ຝົນຕົກນໍ້າຖ້ວມໄວວາ ຊາວບ້ານ ບໍ່ທັນ ຕັ້ງໂຕ
ຝົນຕົກໜັກ ເມື່ອວັນທີ 1 ພຶສພາ 2018 ນໍ້າຖ້ວມ ກະທັນຫັນ ບ້ານຫ້ວຍມົດສົ້ມ ເມືອງປາກລາຍ ແຂວງໄຊຍະບູລີ ປະຊາຊົນ 14 ຄອບຄົວ ເສັຽຫາຍ ຢ່າງໜັກ.
-
ໄຊຍາ
2018-05-03 -
-
-
Your browser doesn’t support HTML5 audio
ເກີດເຫດນໍ້າຖ້ວມກະທັນຫັນ ຢູ່ບ້ານຫ້ວຍມົດສົ້ມ ເມືອງປາກລາຍ ແຂວງໄຊຍະບູຣີ ເມື່ອວັນທີ 1 ພຶສພາ ຜ່ານມາ ແຕ່ບໍ່ມີຜູ້ເສັຽຊີວິດ ຫລື ໄດ້ຮັບບາດເຈັບ ພຽງແຕ່ບ້ານເຮືອນ ປະຊາຊົນຈຳນວນນຶ່ງ ໄດ້ຮັບຄວາມເສັຽຫາຍຢ່າງໜັກ ລໍຖ້າທາງການເຂົ້າມາ ຊ່ອຍເຫຼືອ ຜູ້ທີ່ໄດ້ຮັບ ຜົນກະທົບ.
ທ່ານ ສົມຫວັງ ດາວທອງ ນາຍບ້ານ ບ້ານຫ້ວຍມົດສົ້ມ ບອກກັບນັກຂ່າວ ເມືອງປາກລາຍວ່າ: ສາເຫດນໍ້າຖ້ວມກະທັນຫັນ ແມ່ນເກີດຈາກ ຝົນຕົກໜັກ ເລີ້ມແຕ່ເວລາ 15:30 ຫາ 20:00 ໂມງ ຂອງວັນທີ 1 ພຶສພາ 2018 ເຮັດໃຫ້ນໍ້າອັ່ງໄຫລເຂົ້າເຮືອນ ປະຊາຊົນ, ເນື້ອທີ່ປູກຝັງ ສາມາດວັດແທກລະດັບນໍ້າໄດ້ ເຖີງ 30 ຫາ 100 ຊັງຕີແມັດ.
ທ່ານກ່າວຕື່ມວ່າ ນໍ້າຖ້ວມເທື່ອນີ້ ປະຊາຊົນໄດ້ຮັບຜົນກະທົບ 146 ຫລັງຄາເຮືອນ ລວມ 697 ຄົນ ໃນນັ້ນມີ 14 ຄອບຄົວ ເສັຍຫາຍໜັກ, ເສັ້ນທາງເຂົ້າຫາບ້ານຖືກຕັດຂາດ ໄຮ່ນາ ສວນປູກສາລີ ໂຮງຮຽນປະຖົມ ຖືກນໍ້າພັດເປ່ເພເສັຽຫາຍ ນອກຈາກນີ້ ຍັງມີສັດລ້ຽງ ທີ່ຖືກພັດໄປ ກັບສາຍນໍ້າ ແຕ່ໂຊກດີ ບໍ່ມີປະຊາຊົນໄດ້ຮັບບາດເຈັບ ຫລື ເສັຽຊີວິດ.
ປັດຈຸບັນ ກຳລັງສລຸບຜົນເສັຽຫາຍ ເພື່ອສົ່ງໄປຍັງອຳນາດການປົກຄອງ ຫລືຂແນງການທີ່ກ່ຽວຂ້ອງ ເພື່ອເລັ່ງໃຫ້ການຊ່ອຍເຫຼືອບັນເທົາທຸກ ໃຫ້ກັບຄອບຄົວ ທີ່ຖຶກຜົນກະທົບ ພ້ອມດຽວກັນກໍ່ໄດ້ແຈ້ງເຕືອນ ໄປຍັງປະຊາຊົນທີ່ອາໃສ ຢູ່ບ່ອນມີຄວາມຊ່ຽງ ເປັນຕົ້ນແມ່ນ ເຂດພູຜາ ແລະແຄມຫ້ວຍ ໃຫ້ຕິດຕາມການແຈ້ງເຕືອນ ສະພາບອາກາດ ເປັນແຕ່ລະໄລຍະໄປ.
ຕາມການຣາຍງານຂ່າວ ຍັງບໍ່ມີພາກສ່ວນໃດ ເຂົ້າມາດຳເນີນການຊ່ອຍເຫລືອໃນເບື້ອງຕົ້ນ, ພ້ອມທັງສະພາບນໍ້າຖ້ວມ ກັບເຂົ້າສູ່ສະພາບ ປົກກະຕິແລ້ວ ສໍາລັບບ້ານຫ້ວຍມົດສົ້ມ ເມືອງປາກລາຍ ຖືວ່າເປັນຈຸດຊ່ຽງຕໍ່ການເກີດໄພນໍ້າຖ້ວມ.