ຊີວິດຊາວຫຼວງພຣະບາງ
ປະຊາຊົນ ໃນ ແຂວງ ຫລວງພຣະບາງ ຊຶ່ງເປັນເມືອງ ມໍຣະດົກ ໂລກ ຖືກ ປ່ຽນແປງໄປ ຍ້ອນມີ ນັກທ່ອງທ່ຽວ ນັກລົງທຶນ ຕ່າງປະເທດ ເຂົ້າມາ ຢູ່ອາສັຍ ຫລາຍຂື້ນ.
-
2013-06-11 -
-
-
Your browser doesn’t support HTML5 audio
ປະຊາຊົນ ໃນ ແຂວງ ຫລວງພຣະບາງ ຊຶ່ງເປັນເມືອງ ມໍຣະດົກ ໂລກ ຖືກ ປ່ຽນແປງໄປ ຍ້ອນມີ ນັກທ່ອງທ່ຽວ ນັກລົງທຶນ ຕ່າງປະເທດ ເຂົ້າມາ ຢູ່ອາສັຍ ຫລາຍຂື້ນ.
ການປ່ຽນແປງ ທີ່ ໜ້າເປັນຫ່ວງ ກໍແມ່ນ ແບບແຜນ ການດຳເນີນ ຊີວິດ ຂອງຜູ້ຄົນ ແລະ ເອກກະລັກ ຂອງ ເມືອງ ຫລວງພຣະບາງ ຊຶ່ງເປັນ ປະເພນີ ວັທນະທັມ ອັນດີງາມ ຂອງ ຊາວລາວ. ເຈົ້າໜ້າທີ່ ຂັ້ນສູງ ແຂວງ ຫລວງພຣະບາງ ທີ່ ບໍ່ປະສົງ ອອກຊື່ ອະທິບາຍ ວ່າ:
“ໂດຍສະເພາະນີ້ ນັກລົງທຶນ ຕ່າງປະເທດ ເຂົ້າມາ ມັນຈະມີ ນັກວິຊາການ ມັນມີ ພາກສ່ວນ ບໍຣິການ ຕ່າງໆ ເຂົ້າມາ ແລະ ມັນກໍນຳເອົາ ແບບແຜນ ວິຖິຊີວິດ ການລົງທຶນ ແບບ ຕ່າງປະເທດ ເຂົ້າມາ ເຮັດໃຫ້ ຈິດສຳນຶກ ແລະ ເຮັດໃຫ້ ແບບແຜນ ການດຳຣົງ ຊີວິດ ຂອງຊາວ ຫລວງພຣະບາງ ໄດ້ມີ ລັກສນະ ປ່ຽນແປງ ໄປນຳ ໂດຍສະເພາະ ເປັນພວກ ຊາວໜຸ່ມນີ້ ມັນຈະມີ ຜົນກະທົບ".
ຜົນກະທົບ ຢ່າງນຶ່ງ ຜູ້ຍິງລາວ ໃນ ຫລວງພຣະບາງ ດຽວນີ້ ບໍ່ມັກນຸ່ງສິ້ນ ແລະ ຜູ້ຊາຍ ກໍເຫລົ້າກິນ ກິນເບັຍ ຫລື ຮ້າຍໄປກວ່ານັ້ນ ຕິດຢາ ກໍມີ. ຜົນກະທົບ ອີກຢ່າງນຶ່ງ ຊາວ ຫລວງພຣະບາງ ຈໍານວນຫລາຍ ພາກັນ ຍ້າຍໄປຢູ່ ເຂດນອກ ເມືອງ ແລ້ວປ່ອຍໃຫ້ ຊາວຕ່າງດ້າວ ເຂົ້າເຊົ່າຢູ່ ແທນ.
ການ ສັນຈອນ ໃນເມືອງ ຫຼວງພຣະບາງ ກໍຕິດຂັດ ແລະ ສິ່ງສຳຄັນ ຖນົນຫົນທາງ ແບບແຜນ ເຮືອນຊານ ກໍບໍ່ສາມາດ ດັດແປງ ຫລື ປ່ຽນແປງ ຫຍັງໄດ້ ເພາະເປັນ ເມືອງ ມໍຣະດົກ ໂລກ. ນະຄອນ ຫລວງພຣະບາງ ເປັນ ເມືອງນ້ອຍ ມີພົລເມືອງ ບໍ່ເຖິງ 1 ແສນຄົນ ແຕ່ມີ ນັກລົງທຶນ ແລະ ນັກທ່ອງທ່ຽວ ເຂົ້າມາພັກ ອາສັຍ ຢູ່ຫລາຍ ສະເພາະແຕ່ ນັກທ່ອງທ່ຽວ ມີເຖິງ 3 ແສນຄົນ ໃນແຕ່ລະ ປີ.