ປະເທດລາວປ່າໄມ້ ຈະປົກຫຸ້ມ 70% ປີ 2025

ປ່າສງວນນໍ້າກ່ານ
ປ່າສງວນນໍ້າກ່ານ (ພາບປະກອບ: ນັກຂ່າວພົລເມືອງ)

0:00 / 0:00

ທາງການລາວ ຈະເພິ່ມເນື້ອທີ່ປົກຫຸ້ມປ່າໄມ້ ໃຫ້ໄດ້ຫຼາຍກວ່າ 70% ຂອງເນື້ອທີ່ທົ່ວປະເທດ ໃນປີ 2025 ໂດຍສະເພາະເນື້ອທີ່ປ່າ 3 ປະເພດ ຄື: ປ່າປ້ອງກັນ, ປ່າສງວນ ແລະ ປ່າຜລິດ, ດັ່ງເຈົ້າໜ້າທີ່ ກະຊວງກະສິກັມ ແລະປ່າໄມ້ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ມິນາ ນີ້ວ່າ:

“ດຽວນີ້ ເຮົາມີພື້ນທີ່ປ່າປະມານ 14 ລ້ານ ເຮັກຕ້າຣ໌, ການຄຸ້ມຄອງນິ່ ພວກເຮົາມີການຄຸ້ມຄອງ ໄປຕາມລະບົບ ສາມປະເພດປ່າ ຄື: ມັນມີປ່າປ້ອງກັນ, ປ່າສງວນ ແລະ ປ່າຜລິດ ສະເພາະປ່າປ້ອງກັນ ແລະປ່າສງວນ ຕ້ອງຊອກທຶນ ບ່ອນໃດທີ່ມັນວ່າງເປົ່າ ເປັນດິນ ປອກໂລ້ນ ຫຼືເປັນປ່າຊຸດໂຊມ ມັນຕ້ອງໄດ້ພັທນາ ຟື້ນຟູປູກໃສ່.”

ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ໃນສ່ວນຂອງປ່າຜລິດ ຕອນນີ້ຣັຖບານກໍໄດ້ເປີດກວ້າງ ໃຫ້ນັກລົງທຶນ ມາລົງທຶນປູກໄມ້ໄດ້, ແຕ່ຕ້ອງ ມາເບິ່ງຂໍ້ມູນ ແລະກົດຣະບຽບນໍາກັນກ່ອນ ຈຶ່ງຈະເຮັດໄດ້.

ເຈົ້າໜ້າທີ່ ກະຊວງກະສິກັມ ແລະປ່າໄມ້ ຢູ່ນະຄອນຫຼວງວຽງຈັນ ອີກທ່່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າວຽກງານ ໂຕນີ້ຖືວ່າເປັນແຜນຍຸທສາດໄລຍະ 5 ປີ ຂອງວຽກງານທີ່ກ່ຽວຂ້ອງ ຊຶ່ງໄດ້ມີຣະບຽບ ເປັນເອກກະສານ ໃນການປະຕິບັດຢູ່ໃນນັ້ນ, ດັ່ງທ່ານກ່່າວວ່າ:

“ໂຕນີ້ ເປັນຍຸທສາດຂອງຂແນງກະສິກັມ ເລີຍນະເຈົ້າ ມີເອກກະສານແລ້ວ ເພິ່ນກໍເຮັດເປັນແຜນຍຸທສາດ ປະຈໍາໄລຍະ 5 ປີ ຂອງ ເພິ່ນເລີຍ.”

ນັກວິຊາການດ້ານການກະເສດ ຢູ່ແຂວງຫົວພັນ ທ່ານນຶ່ງກ່າວວ່າປັດຈຸບັນ ພື້ນທີ່ປ່າກໍຖືວ່າຫຼາຍຂຶ້ນ, ແຕ່ກໍຍັງພົບບັນຫາປະຊາຊົນ ບຸກລຸກປ່າ ເພື່ອເຮັດການກະເສດຢູ່ ກໍຢາກໃຫ້ ທາງການ ລົງມາກວດເບິ່ງບັນຫາ ນີ້ນໍາ:

