4 ແຂວງຢູ່ລາວນໍ້າສະອາດ ບໍ່ພໍໃຊ້
ປະຊາຊົນ ແຂວງອັດຕະປື ສາລະວັນ ຜົ້ງສາລີ ແລະ ເຊກອງ ຮວມກັນ ເກືອບຮອດ 8 ແສນ, ຜູ້ທີ່ໄດ້ໃຊ້ ນໍ້າສະອາດ ມີພຽງແຕ່ 2 ແສນປາຍ ເທົ່ານັ້ນ.
-
ສຸພັດຕາ
2018-04-05 -
-
-
Your browser doesn’t support HTML5 audio
ສູນນໍ້າສະອາດ ກະຊວງສາທາຣະນະສຸຂ ຣາຍງານວ່າ; ປະຊາຊົນ 4 ແຂວງຂອງລາວເຊັ່ນ ແຂວງອັດຕະປື, ສາຣະວັນ, ຜົ້ງສາລີ ແລະ ແຂວງເຊກອງ ທີ່ມີປະຊາກອນ ໂຮມກັນທັງໝົດ ເກືອບ 8 ແສນຄົນນັ້ນ ມີພຽງ 2 ແສນປາຍຄົນ ໄດ້ໃຊ້ນໍ້າສະອາດ.
ສ່ວນປະຊາຊົນ ໃນເຂດຫ່າງໄກສອກຫຼີກ ບໍ່ມີນໍ້າສະອາດໃຊ້ ຢ່າງທົ່ວເຖິງ ຍ້ອນບໍ່ມີຣະບົບນໍ້າລິນ, ການຄົມມະນາຄົມ ຫຍຸ້ງຍາກ, ດັ່ງ ຫົວໜ້າບໍຣິຫານສູນດັ່ງກ່າວ. ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 30 ມີນາ ວ່າ:
“ຂໍ້ຫຍຸ້ງຍາກດຽວນີ້ ພວກເຮົາສຸມໃສ່ເຂດຫ່າງໄກສອກຫຼີກ ເປັນຫຼັກເນາະ ໝາຍຄວາມວ່າ ແມ່ນບ່ອນທີ່ທຸລະກັນດານ ບ່ອນເສັ້ນທາງ ບໍ່ດີ ສະນັ້ັ້ນລະມັນຂົນສົ່ງ ວັດຖຸສິ່ງຂອງ ມີຄວາມຫຍຸ້ງຍາກ ລະກໍ່ມູນຄ່າ ລາຄາຈະເພີ້ມຂຶ້ນ ຍ້ອນວ່າມັນໄກເສັ້ນທາງ ຕ່າງໆ.”
ສູນນໍ້າສະອາດເວົ້າວ່າໃນປີ 2017 ປະຊາກອນລາວມີປະມານ 6 ລ້ານ 6 ແສນຄົນ ໃນນັ້ນໄດ້ໃຊ້ນໍ້າສະອາດພຽງແຕ່ 5 ລ້ານ 7 ແສນຄົນ:
“ໂດຍລວມຮອດປີ 2017 ຄັນເວົ້າຕາມປີ ທີ່ໄດ້ສັງລວມມາແລ້ວ ແມ່ນການເຂົ້າເຖິງນໍ້າສະອາດ 87% ເພາະວ່າປີ 2018 ນີ້ແມ່ນຈະໃຫ້ ໄດ້ 88% ນໍ້າສະອາດໃນທົ່ວປະເທດ ຄັນເວົ້າເລື່ອງການເຂົ້າເຖິງມັນເກືອບ 100% ຄວາມໝາຍວ່າ ສ້າງ ແຕ່ວ່າເຮົາ ຄັດຈ້ອນການເຂົ້າເຖິງ ນໍ້າສະອາດປອດໄພ ໄດ້ປະມານ 87% ກໍ່ຖືວ່າ ເກືອບທຸກບ້ານມີເບິດເນາະ ທັງພາກເໜືອ ພາກອິຫຍັງກໍ່ແມ່ນໃຊ້ ລະບົບນໍ້າລິນ ຄືວ່າເນາະ.”
ນໍ້າສະອາດໃນເຂດຊົນນະບົດ ທີ່ວ່ານັ້ນ ສ່ວນໃຫຍ່ແມ່ນຈາກນໍ້າລິນ ຊຶ່ງຈະຕ້ອງໄດ້ສ້ອມແປງຢູ່ເລື້ອຍໆ ເປັນຕົ້ນ ຍາມເກີດພັຍທັມຊາດ ເຊັ່ນ; ນໍ້າຖ້ວມ, ດິນເຈື່ອນ ຊຶ່ງແຕ່ລະປີ ໃຊ້ງົບປະມານ ໃນການສ້ອມແປງ ຫຼາຍຕື້ກີບ.
ການສ້ອມແປງຣະບົບນໍ້າລິນ ໃນປັດຈຸບັນ ແມ່ນໄດ້ຮັບການຊ່ວຍເຫຼືອ ຈາກສາກົລ ເປັນຕົ້ົ້ນແມ່ນ ອົງການຢູນີເຊັບ, ອົງການ ອະນາມັຍໂລກ ແລະໃນວັນທີ 23 ມິນາ ຜ່ານມານີ້ ໂຄງການ GGP ຈາກຣັຖບານຢີ່ປຸ່ນ ກໍຊ່ວຍເຫຼືອ 4,180 ລ້ານກີບ.
ໃນປີ 2020 ຣັຖບານລາວ ຕັ້ງເປົ້າໝາຍເອົາໄວ້ວ່າ ໃຫ້ປະຊາຊົນ ທົ່ວປະເທດ 90% ມີນໍ້າສະອາດໃຊ້ ແລະໃນປີ 2025 ຈະໃຫ້ປະຊາຊົນ ທຸກຄົນ ໄດ້ໃຊ້ນໍ້າສະອາດ.