ມ.ວຽງຄໍາຕຽມຂໍເຂົ້າສານ ຊ່ອຍ ຊາວບ້ານ

ທາງຫ້ອງການ ເມືອງວຽງຄໍາ ແຂວງຫລວງພຣະບາງ ຕຽມຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຍ້ອນສັຕຣູພຶດ ທໍາລາຍ ເຂົ້າປູກ.

ຝຸງຕັກແຕນທີ່ ເຂົ້າມາກັດກິນ ຕົ້ນເຂົ້າຕາໄຮ່ນາ ຂອງປະຊາຊົນ ຢູ່ພາກເໜືອຂອງລາວ Citizen journalist

ຫ້ອງການກະສິກັມ ແລະປ່າໄມ້ ເມືອງວຽງຄໍາ ແຂວງຫລວງພຣະບາງ ຕຽມຊ່ວຍເຫລືອ ປະຊາຊົນ ປະມານ 500 ຄອບຄົວ ໃນ 14 ບ້ານ ທີ່ໄດ້ຮັບ ຜົນກະທົບ ຍ້ອນຝູງຕັກແຕນ ກັດກິນຮວງເຂົ້າ ໃນເນື້ອທີ່ 364 ເຮັກຕ່າ, ແລະ ປັຈຈຸບັນ ທາງຫ້ອງການ ໄດ້ຂໍ ຄວາມຊ່ວຍເຫຼືອ ໄປຍັງອົງການອາຫານໂລກ ເພື່ອຂໍເຂົ້າສານ ແລະສະບຽງອາຫານໄປແຈກຢາຍ ໃຫ້ປະຊາຊົນຜູ້ໄດ້ຮັບຄວາມເດຶອດຮ້ອນ ຈາກພັຍດັ່ງກ່າວ. ດັ່ງເຈົ້າໜ້າທີ່ ຫ້ອງການ ກະສິກັມແລະປ່າໄມ້ ເມືອງວຽງຄໍາ ກ່າວວ່າ:

“ວິຊາການເຮົາໄດ້ລົງເກັບກໍາ ຫັ້ນມີຢູ່ 14 ບ້ານເນາະ! ເນື້ອທີ່ເສັຍຫາຍນີ້ມີຢູ່ 364 ເຮັກຕ່າ ແຕ່ປັຈຈຸບັນນີ້ ທາງຫ້ອງການ ເຮົາໄດ້ເກັບກໍາ ຂໍ້ມູນແລ້ວ ກໍມີແບບຟອມ ຈະສົ່ງໃຫ້ ສວັດດີການ ເນາະເພາະວ່າ ຂໍຜົນການຊ່ວຍເຫລືອ ຈາກອາຫານໂລກ ນີ້ເນາະ”.

ເຈົ້າໜ້າທີ່ທ່ານນີ້ ກ່າວຕຶ່ມວ່າ ປັຈຈຸບັນບັນຫາ ຕັກແຕນຣະບາດ ໄດ້ຫລຸດລົງຫລາຍ ຫລັງຈາກ ເຈົ້າໜ້າທີ່ ໄດ້ໄປຜົ່ນຢາ ໃນຫລາຍພື້ນທີ່ ອີກຢ່າງໜື່ງ ປະຊາຊົນກໍພາກັນໄປຈັບ ຕັກແຕນຕາມທົ່ງນາ ແລ້ວນໍາມາທອດຂາຍ ເປັນອາຫານ ເຮັດໃຫ້ຝູງຕັກແຕນ ບິນໜີໄປກິນພຶດ ຢູ່ເຂດປ່າໄມ້ປ່ອງ ຊື່ງເຈົ້າໜ້າທີ່ ກໍາລັງເຝົ້າຣະວັງຢູ່.

ທ່ານວ່າ ການຣະບາດຂອງຝູງຕັກແຕນ ຢູ່ເມືອງວຽງຄໍາ ມີມາແຕ່ປີ 2014 ແລະເພີ້ມຈໍານວນຂຶ້ນເລື້ອຍໆ ເພາະຕັກແຕນສາມາດຂຍາຍພັນ ໄດ້ງ່າຍ ແລະວ່ອງໄວ ແຕ່ທາງການສາມາດ ຄຸ້ມຄອງ ການຣະບາດ ຂອງຕັກແຕນ ໄດ້ແລ້ວ ເມື່ອເດືອນ ຜ່ານມາ, ແລະວ່າ ປັຈຈຸບັນຍັງ ມີຫຼາຍເມືອງໃນເຂດພາກເໜືອ ຍັງຄົງເຝົ້າຣະວັງ ຝູງຕັກແຕນກິນພຶດເຂົ້າ ຂອງປະຊາຊົນ ເປັນຕົ້ນເມືອງວຽງໄຊ ແຂວງຫົວພັນ ຍ້ອນຂາດ ອຸປກອນ ທໍາລາຍ ສັຕຣູພຶດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org