ນ້ຳຂອງອ່ອນແຮງຫຼ້ອຍຫຼໍ ຍ້ອນເຂື່ອນ ຈີນ

ປັດຈຸບັນ ນ້ຳຂອງແຫ້ງ ຍ້ອນເຂື່ອນ ຈີນ ທີ່ຢູ່ຕອນເທິງ ແມ່ນ້ຳຂອງ ມີການກັກນ້ຳ ເອົາໄວ້ ແລະ ປະກອບກັບ ເຂື່ອນ ຢູ່ແມ່ນ້ຳຂອງ ຢູ່ ປະເທດລາວ ຍິ່ງເຮັດໃຫ້ເກີດຜົນ ກະທົບ ເພີ່ມຂຶ້ນ.

ສະພາບນ້ຳຂອງ ທີ່ບົກແຫ້ງຢ່າງຜິດປົກກະຕິ ໃນເຂດເມືອງເຣນູນະຄອນ ແຂວງນະຄອນພນົມ ປະເທດໄທຍ ກົງກັນຂ້າມກັບເມືອງໜອງບົກ ແຂວງຄຳມ່ວນ ປະເທດລາວ. ຖ່າຍເມື່ອ: ວັນທີ 13 ກຸມພາ 2021 RFA

ປະກົດການນ້ຳຂອງແຫ້ງ ຍ້ອນເຂື່ອນຈີນ ທີ່ຢູ່ຕອນເທິງແມ່ນ້ຳຂອງ ກັກນ້ຳເອົາໄວ້ ສົ່ງຜົນກະທົບ ຕໍ່ປະຊາຊົນ ທີ່ຢູ່ແມ່ນ້ຳຂອງ ຕອນລຸ່ມ.

ສະພາບແມ່ນ້ຳຂອງ ເຂດນະຄອນຫຼວງວຽງຈັນ ແຫ້ງຫຼາຍຈົນເຫັນຫາດຊາຍ ຢູ່ແມ່ນໍ້າຂອງເປັນບໍຣິເວນກວ້າງ, ຊາວນະຄອນຫຼວງ ວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ໂອຍຫຼາຍໃດ ຫຼາຍເຕີບໃດ ບົກຫຼາຍດຽວນີ້ ມີຮອດຫາດຮອດເຫີດ ເລາະແຖວໜ້າວັດເມືອງວາ ນີ້ບົກຫຼາຍ ເອີ! ນ້ຳແຫ້ງຫຼາຍ ແຕ່ກ່ອນບໍ່ໄດ້ບົກຊ່ຳນີ້ ຊ່ຳນີ້ແຫ້ງຫຼາຍ ດຽວນີ້ແຫ້ງຫຼາຍໃດນ້ຳ ແຕ່ລະບ່ອນແຫ້ງຫຼາຍໃດນ້ຳ."

ຊາວນະຄອນຫຼວງວຽງຈັນ ທ່ານນີ້ກ່າວອີກວ່າ ນ້ຳບົກແຫ້ງຍ້ອນວ່າ ມີການສ້າງເຂື່ອນຫຼາຍ:

"ເປັນຫາດເປັນເຫີດ ບົກຫຼາຍເດ້ ເພາະເຂົາເຮັດເຂື່ອນ ດອນຊິ້ງຊູ ກັບອັນນັ້ນ ກະຍັງແຫ້ງ ກັບຢູ່ບ້ານໝໍ້ປ່າສັກ ກະບົກຫຼາຍຫັ້ນແຫຼະຫາດຍາວໄປ ນ້ຳຂອງ ໂອຍກະຍ້ອນຂະເຈົ້າ ເຮັດເຂື່ອນເດ້ ຢູ່ເໜືອ ເຂື່ອນຫຼາຍ ເຂື່ອນຫຼາຍ ເຂື່ອນຫຼາຍບ່ອນ."

ນອກຈາກນີ້ ຊາວນະຄອນຫຼວງວຽງຈັນ ອີກທ່ານນຶ່ງກ່າວວ່າ ປາຢູ່ນ້ຳຂອງ ກໍບໍ່ຫຼາຍ ພວກຊາວປະມົງ ຫາປາບໍ່ໄດ້ແລ້ວ ຍ້ອນວ່າ ໄລຍະນີ້ ນ້ຳມັນແຫ້ງຫຼາຍ. ຢູ່ເຂດເມືອງທ່າແຂກ ແຂວງຄຳມ່ວນ ນ້ຳຂອງກໍບົກແຫ້ງເຊັ່ນດຽວກັນ, ຊາວເມືອງທ່າແຂກ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ຍັງໆ ຍັງບໍ່ທັນລົງຫາດ ເຂື່ອນ ມັນກະແຫ້ງຫຼາຍແລ້ວ ແຕ່ມັນຍັງບໍ່ທັນເຫັນຫາດ ເທື່ອຫັ້ນນ່າ."

