ໂຮງງານຣົດ 3 ລໍ້ ສ້າງ ມົລພິດ
ຊາວບ້ານ ທີ່ຢູ່ໃກ້ ໂຮງງານ ປະກອບຣົດ ຂອງຈີນ ຢູ່ ເມືອງໄຊເສດຖາ ໄດ້ຮັບຄວາມ ເດືອດຮ້ອນ ຈາກກິ່ນຂິວ ຍ້ອນການພົ່ນສີ ຈາກໂຮງງານ.
-
ພູວົງສ໌
2019-01-18 -
-
-
Your browser doesn’t support HTML5 audio
ຊາວບ້ານຫຼາຍຄອບຄົວ ທີ່ຢູ່ໃນເຂດບ້ານແສງສະຫວ່າງ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກຳລັງໄດ້ຮັບຄວາມເດືອດຮ້ອນ ຍ້ອນ ໂຮງງານປະກອບຣົດ 3 ລໍ້, ບໍຣິສັດຢິນຊິ່ນ ທີ່ຄົນຈີນເປັນເຈົ້າຂອງ ຢູ່ໃນເຂດບ້ານດຽວກັນ ມີການພົ່ນສີຢູ່ໃນໂຮງງານ ແລ້ວກິ່ນຂິວຂອງສີ ໄດ້ກະຈາຍໄປຕາມບ້ານ ສົ່ງກິ່ນເໝັນຂິວ ແຮງຣົບກວນຊາວບ້ານທຸກມື້ ຕັ້ງແຕ່ຕອນແລງຫາກາງຄືນ, ເຊິ່ງບັນຫານີ້ ໄດ້ເກີດຂຶ້ນມາປະມານ 1 ສັປດາແລ້ວ ຈົນຊາວບ້ານໃກ້ຄຽງ ພາກັນຢູ່ບໍ່ເປັນສຸຂ.
ມາຮອດມື້ນີ້, ກິ່ນເໝັນຂິວຈາກໂຮງງານ ກໍຍັງບໍ່ຫຼຸດຜ່ອນລົງ ແຕ່ຢ່າງໃດ ດັ່ງຊາວບ້ານທີ່ໄດ້ຮັບຄວາມເດືອດຮ້ອນ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ ສື່ຂ່າວເອເຊັຽເສຣີ ໃນມື້ວັນທີ 18 ມົກກະຣາ ນີ້ວ່າ:
“ໂຮງງານປະກອບຣົດຢິນຊິ່ນນ່າ, ມີກິ່ນຂິວ ຂະເຈົ້າພົ່ນສີຣົດອອກມາໃສ່ ປະຊາຊົນນ່າ, ບໍຣິສັດໃຫຍ່ເດ, ຕອນແລງປະມານ 8 ໂມງແລງ ເຂົາຜລິດຣົດ 3 ລໍ້ ໄຟຟ້າຫັ້ນນ່າ ມັນຊິຂິວອອກມາເດ້."
ທ່ານກ່າວຕື່ມວ່າ ຫຼາຍຄອບຄົວ ທີ່ຢູ່ໃກ້ຄຽງໂຮງງານ, ເຊິ່ງມີບໍ່ຕ່ຳກວ່າ 20 ຄອບຄົວນັ້ນຍັງຈະຕ້ອງໄດ້ທົນຕໍ່ກິ່ນເໝັນຂິວ ຕໍ່ໄປເລື້ອຍໆ ແລະ ທັງເປັນກັງວົນວ່າ ຫາກຫັນໃຈເອົາກິ່ນຂິວນີ້ ເຂົ້າໄປເປັນເວລາດົນ ຢ້ານວ່າຈະເກີດບັນຫາຕໍ່ສຸຂພາບຈຶ່ງຢາກໃຫ້ ພາກສ່ວນກ່ຽວຂ້ອງ ລົງມາເບິ່ງ ແລະ ແກ້ໄຂບັນຫາໃຫ້ກັບຊາວບ້ານ.
ກ່ຽວກັບເຣື້ອງນີ້, ຜູ້ສື່ຂ່າວເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງຫ້ອງການສິ່ງແວດລ້ອມ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນມື້ ດຽວກັນ, ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ຊີ້ແຈງວ່າ ຍັງບໍ່ທັນໄດ້ຮັບຮູ້ບັນຫາດັ່ງກ່າວເທື່ອ, ແຕ່ກໍຢາກໃຫ້ຊາວບ້ານ ຂຽນໜັງສືຮ້ອງທຸກ ຢ່າງເປັນທາງການ ເພື່ອເຈົ້າໜ້າທີ່ຈະໄດ້ມີຫຼັກຖານ ໃນການລົງກວດສອບ ແລະ ຊອກຫາຜູ້ຮັບຜິດຊອບ.
“ເຮົາກະຕ້ອງໄດ້ປະສານກັບບ້ານຕື່ມວ່າ ມັນແມ່ນແທ້ບໍ່? ຕ້ອງໃຫ້ຂະເຈົ້າເຮັດໜັງສືມາເນາະ, ເພື່ອຫຍັງ, ເພື່ອໃຫ້ເຮົາເປັນບ່ອນອີງເນາະ, ຖ້າຫາກວ່າປະຊາຊົນຖືກຜົລກະທົບແທ້ ແມ່ນຜູ້ໃດ, ຄອບຄົວໃດ ຖືກຜົລກະທົບ, ເຮົາກະຕ້ອງຮູ້ວ່າ ຖ້າຫາກວ່າ ຄອບຄົວໃດຖືກ ຜົລກະທົບ ໄປກວດຈາກໂຮງໝໍ ໄດ້ໃບຢັ້ງຢືນວ່າຜົລກະທົບ ຈາກໂຕນີ້, ເຮົາຕ້ອງໃຫ້ໂຮງງານ ເປັນຜູ້ຮັບຜິດຊອບເດ້."
ໃນໄລຍະຜ່ານມາ, ມັກມີຣາຍງານອອກມາເລື້ອຍໆວ່າ ໂຮງງານຫຼາຍແຫ່ງ ແລະ ກິຈການຕ່າງໆທີ່ເປັນຂອງນັກລົງທຶນຈີນ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະປະຊາຊົນ ເປັນຕົ້ນໂຮງງານ ແຍກຂີ້ເຫຍື້ອອີເລັກໂທຣນິກ ຢູ່ເມືອງສີໂຄດຕະບອງ ໄດ້ສົ່ງ ກິ່ນຂິວຕໍ່ປະຊາຊົນ ໃນເຂດບ້ານໃກ້ຄຽງ ເມື່ອປີ 2016 ແລະ ຫຼ້າສຸດກໍແມ່ນກໍຣະນີ ສວນກ້ວຍຈີນ ໃນເຂດເມືອງສັງທອງ ກໍໄດ້ປ່ອຍນ້ຳຢາ ລ້າງກ້ວຍ ລົງໃສ່ສາຍນ້ຳຕອນ ເຮັດໃຫ້ປາຕາຍຈຳນວນຫຼວງຫຼາຍ ຈົນມາເຖິງ ກໍຣະນີກິ່ນເໝັນຂິວຈາກ ການພົ່ນສີຂອງໂຮງງານປະກອບຣົດ 3 ລໍ້ ແຫ່ງນີ້.