ນະຄອນຫຼວງວຽງຈັນ ສັ່ງໃຫ້ ເຊົາ ປູກກ້ວຍ
ທາງການ ນະຄອນຫຼວງ ວຽງຈັນ ສັ່ງໃຫ້ ເຈົ້າຂອງ ສວນປູກກ້ວຍ ຂອງຈີນ ເຊົາປູກກ້ວຍ ຢ່າງຖາວອນ ຍ້ອນມັນ ສົ່ງຜົລກະທົບ ຕໍ່ ສິ່ງແວດລ້ອມ.
-
ຈໍາປາທອງ
2017-02-13 -
-
-
Your browser doesn’t support HTML5 audio
ອຳນາດ ການປົກຄອງ ນະຄອນຫຼວງວຽງຈັນ ສັ່ງໃຫ້ເຈົ້າຂອງ ສວນຈີນ ເຊົາປູກກ້ວຍ ຢ່າງຖາວອນ ຢູ່ເມືອງສັງທອງ ແລະ ເມືອງປາກງື່ມ ຍ້ອນວ່າມັນ ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ທັງສົ່ງກິ່ນເໝັນ ຊຶ່ງ ມີຄວາມສ່ຽງ ຕໍ່ບັນຫາສຸຂພາບ ຂອງປະຊາຊົນ. ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ເມືອງປາກງື່ມ ຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 10 ມົກກະຣາ 2017 ນີ້ວ່າ.
"ເພິ່ນໃຫ້ມີການຍຸຕິແລ້ວເດ ສັ່ງໃຫ້ ເລີກແລ້ວ ເພາະວ່າມັນ ເປັນມົລພິດ ປະກາດທົ່ວ ນະຄອນຫລວງ ບໍ່ໃຫ້ປູກ ໃຫ້ເຂົາເຊົາ ຕ້ອງບັງຄັບ ກໍານົດວ່າປີນັ້ນ ປີນີ້ ບໍ່ໃຫ້ ດຳເນີນອີກ ກະໃຫ້ປ່ຽນ ປູກອັນໃໝ່".
ທ່ານກ່າວວ່າ ພາຍຫລັງທີ່ມີຄຳສັ່ງ ນັ້ນແລ້ວ ເຈົ້າຂອງສວນກ້ວນຈີນ ກໍປະຕິບັດຕາມ ເຮັດໃຫ້ ປະຊາຊົນ ພໍໃຈ ເພາະຈະບໍ່ໄດ້ ສ່ຽງຕໍ່ການ ທີ່ຈະໄດ້ຮັບ ຜົລກະທົບ ຈາກ ສານພິດເຄມີ ຫຼາຍ. ດັ່ງທີ່ປະຊາຊົນ ຢູ່ແຂວງ ພາກເໜືອ ຜະເຊີນນັ້ນ. ທ່ານເວົ້າຕື່ມວ່າ ເນື້ອທີ່ປູກກ້ວຍ ຢູ່ ເມືອງສັງທອງ ແລະ ເມືອງປາກງື່ມ ນັ້ນແມ່ນ ນັກລົງທຶນຈີນ ເຊົ່ານຳ ປະຊາຊົນ ແລະ ສຳປະທານ ນຳທາງເມືອງ, ສ່ວນເຣຶ່ອງຈີນ ຈະຂໍ ລົງທຶນ ປູກພືດຊນິດໃໝ່ ແທນການ ປູກກ້ວຍນັ້ນ ເປັນເຣຶ່ອງ ທີ່ຫຼາຍຄົນ ໃຫ້ຄວາມສົນໃຈ ແຕ່ທາງການ ຈະບໍ່ໃຫ້ໃຊ້ ສານເຄມີ ອີກຕໍ່ໄປ.
ບໍຣິສັດຈີນ 5 ບໍຣິສັດ ໄດ້ເລີ້ມປູກກ້ວຍ ຢູ່ສອງເມືອງ ທີ່ວ່ານັ້ນ ມາຕັ້ງແຕ່ປີ 2014, ຈາກການກວດກາ ຂອງພາກສ່ວນ ທາງການທີ່ກ່ຽວ ຂ້ອງພົບວ່າ 5 ບໍຣິສັດ ທີ່ວ່ານີ້ ບໍ່ໄດ້ຈົດທະບຽນ ແລະບໍ່ໄດ້ປະເມີນ ຜົລກະທົບຕໍ່ສິ່ງແວດລ້ອມ. ຂ່າວວ່າ ເມື່ອ ປີ 2015 ສວນກ້ວຍຈີນ ເຮັດໃຫ້ປາ ໃນສາຍນ້ຳຕອນ ຕາຍຢ່າງ ຫຼວງຫຼາຍ ແລະເມື່ອເດືອນ ກັນຍາ ປີກາຍ ຄົນງານ ສວນກ້ວຍ 5 ຄົນ ຢູ່ເມືອງປາກງື່ມ ມີອາ ການເບື່ອຢາ ຂ້າຫຍ້າ ແລະ ໃນຕົ້ນປີນີ້ ປະຊາຊົນ ຈຳນວນນຶ່ງ ກໍເກີດຕຸ່ມຄັນ ພາຍຫລັງ ທີ່ໄດ້ລົງອາບນ້ຳ ໃນນ້ຳຕອນ ນັ້ນ.