ບົດສລຸບເຂື່ອນແຕກ ຍັງບໍ່ ຈະ​ແຈ້ງ

ປະຊາຊົນ ຫຼາຍພາກສ່ວນ ຍັງບໍ່ເຂົ້າໃຈ ບົດສລຸບ ເຣື່ອງສາເຫດ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ.

ແຜນທີ່ໂຄງຮ່າງກໍ່ສ້າງ ເຂື່ອນເຊປຽນ-ເຊນໍ້ານ້ອຍ (ແຜນທີ່ບໍ່ມີມາດຕຣາສ່ວນວັດແທກ) Public Domain

ຄນະສືບສວນ-ສອບສວນ ແຫ່ງຊາດ ໄດ້ສລຸບສາເຫດຂອງເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ ໃນວັນທີ 28 ພືສພາ ນັ້ນ ຍັງມີຫຼາຍພາກສ່ວນ ໃນລາວ ບໍ່ເຂົ້າໃຈ ເຖິງສາເຫດ ທີ່ແທ້ຈິງ ຂອງເຂື່ອນແຕກ.

ໂດຍ ທ່ານ ສິງເພັດ ບຸນສະຫວັດທິພັນ, ຮອງປະທານ ອົງການກວດກາ ຣັຖບານ, ໄດ້ຣາຍງານ ຕໍ່ສື່ມວນຊົນ ພາຍໃນປະເທດ ວ່າ ຕາມແຜນ ການກວດກາ ສາເຫດການແຕກພັງ ຂອງຄູກັນນໍ້າ D ທີ່ຄນະຊ່ຽວຊານ ເອກຣາດ ໄດ້ສລຸບ ໃນບົດຣາຍງານ ສຸດທ້າຍ ສະແດງໃຫ້ເຫັນວ່າ ການແຕກພັງ ຂອງຄູກັນນໍ້າ D ຢູ່ໃນໄລຍະ ເກັບກັກນໍ້າເຂົ້າອ່າງ ເຖິງແມ່ນວ່າ ມີຝົນຕົກ ຕິດຕໍ່ກັນຫຼາຍວັນ ກ່ອນມື້ຄູກັນນໍ້າແຕກພັງກໍຕາມ ແຕ່ໃນເວລາ ທີ່ມີການແຕກພັງ ໄດ້ເຣີ່ມຂຶ້ນນັ້ນ ຣະດັບນໍ້າ ໃນອ່າງເກັບນໍ້າ ຍັງຕໍ່າກວ່າ ຣະດັບສັນເຂື່ອນຫຼາຍ ສະນັ້ນ, ບໍ່ສາມາດເອີ້ນ ເຫດການ ແຕກພັງຄັ້ງນີ້ ວ່າເປັນເຫດສຸດວິສັຍ.

ຕໍ່ຄຳຊີ້ແຈງ ຂອງ ທ່ານ ສິງເພັດ ນັ້ນ, ເຈົ້າໜ້າທີ່ ອົງການສາກົລຢູ່ລາວ ໄດ້ສະແດງຄຳເຫັນ ຕໍ່ນັກຂ່າວ ວິທຍຸເອເຊັຽເສຣີ ເມື່ອວັນທີ 29 ພຶສພາ ວ່າ ຜົລສລຸບ ໂຕນີ້ ບໍ່ໄດ້ເວົ້າ ຢ່າງກົງໄປກົງມາ ສ້າງຄວາມສັບສົນ ໃຫ້ປະຊາຊົນ:

"ເຮົາຍັງບໍ່ເຂົ້າໃຈຊໍ້າ ອັນແທ້ໆ ຂອງມັນແມ່ນອິ່ຫຍັງ ມັນເກີດມາຈາກອິ່ຫຍັງ ຂະເຈົ້າ ຢາກໃຫ້ຮູ້ວ່າ ຈັ່ງໃດແທ້ຄຳຕອບ ຂອງຂະເຈົ້າ ຍັງບໍ່ ຊັດເຈນ (ຈະ​ແຈ້ງ) ເທື່ອຊໍ້າ ຍັງມາຖແລງການ ຄັນວ່າ ມີຜົລສລຸບ ອິ່ຫຍັງເນາະ ເວົ້າເຣື່ອງ ຜູ້ຮັບຜິດຊອບແທ້ໆ ກໍຍັງບໍ່ເຫັນມີ ແຕ່ລະຄົນ ຂະເຈົ້າ ກໍຍັງເວົ້າເຖິງ ການຊີ້ແຈງ ບໍ່ຣະອຽດ.”

