ເຂື່ອນຫຼາຍແຫ່ງ ເຣີ່ມລະບາຍນ້ຳອອກ ກະທົບຊາວບ້ານ

ເຂື່ອນໄຟຟ້າຫຼາຍແຫ່ງຂອງລາວ ໂດຍສະເພາະຫຼາຍແຂວງທາງພາກເໜືອ ເຣີ່ມລະບາຍນໍ້າອອກຈາກເຂື່ອນແລ້ວ ແລະ ສົ່ງຜົລເຮັດໃຫ້ລະດັບນ້ຳສູງຂຶ້ນ ໄຫຼເຂົ້າຖ້ວມບ້ານເຮືອນ ແລະ ພືດພັນທັນຍາຫານ ຊັບສິນຂອງປະຊາຊົນ.

ສະພາບແມ່ນ້ຳຂອງ ໃນເຂດນະຄອນຫຼວງວຽງຈັນ ທີ່ນ້ຳນອງຂຶ້ນຢ່າງໄວວາ ອັນເນື່ອງມາຈາກ ຝົນຕົກຕິດຕໍ່ກັນຫຼາຍມື້ ແລະ ເຂື່ອນໄຟຟ້າ ຕາມລຳນ້ຳສາຂາ ປ່ອຍນ້ຳອອກຈາກເຂື່ອນ (TS) ວັນທີ 9 ສິງຫາ ປີ 2023. RFA

ຝົນຕົກໜັກຢ່າງຕໍ່ເນື່ອງ ເຮັດໃຫ້ ເຂື່ອນໄຟຟ້າຫຼາຍແຫ່ງ ພາກເໜືອຂອງລາວ ເຣີ່ມລະບາຍນ້ໍາອອກ ເປັນຕົ້ນ ເຂື່ອນໄຟຟ້ານ້ໍາຮຸ່ງ 1, ເຂື່ອນໄຟຟ້ານ້ໍາອູ 4, ເຂື່ອນໄຟຟ້າໄຊຍະບຸຣີ, ເຂື່ອນໄຟຟ້ານ້ໍາທາ 3 ແລະ ເຂື່ອນໄຟຟ້ານ້ໍາຄານ 3 ເຮັດໃຫ້ ບ້ານເຮືອນ ແລະ ຜົລປູກຂອງປະຊາຊົນ ໄດ້ຮັບຜົລກະທົບສະເພາະ ເຂື່ອນໄຟຟ້າ ໄຊຍະບຸຣີ ຂອງ ບໍຣິສັດໄຊຍະບຸຣີ ພາວເວີ ຈໍາກັດ, ເມື່ອວັນທີ 7 ສິງຫາ 2023 ຫ້ອງວ່າການແຂວງໄຊຍະບຸຣີ ແຈ້ງການ ເລຂທີ 408/ຫວຂ.ຊຍ ໃຫ້ປະຊາຊົນ ທີ່ອາໄສຢູ່ໜ້າເຂື່ອນ ແລະ ທ້າຍເຂື່ອນ ຢູ່ເມືອງໄຊຍະບຸຣີ, ເມືອງແກ່ນທ້າວ ແລະ ເມືອງປາກລາຍ ໃຫ້ມ້ຽນມັດຜົລຜລິຕ, ສັດສາວາສິ່ງຕ່າງໆ ໄວ້ທີ່ສູງ ຍ້ອນເຂື່ອນໄຟຟ້າ ໄຊຍະບຸຣີ ມີປະມານນ້ໍາເພີ່ມຂຶ້ນ ຫລາຍ ເນື່ອງຈາກ ຝົນຕົກໜັກຫລາຍ ແລະ ການປ່ອຍນ້ໍາຈາກເຂື່ອນຕ່າງໆ ຢູ່ທາງເໜືອ ຂະນະທີ່ ຫ້ອງວ່າການ ເມືອງແກ່ນທ້າວ ກໍໄດ້ແຈ້ງການເຖິງຂັ້ນບ້ານ ໃຫ້ລະວັງນ້ໍາຖ້ວມ ຫລື ນ້ໍາລົ້ນຝັ່ງ ແລ້ວ ຍ້ອນ ຝົນຕົກໜັກ ເຮັດໃຫ້ນ້ໍາຂອງ ເພີ່ມຂຶ້ນສູງກວ່າປົກກະຕິ ແລະ ທາງໂຄງການເຂື່ອນໄຟຟ້າ ໄຊຍະບຸຣີ ຈະລະບາຍນ້ໍາອອກ ເພື່ອປ້ອງກັນເຂື່ອນເພ. ຕາມຄວາມເວົ້າຂອງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງແກ່ນທ້າວ ແຂວງໄຊຍະບຸຣີ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນວັນທີ 9 ສິງຫາ ນີ້ວ່າ

