ເກັບກູ້ຣະເບີດເພື່ອພື້ນທີ່ ການກະເສດ ຂາດເປົ້າໝາຍ

ອົງການ ເກັບກູ້ ຣະເບີດ ໃນລາວ ບໍ່ສາມາດ ສະສາງ ພື້ນທີ່ ພຽງພໍ ກັບຄວາມ ຕ້ອງການ ຂອງຊາວ ກະສີກອນ ໄດ້ຕາມ ເປົ້າຫມາຍ.

ຊາວໂລກ ແລະ ສື່ມວລຊົນ ເຂົ້າຊົມ ການສະແດງ ຕົວຢ່າງ ຂອງ ຣະເບີດ ທີ່ຕົກຄ້າງ ໃນລາວ

 

ເຈົ້າຫນ້າທີ່ ເກັບກູ້ຣະເບີດ ທີ່ແຂວງຊຽງຂວາງ ທ່ານນື່ງເວົ້າວ່າ ໃນປີນີ້ ອົງການເກັບກູ້ຣະເບີດ ທີ່ແຂວງຊຽງຂວາງ ບໍ່ສາມາດຕອບສນອງ ຄວາມຕ້ອງການ ຂອງຊາວ ກະສິກອນ ໃນການເກັບກູ້ຣະເບີດ ແລະ ສະສາງພື້ນທີ່ ເພື່ອການກະເສດ ໄດ້ຕາມທີ່ ຄາດຫມາຍໄວ້. ໃນແຕ່ ລະປີ ຫນ່ວຍງານເກັບກູ້ຣະເບີດ ສາມາດເກັບກູ້ ໄດ້ພຽງແຕ່ 500 ເຮັກຕາ ເທົ່ານັ້ນ ໃນພື້ນທີ່ໆ ຍັງມີຣະເບີດ ຕົກຄ້າງຢູ່ຢ່າງຫລວງຫລາຍ ໃນແຂວງຊຽງຂວາງ ຊື່ງພື້ນທີ່ສ່ວນໃຫຍ່ ເປັນພື້ນທີ່ການກະເສດ ຂອງ ປະຊາຊົນ. ດັ່ງທ່ານກ່າວວ່າ:

"UXO ຢູ່ແຂວງຊຽງຂວາງ ພວກເຮົາປີນີ້ ກວດໄດ້ພຽງ 500 ເຮັກຕາ ການພັທນາຂອງປະຊາຊົນ ມັນຈະຫລາຍກວ່ານັ້ນ ຫລາຍເປັນ 5 ພັນຫາ 6 ພັນເຮັກຕາ ປີນີ້ທີ່ສເນີມາພວກເຮົາຮັບໄດ້ພຽງ 10% ເທົ່ານັ້ນ ຂະເຈົ້າຕ້ອງເຮັດໄປ ມີແຕ່ຂະເຈົ້າ ຈະຂໍຄຳແນະນຳ ຊາບຂ່າວ ດິນໄຮ່ດີນນາ ຕ່າງໆ ຕ້ອງໃຫ້ມັນມີ ຄວາມຣະມັດຣະວັງ".

ທ່ານກ່າວເພີ້ມວ່າ ໃນປັດຈຸບັນພື້ນທີ່ ການປູກຝັງ ຢູ່ແຂວງຊຽງຂວາງ ມີທັງຫມົດ ປະມານ 60 ພັນເຮັກຕາ ທີ່ຜ່ານມາ ປະຊາຊົນ ໄດ້ເຮັດ ການປູກຝັງ ໂດຍລຳພັງດ້ວຍຕົນເອງ ປາສຈາກການເກັບກູ້ຣະເບີດແຕ່ໂຊກດີ ບໍ່ມີຜູ້ໃດໄດ້ຮັບເຄາະຮ້າຍແຕ່ທາງສູນກາງ ບອກວ່າຊາວກະສິ ກອນ ກຸ່ມດ່ັງກ່າວ ຍັງມີຄວາມສ່ຽງຢູ່.

ທ່ານວ່າໃນປີ 2013 ມີເຫດຣະເບີດຕົກຄ້າງແຕກສາມຄັ້ງແລ້ວມີເດັກນ້ອຍ 1 ຄົນເສັຽຊິວິດແລະ 2 ຄົນໄດ້ຮັບບາດເຈັບ ທີ່ແຂວງຊຽງຂວາງ ສາເຫດເກີິດຈາກ ຄວາມຮູ້ເທົ້າບໍ່ເຖິງການ. ແຂວງຊຽງຂວາງເປັນແຂວງນື່ງໃນຈຳນວນ 9 ແຂວງຂອງລາວທີ່ມີລູກຣະເບີດ ທີ່ບໍ່ທັນແຕກຕົກ ຄ້າງຢູ່ຢ່າງຫລວງຫລາຍ ແຕ່ປາງສົງຄາມ ຊຶ່ງເປັນອຸປສັກ ຕໍ່ການພັທນາໃນແຂວງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org