ສາເຫດນຶ່ງທີ່ເຮັດໃຫ້ນ້ຳຂອງແຫ້ງ ເປັນຍ້ອນເຂື່ອນຈີນ ຢູ່ຕອນເທິງແມ່ນ້ຳຂອງ ກັກນ້ຳເອົາໄວ້ ປະກອບກັບມີເຂື່ອນ ແມ່ນໍ້າຂອງ ຢູ່ປະເທດລາວ ຍິ່ງກໍ່ໃຫ້ເກີດຜົນກະທົບ ແບບທະວີຄູນ.

ອາຈານ ໄຊນະຣົງ ເສດຖະເຊື້ອ ຈາກ ຄະນະມະນຸດສາດ ແລະ ສັງຄົມສາດ ມະຫາວິທຍາໄລ ມະຫາສາລະຄາມ ປະເທດໄທຍ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ໄຊນະຣົງ : "ອັນນີ້ ຍິ່ງຊ້ຳເຕີມເລີຍ ຄືຈີນ ກໍມີເຂື່ອນແລ້ວ 11 ເຂື່ອນ ໃນຍາມແລ້ງ ກໍຈະເກີດຜົນກະທົບຢ່າງໃຫຍ່ຫຼວງຕໍ່ແມ່ນ້ຳ ຂອງ ຍ້ອນວ່າ ນ້ຳຢູ່ແມ່ນ້ຳຂອງ ຕັ້ງແຕ່ ແຂວງບໍ່ແກ້ວ ແຂວງຫຼວງນ້ຳທາ ລົງມາ ນ້ຳຫຼັກໆ ຈະມາຈາກ ຈີນ 90 ເປີເຊັນ ເພາະສະນັ້ນ ຖ້າຈີນ ກັກນ້ຳສ້າງ ເຂື່ອນ ຜົນກະທົບ ຈະເກີດຂຶ້ນຢ່າງຮຸນແຮງ."

ນອກຈາກນີ້ ບັນຫາທີ່ເກີດຂຶ້ນກໍຄື ເມື່ອເຂື່ອນກັກນ້ຳເອົາໄວ້ ມັນສົ່ງຜົນກະທົບຕໍ່ພັນປາ ແລະ ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງທາງ ດ້ານສະບຽງອາຫານ. ອາຈານ ໄຊນະຣົງ ກ່າວຕື່ມອີກວ່າ:

ໄຊນະຣົງ : "ບັນຫາໃຫຍ່ທີ່ຕາມມາ ກໍຄື ຄວາມໝັ້ນຄົງທາງອາຫານ ບັນຫາເລື່ອງ Food Security ມັນຈະເກີດທົ່ວລຸ່ມນ້ຳຂອງ ທັງໂຕລຳນ້ຳຂອງ ແລະ ຊຸມຊົນແຄມຝັ່ງນ້ຳຂອງ ແລະ ແມ່ນ້ຳສາຂາ ເຮົາໄປເບິ່ງແຕ່ກ່ອນ ບັນດາ ເມືອງໃຫຍ່ແຄມນ້ຳຂອງ ເຂົາກິນປານ້ຳຂອງເປັນຫຼັກ ດຽວນີ້ ປານ້ຳຂອງຫາຍາກຫຼາຍ ຊຸມຊົນກໍຈັບປາໄດ້ຍາກຫຼາຍ."

ຄວາມແຫ້ງແລ້ງນີ້ ມັນຈະເປັນບັນຫາໃຫຍ່ ຂອງລຸ່ມນ້ຳຂອງ ແລະ ລະບົບນິເວດນ້ຳຂອງ ຖືກທຳລາຍ ຍ້ອນວ່າ ຕາມປົກກະຕິ ແລ້ວລະບົບນິເວດນໍ້າຂອງນີ້ ມັນກໍຈະຂຶ້ນລົງຕາມ ທຳມະຊາດ ໃນຍາມຝົນກໍມີນ້ຳຂຶ້ນ ໃນຍາມແລ້ງກໍມີນ້ຳບົກ ແຕ່ນໍ້າຈະບໍ່ແຫ້ງ ຄືຕອນມີເຂື່ອນ. ອາຈານ ໄຊນະຣົງ ກ່າວວ່າ:

