ບ້ານຫາດຊວາຕ້ອງໄດ້ຍ້າຍ ຈາກ ເຂື່ອນ ນໍ້າອູ 1

ຊາວບ້ານຫາດຊວາ ທີ່ໄດ້ຮັບ ຜົລກະທົບ ຈາກ ເຂື່ອນນໍ້າອູ 1 ຕ້ອງການຍ້າຍ ໄປຢູ່ບ້ານຈັດສັນ ຍ້ອນ ຢ້ານນໍ້າຖ້ວມ.

ການກໍ່ສ້າງ ເຂື່ອນນໍ້າອູ1 ເມືອງປາກອູ ແຂວງຫຼວງພຣະບາງ RFA/LB

ເຂື່ອນໄຟຟ້ານໍ້າອູ 1 ທີ່ໄດ້ເຣີ້ມຕັນນໍ້າ ຕັ້ງແຕ່ເດືອນກຸມພາ ເປັນຕົ້ນມາເພື່ອທົດລອງ ຜລິດກະແສໄຟຟ້າ ອັນເປັນເຫດເຮັດໃຫ້ຣະດັບນໍ້າອູ ເຂດບ້ານຫາດຊວາ ເມືອງປາກອູ ແຂວງຫຼວງພຣະບາງ. ເພີ່ມຣະດັບຂຶ້ນຈົນໃກ້ຈະຖ້ວມແລ້ວ. ດັ່ງນັ້ນຊາວບ້ານຫາດຊວາ ຈຶ່ງຮຽກຮ້ອງມາ ຍັງຄະນະຈັດສັນ ເລັ່ງໂຍກຍ້າຍປະຊາຊົນ 07 ຄອບຄົວ ໃນເຂດທີ່ໄດ້ຮັບຜົລກະທົບອອກໄປຢູ່ ບ້ານຈັດສັນ ຂອງໂຄງການກ່ອນ. ດັ່ງ ປະຊາຊົນບ້ານຫາດຊວາ ໄດ້ກ່າວຕໍ່ເອເຊັຽເສຣີໃນວັນທີ 05 ມີນາວ່າ:

"ໂອ້ ນໍ້າອູກໍຂະເຈົ້າຕັນເຂື່ອນແລ້ວ ກໍແມ່ນຂຶຶ້ນຫລາຍດຽວນີ້ ນໍ້າຫລາຍຢູ່ນີ້ ເຂົາເຈົ້າກໍຕັນຕັນເຂື່ອນ ແລ້ວຂຶ້ນຮອດບ່ອນເຂົາເຈົ້າໝາຍດຽວນີ້ ນໍ້າມັນຫລາຍ."

ຊາວບ້ານກ່າວຕື່ມວ່າ ທີ່ຈິງແລ້ວ ຕາມແຜນການ ເພິ່ນແຈ້ງໃຫ້ໂຍກຍ້າຍຕັ້ງແຕ່ເດືອນມົກຣາ ກ່ອນຈະຕັນນໍ້າ ແຕ່ຜ່ານມາຈົນເຖິງເດືອນມິນາ ຍັງບໍ່ໄດ້ຍົກຍ້າຍ. ໃນຂນະທີ່ປະຊາຊົນ ທີ່ຢູ່ໃນບ້ານຈັດສັນ ກໍໄດ້ກ່າວວ່າ ໄດ້ໄປແຈ້ງຕໍ່ ຄະນະຈັດສັນແລ້ວ ແຕ່ກໍໄດ້ຮັບຄຳຕອບວ່າໃຫ້ລໍຖ້າ ເພາະຕອນນີ້ ຜູ້ຮັບຜິດຊອບໂຄງການ ເຂື່ອນນໍ້າອູ 1 ຍັງບໍ່ສາມາດເດີນທາງ ເຂົ້າມາລາວໄດ້ເນື່ອງຈາກ ພະຍາດ COVID-19 ຣະບາດ ຢູ່ຈີນ.

"ນໍ້າຂະເຈົ້າອັດແລ້ວມັນສີມາຮອດແລ້ວດຽວນີ້ນ່າ ບໍ່ໄດ້ຍ້າຍເທື່ອຂຶ້ນບັກຫລາຍໆ ສິຮອດເຮືອນແລ້ວ ຢ້ານມັນສິກະທົບຢ້ານ ມັນມໍ່ແລ້ວເດ້, ແຕ່ທາງເມືອງວ່າ ຈີນ ຜູ້ອັນມາສຳຣວດກວດກາເບິ່ງຜົລກະທົບ ປະຊາຊົນຂະເຈົ້າໄປໝົດໄປກິນກຸດ ແລ້ວເລີຍວ່າ ເກີດພຍາດ ແລ້ວ ຣັຖບານລາວ ເຮົາແຫລະບໍ່ໃຫ້ມາເທື່ອດຽວນີ້ ນີ້ມາບໍ່ໄດ້ມັນເກີດພຍາດ ຣັຖບານລາວເຮົາແຫລະ ຢ້ານເອົາເຊື້ອພຍາດ ມາຕິດຄົນລາວເຮົາ."

