ບໍຣິສັດຈີນ ຈົກຖນົນ-ຕັດທາງ ຊາວບ້ານ ທຽວໄປຫາກິນບໍ່ໄດ້ ຢູ່ບ້ານບໍ່ໂພນຕິ້ວ

ບໍຣິສັດ ຂອງນັກລົງທຶນຈີນ ຈົກຖນົນ-ຕັດທາງທຽວ ຈົນຊາວບ້ານ ໃຊ້ທຽວໄປທຳມາຫາກິນບໍ່ໄດ້ ໃນເຂດບ້ານບໍ່ໂພນຕິ້ວ, ເມືອງຫີນບູນ ແຂວງຄຳມ່ວນ, ແຕ່ບັນຫາດັ່ງກ່າວນີ້ ກໍພວມຢູ່ໃນຂັ້ນຕອນການປະຊຸມ ເພື່ອຫາທາງແກ້ໄຂ ໃຫ້ຊາວບ້ານກັບໄປຫາກິນໄດ້ຄືນ.

ແຜນທີ່ ເມືອງຫີນບູນ ແຂວງຄຳມ່ວນ ຮູບພາບ: OpenStreetMap contributors/Datawrapper

ໃນໄລຍະບໍ່ດົນມານີ້, ບໍຣິສັດ ຂອງນັກລົງທຶນຈີນ ທີ່ໄດ້ຮັບສັມປະທານດິນ ໂຄງການຂຸດຄົ້ນບໍ່ແຮ່ ຈາກທາງການລາວ ຢູ່ບ້ານບໍ່ໂພນຕິ້ວ, ເມືອງຫີນບູນ ແຂວງຄຳມ່ວນ ໄດ້ນຳຣົຖຈົກດິນ ເຂົ້າມາຕັດຖນົນ ເຮັດໃຫ້ປະຊາຊົນ ໃນພື້ນທີ່ ແລະ ບ້ານໃກ້ຄຽງ ບໍ່ສາມາດເດີນທາງໄປເຮັດໄຮ່ເຮັດນາ ແລະ ຂຸດຄົ້ນກົ່ວ ແລະ ແກ້ວ ໄດ້ຄືເກົ່າ. ຊາວບ້ານ ຜູ້ອາສັຍຢູ່ບ່ອນໃກ້ຄຽງ ບ້ານບໍ່ໂພນຕິ້ວ, ເມືອງຫີນບູນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 11 ສິງຫາ 2022 ນີ້ວ່າ:

“ປະຊາຊົນ ມັນກໍໄປເສັ້ນທາງ ໄປທຳມາຫາກິນຊື່ໆ.​ ເສັ້ນທາງຫຼັກເຂົາຂຶ້ນໄປ ທີ່ວ່າຂຸດຄົ້ນເອົາແກ້ວເອົາຫຍັງໄປ ທຳມາຫາກິນ ໄປແລ່ນໄປຫຍັງນີ້ນ່າ, ແລ້ວມັນຂຶ້ນໄປບໍ່ໄດ້. ມັນມີບໍຣິສັດໃໝ່ມາຕັ້ງນ່າ ຂະເຈົ້າຊິມາເຮັດໃໝ່. ມັນຫາແຕ່ເຣີ່ມ ຂຸດແຖບບ້ານໃກ້ຄຽງດຽວ. ຂະເຈົ້າຊິເອີ້ນກວມລວມ ແບບວ່າ ຢູ່ບໍ່ໂພນຕິ້ວຊີ້ວ່າ, ຫັ້ນນ່າ ມັນຊິເອີ້ນແມ່ນຫຼາຍບ້ານ.”

ທ່ານກ່າວຕື່ມວ່າ ການຕັດເສັ້ນທາງດັ່ງກ່າວນີ້, ເບື້ອງຕົ້ນ ຄາດວ່າ ຈະມີຄວາມກວ້າງ ປະມານ 4-5 ແມັຕ, ແຕ່ຍັງບໍ່ທັນຮູ້ຄັກແນ່ວ່າ ຈະຖືກຕັດເປັນເສັ້ນທາງ ຍາວປະມານຈັກກິໂລແມັຕ. ແຕ່ຢ່າງໃດກໍຕາມ, ເສັ້ນທາງດັ່ງກ່າວນີ້ ຖືເປັນຈຸດສຳຄັນ ໃນການສັນຈອນໄປມາ ລະຫວ່າງບ້ານ ແລະ ບ່ອນຫາຢູ່ຫາກິນ ເຖິງແມ່ນວ່າ ປະຊາຊົນໃນພື້ນທີ່ ຈະບໍ່ພໍໃຈ ແລະ ບໍ່ຕ້ອງການໃຫ້ເຈົ້າຂອງໂຄງການ ເຮັດເສັ້ນທາງດັ່ງກ່າວນີ້, ແຕ່ກໍບໍ່ສາມາດ ຂັດຂ້ອງໄດ້ ຍ້ອນໄດ້ຮັບອະນຸຍາດ ຈາກອຳນາດການປົກຄອງ ໃນພື້ນທີ່ແລ້ວ.

