ທາງການຫາຣືແກ້ໄຂ ນໍ້າຂອງແຫ້ງ

ຄະນະກັມມະການ ແມ່ນໍ້າຂອງ ຂອງລາວ ຫາຣື ກັບ ກະຊວງຕ່າງໆ ເພື່ອຮັບມື ແກ້ໄຂບັນຫາ ນໍ້າຂອງ ບົກແຫ້ງ.

ເມື່ອເຫັນສະພາບນໍ້າຂອງ ທີ່ ບົກແຫ້ງ ປະຊາຊົນຫວາດຫວັ່ນວິຕົກ ກັງວົນ ເພາະສາຍນໍ້າຂອງ ປຽບສະເໝືອນທຸກຢ່າງ ໃນການຢູ່ລອດ ຂອງປວງປະຊາຣາສດອນ RFA/TS

ຄະນະກັມມະການແມ່ນໍ້າຂອງ ຂອງລາວ ກໍາລັງຫາຣື ແລະປະຊຸມກັບກະຊວງ ແລະກົມຕ່າງໆເພື່ອຫາທາງ ຮັບມືແກ້ໄຂບັນຫານໍ້າຂອງ ບົກແຫ້ງທີ່ເກີດຂຶ້ນຍ້ອນພັຍແຫ້ງແລ້ງ ແລະເຂື່ອນ ຈິ້ງຫົງຂອງຈີນ ຫລຸດຣະດັບການປ່ອຍນໍ້າ ລົງມາຕັ້ງແຕ່ມື້ວັນທີ 1 ມົກກະຣາ ມາ. ດັ່ງເຈົ້າໜ້າທີ່ກອງເລຂາຄະນະກັມມະການ ແມ່ນໍ້າຂອງ ທີ່ນະຄອນຫລວງວຽງຈັນ ທ່ານນຶ່ງກ່າວຕໍ່ RFA ໃນມື້ວັນທີ 9 ມົກກະຣາ ນີ້ວ່າ:

"ນໍ້າຂອງບົກແຫ້ງເນາະ ມີແຜນຮັບມື ທາງກອງເລຂາ ກໍາລັງປະຊຸມກະຊວງຊັບນີ້ແຫລະ ແຕ່ວ່າຢູ່ບັນດາກົມນີ້ນະ ເພິ່ນກໍາລັງປະສານງານ ກັນຢູ່ ປະສານງານກັບອັນພວກກະຊວງ ຕ່າງໆຫັ້ນແຫລະ ທີ່ວ່າກ່ຽວຂ້ອງ."

ສໍາລັບຢູ່ເຂດແຂວງສວັນນະເຂດ ແລະ ຄໍາມ່ວນ ປັດຈຸບັນ ນໍ້າຂອງບາງບ່ອນເຫລືອບໍ່ຮອດ 2 ແມັດ ໃນຂນະທີ່ບາງບ່ອນ ເຫລືອບໍ່ຮອດ 1 ແມັດເຄິ່ງ ຊຶ່ງເຮັດໃຫ້ປະຊາຊົນ ທີ່ມີອາຊີບຂັບເຮືອຂົນສົ່ງ ເຮືອທ່ອງທ່ຽວ, ຫາປາ ແລະ ຊາວກະສິກອນ ຕາມແຄມຝັ່ງຂອງ ເລີ່ມໄດ້ຮັບ ຜົນກະທົບແລ້ວ ສ່ວນນຶ່ງ ຊຶ່ງຖ້າຫາກປ່ອຍໃຫ້ນໍ້າຂອງ ບົກແຫ້ງລົງຕື່ມອີກ ໂດຍບໍ່ມີການແກ້ໄຂ ກໍຈະມີປະຊາຊົນຫລາຍພັນຄົນ ທີ່ອາສັຍ ຢູ່ເຂດລຸ່ມແມ່ນໍ້າຂອງ ໄດ້ຮັບຄວາມເດືອດຮ້ອນ ຢ່າງຫລວງຫລາຍ.

ກ່ຽວກັບສະພາບແມ່ນໍ້າຂອງ ບົກແຫ້ງ ຜູ້ຕາງໜ້າຣັຖບານໄທ ທ່ານ ປະມຸກ ລືແກ້ວມາ ຜູ້ອໍານວຍການສູນວິໃຈ ແລະພັທນາປະມົງນໍ້າຈືດ ພາກອິສານ ສູນກາງແຂວງຂອນແກ່ນ ກໍໄດ້ເວົ້າຕໍ່ RFA ໃນມື້ວັນທີ 8 ມົກຣານີ້ວ່າ ປັດຈຸບັນ ທາງການໄທ ກໍາລັງເລັ່ງ ຕິດຕາມສະພາບ ແມ່ນໍ້າຂອງ ຢ່າງໃກ້ຊິດ ແລະກໍເລີ່ມເຫັນຜົນກະທົບ ເກີດຂຶ້ນໃນເຂດພາກເໜືອ ກັບພາກອິສານຂອງໄທແລ້ວ ແລະ ຖ້າວ່າສະພາບການ ຍັງບໍ່ດີຂຶ້ນ ກໍຈະສົ່ງເຣື່ອງນີ້ ໃຫ້ສໍານັກຊັພຍາກອນນໍ້າແຫ່ງຊາດ ໃຫ້ພົວພັນກັບຄະນະກັມການ ແມ່ນໍ້າຂອງສາກົນຮ້ອງຂໍຈີນ ໃນເຣື່ອງການ ປ່ອຍນໍ້າ.

ເຣື່ອງການຫລຸດລົງຂອງຣະດັບນໍ້າຂອງ ນີ້ ເຈົ້າໜ້າທີ່ທາງການໄທ ແລະລາວ ເວົ້າວ່າ ນອກຈາກໄພທັມຊາດແລ້ວ ກໍແມ່ນເກີດຂຶ້ນຫລັງຈາກ ທີ່ເຂື່ອນຈິ້ງຫົງ ໃນແຂວງ ຍຸນນ່ານ ຂອງຈີນ ຫລຸດປາຣິມານ ການປ່ອຍນໍ້າ ຈາກ 1500 ແມັດກ້ອນມາເຫລືອ 800 ແມັດກ້ອນ ຕໍ່ວິນາທີ ຕັ້ງແຕ່ທີ 1 ຫາທີ 3 ມົກຣາ ແລະຫຼຸດລົງຕື່ມອີກມາເຫຼືອພຽງ 500 ແມັດກ້ອນຕໍວິນາທີ ນັບຕັ້ງແຕ່ວັນທີ 4 ເປັນຕົ້ນມາ ຊຶ່ງທາງການຈີນ ໃຫ້ເຫດຜົນວ່າຈໍາເປັນຕ້ອງຫລຸດການປ່ອຍນໍ້າ ເພື່ອທົດສອບເຄື່ອງຈັກພາຍໃນ ຂອງເຂື່ອນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org