ກໍາລັງລວບລວມ ບ້ານໃດ ໄດ້ຮັບຜົລອິຫຍັງແດ່ ຫັ້ນນ່າ ແລ້ວຄືເຫັນວ່າ ບໍ່ມີແຈ້ງຫຍັງມາເທື່ອ ມນຢ້ານມັນພັງຫັ້ນນ່າ ເພາະວ່າມັນເກັບນ້ໍາ ຝົນຕົກ ແລ້ວ ນ້ໍາຢື່ງຫລາຍ ຈັ່ງຊີ້ນ່າ ແລ້ວກໍເລີຍໄດ້ປ່ອຍມັນອອກ ປີກາຍນີ້ບໍ່ຖ້ວມ. 

ດ້ານ ບໍຣິສັດ ສີເມືອງ ພາວເວີ ຈໍາກັດຜູ້ດຽວ ໄດ້ແຈ້ງຜ່ານເຟສບຸກຄ໌ເພຈ ເຂື່ອນໄຟຟ້ານ້ໍາຮຸ່ງ 1 ເມື່ອວັນທີ 8 ສິງຫາ 2023 ວ່າ  ເຂື່ອນໄຟຟ້ານ້ໍາຮຸ່ງ 1 ຢູ່ບ້ານປາກຮຸ່ງ ເມືອງໄຊຍະບຸຣີ ມີການລະບາຍນ້ໍາອອກ ຈາກອ່າງເກັບນ້ໍາ ເຂື່ອນນ້ໍາຮຸ່ງ 1 ເພື່ອປ້ອງກັນມວນນ້ໍາທີ່ໄຫລເຂົ້າອ່າງ ບໍ່ເກີນລະດັບ 272 ລູກບາດເເມັຕດ ຕໍ່ວິນາທີ ໂດຍມີການປິດປະຕູລະບາຍນ້ໍາທຸກບານ ແລະ ຢຸດຈັກ ຕາມລະບົບການບໍຣິຫານຈັດການ ເຂື່ອນ ແລະ ການໄຫລຂອງນ້ໍາ ຕາມຮູປແບບເຂື່ອນຝາຍນ້ໍາລົ່ນ. ຕໍ່ສະພາບການລະບາຍນ້ໍາ ອອກຈາກອ່າງເກັບນ້ໍາ ເຂື່ອນໄຟຟ້ານ້ໍາຮຸ່ງ 1 ທາງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງໄຊຍະບຸຣີ ກ່າວ່າ ບໍ່ໄດ້ອອກແຈ້ງການ ເຕືອນພັຍນ້ໍາຖ້ວມໄປຍັງປະຊາຊົນ ມີແຕ່ອອກແຈ້ງການເຕືອນພັຍນ້ໍາຖ້ວມ ຂອງເຂື່ອນໄຊຍະບຸຣີ ແລະ ຢືນຍັນວ່າ ເຂື່ອນໄຟຟ້ານ້ໍາຮຸ່ງ 1 ມີການລະບາຍນ້ໍາອອກຈາກເຂື່ອນແທ້ ໂດຍມີເຈົ້າໜ້າທີ່ ຂັ້ນເມືອງເປັນຜູ້ຕິດຕາມຢ່າງໃກ້ຊິດ.

ດັ່ງ ຍານາງ ກ່າວໃນມື້ດຽວກັນນີ້ວ່າ:

ສໍາລັບເຂື່ອນນ້ໍາຮຸ່ງ 1 ນີ້ ແມ່ນ ບໍ່ໄດ້ອອກແຈ້ງການເນາະ ເພາະວ່າ ທາງແຂວງ ກໍບໍ່ໄດ້ອອກ ທາງເມືອງ ກໍບໍ່ໄດ້ອອກ ເພາະວ່າ ຄະນະຮັບຜິດຊອບ ເພິ່ນລົງໄປປ່ອຍເລີຍ ເຈົ້າ ອອກແຈ້ງການແຕ່ຂອງເຂື່ອນນ້ໍາຂອງ ເຈົ້າ ຄະນະຮັບຜິດຊອບກໍແມ່ນ ທາງເມືອງ ທາງແຂວງ ເຮົານີ້ແຫລະ ເພາະວ່າ ເພິ່ນລົງໄປເລີຍ ມັນດ່ວນ.”