"ການທີ່ນ້ຳໃນລະດູຝົນ ບໍ່ຫຼາຍຄືເກົ່າ ກໍຈະເຮັດໃຫ້ປາທີ່ອົພຍົບ ຈາກແມ່ນ້ຳຂອງຂຶ້ນໄປ ວາງໄຂ່ ຢູ່ແມ່ນ້ຳສາຂາ ກໍບໍ່ສາມາດ ຂຶ້ນໄປວາງໄຂ່ ນອກຈາກນັ້ນ ເຂື່ອນ ທີ່ເຮັດໃຫ້ນ້ຳ ຂຶ້ນໆລົງໆ ກໍຈະເຮັດໃຫ້ປາ ອົພຍົບຜິດລະດູການ. "

ກ່ຽວກັບເລື່ອງນີ້, ກອງເລຂາຄະນະກຳມາທິການ ແມ່ນ້ຳຂອງສາກົນ ຫຼື MRC ລາຍງານໃນວັນທີ 12 ກຸມພາ ວ່າລະດັບນ້ຳຂອງ ຫຼຸດລົງຢ່າງຕໍ່ເນື່ອງ ນັບແຕ່ຕົ້ນປີນີ້ ຍ້ອນວ່າຝົນຕົກ ໜ້ອຍລົງ, ການໄຫຼຂອງນ້ຳ ມີການປ່ຽນແປງ, ການກັກນ້ຳຂອງເຂື່ອນ ຢູ່ສາຂາແມ່ນ້ຳຂອງ, ແລະ ການຈຳກັດການປ່ອຍນ້ຳ ຂອງເຂື່ອນຈິງຫົງ ຂອງຈີນ.

ດຣ. ວິໃນ ວັງພິມົນ ເຈົ້າໜ້າທີ່ກອງເລຂາ ຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ກ່າວວ່າ:

ລະດັບນ້ຳມີການຂຶ້ນ ແລະ ລົງແບບກະທັນຫັນ ຢູ່ແມ່ນ້ຳຂອງ ທີ່ຢູ່ລຸ່ມເຂື່ອນຈິງຫົງ ລົງມາຮອດ ນະຄອນຫຼວງວຽງຈັນ, ຊຶ່ງ ກາຍເປັນສິ່ງທ້າທາຍຕໍ່ ເຈົ້າໜ້າທີ່ ແລະ ປະຊາຊົນ ທີ່ກະກຽມຮັບມືກັບ ຜົນກະທົບທີ່ຈະເກີດຂຶ້ນ.

ການຕິດຕາມປະຣິມານນ້ຳຝົນ ປະຈຳເດືອນ ຂອງຄະນະກຳມາທິການ ແມ່ນ້ຳຂອງສາກົນ ໄດ້ສະແດງໃຫ້ເຫັນວ່າ ນັບແຕ່ເດືອນ ພຶສຈິກາ ປີ 2020 ຝົນຕົກໜ້ອຍກວ່າປົກກະຕິ ຫຼຸດລົງ 25 ເປີເຊັນ. ຖານຂໍ້ມູນ ກ່ຽວກັບລະດັບນ້ຳ ໄດ້ສະແດງໃຫ້ເຫັນວ່າ ການໄຫຼຂອງນ້ຳ ອອກຈາກເຂື່ອນຈິງຫົງ ຂອງຈີນ ໃນວັນທີ 11 ກຸມພາ ຢູ່ໃນລະດັບ 775 ແມັດກ້ອນ ຕໍ່ວິນາທີ ຈາກລະດັບ ປ່ອຍນ້ຳ ປົກກະຕິຂອງເຂື່ອນ ຢູ່ທີ່ 1,400 ແມັດກ້ອນ ຕໍ່ວິນາທີ ທີ່ບັນທຶກເອົາໄວ້ ໃນເດືອນ ທັນວາ ປີຜ່ານມາ.

ນັບແຕ່ວັນທີ 1-7 ມົກກະຣາ ປີ 2021 ເຂື່ອນຈິງຫົງ ປ່ອຍນ້ຳອອກໃນປະຣິມານ 785 ແມັດກ້ອນ ຕໍ່ວິນາທີ, ແຕ່ວ່າຄ່ອຍປ່ອຍ  ຂຶ້ນຈົນຮອດ 1,400 ແມັດກ້ອນ ຕໍ່ວິນາທີ ເຮັດໃຫ້ ລະດັບນ້ຳຂອງສູງຂຶ້ນ 1.07 ແມັດ. ເຂື່ອນຈິງຫົງໄດ້ປ່ອຍນ້ຳໜ້ອຍລົງ ຢູ່ໃນ ລະດັບ 740 ແມັດກ້ອນ ຕໍ່ວິນາທີ ນັບແຕ່ວັນທີ 15-23 ມົກກະຣາ ກ່ອນທີ່ຈະປ່ອຍອອກ 990 ແມັດກ້ອນ ຕໍ່ວິນາທີ ໃນວັນທີ 29 ມົກກະຣາ. ຫຼັງຈາກນັ້ນ ເຂື່ອນຈິງຫົງຂອງຈີນ ກໍປ່ອຍຫຼຸດລົງໃນລະດັບ 800 ແມັດກ້ອນ ຕໍ່ວິນາທີ ໃນວັນທີ 11 ກຸມພາ.