ບໍຣິສັດຂຸດຄົ້ນບໍ່ແຮ່ ຂອງນັກລົງທຶນຈີນ ດັ່ງກ່າວນີ້ ຫາກໍໄດ້ຮັບການອະນຸມັດ ຈາກທາງການລາວ ໃຫ້ສາມາດເຂົ້າມາ ດຳເນີນກິຈການໄດ້ ເປັນໄລຍະເວລາ ປະມານ 1 ເດືອນ, ໂດຍມີຄົນລາວໃນພື້ນທີ່ ເປັນຜູ້ແນະນຳໃຫ້ຄົນຈີນ ເຂົ້າມາເຮັດທຸຣະກິຈ ໂດຍບໍ່ໄດ້ສົນໃຈວ່າ ໂຄງການດັ່ງກ່າວນີ້ ຈະສົ່ງຜົລກະທົບ ຕໍ່ວຽກເຮັດງານທຳ ຂອງປະຊາຊົນ ໃນພື້ນທີ່ແນວໃດ ໂດຍສະເພາະການຂຸດກົ່ວ ແລະ ແກ້ວ. ຊາວບ້ານ ຢູ່ບ້ານບໍ່ໂພນຕິ້ວ, ເມືອງຫີນບູນ ອີກທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເອີ, ກະຮູ້ສຶກຫັ້ນແຫຼະ ບໍ່ຄັກບໍ່ແນ່ຫັ້ນແຫຼະ. ກໍມັນຈະກະທົບການທຽວການຫຍັງ ຂອງປະຊາຊົນຫັ້ນ. ເປັນຂອງບໍຣິສັດຈີນ ທີ່ມາໃໝ່ນ່າ, ກໍຄົນລາວຫັ້ນແຫຼະ ນຳພາເຂົ້າມາ. ປະຊາຊົນເຂົາກໍຈົ່ມ ກໍວ່າຫັ້ນແຫຼະ, ທາງກະດີ, ຂະເຈົ້າຊິແກ້ໄຂປັບປຸງໃໝ່ຫັ້ນແຫຼະ. ມີການແກ້ໃໝ່ຫັ້ນແຫຼະ ດຽວກະດີ, ເພິ່ນກໍກຳລັງປະຊຸມຢູ່ ບາດແລ້ວເພິ່ນຊິລົງໄປເນາະ, ວ່າແນວນັ້ນສາ.”

ພາຍຫຼັງຈາກປະຊາຊົນ ໃນພື້ນທີ່ ໄດ້ບັນທຶກພາບວິດິໂອ ຂະນະທີ່ພະນັກງານ ຂອງບໍຣິສັດ ກຳລັງໃຊ້ຣົຖຈົກດິນ ເພື່ອເຮັດທາງສັນຈອນໃໝ່ ແລະ ເຜີຍແຜ່ລົງໃນສື່ສັງຄົມອອນລາຍນ໌ ເຮັດໃຫ້ຊາວລາວ ໃນຫຼາຍບ້ານ ແລະ ເມືອງຕ່າງໆ ທັງໃນແຂວງຄຳມ່ວນ ແລະ ຕ່າງແຂວງ ສະແດງຄວາມບໍ່ສບາຍໃຈ ສົ່ງຜົລໃຫ້ເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາພື້ນທີ່ໂຕຈິງ ແລະ ຄົ້ນຄວ້າວ່າ ຈະແກ້ໄຂບັນຫາດັ່ງກ່າວນີ້ແນວໃດ. ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ທ່ານນຶ່ງ ກ່າວວ່າ:

“ເພາະວ່າກະຍັງພວມຄົ້ນຄວ້າກັນຢູ່ ວ່າຈັ່ງຊີ້ນ່າ ເພື່ອໃຫ້ມັນມີຄວາມສອດຄ່ອງ ມີຄວາມເຂົ້າໃຈເນາະ ໃນເບື້ອງລະບຽບກົດໝາຍ ລະບຽບການທຳມາຫາກິນ ຂອງພໍ່ແມ່ປະຊາຊົນເຮົານີ້ນ່າ. ຄືຊິເປັນຂອງຈີນຫັ້ນລະ ເວົ້າງ່າຍໆສາ, ຕ່າງແຕ່ວ່າ ກະຊິເພິ່ນຊິມາໃໝ່ຕິ໋ ຫຼືແນວໃດນີ້ແຫຼະ. ໃໝ່ກໍໃໝ່ອີ່ຫຼີດອກ.”

