ກັນເຈື່ອນແຕກ ນ້ຳໄຫຼຖ້ວມພືດຜົລ ຈາກລະດັບນ້ຳຂອງຂຶ້ນສູງ

ລະດັບນໍ້າຂອງຂຶ້ນຢ່າງໄວ ເຮັດໃຫ້ກັນເຈື່ອນແຕກ ແລ້ວນໍ້າໄຫຼຖ້ວມສວນຜັກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ນອກຈາກນີ້ຍັງໄຫຼຖ້ວມ ສວນສະນຸກ ທ່າວັດຈັນ ເມືອງຈັນທະບູຣີ ແລະ ທົ່ງນາຢູ່ກ້ອງເຂື່ອນຫີນບູນ ຂອງປະຊາຊົນນໍາດ້ວຍ.

ສະພາບແມ່ນ້ຳຂອງ ໃນເຂດນະຄອນຫຼວງວຽງຈັນ ທີ່ນ້ຳນອງຂຶ້ນຢ່າງໄວວາ ອັນເນື່ອງມາຈາກ ຝົນຕົກຕິດຕໍ່ກັນຫຼາຍມື້ ແລະ ເຂື່ອນໄຟຟ້າ ຕາມລຳນ້ຳສາຂາ ປ່ອຍນ້ຳອອກຈາກເຂື່ອນ (TS), ວັນທີ 9 ສິງຫາ ປີ 2023. RFA

ະດັບນໍ້າຂອງຂຶ້ນຢ່າງໄວ ເຮັດໃຫ້ກັນເຈື່ອນແຕກ ແລ້ວນໍ້າໄຫຼຖ້ວມສວນຜັກ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ນອກຈາກນີ້ຍັງໄຫຼຖ້ວມສວນສະນຸກທ່າວັດຈັນ ເມືອງຈັນທະບູຣີ ແລະ ທົ່ງນາຢູ່ກ້ອງເຂື່ອນຫີນບູນຂອງປະຊາຊົນນໍາດ້ວຍ. ສະເພາະບ້ານສະຫວ່າງ ຫາ ບ້ານປ່າຝາງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ນໍ້າຂອງຂຶ້ນຢ່າງໄວວາຄື 3 ຊົ່ວໂມງນໍ້າຂອງຂຶ້ນປະມານ 3,30 ແມັດເຮັດໃຫ້ ເກີດເຫດກັນເຈື່ອນແຕກ ໃນເຂດບ້ານດັ່ງກ່າວໃນເວລາ 1-2 ໂມງເຊົ້າ ຂອງມື້ວັນທີ 10 ສິງຫາ 2023 ເຊິ່ງເຮັດໃຫ້ສວນຜັກ ຂອງປະຊາຊົນ ທີ່ຢູ່ຕິດແມ່ນໍ້າຂອງ  ໄດ້ຮັບຜົລເສັຍຫາຍຈຳນວນຫຼາຍ ແລະ ຍັງບໍ່ສາມາດປະເມີນໄດ້.

ນອກຈາກນີ້ຢູ່ເຂດບ້ານດັ່ງກ່າວ ບໍ່ເຄີຍປະເຊີນກັບ ນໍ້າຂອງໄຫຼເຂົ້າຖ້ວມສວນຜັກ ຢູ່ແຄມຂອງ ມາເປັນເວລາ 8 ປີແລ້ວ. ມາປີນີ້ສວນຜັກຖືກນໍ້າຂອງໄຫຼຖ້ວມຖືວ່າຮຸນແຮງຄືປີ 2006 ແລະ ປີ 2008.

