທອງ/ເພັດສະຫຍາມ
2025-01-29 -
-
-
Your browser doesn’t support HTML5 audio
ຊາວບ້ານ ຢູ່ແຂວງເຊກອງ ແລະ ແຂວງອັດຕະປື ທີ່ໄດ້ຮັບຜົນກະທົບ ສູນເສຍທີ່ດິນ ທຳການກະເສດ ໃຫ້ກັບໂຄງການ ພະລັງງານລົມ ມອນຊູນ ຍັງບໍ່ໄດ້ຮັບ ເງິນຊົດເຊີຍ ຄົບຖ້ວນ, ໂດຍປັດຈຸບັນ ຊາວບ້ານ ໄດ້ຮັບພຽງແຕ່ 50% ຂອງມູນຄ່າ ເງິນຊົດເຊີຍ ເທົ່ານັ້ນ. ສ່ວນອີກ 50% ທີ່ຄ້າງຢູ່ນັ້ນ, ຍັງບໍ່ທັນໄດ້ຮັບເທື່ອ. ດັ່ງຊາວບ້ານ ທ່ານໜຶ່ງ ໃນເມືອງດາກຈຶງ ແຂວງເຊກອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 28 ມັງກອນ ນີ້ວ່າ:
“ຍັງບ່ອນທົ່ງນາ ນີ້ແຫຼະ, ຍັງບໍ່ທັນໄດ້ຕົກແຕກ. ບາດນີ້, ຕົວເຂົາໄລ່ຫັ້ນ ບໍ່ສອດຄ່ອງ ມີແຕ່ 50% ໝົດເພິ່ນຈ່າຍ. ຈ່າຍ ກະຍັງບໍ່ທັນໄດ້ຄົບນ່າ, ຫຼົບໄປຫຼົບມາ, ຫັ້ນນ່າ. ປະຊາຊົນຫັ້ນ ສັບສົນຕົວນີ້.”
ຊາວບ້ານທ່ານນີ້ ກ່າວອີກວ່າ ສຳລັບເງິນຄ່າຊົດເຊີຍ ອີກ 50% ທີ່ຄ້າງຢູ່ນັ້ນ, ຍັງບໍ່ທັນຮູ້ວ່າ ບໍລິສັດ ຜູ້ລົງທຶນ ແລະ ທາງການແຂວງ ຕົກລົງກັນແນວໃດ? ໄລຍະຜ່ານມາ ຊາວບ້ານ ທວງຖາມໄປຫຼາຍເທື່ອ ກໍບໍ່ໄດ້ຄຳຕອບ ທີ່ຈະແຈ້ງ ວ່າຈະຈ່າຍໃຫ້ ມື້ໃດແທ້ ຫຼື ເກີດບັນຫາ ຄ້າງຄາຢູ່ຈຸດໃດ.
ຊາວບ້ານ ອີກທ່ານໜຶ່ງ ໃນເມືອງດາກຈຶງ ແຂວງເຊກອງ ກ່າວວ່າ ເວົ້າກັນຫຼາຍເທື່ອແລ້ວ ເລື່ອງເງິນຊົດເຊີຍ ທີ່ບໍ່ເໝາະສົມ ປະເມີນລາຄາຕ່ຳ ເຮັດໃຫ້ຊາວບ້ານ ຜູ້ສູນເສຍທີ່ດິນ ທຳການກະເສດ ຕ້ອງອັບຜົນປະໂຫຍດ. ດັ່ງຊາວລາວ ທ່ານນີ້ ກ່າວວ່າ:
“ຍັງບໍ່ທັນໄດ້ຮັບ, ຍັງໆ. ຕອນເຂົາລວມ ຢູ່ພຸ້ນຫັ້ນ ຢູ່ສູນກາງ (ແຂວງ) ເຂົາກະວ່າ ໃຜກະວ່າ ມັນໜ້ອຍໂພດ, ໃຜກະວ່າ ຕົວເອງໜ້ອຍ, ແຕ່ວ່າ ບໍ່ແມ່ນຜູ້ໜຶ່ງ ຜູ້ດຽວດອກ ເວົ້າ, ກະຫຼາຍຄົນເວົ້າ ນີ້ແຫຼະ. ເອົາໃຈໃສ່ເດີ້, ໃຫ້ປຶກສານຳກັນແດ່.”
ເຈົ້າໜ້າທີ່ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ ກ່າວວ່າ ສຳລັບການຈ່າຍ ເງິນຄ່າຊົດເຊີຍ ອີກ 50% ທີ່ຄ້າງຢູ່ນັ້ນ, ຍັງບໍ່ທັນໄດ້ ລະອຽດຈະແຈ້ງ, ເຊິ່ງທາງການແຂວງ ຍັງຕ້ອງໄປໄກ່ເກ່ຍ ກັບຊາວບ້ານ ຕື່ມອີກ ຍ້ອນຊາວບ້ານ ຫຼາຍຄອບຄົວ ບໍ່ພໍໃຈ ກັບມູນຄ່າ ການຊົດເຊີຍ.
