ຈີນ ຈະຍົກເລີກຣະເບີດ ແກ້ງຫິນ ນໍ້າຂອງ
ຊາວປະມົງ ເມືອງຕົ້ນເຜີ້ງ ແລະ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຕ່າງກໍພາກັນ ດີໃຈ ເມື່ອໄດ້ຍີນຂ່າວ ວ່າ ຈີນ ຈະຍົກເລີກ ໂຄງການ ຣະເບີດແກ້ງຫິນ ໃນແມ່ນໍ້າຂອງ
-
ໄຊຍາ
2019-03-12 -
-
-
Your browser doesn’t support HTML5 audio
ຊາວປະມົງ ເມືອງຕົ້ນເຜີ້ງ ແລະ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທີ່ໃຊ້ຊີວິດຕາມແຄມແມ່ນໍ້າຂອງ ຕ່າງກໍ່ພາກັນດີໃຈ ເມື່ອໄດ້ຍີນຂ່າວວ່າ ຈີນ ຈະຍົກເລີກໂຄງການຣະເບີດແກ້ງຫິນ ໃນແມ່ນໍ້າຂອງ ຍ້ອນຈະມີຣາຍໄດ້ ຈາກການຫາປາ ຄືດັ່ງເດີມມາ. ຕາມຄຳໃຫ້ສັມພາດ ຂອງ ເຈົ້າໜ້າທີ່ ເມືອງຕົ້ນເຜີ້ງ ເມື່ອ 12 ມິນາ ນີ້ ວ່າ:
"ໂອ້ກໍດີໃຈແຫຼະເນາະ, ປະຊາຊົນຫາກິນຫາປາຕາມນໍ້າຂອງ ສ່ວນຫຼາຍກໍໝົດທຸກຄົນແຫຼະ, ກໍດີໃຈ ກໍດີຫັ້ນແຫຼະ, ກໍດີໃຈຫັ້ນແຫຼະ, ຄັນບໍ່ ຣະເບີດ, ປາມັນກໍມີບ່ອນເຊົາ, ບ່ອນຢູ່ອາສັຍຫັ້ນນ່າ, ຄັນຣະເບີດມັນບໍ່ມີກ້ອນຫິນ, ມັນບໍ່ມີຫຍັງແລ້ວ, ປາມັນກໍບໍ່ມີບ່ອນອາສັຍ, ບໍ່ມີບ່ອນ ວາງໄຂ່ວ່າຊັ້ນໄດ໋."
ເຣື່ອງການຈະຍົກເລີກການຣະເບີດແກ້ງນັ້ນ ໃນວັນທີ 9 ມິນາ ຜ່ານມາ, ທ່ານ ດອນ ປໍຣະມັດວິນັຍ ຣັຖມົນຕຣີກະຊວງການຕ່າງປະເທດ ຂອງໄທ ໄດ້ປະກາດເຣື່ອງນີ້ຜ່ານ ຊື່ມວນຊົນຂອງໄທ ຫຼັງຈາກ ໄທ ໄດ້ປະຊຸມກັບ ທ່ານ ຫວັງ ອີ້ ຣັຖມົນຕຣີກະຊວງ ການຕ່າງປະເທດ ຂອງຈີນ, ໂດຍທັງສອງຝ່າຍເຫັນພ້ອມກັນ ທີ່ຈະຍົກເລີກໂຄງການຣະເບີດແກ້ງຫິນ ໃນແມ່ນໍ້າຂອງ ຍ້ອນ ປະຊາຊົນ ລາວແລະໄທ ທີ່ຢູ່ ຕາມແຄມຂອງ ຕັ້ງແຕ່ເຂດສາມຫລ່ຽມຄຳລົງມາ ມີຂໍ້ກັງວົນຕໍ່ຜົລກະທົບ ທີ່ຈະຕາມມາຂອງ ໂຄງການນີ້.
ສ່ວນເຈົ້າໜ້າທີ່ກະຊວງຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ ຄວາມຈີງແລ້ວ ຣັຖບານລາວ ກໍບໍ່ໄດ້ເຫັນດີ ກັບໂຄງການ ຣະເບີດແກ້ງຫິນ ຍ້ອນເປັນໂຄງການທີ່ລາວ ໄດ້ຜົລປໂຍດໜ້ອຍ.