ດັ່ງປະຊາຊົນ ຢູ່ບ້ານສະຫວ່າງ ເມືອງຫາດຊາຍຟອງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 10 ສິງຫານີ້ວ່າ:

3 ຊົ່ວໂມງຂຶ້ນ 3,30 ແມັດ ມັນມາແຮງທີ່ສຸດປີນີ້ມີ 2006 ກັບ 2008 ມັນກໍດົນປີແລ້ວ ມັນກໍ 8 ປີ ມັນມາຖ້ວມຢູ່ບ່ອນນີ້ ເຂົາເຈົ້າກຳລັງສ້າງກັນເຈື່ອນ ຕໍ່ແຕ່ວ່າຍັງບໍ່ມີແລ້ວເທື່ອຫັ້ນນ່າ ມາເພກ່ອນເປັນສວນຄົວມັນຫຼາຍທົ່ວເຂດ.”

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຫາດຊາຍຟອງກ່າວວ່າ ເປັນປີທໍາອິດທີ່ກັນເຈື່ອນແຕກ ແຕ່ບ້ານສະຫວ່າງ ຫາ ບ້ານປ່າຝາງຍ້ອນກັນເຈື່ອນ ດັ່ງກ່າວຫາກໍເຣີ່ມສ້າງໃໝ່ ເພື່ອກັນນໍ້າຂອງໄຫຼເຂົ້າຖ້ວມຜົລປູກ ແລະ ເຮືອນຂອງປະຊາຊົນ ແລະ ໃກ້ຈະສ້າງກັນເຈື່ອນເຂດດັ່ງກ່າວ ສຳເຣັດແລ້ວ ແຕ່ຖືກນໍ້າຂອງສາດມາແຮງກ່ອນ.

ດັ່ງທ່ານກ່າວຕື່ມວ່າ:

ກັນນໍ້າຂອງຫັ້ນນ່າ ຮ້ອງກັນເຈື່ອນເນາະ ມັນທະລຸປີນີ້ເປັນປີທຳອິດເລີຍ ຍັງສ້າງບໍ່ໄດ້ແລ້ວຫັ້ນນ່າກໍໂຕນັ້ນຫັ້ນຫາກໍ່ສ້າງໃໝ່ ຈັ່ງຊິນ່າຊິແລ້ວແລ້ວເດ້ໃກ້ຊິສຳເຣັດແລ້ວເດ້ ໂຕມັນທະລຸ ມັນເປັນທາງໂຄ້ງເນາະເຮັດມາກຈາກແລວທາງໂຄ້ງຫັ້ນ ມີນໍ້າມັນສາດມາແຮງເລີຍທະລຸ ເຂົ້າໄປເລີຍສົມທົບກັບນໍ້າມັນມາແຮງແດ່ຝົນຕົກບໍ່ເຊົາແດ່ ແລ້ວດິນມັນກໍຍັງໃໝ່ໆ ຢູ່ແດ່ເນາະ.

ສ່ວນ ສວນເຂດເຈົ້າອະນຸວົງ ຫຼື ທ່າວັດຈັນ ຂຶ້ນກັບບ້ານວັດຈັນ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນພົບວ່າສະພາບນໍ້າຂອງເພີ່ມຂຶ້ນ ຢ່າງໄວວາຕັ້ງແຕ່ປະມານ 4 ໂມງເຊົ້າຂອງວັນທີ 09 ສິງຫາ 2023 ມາໃນວັນທີ 10 ສິງຫາ 2023 ແມ່ນລະດັບນໍ້າຂອງກໍຍັງເພີ່ມຂຶ້ນ ແລະ ໄດ້ລົ້ນຂຶ້ນມາຖ້ວມ ຮອດເຂດສວນສະນຸກເດັກນ້ອຍຫຼິ້ນ ແລ້ວຈົນເຮັດໃຫ້ຜູ້ປະກອບການ ເຄື່ອງຫຼິ້ນເດັກນ້ອຍຢຸດໃຫ້ການບໍຣິການ ຊົ່ວຄາວເພື່ອຄວາມປອດພັຍ.