“ສ່ວນຫຼາຍ ກະຖືກໄຮ່, ຖືກສວນ ເພິ່ນ, ຫັ້ນແຫຼະ. ໄປເຮັດຢູ່ເທິງພູນີ້ເດ້, ເອກກະສານ ເພິ່ນກອງຢູ່ນີ້ເດ້ ຊົດເຊີຍເພິ່ນ, ໄກ່ເກ່ຍແດ່ ຍັງບໍ່ທັນໄກ່ເກ່ຍແດ່, ມັນຍັງບໍ່ທັນສຳເລັດ ຕົວນີ້. ຍັງໄດ້ລົງໄປອີກ.”
ອີງຕາມການລາຍງານ ຂອງໂຄງການ ພະລັງງານລົມ ມອນຊູນ ລະບຸວ່າ ໂດຍໄລຍະທີ 1 ທົດແທນຜົນກະທົບ ຈັດຕັ້ງເສົາກັງຫັນລົມ ແລະ ທາງເຂົ້າຫາ ເສົາກັງຫັນລົມ, ທາງເຊື່ອມຕໍ່ ລະຫວ່າງເສົາ, ມີບ້ານ ທີ່ໄດ້ຮັບຜົນກະທົບ 11 ບ້ານ, 209 ຄົວເຮືອນ ລວມມູນຄ່າຊົດເຊີຍ 7.59 ຕື້ກີບ.
ໄລຍະທີ 2 ທົດແທນຜົນກະທົບ ຊັບສິນ ເຂດຕັ້ງເສົາໄຟຟ້າແຮງສູງ, ເສັ້ນທາງເຂົ້າຫາສາຍສົ່ງ, ບ່ອນວາງອຸປະກອນກໍ່ສ້າງ, ການຂະຫຍາຍ ເສັ້ນທາງຫຼວງແຫ່ງຊາດ ເລກທີ 16B ມີບ້ານ ໄດ້ຮັບຜົນກະທົບ 19 ບ້ານ, 438 ຄົວເຮືອນ ລວມມູນຄ່າຊົດເຊີຍ 8.89 ຕື້ກີບ.
ໄລຍະທີ 3 ທົດແທນຄ່າເສຍຫາຍ ຊັບສິນ ແລະ ດິນຂອບເຂດ ແລວສະຫງວນສາຍສົ່ງ ໄຟຟ້າແຮງສູງ ມີບ້ານ ທີ່ໄດ້ຮັບຜົນກະທົບ 16 ບ້ານ, ມີ 340 ຄົວເຮືອນ ລວມມູນຄ່າຊົດເຊີຍ 9.23 ຕື້ກີບ.
ທາງດ້ານ ເຈົ້າໜ້າທີ່ໂຄງການ ພະລັງງານລົມ ມອນຊູນ ກ່າວວ່າ ການຈ່າຍເງິນຊົດເຊີຍ ໃຫ້ກັບຊາວບ້ານ ທີ່ສູນເສຍ ທີ່ດິນທຳການກະເສດ ໃຫ້ກັບໂຄງການ ຖືວ່າ ສົມເຫດສົມຜົນ ທີ່ສຸດແລ້ວ ແລະ ບໍ່ໄດ້ຮັບຮູ້ວ່າ ຊາວບ້ານ ບໍ່ພໍໃຈ ເງິນຄ່າຊົດເຊີຍ. ດັ່ງທ່ານກ່າວວ່າ:
“ຊາວບ້ານ ກໍບໍ່ໄດ້ມີບັນຫາ ເພາະວ່າ ໂຄງການຂອງເຮົາ ເລື່ອງການຈ່າຍ ຜົນກະທົບ ເຮົາມີການຈ່າຍສູງ ກວ່າອັດຕາ ພາກລັດອີກ ເພາະມັນມີເລື່ອງ ອັດຕາການຄິດຄຳນວນ ທີ່ເຮົາເພີ່ມໃຫ້ ເຂົ້າໄປອີກ.”
ສຳລັບໂຄງການ ພະລັງງານລົມ ມອນຊູນ ມີກຳລັງການຕິດຕັ້ງ ຂະໜາດ 600 ເມກະວັດ, ໂດຍຈະຕັ້ງເສົາກັງຫັນລົມ ຢູ່ເມືອງ ດາກຈຶງ ຈຳນວນ 110 ເສົາ ແລະ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື ຈຳນວນ 23 ເສົາ ລວມທັງໝົດ 133 ເສົາ. ຕາມແຜນ ຈະເປິດຢ່າງເປັນທາງການ ໃນເດືອນກໍລະກົດ ປີ 2025 ນີ້.