“ມັນມີຈໍານວນນຶ່ງ ທີ່ວ່າບໍ່ມີນາເຮັດເນາະ ຖືວ່າຂະເຈົ້າກໍມາຂໍນໍານາຍບ້ານ, ແຕ່ວ່ານາຍບ້ານ ກໍບໍ່ໄດ້ແກ້ໄຂ ລັກລ້ຽງສັດ ມັນກໍເພີ້ມ ເສຖກິຈຂອງຄອບຄົວເນາະ, ແຕ່ວ່າເຮົາຈະຕັດ ຂາດບໍ ໃຫ້ເຂົ້າຖາງ ກະເປັນໄປບໍ່ໄດ້ເນາະ ອັນນີ້ກໍຕ້ອງເພີ່ມ ກັບການລ້ຽງສັດ ຫັ້ນນ່າ.”

ຊາວບ້ານ ຢູ່ແຂວງຫຼວງພຣະບາງ ຄົນນຶ່ງເວົ້າວ່າປັດຈຸບັນ ກໍຍັງພົບການບຸກລຸກປ່າ ເພື່ອເຮັດໄຮ່ ຂອງປະຊາຊົນຢູ່ ແລະຢາກໃຫ້ ທາງການມາກວດເບິ່ງຕື່ມ:

“ທີ່ໜ້າເປັນຫ່ວງກໍຄື ການຖາງປ່າເຮັດໄຮ່ ປັດຈຸບັນນີ້ ເນື່ອງຈາກ ຜົລກະທົບຂອງໂຄວິດ ນີ້ແຫຼະ ເຂົ້າປາອາຫານ ມັນແພງຂຶ້ນ ເນາະ, ຄົນຕົກງານມັນກໍຫຼາຍ ກໍກັບມາຢູ່ບ້ານ ສ່ວນການຕັດໄມ້ ເພື່ອເປັນສິນຄ້າ ມັນກໍອາດຈະລົດລົງລະ ເພາະວ່າ ມີຄໍາສັ່ງຫ້າມ ຂອງທ່ານນາຍົກ.”

ອີງຕາມການຣາຍງານ ຂອງສື່ທ້ອງຖິ່ນຢູ່ລາວ ເມື່ອວັນທີ 23 ມິນາ ຜ່ານມານີ້ວ່າຣັຖບານ ຈະສຸມໃສ່ສູ້ຊົນ ໃຫ້ເນື້ອທີ່ປົກຫຸ້ມ ປ່າໄມ້ ຫຼາຍກວ່າ 70% ຂອງເນື້ອທີ່ ທົ່ວປະເທດ ໃນປີ 2025.

ທາງການລາວ ຈະມີແຜນຈຸດສຸມໃນການຄຸ້ມຄອງ ແລະນໍາໃຊ້ຊັພຍາກອນ ທັມມະຊາດ ໃຫ້ມີຄວາມຢືນຍົງ, ມີການຕຽມໃນການຮັບມື ກັບພັຍທັມມະຊາດ ແລະສະພາບອາກາດ ທີ່ປ່ຽນແປງ, ການສ້າງແຜນຈັດສັນທີ່ດິນ ໃຫ້ສໍາເຣັດທຸກແຂວງ ແລະນະຄອນຫຼວງວຽງຈັນ ຮອດປີ 2030 ຮວມທັງການເອົາໃຈໃສ່ ຂຍາຍນິຕິກັມຕ່າງໆ ໃນການປົກປັກຮັກສາ ສິ່ງແວດລ້ອມ ນໍາດ້ວຍ.

ອີງຕາມຂໍ້ມູນຈາກທາງການລາວ ເນື້ອທີ່ປ່າໄມ້ຫຼຸດລົງຫຼາຍ ຍ້ອນວ່າມີການຕັດໄມ້ ສົ່ງອອກໄປຕ່າງປະເທດຫຼາຍ ຈົນຣັຖບານຊຸດທີ່ ຜ່ານມາ ໄດ້ອອກຄໍາສັ່ງເລຂທີ 15 ເພື່ອຫ້າມ ການຕັດໄມ້ ແລະສົ່ງອອກໄມ້ທ່ອນ ໄປຕ່າງປະເທດ.