ເຫດການນໍ້າຂອງໄຫຼຖ້ວມ ຮອດສວນສະນຸກສວນ ເຈົ້າອະນຸວົງບໍ່ເຄີຍເກີດຂຶ້ນມາກ່ອນ ເຊິ່ງມາເກີດໃນປີນີ້ອີກທັງນໍ້າຖ້ວມແຄມຂອງເຂດທ່າວັດຈັນມີແຕ່ປີ 2009 ທີ່ໜັກສຸດແລ້ວກໍມາເຖີງປີ 2023 ນີ້ນໍ້າຖ້ວມແຄມຂອງໜັກ. ປັັດຈຸບັນປະຊາຊົນທີ່ອາສັຍຢູ່ລຽບແຄມນໍ້າຂອງ ກໍໄດ້ຕິດຕາມສະພາບນໍ້າຂອງຢ່າງຕໍ່ເນື່ອງ. ດັ່ງຊາວຄ້າຂາຍຢູ່ເຂດສວນສະນຸກກ່າວໃນມື້ດຽວກັນນວ່າ:

ເຄື່ອງໄຟຟ້າເປັນເຄື່ອງຫຼິ້ນພວກມ້າ, ໝູນ, ເປັນຣົຖສອກຣົຖຊີ້ງຣົຖ ຊີ້ງມິຫຍັງເປັນຊິງຊ້າ ສວນສນາມຫຼິ້ນຂອງເດັກນີ້ນ່າ ເຣີ່ມຍ້າຍມື້ວານນີ້ຕອນແລງ ກໍເຣີ່ມຍ້າຍແລ້ວ ເພາະນໍ້າມັນຫາກໍເຣີ່ມເຂົ້າມາວານນີ້ ເດ້ໂຕໝ້ອງສວນສນາມເພິ່ນຫຼິ້ນມັນສູງ ແຕ່ວ່ານໍ້າມັນຂຶ້ນມາໄວ ຫຼາຍກໍມ້ຽນນໍາບໍ່ທັນເລີຍ ກໍບໍ່ມີຣາຍໄດ້ແຫຼະຄັນມັນໄດ້ເຈິພັຍພິບັດ ກໍຕ້ອງໄດ້ຮັບຜິດຊອບໂຕເອງ ຫາກໍເປັນປີນີ້ປີນີ້ຖືວ່າ ແຮງຫຼາຍປົກກະຕິກໍບໍ່ປານນີ້ປີນີ້ຈາກທີ່ໄປເບິ່ງວານນີ້ ກັບມື້ເຊົ້ານີ້ຂຶ້ນໄວ.

ທາງດ້ານເຂື່ອນຫີນບູນ ກໍເປັນເຂື່ອນໜຶ່ງທີ່ກຳລັງເລັ່ງ ລະບາຍນໍ້າອອກຈາກເຂື່ອນ ໂດຍເຈົ້າໜ້າທີ່ຂອງເຂື່ອນຫີນບູນ ເມືອງຄູນຄຳ ແຂວງຄຳມ່ວນ ກ່າວກັບສຳນັກຂ່າວ ລາວທາສ໌ ຜແນກພາສາອັງກິດເມື່ອວັນທີ 9 ສິງຫາ 2023 ທີ່ຜ່ານມາວ່າເຂື່ອນຫີນບູູນຕ້ອງໄດ້ເປີດປະຕູທັງ 7 ປ່ອງ ເພື່ອລະບາຍນໍ້າອອກເນື່ອງຈາກລະດັບນໍ້າຂອງເພີ່ມສູງຂຶ້ນ.

ສະພາບແມ່ນ້ຳຂອງ ໃນເຂດນະຄອນຫຼວງວຽງຈັນ ທີ່ນ້ຳນອງຂຶ້ນຢ່າງໄວວາ ອັນເນື່ອງມາຈາກ ຝົນຕົກຕິດຕໍ່ກັນຫຼາຍມື້ ແລະ ເຂື່ອນໄຟຟ້າ ຕາມລຳນ້ຳສາຂາ ປ່ອຍນ້ຳອອກຈາກເຂື່ອນ (TS), ວັນທີ 9 ສິງຫາ ປີ 2023. ຮູບພາບໂດຍ: RFA

ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງຫີນບູນ ກ່າວວ່າ ທົ່ງນາ ແລະ ສັດລ້ຽງຂອງປະຊາຊົນ ຢູ່ບ້ານຄຳແກ້ວ ແລະ ບ້ານວັງຫົວປາ ເຊິ່ງເປັນບ້ານທີ່ຢູ່ກ້ອງເຂື່ອນຫີນບູນ ໄດ້ຮັບຜົລກະທົບ ຍ້ອນນໍ້າຖ້ວມແລ້ວພ້ອມຢືນຢັນວ່າ ນໍ້າຖ້ວມຜົລປູກ ແລະ ສັດລ້ຽງ ຂອງປະຊາຊົນ ບໍ່ແມ່ນຍ້ອນເຂື່ອນຫີນບູນ ປ່ອຍນໍ້າ ແຕ່ເປັນຍ້ອນລະດັບນໍ້າຂອງ ເພີ່ມສູງຂຶ້ນ.

ດັ່ງທ່ານກ່າວເຖິງເຣື່ອງນີ້່ວ່າ:

ນໍ້າເຂື່ອນຢູ່ຄຳແກ້ວບໍ່ມີດອກ ເພິ່ນປ່ອຍໝົດເລີຍ ເພິ່ນເປີດໝົດຊ່ວງນີ້ ເພິ່ນກໍບໍ່ໄດ້ໃຊ້ເຂື່ອນ ແລ້ວເປີດປົກກະຕິ ນໍ້າຂອງຫຍື່ງຂຶ້ນຫຼາຍ ເພິ່ນປ່ອຍໝົດທຸກປ່ອງເລີຍ ເພິ່ນບໍ່ໄດ້ໃຊ້ໄຟຟ້າແລ້ວດຽວນີ້ ເພິ່ນໂຈະຊ່ວງນີ້ເນາະ 2-3 ເດືອນນີ້ ກ່ຽວກັບເຂື່ອນບໍ່ມີບັນຫາ ເປີດປົກກະຕິ ສໍ່ານໍ້າຫີນບູນທັມມະດາ ແຕ່ໃດມາດຽວນີ້ກະທົບລະແມ່ນນໍ້າຂອງ ມັນຍູ້ຂຶ້ນ ແລ້ວຈົນບໍ່ໄຫຼເລີຍແຫຼະ ດຽວນີ້ໄຫຼກໍໄຫຼຄ່ອຍໆ.

ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງ ເມືອງວັງວຽງ ແຂວງວຽງຈັນ ກ່າວຕໍ່ສໍານັກຂ່າວ Laotian Times ຜແນກພາສາອັງກິດ ໃນວັນທີ 09 ສິງຫາ 2023 ວ່າ ລະດັບນໍ້າແມ່ນໍ້າ ຊອງສູງຂຶ້ນເກືອບ 4 ແມັດ ເຊິ່ງລະດັບອັນຕະລາຍຢູ່ທີ່ 4.5 ແມັດ ຈຶ່ງແຈ້ງເຕືອນໃຫ້ຜູ້ປະກອບການ ທ່ອງທ່ຽວ ງົດກິຈກັມທາງນໍ້າ, ສ່ວນຜູ້ປະກອບການທ່ອງທ່ຽວ ຢູ່ເມືອງວັງວຽງ ກ່າວໃນວັນທີ 10 ສິງຫາ 2023 ລະດັບນໍ້າຊອງ ຫຼຸດລົງຫຼາຍແລ້ວ ແລະ ຝົນເຊົາຕົກແລ້ວ ອີກ 2-3 ວັນຂ້າງໜ້າ ນັກທ່ອງທ່ຽວສາມາດເຂົ້າມາທ່ຽວໄດ້. ສ່ວນ 2-3 ວັນທີ່ຜ່ານມາ ທີ່ມີສະພາບນໍ້າຊອງຂຶ້ນສູງ ເຮັດໃຫ້ເຮືອນພັກ ແລະ ກິຈກັມທາງນໍ້າ ໄດ້ຮັບຜົລກະທົບຍ້ອນນັກທ່ອງທ່ຽວເລືອກ ໄປທ່ຽວບ່ອນອື່ນ ເນື່ອງຈາກກັງວົນກ່ຽວກັບສະພາບນໍ້າຖ້ວມ.