ຂະນະທີ່ ວັນທີ 8 ສິງຫາ 2023 ເຟສບຸກຄ໌ ເພຈ News Times ຂອງສື່ລາວ ໄດ້ແຈ້ງເຕືອນວ່າ ຜູ້ທີ່ອາໄສຢູ່ທ້າຍເຂື່ອນ ຕິດຕາມສະພາບການໄຫລຂອງນ້ໍາ ນໍາດ້ວຍ ເນື່ອງຈາກ ເຂື່ອນນ້ໍາອູ 4 ຢູ່ເມືອງຂວາ ແຂວງຜົ້ງສາລີ ກໍາລັງລະບາຍນ້ໍາລົງສູ່ທ້າຍເຂື່ອນ. ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຂວາ ແຂວງຜົ້ງສາລີ ກ່າວວ່າ ໄດ້ຮັບແຈ້ງການເຕືອນພັຍນ້ໍາຖ້ວມ ຈາກເຂື່ອນນ້ໍາອູ 4 ແລ້ວ ຫລັງຈາກນັ້ນ ຫ້ອງວ່າການເມືອງຂວາ ກໍໄດ້ອອກແຈ້ງການທຸກຊັ້ນຄົນ ໂດຍສະເພາະ ປະຊາຊົນ ທີ່ອາໄສຢູ່ລຽບຕາມແຄມນ້ໍາອູ ແລະ ນ້ໍາພານ ໃຫ້ລະວັງນ້ໍາຖ້ວມ ຫລື ນ້ໍາລົ້ນຝັ່ງ ໃນໄລຍະນີ້, ຍ້ອນວ່າ ມີຝົນຕົກໜັກ ເຮັດໃຫ້ນ້ໍາອູ ແລະ ອ່າງເກັບນ້ໍາເຂື່ອນໄຟຟ້ານ້ໍາອູ 4 ພີ່ມຂຶ້ນສູງ ແລະທາງໂຄງການ ເຂື່ອນໄຟຟ້ານ້ໍາອູ 4 ຈະລະບາຍນ້ໍາອອກ.

ດັ່ງ ຍານາງກ່າວ ໃນມື້ດຽວກັນນີ້ວ່າ: 

“ເພິ່ນໄດ້ແຈ້ງການມາຫາເຮົາແລ້ວກໍ່ ເພາະວ່າ ອັນແຈ້ງການນີ້ ຈະເປັນທາງບໍຣິສັດເຂົາອອກ ແລ້ວໄທເຮົາ ຈະຈຸເອົາຕາມໂຕຂອງບໍຣິສັດ ແລ້ວກໍສົ່ງໃຫ້ແຕ່ລະບ້ານ ແຕ່ລະກຸ່ມເລີຍ ທີ່ຢູ່ລຽບຕາມນ້ໍາອູນີ້ ອັນຊ່ວງນີ້ ຝົນຕົກໜັກເນາະ ແລ້ວ ນ້ໍາ ມັນຫລາຍເກີນ ເພິ່ນກໍປ່ອຍ ຈະມີຕາມກໍານົດມັນເນາະ ເພິ່ນກໍບໍ່ໄດ້ເວົ້າເດ້ວ່າ ຈະປ່ອຍຮອດມື້ໃດຫັ້ນ ມີແຕ່ວ່າ ໃຫ້ຕິດຕາມໄປນໍາກັນ ຈັ່ງຊັ້ນ ກໍເບິ່ງແຕ່ສະພາບອາກາດນີ້ແຫລະ ເພາະວ່າ ທຸກມື້ນີ້ ກໍຍັງຝົນຢູ່ເດ້ ຢູ່ລຽບນ້ໍາອູ ກໍຫາກຍັງບໍ່ໄດ້ຍິນ (ຜົລກະທົບ) ອິຫຍັງເທື່ອ.”

