ຫ້າມປູກຝັງຢູ່ ເນີນພູເຈີ້ຍພູ

ທາງການລາວ ຈະບໍ່ ອະນຸມັດ ທີ່ດິນ ໃນເຂດ ພູດອຍ, ເນີນພູ ໃຫ້ ເປັນບ່ອນ ເຮັດໄຮ່ ເຮັດສວນ ຂອງ ປະຊາຊົນ.

ຊົນເຜົ່າ ຂ.ຊຽງຂວາງ ພາກັນ ຖາງປ່າຈູດເຜົາ ເຮັດໄຮ່ ເລື່ອນລອຍ Mennonite central committee

ທາງການລາວ ຈະບໍ່ ອະນຸມັດ ທີ່ດິນ ໃນເຂດ ພູດອຍ, ເນີນພູ ໃຫ້ ເປັນບ່ອນ ເຮັດໄຮ່ ເຮັດສວນ ຂອງ ປະຊາຊົນ.

ຊົນເຜົ່າລາວ ສ່ວນຫລາຍ ໃຊ້ເຂດ ພູດອຍ ເປັນບ່ອນ ທໍາມາຫາກິນ ແຕ່ໃນ ປັຈຈຸບັນ ທາງການລາວ ໄດ້ອອກ ກົດໝາຍ ຫ້າມບໍ່ໃຫ້ ປະຊາຊົນ ເຮັດໄຮ່ ເຮັດສວນ ໃນພື້ນທີ່ ເນີນພູ ທີ່ຊັນເກີນ 30 ອົງສາ ແລະ ຈະບໍ່ອອກ ໃບຕາດິນ ໃຫ້ເປັນ ກັມມະສິດ. ເຈົ້າໜ້າທີ່ ກະຊວງ ຊັພຍາກອນ ແລະ ສິ່ງແວດລ້ອມ ເວົ້າວ່າ:

"ຫາກບໍ່ແມ່ນດິນ ທີ່ວ່າເປັນ ດິນຊັນ ທີ່ວ່າເກີນ ກໍານົດ ກົດໝາຍ ທີ່ກໍານົດໄວ້ ຊັ້ນເກີນ 30 ເປີເຊັນ ບໍ່ ຢ່າໝາຍກວ່ານັ້ນ ພວກເຮົາ ຈະບໍ່ອອກໃຫ້ ເພາະ ວ່າມັນເປັນ ດິນເຂດ ພູດອຍ ເຮົາຈະສງວນໄວ້ ເພື່ອປົກປັກ ຮັກສາ ປ່າໄມ້ ແລະ ກໍນໍ້າ".

ສີ່ງເຫຼົ່ານີ້ ເຮັດໃຫ້ ປະຊາຊົນ ບໍ່ເຂົ້າໃຈ, ຫລາຍຄົນ ຄຶດວ່າ ທາງການຢາກຍຶດ ເອົາດິນ ຂອງ ພວກເຂົາເຈົ້າ ເພື່ອໃຫ້ ບໍຣິສັດ ເອກກະຊົນ ສໍາປະທານ. ນະໂຍບາຍ ຂອງ ຣັຖບານ ແມ່ຕ້ອງການ ໃຫ້ ປະຊາຊົນ ທີ່ອາສັຍຢູ່ ເຂດພູດອຍ ຍ້າຍໄປ ທໍາມາຫາກິນ ຢູ່ທົ່ງພຽງ ໃນເຂດທີ່ ທາງການ ຈັດສັນໄວ້ໃຫ້ ເພື່ອບໍ່ໃຫ້ ມີການຖາງປ່າ ເຮັດໄຮ່ ເລື່ອນລອຍ.

ບັນຫາ ທີ່ດິນຢູ່ ສປປລາວ ເປັນບັນຫາ ຫຍຸ້ງຍາກ ສັບສົນ ໃນທົ່ວປະເທດ ພາຍຫລັງ ທີ່ຣັຖບານ ປະຕິບັດ ນະໂຍບາຍ ໃຫ້ນັກ ທຸຣະກິດ ຕ່າງປະເທດ ເຂົ້າມາລົງທຶນ ສ້າງເຂື່ອນ ໄຟຟ້າ, ຂຸດຄົ້ນແຮ່ທາດ, ປູກພືດ ອຸດສາຫະກັມ, ປູກ ຢາງພາລາ ເປັນຕົ້ນ. ຢູ່ສປປ ລາວ ການຂັດແຍ່ງ ທີ່ດິນ ເປັນບັນຫາ ຫຍຸ້ງຍາກ ທີ່ທາງການ ບໍ່ສາມາດ ແກ້ໄຂໄດ້ ຈົນມາຮອດ ທຸກມື້ນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org