ພ້ອມດຽວກັນນັ້ນ ຊາວບ້ານ ຜູ້ປະສົບພັຍ ຢູ່ເມືອງສະໜາມໄຊ ກໍໄດ້ໃຫ້ຄຳເຫັນ ຕໍ່ຣາຍງານ ດັ່ງກ່າວ ວ່າໃຊ້ຄຳສັບວິຊາການເກີນໄປ:

"ກໍຢາກຮູ້ແຫຼະເນາະ ວ່າມັນແຕກຍ້ອນຫຍັງ ເປັນຍ້ອນຫຍັງ ມັນຈຶ່ງແຕກ ສັບຂອງນັກວິຊາການ ບໍ່ຮູ້ຄືກັນແຫຼະເນາະ ເຂົາເວົ້າ ບໍ່ກະຈ່າງແຈ້ງ ແຕ່ຄັນຈະແຕກເປັນຫຍັງ ບໍ່ແຈ້ງໃຫ້ປະຊາຊົນ ທີ່ວ່າສິມີຜົລກະທົບນະ ວ່າໃຫ້ຍ້າຍອອກໄປເນາະ ເປັນຫຍັງຂະເຈົ້າຈຶ່ງບໍ່ແຈ້ງກ່ອນທັ້ງໆທີ່ວ່າ ຂະເຈົ້າກໍສ້າງຂະເຈົ້າມີວິຊາການ ມີຜູ້ຕິດຕາມສິແຕກ ຂະເຈົ້າ ຄືບໍ່ແຈ້ງມາກ່ອນ ກໍແມ່ນກໍ່ສ້າງບໍ່ໄດ້ມາຕຖານ ຫັ້ນແຫຼະ.”

ກ່ຽວກັບເຣື່ອງນີ້ ສຳນັກຂ່າວ ວິທຍຸເອເຊັຽເສຣີ ໄດ້ສອບຖາມ ໄປຍັງທ່ານ ສິງເພັດ ບຸນສະຫວັດທິພັນ, ຮອງປະທານ ອົງການກວດກາຣັຖບານ, ໃນວັນດຽວກັນ ໄດ້ຮັບຄຳຕອບວ່າ:

"ອ້າວ ກໍປະກາດໄປແລ້ວເດ ເບິ່ງນຳ ຂ່າວໜັງສືພິມບໍ່ ອິ່ຫຍັງຫັ້ນເດ້ ມີແຕ່ເຈົ້າ ເບິ່ງຕາມເຂົາປະກາດຫັ້ນນ່າ ຂຽນລົງໜັງສືພິມບໍ່ ຫຼືວ່າ ເຂົາອອກ ຂ່າວຫັ້ນ ເບິ່ງຕາມຂ່າວຫັ້ນເດີ້.”

ເຖິງແນວໃດກໍຕາມ, ກ່ອນໜ້ານີ້ ໃນວັນທີ 14 ພຶສພາ ຜ່ານມາ ວິຊາການເຂື່ອນຣະດັບສາກົລ ທີ່ໄດ້ອະທິບາຍ ເຖິງສາເຫດ ຂອງເຂື່ອນແຕກ ຕໍ່ ນັກຂ່າວວິທຍຸເອເຊັຽເສຣີ ວ່າ ສາເຫດຂອງສັນ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ຫຼື Saddle dam D ແຕກ ເມື່ອວັນທີ 23 ກໍຣະກະດາ 2018 ຍ້ອນໂຄງສ້າງຂອງສັນເຂື່ອນ ເປັນດິນ ບໍ່ໄດ້ມາຕຖານ ຕາມການອອກແບບ ເປັນສາເຫດ ທີ່ເຮັດໃຫ້ ສັນເຂື່ອນຍຸບໂຕ ແລະພັງລົງ ໃນທີ່ສຸດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org