ໃນຕົ້ນເດືອນ ມົກກະຣາ, ກະຊວງຊັພຍາກອນນ້ຳຂອງຈີນ ໄດ້ແຈ້ງໃຫ້ປະເທດ ລຸ່ມແມ່ນ້ຳຂອງ 4 ປະເທດ ຮູ້ວ່າ ເຂື່ອນຈິງຫົງ ຈະຄວບຄຸມການປ່ອຍນໍ້າ ຢູ່ທີ່ 1,000 ແມັດກ້ອນ ຕໍ່ວິນາທີ ນັບແຕ່ວັນທີ 5-24 ມົກກະຣາ ຍ້ອນວ່າ ມີການສ້ອມແປງ ລະບົບ ສາຍສົ່ງໄຟຟ້າ. ແຕ່ກະຊວງຊັພຍາກອນນ້ຳຂອງຈີນ ບໍ່ໄດ້ບອກລະອຽດ ເຖິງລະດັບນ້ຳ ກ່ອນທີ່ມີການ ຈຳກັດ ການປ່ອຍນ້ຳ ວັນທີ 25 ມົກກະຣາ.

ດຣ. ວິໃຈ ຍັງກ່າວວ່າ:

ການດຳການແບບນີ້ ເຮັດໃຫ້ສົ່ງຜົນກະທົບ ຕໍ່ການຂົນສົ່ງທາງນ້ຳ, ການຂຶ້ນລົງຂອງປາ, ການເຮັດກະສິກັມ ແລະການເກັບໄຄນ້ຳ. ເພື່ອຊ່ວຍໃຫ້ການປະເທດແມ່ນ້ຳຕອນລຸ່ມ ປ້ອງກັນຄວາມສ່ຽງ ຢ່າງມີປະສິດທິຜົນ, ພວກເຮົາຮຽນຮ້ອງ ໃຫ້ຣັຖບານຈີນ ແລະ ປະເທດແມ່ນ້ຳຂອງຕອນລຸ່ມ ແບ່ງປັນແຜນການປ່ອຍນ້ຳ ໃຫ້ພວກເຮົາ.

ສະຖານນີຕິດຕາມປາ ຢູ່ເມືອງຊຽງແສນ ແຂວງຊຽງຮາຍ ປະເທດໄທຍ ທີ່ຢູ່ລຸ່ມເຂື່ອນຈິງຫົງ ຂອງຈີນ ລົງມາປະມານ 300 ກິໂລແມັດ ເຫັນວ່າ ລະດັບນ້ຳຂອງຫຼຸດ ລົງປະມານ 1 ແມັດ ໃນລະຫວ່າງວັນທີ 2-4 ມົກກະຣາ. ນັບແຕ່ນັ້ນເປັນຕົ້ນມາ ລະດັບນ້ຳຂອງ ຢູ່ເມືອງຊຽງແສນ ຂຶ້ນ-ລົງ ແບບຜິດປົກກະຕິ ຢູ່ທີ່ - 0.24 ແມັດ ແລະ 0.28 ແມັດ.

ຢູ່ເມືອງຊຽງຄານ ແຂວງເລີຍ ປະເທດໄທຍ ກົງກັນຂ້າມກັບ ເມືອງຊະນະຄາມ ແຂວງວຽງຈັນ ລະດັບນ້ຳຂອງກໍຂຶ້ນລົງຜິດ ປົກກະຕິ ຢູ່ທີ່ -0.32 ແມັດ ແລະ 0.50 ແມັດ.

ຢູ່ແມ່ນ້ຳຂອງສາຍຫຼັກ ແຕ່ແຂວງນະຄອນພະນົມ ແລະ ເມືອງໂຂງຈຽມ ແຂວງອຸບົນຣາຊະທານີ ຂອງໄທຍ, ເຂດເມືອງທ່າແຂກ ແຂວງຄຳມ່ວນ, ແຂວງສະຫວັນນະເຂດ, ເມືອງ ປາກເຊ ແຂວງຈຳປາສັກ ຂອງລາວ, ລະດັບນ້ຳຫຼຸດລົງ ຈາກ 0.04 ແມັດ ຫາ 0.08 ແມັດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org