ຕໍ່ກັບກໍຣະນີດັ່ງກ່າວ ເຈົ້າໜ້າທີ່ຫ້ອງການພະລັງງານ ແລະ ບໍ່ແຮ່ ເມືອງປາກອູ ໄດ້ໃຫ້ຄຳເຫັນຕໍ່ເອເຊັຽເສຣີວ່າ ປັຈຈຸບັນນີ້ທາງການກຳລັງ ຄົ້ນຄວ້າ ເພື່ອແກ້ໄຂບັນຫານີ້ຢູ່ ແຕ່ກໍຕ້ອງລໍຖ້າເຈົ້າຂອງໂຄງການ ກັບມາກ່ອນ.

ປັດຈຸບັນ ປະຊາຊົນທີ່ໄດ້ຮັບຜົລກະທົບຈາກເຂື່ອນນໍ້າອູ 1 ມີຢູ່ 4 ບ້ານ ຄະນະຈັດສັນໄດ້ໂຍກຍ້າຍໄປໝົດແລ້ວ ຍັງເຫຼືອແຕ່ບ້ານຫາດຊວາ ທີ່ມີ 07 ຄອບຄົວຕ້ອງຍ້າຍໃນໄລຍະ 2.

ໂຄງການເຂື່ອນໄຟຟ້າ ນໍ້າອູ 1 ເຊິ່ງຕັ້ງຢູ່ເຂດເມືອງປາກອູ ແຂວງຫລວງພຣະບາງ ໂດຍການລົງທຶນ ຂອງກຸ່ມ ບໍຣິສັດ ຊິໂນໄຮໂດຣ ຈຳກັດ ຈາກຈີນ ເຊິ່ງໄດ້ຮັບສັມປະທານເຖິງ 29 ປິ ແລະ ມີກຳລັງຕິດຕັ້ງ 180 ເມກາວັດ ແລະ ສາມາດຜລິດ ກະແສ ໄຟຟ້າໄດ້ 710 ລ້ານກິໂລວັດໂມງ ຕໍ່ປີ.

ໃນທ້າຍປີ 2019 ເຂື່ອນນໍ້າອູ 1 ໄດ້ເຣີ້ມຕັນນໍ້າທົດລອງຜລິດກະແສໄຟຟ້າຢ່າງເປັນທາງການ. ຈາກນັ້ນຈະສືບຕໍ່ພັທນາຕິດຕັ້ງເຄື່ອງຈັກ ໜ່ວຍທີ 2,3,4 ໃຫ້ສຳເຣັດ ແລະຈະເຣີ້ມທົດລອງຜລິດກະແສໄຟຟ້າ ຕາມລຳດັບ.

ໃນຂນະທີ່ການກໍສ້າງເຂື່ອນແຫ່ງນີ້ ຊື່ມວນຊົນລາວຣາຍງານວ່າ ຈະໃຫ້ສຳເຣັດໃນທ້າຍ ປີ 2020. ເຂື່ອນແຫ່ງນີ້ ແມ່ນນຶ່ງໃນ 07 ເຂື່ອນ ຕາມສາຍນໍ້າອູ ທີ່ນອນຢູ່ໃນແຂວງຫລວງພຣະບາງ ແລະ ແຂວງຜົ້ງສາລີ. ເຊິ່ງເປັນການລົງທຶນໂດຍກົງຂອງກຸ່ມ ບໍຣິສັດ ພາວເວີ ໄຊນາ 03 ເຂື່ອນ ທຳອິດຄື ນໍ້າອູ 02, 05 ແລະ 06 ໄດ້ສ້າງສຳເຣັດແລ້ວ ແລະ ຜລິດກະແສໄຟຟ້າ ຢ່າງເປັນທາງການໃນປີ 2016. ສ່ວນອີກ 04 ເຂື່ອນ ເຊັ່ນ ເຂື່ອນນໍ້າອູ 01, 03, 04 ແລະ 07 ຈະກໍ່ສ້າງໃຫ້ສຳເຣັດ ແລະຜລິດກະແສ ໄຟຟ້າຢ່າງເປັນທາງການ ໃນປີ 2020 ມູນຄ່າການລົງທຶນທັງໝົດ 2,800 ລ້ານໂດລາສະຫະຣັຖ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org