ກ່ຽວກັບເຣື້ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ເມືອງຫີນບູນ ເພື່ອສອບຖາມຣາຍລະອຽດ ກ່ຽວກັບໂຄງການສັມປະທານດິນ ເພື່ອຂຸດຄົ້ນບໍ່ແຮ່ດັ່ງກ່າວນີ້ ເພີ່ມຕື່ມວ່າ ເປັນຂອງບໍຣິສັດໃດ, ໄດ້ຮັບສັມປະທານແນວໃດ, ຈະເຂົ້າມາດຳເນີນຂຸດຄົ້ນແຮ່ຈັກປີ ແລະ ກວມເອົາດິນຈັກເຮັກຕ້າຣ, ແຕ່ບໍ່ສາມາດ ຕິດຕໍ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄດ້ເທື່ອ.

ທີ່ຜ່ານມາ, ທາງການລາວ ໄດ້ອະນຸຍາດ ໃຫ້ນັກລົງທຶນຊາວລາວ, ນັກລົງທຶນຊາວຈີນ ແລະ ນັກລົງທຶນວຽດນາມ ເຂົ້າມາຂຸດຄົ້ນບໍ່ແຮ່ ພາຍໃນບ້ານຕ່າງໆ ຢູ່ເມືອງຫີນບູນ ແຂວງຄຳມ່ວນ ເປັນຈຳນວນຫຼາຍ ເຮັດໃຫ້ປະຊາຊົນໃນພື້ນທີ່ ໄດ້ຮັບຜົລກະທົບ ພໍສົມຄວນ ເປັນຕົ້ນແມ່ນ ການຫາຢູ່ຫາກິນ ທີ່ຫຍຸ້ງຍາກຂຶ້ນ ແລະ ບໍ່ສາມາດ ຫາຢູ່ຫາກິນໄດ້ຄືເກົ່າ. ຊາວບ້ານ ຜູ້ອາສັຍຢູ່ ບໍຣິເວນທາງເຂົ້າບ້ານບໍ່ໂພນຕິ້ວ ນາງນຶ່ງ ກ່່າວວ່າ:

“ແລ້ວເຮົາກໍເຫັນແຕ່ວ່າ ຂະເຈົ້າຂຽນລົງເຟສ ໄປເຮັດແກ້ວເຮັດກົ່ວ ແມ່ນຫຍັງອັນນີ້ແຫຼະ ມັນຍາກ ເຫັນແຕ່ຂະເຈົ້າວ່າຈັ່ງຊີ້. ແມ່ນແຫຼະໆ ອາຊີບຫຼັກ ຂອງຄົນຢູ່ໃນບໍ່ຫັ້ນ, ດົນແລ້ວເດ້ ດົນແລ້ວ ຫຼາຍປີແລ້ວ. ເອີ, ສ່ວນຫຼາຍກໍແຮ່ແກ້ວຫັ້ນແຫຼະ ກະແມ່ນແກ້ວນີ້ແຫຼະ. ຫຼາຍຢູ່, ຫຼາຍບໍຣິສັດ ມີໝົດ ວຽດກໍມີ, ຈີນກໍມີ, ວຽດກໍມີ, ຄົນລາວກໍມີ.”

ເມື່ອເວົ້າເຖິງບັນດາໂຄງການ ທີ່ຂຸດຄົ້ນບໍ່ແຮ່ ຢູ່ແຂວງຄຳມ່ວນແລ້ວ, ກໍມີຢູ່ຈຳນວນນຶ່ງ ເປັນຕົ້ນວ່າ ເມື່ອວັນທີ 18 ກຸມພາ ທີ່ຜ່ານມາ, ກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ຈັດກອງປະຊຸມເຜີຍແຜ່ ເນື້ອໃນສັນຍາສັມປະທານ ພັທນາບໍ່ແຮ່ເຫຼັກ ແລະ ສົ່ງອອກແຮ່ເຫຼັກ ແບບທົດລອງ 3 ໂຄງການ ເປັນຕົ້ນ ໂຄງການຢູ່ເຂດບ້ານສະນາກ, ເມືອງຫີນບູນ ຂອງບໍຣິສັດ ເພັດໄລພອນ ບໍ່ແຮ່ ຈຳກັດ, ໂຄງການຢູ່ບ້ານນາໂດນ ຂອງບໍຣິສັດ ນາໂດນ ມາຍນິ້ງ ຈຳກັດຜູ້ດຽວ ແລະ ໂຄງການຢູ່ເຂດບ້ານທົ່ງຄາ, ເມືອງຫີນບູນ ຂອງບໍຣິສັດ ດວງສົນທິ ມາຍນິ້ງ ຈຳກັດຜູ້ດຽວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org