ການປ່ອຍນ້ໍາ ຈາກເຂື່ອນ ແລະ ຝົນຕົກໜັກ ເຮັດໃຫ້ບ້ານເຮືອນ ແລະ ຜົລປູກຂອງປະຊາຊົນ ໄດ້ຮັບຜົລກະທົບ ຍ້ອນ ປຣິມານນ້ໍາເພີ່ມຂຶ້ນຢ່າງຕໍ່ເນື່ອງ ພາຍຫລັງເຂື່ອນໄຟຟ້າໄຊຍະບຸຣີ ແລະ ເຂື່ອນໄຟຟ້ານ້ໍາຮຸ່ງ 1 ລະບາຍນ້ໍາອອກ ແລະ ຖືວ່າປີນີ້ ໝາກສາລີ ຂອງປະຊາຊົນ ທີ່ປູກໄວ້ຂາຍ ໄດ້ຮັບຜົລກະທົບໜັກກວ່າປີກາຍ. ດັ່ງ ຊາວບ້ານ ຢູ່ບ້ານປາກຮຸ່ງ ເຊິ່ງເປັນບ້ານທີ່ກ້ອງເຂື່ອນໄຟຟ້ານ້ໍາຮຸ່ງ 1 ເມືອງໄຊຍະບຸຣີ ກ່າວ ໃນມື້ດຽວກັນນີ້ວ່າ:

ສາລີ ກໍໝົດເລີຍ ບໍ່ໄດ້ຈັກໜ່ອຍ ນ້ໍາຖ້ວມໝົດ ເຂື່ອນນ້ໍາຂອງ ເພິ່ນປ່ອຍ ບາດຖ້ວມໝົດ ສາລີນີ້ມັນຖ້ວມ ມັນຢຸບ ມັນເນົ່າໝົດ ຜູ້ໃດ ເຮັດສວນແຄມຂອງ ໝົດເລີຍ ເອົາບໍ່ທັນ ແບບວ່າ ມັນບໍ່ແກ່ແດ່ນີ້ນ່າ ມັນບໍ່ທັນແກ່ ບໍ່ທັນເກັບກູ້ນ່າ ມັນຖ້ວມກ່ອນ ຖ້ວມແຕ່ປີກາຍ ກັບປີນີ້ ປີນີ້ຫາກຫລາຍ ກວ່າ ປີກາຍແດ່ ປີກາຍສວນສາລີ ມັນບໍ່ຖ້ວມ ຫລາຍປານໃດນີ້ ປີນີ້ ຖ້ວມໝົດເລີຍ ຖີ້ມໝົດເລີຍ ບໍ່ໄດ້ເລີຍ.” 

ຊາວບ້ານທີ່ອາໄສຢູ່ໃກ້ແຄມນ້ຳ(ຂອງ) ໄດ້ຮັບຜົລກະທົບຈາກລະດັບນ້ຳທີ່ສູງຂຶ້ນໃນໄລຍະນີ້. ວັນທີ່ 8 ສິງຫາ 2023. ຮູບພາບ ໂດຍ RFA

ນອກນັນ ເຂື່ອນເມືອງຮຸ່ງ ແຂວງເຊິນລາ ປະເທດວຽດນາມ ກໍໄດ້ປ່ອຍນ້ໍາອອກຈາກເຂື່ອນໄຟຟ້າ ເຮັດໃຫ້ມື້ນີ້ (9 ສິງຫາ 2023) ປະຊາຊົນ ຣາຍງານວ່າ ຜົລປູກຂອງປະຊາຊົນ ບ້ານສົບສານ ກວ່າເຄິ່ງບ້ານ ທີ່ຢູ່ລຽບສາຍນ້ໍາມ່າ ໄດ້ຮັບຄວາມເສັຍຫາຍ ຈາກນ້ໍາຖ້ວມແລ້ວ ແຕ່ປີນີ້ ຍັງບໍ່ໜັກເທົ່າປີຜ່ານມາ.

ດັ່ງ ຊາວບ້ານສົບສານ ເມືອງຊຽງຄໍ້ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ: 

ນ້ໍາກໍຫລາຍຢູ່ ມັນກໍຖືກແຕ່ສວນ ອິຫຍັງ ລຽບນ້ໍາຊື່ໆ ມັນຕົ້ນສາລີ ແລ້ວກໍກ້ວຍ ແລ້ວກໍມັນດ່າງ ແລ້ວກໍສວນຄົວ ສວນອິຫຍັງ ມັນຍັງບໍ່ທັນເກັບກູ້ເດ້ ມັນກໍາລັງຂຶ້ນຈັ່ງຊີ້ນ່າ ບໍ່ທັນໄດ້ຖ້ວມເຮືອນ ຖ້ວມຫຍັງ ບາງປີມັນຈັ່ງເປັນ ຝົນຫລາຍຄ່ອຍເປັນ ປີນີ້ບໍ່ໄດ້ຫລາຍ.” 

