ປ້າຍໂຄສະນາ ກີດສາຍຕາ

ຊາວລາວ ວ່າ ປ້າຍ ໂຄສະນາ ສິນຄ້າ ເຄື່ອງດື່ມ ມຶນເມົາ ມີຫລາກຫລາຍ ຈົນ ກີດຂວາງ ສາຍຕາ ຫລຽວໄກ ໄປມາ.

ປ້າຍ ໂຄສະນາ ເບັຽລາວ ນໍ້າເຄື່ອງດື່ມ ທີ່ຕັ້ງຢູ່ຕໍ່ໜ້າ ຫໍ ວັທນະທັມ ແຫ່ງຊາດ RFA/Lanxang

ຊາວລາວ ວ່າ ປ້າຍ ໂຄສະນາ ສິນຄ້າ ເຄື່ອງດື່ມ ມຶນເມົາ ມີຫລາກຫລາຍ ຈົນ ກີດຂວາງ ສາຍຕາ ຫລຽວໄກ ໄປມາ.

ສປປລາວ ເປັນປະເທດນຶ່ງ ທີ່ຍັງບໍ່ມີ ກົດໝາຍ ຫ້າມຂາຍເຄື່ອງດື່ມ ມຶນເມົາ ແບບຊະຊາຍ, ຂາຍບໍ່ເປັນເວລາ, ຂາຍໃຫ້ຄົນ ທີ່ບໍ່ເຖິງເກນ ອາຍຸກະສຽນ. ແລະ ຊາວລາວ ກໍ່ເວົ້າວ່າ ການໂຄສະນາ ເຄື່ອງດື່ມມຶນເມົາ ແລະ ການສົ່ງເສີມ ການຂາຍ ເຄື່ອງດື່ມ ມືນເມົາ ໃນນະຄອນຫລວງ ວຽງຈັນ ທຸກມື້ນີ້ ມີຢ່າງເປີດແປນ ແລະ ຮົກຫູຮົກຕາ ຫລາຍເກີນໄປ. ດັ່ງຊາວລາວ ທ່ານນຶ່ງ ເວົ້າວ່າ:

"ໄປທາງໃດ ກໍເຫັນປ້າຍ ໂຄສະນາ ສົ່ງເສີມ ການຂາຍເຫລົ້າ ຂາຍເບັຽ ໂດຍສະເພາະ ແມ່ນເບັຽລາວ. ຍິ່ງໂຄສະນາ ຫລາຍກໍຍິ່ງ ມີຄົນ ກິນຫລາຍ ຊຶ່ງກໍເປັນ ສາເຫດນຶ່ງ ທີ່ພາໃຫ້ ເກີດ ອຸບັດຕິເຫດ ຕາມທ້ອງຖນົນ ທາງການ ວ່າຢາກ ຫລຸດຜ່ອນ ອຸບັດຕິເຫດ ຕາມທ້ອງຖນົນ ແຕ່ປ່ອຍໃຫ້ ມີການ ໂຄສະນາ ເຄື່ອງດື່ມມຶນເມົາ ແບບນີ້ ມັນຈະຫລຸດລົງ ໄດ້ຈັ່ງໃດ".

ປາກົດວ່າ ການສົ່ງເສີມ ເຄື່ອງມຶນເມົາ ມີຖີ່ຂຶ້ນເລື້ອຍໆ ໂດຍສະເພາະ ແມ່ນຍາມ ບຸນ ຫລື ເທສການຕ່າງໆ ເຊັ່ນບຸນ ປີໃໝ່ລາວ, ບຸນຊ່ວງເຮືອ , ບຸນ ພຣະທາດຫລວງ, ບຸນຄຣິສມັສ, ບຸນປີໃໝ່ ສາກົນ ຕ້ອງມີຮ້ານ ໂຄສະນາ ຂາຍເບັຽລາວ. ຄົນລາວຜູ້ນີ້ ກ່າວຕື່ມ ໃນຕອນທ້າຍວ່າ ການໂຄສະນາ ຂາຍເບັຽລາວ ແມ່ນມີຕລອດ ອັນເປັນການ ສົ່ງເສີມໃຫ້ ເດັກນ້ອຍ ວັຍລຸ້ນລາວ ກິນເບັຽ. ຜູ້ຈັດງານ concert ມັກຈະຈັດງານ ໂດຍເຊີນ ນັກຮ້ອງດັງໆ ມາໃຫ້ຄວາມ ມ່ວນຊື່ນ ເພື່ອເອົາໃຈ ວັຍລຸ້ນ ຄວບຄູ່ກັບ ການຈໍາໜ່າຍ ເຄື່ອງດື່ມ ມຶນເມົາ ໄປພ້ອມໆກັນ. ແລະ ໃນທີ່ສຸດ ເດັກນ້ອຍ ວັຍລຸ້ນລາວ ຈໍານວນ ບໍ່ໜ້ອຍ ກໍຕົກເປັນທາດ ຂອງສິ່ງ ມຶນເມົາ ຢ່າງ ບໍ່ຮູ້ສຶກຕົວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org