ຊາວນາປູກເຂົ້າໃສ່ດິນເປັນ ມົລພິດ

ຊາວນາ ທີ່ ແຂວງ ຫລວງນ້ຳທາ ຈຳນວນ ນຶ່ງ ເຮັດນາ ໃສ່ດິນ ທີ່ ຈີນ ໃຊ້ ສານເຄມີ ປູກ ຫມາກໂມ.

ແຂວງຫລວງນໍ້າທາ ຊາວນາປູກເຂົ້າໃສ່ດິນເປັນ ມົລພິດ RFA

 

ເຈົ້າຫນ້າທີ່ ກ່ຽວຂ້ອງ ເວົ້າວ່າ ເນື້ອທີ່ ເຮັດການ ຜລິດ ຈຳນວນ ນຶ່ງ ໃນແຂວງ ຫລວງນ້ຳທາ ທີ່ ຈີນ ເຄີຍໃຊ້ ປູກ ຫມາກໂມ ຫລັງຈາກ ເກັບກ່ຽວ ໄປແລ້ວ ຍັງມີ ສານເຄມີ ຕົກຄ້າງ ຢູ່ຫລາຍ ຊື່ງ ປັດຈຸບັນ ຊາວບ້ານ ໄດ້ພາກັນ ເຮັດນາ ໃສ່ ພື້ນທີ່ ນັ້ນ ເຈົ້າ ຫນ້າທີ່ ຢ້ານວ່າ ຜົລປູກ ຂອງ ພວກຂະເຈົ້າ ຈະເສັຽຫາຍ ຍ້ອນ ສານເຄມີ ທີ່ຍັງຕົກ ຄ້າງຢູ່ນັ້ນ.

"ຜົລເສັຽມັນ ກໍມີຢູ່ ຕາມມາ ຫລັງຈາກ ທີ່ຈີນ ເຂົາປູກ ໝາກແຕງ ແລ້ວ ປະຊາຊົນ ເຮົາ ຈະເລີ້ມ ປັກດຳ ເຂົ້ານາປີ ຫັ້ນແຫລະ".

ນາງກ່າວ ຕື່ມວ່າ ເປັນທີ່ຮູ້ ກັນດີວ່າ ໃນຊ່ວງ ທີ່ຈີນ ປູກໝາກໂມ ໃນແຕ່ ລະປີ ຈະເລີ້ມ ຈາກປາຍປີ ມາຮອດ ເດືອນ ກຸມພາ ພວກ ຂະເຈົ້າ ຈະພົ່ນ ສານເຄມີ ປະເພດ ຕ່າງໆ ເພື່ອ ໃຫ້ ຫມາກໂມ ມີຄວາມ ສວຍງາມ ແລະໃຫຍ່ ແຕ່ການ ກະທຳ ດັ່ງກ່າວ ຈະເຮັດໃຫ້ ສານເຄມີ ຕົກຄ້າງ ໃນດິນ ຊື່ງ ຊາວຈີນ ບໍ່ເອົາ ຫົວຊາ ເພາະ ເປັນດິນເຊົ່າ ຈາກ ຊາວບ້ານ.

ໃນຣະຍະ ປີຫລັງໆ ມານີ້ ກຸ່ມຊາວນາ ທີ່ ແຂວງ ຫລວງນ້ຳທາ ໄດ້ ອະນຸຍາດ ໃຫ້ຈີນ ມາເຊົ່າ ເນື້ອທີ່ ນາ ໃນຍາມແລ້ງ ເພື່ອ ປູກ ຫມາກໂມ ແລະ ບໍ່ຮູ້ວ່າ ຈະມີຜົລ ເສັຽຫາຍ ຈາກ ການ ໃຫ້ເຊົ່າ ຍ້ອນບໍ່ມີ ຄວາມຮູ້ ກ່ຽວກັບ ສານເຄມີ ທີ່ຈີນໃຊ້ ມີແຕ່ ສົນໃຈ ນໍາ ຣາຍໄດ້ ມາລ້ຽງ ຄອບຄົວ ຫລາຍກວ່າ ເພາະ ຍາມແລ້ງ ເນື້ອທີ່ນາ ຂອງ ຂະເຈົ້າ ກໍວ່າງເປົ່າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org