ສ່ວນ ເຂື່ອນໄຟຟານ້ໍາຄານ 3 ກໍໄດ້ລະບາຍນ້ໍາອອກ ຈາກເຂື່ອນຫລາຍຂຶ້ນ ຕັ້ງແຕ່ວັນທີ 6 ເຮັດໃຫ້ລະດັບສາຍນ້ໍາຄານ ຢູ່ລຸ່ມເຂື່ອນເພີ່ມຂຶ້ນ ປະມານ 2 ແມັດ ຈາກລະດັບເດີມ ແລ້ວເຮັດໃຫ້ ບ່ອນທໍາການຜລິຕປະຊາຊົນ ລຽບແຄມນ້ໍາເມືອງຊຽງເງິນ ແຂວງ  ຫລວງພຣະບາງ ເສັຍຫາຍເປັນຈໍານວນຫລາຍ ໂດຍສະເພາະ ພືດຜັກສວນຄົວ. 

ສໍາລັບເຂື່ອນໄຟຟ້ານ້ຳທາ 3 ຜູ້ໃຊ້ ເຟຊບຸ໊ກ ຊື່ Lucky Xayyavong ໄດ້ ໂພສຕ໌ເຕືອນ ເມື່ອວັນທີ 8 ສິງຫາ 2023 ວ່າ ໃຜຢູ່ກ້ອງເຂື່ອນນ້ໍາທາ 3 ໃຫ້ມີສະຕິເຝົ້າລະວັງ ເນື່ອງຈາກ ນ້ໍາມີປະຣິມານຫລາຍ ແລ້ວ ເຂື່ອນເຣີ່ມລະບາຍນ້ໍາ.

ຫລ້າສຸດ ວັນທີ 9 ສິງຫາ 2023 ທາງການເມືອງວັງວຽງ ໄດ້ແຈ້ງຜູ້ປະກອບການທ່ອງທ່ຽວ ໃຫ້ລະງັບ ກິຈກັມ ທີ່ມີຄວາມກ່ຽວຂ້ອງກັບນ້ໍາ ພາຍຫລັງ ລະດັບນ້ໍາຂອງເພີ່ມສູງເປັນ 4 ແມັດ ໃກ້ລະດັບ ອັນຕຣາຍທີ່ 4.5 ພ້ອມເຕືອນໃຫ້ປະຊາຊົນ 8 ບ້ານ  ທີ່ຕິດແຄມນ້ໍາຊອງ ຕິດຕາມສະຖານະການ ແລະ ກຽມພ້ອມ.

ຫາງສຽງປະຊາຊົນ ໃນສື່ສັງຄົມ ອອນລາຍນ໌ ກ່າວວ່າ ນ້ໍາຖ້ວມ ຢູ່ເມືອງຫີນບູນ ຍ້ອນ ເຂື່ອນໄຟຟາຫີນບູນປ່ອຍນ້ໍາ ແຕ່ ເຈົ້າໜ້າທີ່ ເມືອງຫີນບູນ ກໍຢືນຍັນວ່າ ນ້ໍາຖ້ວມຢູ່ເມືອງຫີນບູນ ຍ້ອນຝົນຕົກໜັກ ບໍ່ແມ່ນຍ້ອນ  ເຂື່ອນໄຟຟ້າຫີນບູນປ່ອຍນ້ໍາ, ເຊັ່ນດຽວກັນ ເຈົ້າໜ້າທີ່ ເມືອງຄູນຄໍາ ກໍຢືນຍັນວ່າ ເຂື່ອນໄຟຟ້ານ້ໍາເທີນ ບໍ່ໄດ້ປ່ອຍນ້ໍາ ແຕ່ນ້ໍາຖ້ວມ ເມືອງຄູນຄໍາ ຍ້ອນຝົນຕົກໜັກ. ພ້ອມດຽວກັນ ວິທຍຸເອເຊັຽ ເສຣີ ໄດ້ຕິດຕາມຫາເຈົ້າໜ້າທີ່ ເມືອງສະນາມໄຊ ເພີ່ມຖາມເຖິງ ເຂື່ອນໄຟຟ້າເຊປຽນ ເຊນ້ໍານ້ອຍ ໄດ້ລະບາຍນ້ໍາອອກ ຄືບ່ອນອື່ນໆບໍ່, ແຕ່ກໍບໍ່ສາມາດຕິດຕໍ່ໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org