"ມັນກໍທີ່ສາມາດນຳອອກເຮືອໃຫຍ່ ມີທ່າເຮືອໃຫຍ່ເນາະ ໃນການຂົນສົ່ງສິນຄ້າ ໃນການຄົມມະນາຄົມທາງນໍ້າຫັ້ນນ່າ, ແຕ່ວ່າລາວເຮົານີ້ນະ, ເວົ້າເຣື່ອງການຜລິດນີ້ເນາະ ຫຼືວ່າສິນຄ້າທີ່ຈະສົ່ງອອກມັນໜ້ອຍ ມີແຕ່ປະເທດເຂົາທີ່ຈະສົ່ງເຂົ້າມາຫາ ບ້ານເຮົາ, ເຮົາມີແຕ່ເກັບອາກອນ ທັມມະດາ."
ໃນຂນະທີ່ເຄືອຂ່າຍ ພາກປະຊາສັງຄົມໄທຍັງສົງສັຍຢູ່ວ່າ ຈີນ ຈະຍົກເລີກໂຄງການນັ້ນແທ້ຫຼືບໍ່, ດັ່ງ ທ່ານ ຈີຣະສັດ ໜູຍົດ ຜູ້ປະສານງານ ເຄືອຂ່າຍ ຮັກຊຽງຈອງ ແຂວງຊຽງຮາຍ ຂອງໄທ ເວົ້າວ່າ:
"ທາງ ທ່ານ ດອນ ປໍຣະມັດວີນັຍ ກັບທາງຈີນ ມາໂອ້ລົມກັນແລ້ວ ກໍໃຫ້ສັມພາດເນາະ ເຂົາບອກວ່າຍຸຕິ ໂຄງການເຂົາບອກວ່າຢຸດອີຫຍັງ ຈັ່ງຊີ້ຫັ້ນນ່າ ແຕ່ຍັງບໍ່ໄດ້ອອກມາ ເປັນຫຼັກຖານເປັນໜັງສື ຫຼືການຢືນຢັນທີ່ແທ້ຈິງເທື່ອ ອັນນີ້ເຮົາຍັງບໍ່ທັນເຫັນນະ."
ເຖິງຢ່າງໃດກໍຕາມ, ເຖິງແມ່ນວ່າຈະມີການປະກາດ ຈະຍົກເລີກໂຄງການຣະເບີດແກ້ງຫິນ ແຕ່ການຍົກເລີກນີ້ ກໍເປັນພຽງຄຳຂອງຣັຖບານ ຈີນ ແລະ ໄທ ເຊິ່ງຍັງບໍ່ທັນມີໜັງສື ອອກມາຢັ້ງຢືນ ການຍົກເລີກຢ່າງເປັນທາງການ.
ໂຄງການຣະເບີດແກ້ງຫິນ ໃນແມ່ນໍ້າຂອງນັ້ນເປັນໂຄງການ ຂອງບໍຣິສັດ ຊີຊີຊີຊີ ເຊັກກັ້ນ ຮາເບີ້ ຂອງຈີນ ເພື່ອໃຫ້ເຮືອຂົນສົ່ງສິນຄ້າຈາກ ຈີນ ສາມາດແລ່ນຜ່ານ ພະມ້າ ລາວແລະໄທ ໄດ້ສະດວກ. ປັດຈຸບັນໄດ້ສຳເຣັດໄປແລ້ວສອງໄລຍະ ເຫຼືອແຕ່ໄລຍະທີສາມ, ທີ່ຈະຣະເບີດ ແກ້ງຫິນ ຈາກເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄປຮອດ ແຂວງຫລວງພຣະບາງ ແຕ່ໂຄງການນີ້ ກໍດຳເນີນການບໍ່ໄດ້ ຍ້ອນປະຊາຊົນໄທ ຄັດຄ້ານ ເນື່ອງຈາກສົ່ງຜົລກະທົບ ຕໍ່ສີ່ງແວດລ້ອມ ໂດຍສະເພາະ ແມ່ນພັນປາ ທີ່ຢູ່ໃນນໍ້າຂອງ ທັງລາວແລະໄທ.