ຖນົນນະຄອນຫຼວງເປ່ເພ ຢ່າງໜັກ
ຖນົນຫົນທາງ ໃນ ນະຄອນຫຼວງວຽງຈັນ ເປ່ເພ ຢ່າງໜັກໜ່ວງ ເຮັດໃຫ້ ການສັນຈອນ ມີຄວາມລຳບາກ ຣົດລາງ ກໍເປື້ອນເປິ ບ້ານເຮືອນ ມົວໝອງ ປົກຫຸ້ມດ້ວຍ ຂີ້ຝຸ່ນ.
-
ອຸ່ນແກ້ວ ສຸກສະຫວັນ
2019-01-10 -
-
-
ສະພາບຂອງຖນົນ ໃນ ນະຄອນຫຼວງວຽງຈັນ
RFA/LX
Your browser doesn’t support HTML5 audio
ເສັ້ນທາງຢູ່ນະຄອນຫລວງວຽງຈັນ ເປ່ເພຫລາຍ ເຮັດໃຫ້ຍາມແລ້ງ ຖະໜົນກາຍໄປຂີ້ຝຸ່ນ ສ້າງຄວາມລຳບາກ ໃຫ້ແກ່ປະຊາຊົນ ຜູ້ທີ່ໃຊ້ຣົດ ໃຊ້ຖະໜົນ. ເອເຊັຽເສຣີ ໄດ້ມີໂອກາດສຳພາດ ປະທານປະຊາຊົນ ຊາວນະຄອນຫລວງວຽງຈັນ ກ່ຽວກັບ ສະພາບຖະໜົນ ຢູ່ນະຄອນຫລວງ ໃນຕອນນີ້.