ການກໍ່ສ້າງຢູ່ແຄມນໍ້າຊອງ ກະທົບ ຊາວບ້ານ

ປະຊາຊົນ ບ້ານຫ້ວຍແຍ້ ເມືອງວັງວຽງ ແຂວງວຽງຈັນ ໄດ້ຮັບຜົນກະທົບ ຈາກໂຄງການ ກໍ່ສ້າງໂຮງແຮມ ແຄມນໍ້າຊອງ.

ນໍ້າຊອງ ເມືອງວັງວຽງ ແຂວງວຽງຈັນ RFA/KP

ປະຊາຊົນບ້ານຫ້ວຍແຍ້ ເມືອງວັງວຽງ ແຂວງວຽງຈັນ ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງ ຂອງທຸຣະກິດໂຮງແຮມແຫ່ງນຶ່ງ ທີ່ເຂົ້າມາ ສັມປະທານ ພື້ນທີ່ແຄມນໍ້າຊອງ ເຂດບ້ານຫ້ວຍແຍ້, ຊຶ່ງເບື້ອງຕົ້ນ ປະຊາຊົນຄາດວ່າ ເຈົ້າຂອງໂຄງການຈະສ້າງເປັນ ສວນດອກໄມ້ ແຕ່ ປັຈຈຸບັນ ພື້ນທີ່ດັ່ງກ່າວ ຖືກອ້ອມຮົ້ວໄວ້ໝົດ ເຮັດໃຫ້ ປະຊາຊົນ ບ້ານຫ້ວຍແຍ້ ບໍ່ສາມາດໄປໃຊ້ນໍ້າຊອງ ໃນການໃຊ້ຊີວິດ ປະຈໍາວັນຂອງ ເຂົາເຈົ້າອີກແລ້ວ, ດັ່ງ ປະຊາຊົນ ເມືອງວັງວຽງ ແຂວງວຽງຈັນ ທ່ານນຶ່ງ ກ່າວວ່າ:

“ກໍລົງໄປລັດແຄມນໍ້າຫັ້ນແຫລະ ປະມານ 10 ປາຍແມັດ ແຕ່ນໍ້າຊອງຂື້ນມາ ເຖິງຕາຝັ່ງໂຕນີ້ ເຂົາເວົ້າວ່າ ເຂົາເຊົ່າສັມປະທານເນາະ, ຢູ່ ໃນບົດບັນທຶກລະແມ່ນບໍ່ໃຫ້ອ້ອມຮົ້ວ ມີແຕ່ຝັງເສົາຢູ່ຂອບເຂດ ຂອງເສົາສັມປະທານຊື່ໆ ດຽວນີ້ພັດມາເຮັດຮົ້ວອ້ອມ ໄປໝົດ ແຜນເພິ່ນ ຫັ້ນວ່າຊິປູກເຮັດສວນດອກໄມ້ເບາະ ແນວໃດບຸກໍບໍ່ເຂົ້າໃຈ ນໍາໂຮງແຮມເພິ່ນ ເຮັດຫຍັງມັນກໍບໍ່ຖືກດອກ ຄວາມຈິງມາເຊົ່າສັມປະທານ ແຄມນໍ້າມັນບໍ່ຖືກ.”

ປະຊາຊົນທ່ານນີ້ ກ່າວຕື່ມວ່າ ສໍາລັບເນື້ອທີ່ ທັງໝົດ ທີ່ຖືກອ້ອມຮົ້ວນັ້ນມີປະມານ 1 ກິໂລແມັດ ຊຶ່ງສົ່ງຜົນກະທົບ ຕໍ່ປະຊາຊົນໂດຍກົງ ຍ້ອນວ່າ ປະຊາຊົນບໍ່ສາມາດ ລົງໄປຕັກນໍ້າມາໃຊ້ ມາກິນໄດ້ຄືແຕ່ກ່ອນ. ປັຈຈຸບັນ ປະຊາຊົນບ້ານຫ້ວຍແຍ້ ບາງສ່ວນ ຂາດນໍ້າໃຊ້ມາ ຫລາຍອາທິດແລ້ວ.

ແລະວ່າ ພື້ນທີ່ດັ່ງກ່າວປົກກະຕິແລ້ວເປັນພື້ນທີ່ປະຊາຊົນ ໃຊ້ເປັນບ່ອນເຮັດກິຈກັມຕ່າງໆ ໃນຊຸມຊົນເປັນຕົ້ນ: ງານບຸນ, ງານປີໃໝ່ ເພາະ ເປັນເດີ່ນກວ້າງ ແລະ ຜູ້ຄົນຜ່ານໄປມາໄດ້ງ່າຍ ປະຊາຊົນສາມາດຕັ້ງ ຕູບຂາຍເຄື່ອງຕ່າງໆ ຕາມເທສການ ສ້າງຣາຍຮັບໃຫ້ຊຸມຊົນ ແຕ່ ປັຈຈຸບັນ ບໍ່ສາມາດເຮັດໄດ້ອີກແລ້ວ ເພາະຖືກສັມປະທານ ໝົດແລ້ວ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງວຽງຈັນ ປະຕິເສດ ທີ່ຈະໃຫ້ຣາຍຣະອຽດ ກ່ຽວກັບໂຄງການດັ່ງກ່າວ ພຽງແຕ່ ເວົ້າວ່າ:

”ເຊົ່າຊື່ໆນະ ບໍ່ຮູ້ນະ ເພາະວ່າວຽກໂຕເຊົ່າສັມປະທານ ມັນຢູ່ນໍາການເງິນ ດຽວນີ້ນະ ເຊົ່າເປັນປີ ຫັ້ນລະເບິ່ງຫັ້ນນະ ຜູ້ເຮັດສັນຍາກໍແມ່ນ ເມືອງນັ້ນແຫລະ ການເງິນນັ້ນແຫລະ.”

ຢ່າງໃດກໍຕາມ ເມື່ອໄວໆນີ້ ປະຊາຊົນທ່ານນຶ່ງໄດ້ຂຽນໜັງສື ຮ້ອງທຸກກ່ຽວກັບເຣື້ອງນີ້ ໄປຍັງເຈົ້າໜ້າທີ່ກ່ຽວຂ້ອງ ແຕ່ມາຮອດ ປັຈຈຸບັນ ຍັງບໍ່ມີຄວາມຄືບໜ້າ ແນວໃດເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org