ຊາວຫຼວງນ້ຳທາ ຖືກນ້ຳຖ້ວມໜັກ ຄັ້ງໃຫຍ່ທີ່ສຸດຄັ້ງໜຶ່ງ

ນັບແຕ່ວັນທີ 9 ກັນຍາ 2024 ເປັນຕົ້ນມາ, ຊາວບ້ານຫຼາຍເຂດ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ປະສົບໄພນ້ຳຖ້ວມ ແບບກະທັນຫັນ ເປັນຕົ້ນ ຢູ່ເຂດເສດຖະກິດພິເສດ ບໍ່ເຕັນແດນງາມ, ບ້ານບໍ່ເຕັນ, ບ້ານນາເຕີຍ, ບ້ານໂພນໄຊ ແລະ ອີກຫຼາຍບ້ານ ຍ້ອນໄດ້ຮັບຜົນກະທົບ ຈາກພາຍຸຢາກິ ແລະ ມວນນ້ຳ ຈຳນວນມະຫາສານ ໄດ້ລົ້ນອອກຈາກ ເຂື່ອນໄຟຟ້ານ້ຳທາ 3 ແລ້ວໄຫຼຖ້ວມ ເທດສະບານ ເມືອງຫຼວງນ້ຳທາ, ເຊິ່ງມາຮອດປັດຈຸບັນ ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຍັງລໍຖ້າການຊ່ອຍເຫຼືອຢູ່.

ນ້ຳຖ້ວມຫຼວງນ້ຳທາ ຊາວບ້ານໃຊ້ເຮືອໃນການຊ່ວຍເຫຼືອເຊິ່ງກັນແລະກັນ. RFA

ນັບແຕ່ວັນທີ 9 ກັນຍາ 2024 ເປັນຕົ້ນມາ, ຊາວບ້ານຫຼາຍເຂດ ຢູ່ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ປະສົບໄພນ້ຳຖ້ວມ ແບບກະທັນຫັນ ເປັນຕົ້ນ ຢູ່ເຂດເສດຖະກິດພິເສດ ບໍ່ເຕັນແດນງາມ, ບ້ານບໍ່ເຕັນ, ບ້ານນາເຕີຍ, ບ້ານໂພນໄຊ ແລະ ອີກຫຼາຍບ້ານ ຍ້ອນໄດ້ຮັບຜົນກະທົບ ຈາກພາຍຸຢາກິ ແລະ ມວນນ້ຳ ຈຳນວນມະຫາສານ ໄດ້ລົ້ນອອກຈາກ ເຂື່ອນໄຟຟ້ານ້ຳທາ 3 ແລ້ວໄຫຼຖ້ວມ ເທດສະບານ ເມືອງຫຼວງນ້ຳທາ, ເຊິ່ງມາຮອດປັດຈຸບັນ ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຍັງລໍຖ້າການຊ່ອຍເຫຼືອຢູ່.

ສຳລັບເຫດການນ້ຳຖ້ວມ ຢູ່ແຂວງຫຼວງນ້ຳທາ ຍັງບໍ່ທັນມີລາຍງານ ມູນຄ່າຄວາມເສັຽຫາຍເທື່ອ, ແຕ່ໃນເບື້ອງຕົ້ນ ມີຊາວບ້ານ ເສຍຊີວິດ 1 ຄົນ ຍ້ອນຖືກນ້ຳພັດໄຫຼ ຈາກການທີ່ພະຍາຍາມ ເຂົ້າໄປຊ່ອຍ ຜູ້ປະສົບໄພນຳກັນ. ອີກທັງ ເຂື່ອນໄຟຟ້ານ້ຳທາ 3 ກໍຖືກນ້ຳຖ້ວມ ຈົນລົ້ນ ແລະ ໄດ້ເກີດຄວາມເສຍຫາຍ ແກ່ເຮືອນຈັກ ບາງສ່ວນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org