ໄມ້ເຖື່ອນຢູ່ ແຂວງຄໍາມ່ວນ

ການລັກຕັດ ແລະ ຂົນສົ່ງໄມ້ ຜິດກົດໝາຍ ຢູ່ແຂວງ ຄໍາມ່ວນ ຍັງມີຢູ່ ຢ່າງຕໍ່ເນື່ອງ.

ຣົຖບັນທຸກ ຂົນໄມ້ປະມານ 3-4 ຄັນ ມູ້ງໜ້າໄປ ທາງວຽດນາມ ຢູ່ແຖວທົ່ງງາມ ເມືອງປາກຊັນ ແຂວງ ບໍຣິຄໍາໄຊ RFA

 

ການລັກຕັດ ແລະ ຂົນສົ່ງໄມ້ ຜິດກົດໝາຍ ຢູ່ແຂວງ ຄໍາມ່ວນ ຍັງມີຢູ່ ຢ່າງຕໍ່ເນື່ອງ.

ນັບແຕ່ເດືອນ ຕຸລາ ປີ 2012 ມາເຖິງທ້າຍ ເດືອນ ມິຖຸນາ 2013 ທາງການໄດ້ກວດພົບ ຈັບແລະຍຶດໄມ້ ທີ່ຜິດກົດໝາຍ ຢູ່ແຂວງ ຄໍາມ່ວນ ເປັນຈໍານວນຫລວງຫລາຍ ຮວມມູນຄ່າກວ່າ 200 ລ້ານ ກີບ. ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ພາສີ ແຂວງຄໍາມ່ວນ. ທ່ານວ່າ:

"ໄມ້ຂະຍູງນີ້ 6557 ກິໂລ, ໄມ້ຄໍາພີບັດ ນີ້ 3150 ແມັດກ້ອນ ໄມ້ດູ່ 4105 ແມັດກ້ອນ ໄດ້ມາຈາກ ການລັກລອບ ນີ້ແຫຼະ ການເຄື່ອນຍ້າຍ ພາຍໃນ ກັບການລັກລອບ ເຂົ້າມາແຕ່ໄທຍ໌".

ເວົ້າສະເພາະ ໄມ້ຂະຍູງ ສ່ວນຫລາຍ ຈັບໄດ້ນໍາເຮືອ ທີ່ຂົນຂ້າມມາ ແຕ່ຝັ່ງໄທຍ໌ ຂະນະທີ່ ໄມ້ຊນິດອື່ນໆ ຈັບໄດ້ ໃນຣົດຕູ້ ແລະ ຣົດ ໂດຍສານ ຮວມທັງຣົດສ່ວນຕົວ ທີ່ລັກຂົນຈຶ່ງບໍ່ສາມາດ ຮູ້ໄດ້ວ່າ ໄມ້ເຫລົ່ານັ້ນ ມາຈາກໃສ ກັນແທ້. ເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າວ່າ ເຖິງຈະເພີ່ມ ການກວດກາ ຫລາຍຂຶ້ນ ແຕ່ກໍ່ຍັງ ເຫັນວ່າ ຂະບວນ ລັກຕັດໄມ້ ແລະ ຂາຍໄມ້ ຜິດກົດໝາຍ ຍັງແພ່ລາມຢູ່ ຊຶ່ງຄາດວ່າ ປາຍທາງ ຄືການສົ່ງໄປ ຂາຍຕ່າງປະເທສ ໂດຍສະເພາະ ແມ່ນຈີນ ທີ່ມີຄວາມ ຕ້ອງການໄມ້ ຫລາຍ ເພື່ອຜລິດ ເຄື່ອງ ຕົບແຕ່ງ ບ້ານເຮືອນ.

ທ່ານວ່າ ສໍາລັບໄມ້ ຂອງກາງ ທີ່ຍຶດໄດ້ນັ້ນ ຈະປະມູນຂາຍ ເພື່ອນໍາ ເງິນເຂົ້າຣັດ ໂດຍຈະມອບໝາຍ ໃຫ້ຜແນກ ອຸດສາຫະກັມ ແລະ ການຄ້າ ເປັນຜູ້ຈັດ ການປະມູນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org