ດັ່ງທ່ານກ່າວວ່າ:

2-3 ວັນຄືນຫຼັງຫັ້ນນໍ້າຫຼາຍແຕ່ວ່າມາມື້ວານນີ້ຝົນເຊົາຕົກແລ້ວແດດແລ້ວນໍ້າລົງແລ້ວເດ້ ແຖວບ້ານພັກຣີມນໍ້າຊອງກໍແຫ້ງແລ້ວ ເຂົາເຈົ້າກໍເຣີ່ມອະນາມມື້ວານນີ້ແລ້ວອີກ 2-3 ວັນມາທ່ຽວໄດ້ພັກໄດ້ແລ້ວໂຮງແຮມນີ້ຄື 2-3 ວັນຢູ່ຫຼັງຫັ້ນແມ່ນກິຈກັມລ່ອງເຮືອຄະຢັກນຳແມ່ນໍ້ານີ້ແມ່ນບໍ່ຄ່ອຍມີສ່ວນຫຼາຍພວກເຂົາເຈົ້າຈະບໍຣິການທາງບົກຫັ້ນນ່າກິຈກັມທາງນໍ້າມັນມີຢູ່ແຕ່ວ່າພວກລູກຄ້ານັກທ່ອງທ່ຽວຫັ້ນນ່າເຂົາເຈົ້າກໍກົວນໍ້າວ່າຊັ້ນໄປ.

ສະພາບແມ່ນ້ຳຂອງ ໃນເຂດນະຄອນຫຼວງວຽງຈັນ ທີ່ນ້ຳນອງຂຶ້ນຢ່າງໄວວາ ອັນເນື່ອງມາຈາກ ຝົນຕົກຕິດຕໍ່ກັນຫຼາຍມື້ ແລະ ເຂື່ອນໄຟຟ້າ ຕາມລຳນ້ຳສາຂາ ປ່ອຍນ້ຳອອກຈາກເຂື່ອນ (TS), ວັນທີ 9 ສິງຫາ ປີ 2023. ຮູບພາບໂດຍ: RFA

ອີງຕາມຂໍ້ມູນຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ລະບຸວ່າລະດັບນໍ້າຂອງ ທີ່ຫຼັກກິໂລແມັດທີ 4 ນະຄອນຫຼວງວຽງຈັນຢູ່ທີ່ 8,85 ແມັດ ໃນວັນທີ 8 ສິງຫາ ແລະ ຄາດການວ່າລະດັບນໍ້າຂອງຈະເພີ່ມຂຶ້ນຈາກ 9,86 ແມັດໃນວັນທີ 9 ສິງຫາ ມາເປັນ 10,5 ແມັດ. ໃນວັນທີ 10 ສິງຫາ ແລະ ຕໍ່ໄປເປັນ 11,92 ແມັດ ໃນວັນທີ 11 ສິງຫາ. ໂດຍລະດັບນໍ້າ 11,92 ແມັດຈະສູງກວ່າລະດັບນໍ້າເຕືອນພັຍ 11,50 ແມັດ ແລະ ໃກ້ລະດັບ ອັນຕະຣາຍ 12,50 ແມັດ. ນອກຈາກນີ້ສຳນັກເລຂາທິການຄະນະກັມມາທິການແມ່ນໍ້າຂອງ ສາກົລກ່າວວ່າ ລະດັບນໍ້າຂອງຕອນລຸ່ມເພີ່ມຂຶ້ນ ຢ່າງໄວວາ ແລະຄາດວ່າຈະສູງຂຶ້ນອີກ 5 ວັນຂ້າງໜ້າຍ້ອນຝົນຕົກໜັກກ ຢ່າງຕໍ່ເນື່ອງກັນເປັນເວລາຫຼາຍມື້ ແລະ ເຂື່ອນຢູ່ທາງພາກເໜືອປ່ອຍນໍ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org